ການເລືອກຕັ້ງສະພາແຫ່ງຊາດກຳປູເຈຍປີ 2013 : ບັດເລືອກຕັ້ງເພື່ອສະຖຽນລະພາບ

ການເລືອກຕັ້ງສະພາແຫ່ງຊາດກຳປູເຈຍປີ 2013 : ບັດເລືອກຕັ້ງເພື່ອສະຖຽນລະພາບ - ảnh 1
ພັກ​ປະຊາຊົນ​ກຳປູ​ເຈຍ CPP ພວມເຄືອ່ນໄຫວຫາສຽງເລືອກຕັ້ງ
(ພາບ : baomoi.com)

  ຍັງ​ອີກພຽງ 3 ວັນ​ເທົ່າ​ນັ້ນ, ປະ​ເທດ​ກຳປູ​ເຈຍ​ຈະ​ກ້າວ​ເຂົ້າ​ສູ່​ການ​ເລືອກ​ຕັ້ງ​ທີ່​ສຳຄັນ. ນີ້​ແມ່ນ ການ​ເລືອກ​ຕັ້ງສະພາແຫ່ງຊາດຄັ້ງທີ 5 ຢູ່ກຳປູເຈຍ. ມີ 8 ພັກຝ່າຍເຂົ້າຮ່ວມ ການ​ເລືອກ​ຕັ້ງຄັ້ງນີ້, ແຕ່ເບິ່ງຄືວ່າ ນີ້ແມ່ນການແຂ່ງຂັນ ລະຫວ່າງ 2 ພັກ​ຄື ພັກ​ປະຊາຊົນ​ກຳປູ​ເຈຍ CPP ຂອງ​ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ແລະ ພັກກູ້​ຊາດກຳປູ​ເຈຍ CNRP ຂອງ​ທ່ານ ຊາມຣາຍຊີ ​ເທົ່າ​ນັ້ນ. ​ແຕ່​ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ໄດ້​ປຽບ​ພວມ​ອຽງ​ໃສ່ ພັກ​ປະຊາຊົນ​ກຳປູ​ເຈຍ CPP ​ແລະ ກາລະ​ໂອກາດ​ເພື່ອ​ໃຫ້ ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນສືບ​ຕໍ່​ເດີນ​ຕາມ​ເສັ້ນທາງ​ນຳພາ​ປະ​ເທດ​ກຳປູ​ເຈຍ​ພັດທະນາ ​ແມ່ນ​ສິ່ງ​ທີ່​ແນ່ນອນ​ພໍ​ສົມຄວນ. 

   ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ກຳປູ​ເຈຍ​ແລ້ວ, ຄາດ​ຄະ​ເນ​ວ່າ ຈະ​ມີ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະມານ 9,6 ລ້ານ​ຄົນ​ໃນ​ຍອດ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ 14 ລ້ານຄົນ​ໄປ​ປ່ອນ​ບັດ​ເພື່ອ​ເລືອກ​​ເອົາ 123 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ໃນ ການ​ເລືອກ​ຕັ້ງຄັ້ງ​ນີ້. ກ່ອນ​ນີ້ 1 ​ເດືອນ​ເຕັມ, 8 ພັກ​ການ​ເມືອງຢູ່​ກຳປູ​ເຈຍ, ​ໃນ​ນັ້ນ​ມີ 3 ພັກ​ການ​ເມືອງ​ໃຫຍ່​ກ່ວາ​ໝູ່​ແມ່ນ ພັກ​ປະຊາຊົນ​ກຳປູ​ເຈຍ CPP ກຳ​ອຳນາດ, ພັກກູ້​ຊາດກຳປູ​ເຈຍ CNRP ຝ່າຍ​ຄ້ານ ​ແລະ ພັກ FUNCINPEC ​ໄດ້​ເລີ່​ມດຳ​ເນີນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ດ້ວຍ​ຄຳ​ໝັ້ນ​ສັນຍາ​ຈະ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນຖ້າ​ຫາກ​ຍາດ​ໄດ້​ໄຊຊະນະ.

    ດ້ວຍ​ກົງຈັກ​ຫາ​ສຽງ​ເລືອກ​ຕັ້ງ​ທີ່​ໃຫ່ຍໂຕ, ​ໂຄງການ​ຫາ​ສຽງ​ເລືອກ​ຕັ້ງ​ຂອງພັກ​ CPP ​ເນັ້ນ​ໜັກ​ເຖິງ​ເລື່ອງ​ສືບ​ຕໍ່​ສະໜັບສະໜູນ​ ທ່ານ​ ຮຸນ​ແຊນ ຜູ້​ພວມ​ດຳລົງ​ຕຳ​ແໜ່ງນາຍົກລັດຖະມົນຕີ , ​ເປັນ​ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ​ໃນ​ອາຍຸ​ການ 5 ປີ ​ແລະ ບັນດາ​ອາຍຸ​ການ​ຕໍ່​ໄປ, ພ້ອມ​ກັນ​ນັ້ນ​ກໍ​ສືບ​ຕໍ່​ສຳພັນ​ທະ​ມິດ​ກັບ ພັກ FUNCINPEC ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ຖ້າ​ຫາກ​ຍາດ​ໄດ້​ໄຊຊະນະ​ໃນ ການ​ເລືອກ​ຕັ້ງ; ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ທຸກໆ​ກຳລັງ​ການ​ເມືອງ ​ແລ​ະ ວົງ​ການ​ຕ່າງໆ​ໃນ​ສັງຄົມ​ເພື່ອ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ໂຄງການ​ຫາ​ສຽງ​ເລືອກ​ຕັ້ງຍັງ​ໝັ້ນ​ໝາຍວ່າ ກຳປູ​ເຈຍ​ໂດຍ​ພາຍໃຕ້ການ​ນຳພາ​ຂອງພັກ​ປະຊາຊົນ​ກຳປູ​ເຈຍ CPP ຈະ​ສືບ​ຕໍ່​ແກ້​ໄຂ​ບັນຫາ​ຊາຍ​ແດນ​ກັບ​ບັນດາ​ປະ​ເທ​ດບ້ານ​ໃກ້​ເຮືອນ​ຄຽງ​ໂດຍ​ອີງ​ໃສ່​ລັດຖະທຳ​ມະນູນ, ກົດໝາຍ​ແຫ່ງ​ຊາດ ​ແລະ ສາກົ​ນ, ບັນດາ​ກົດ​ບັດ​ສາກົນ ​ແນ​ໃສ່​ຮັບປະກັນ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກຳປູ​ເຈ​ຍ, ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ; ພະຍາຍາມ​ຕໍ່ສູ້​ໂດຍ​ຜ່ານ​ສານຍຸດຕິທຳ​ສາກົນ​ເພື່ອ​ໃຫ້​ສານ​ນີ້​ສືບ​ຕໍ່​ຮັບ​ຮູ້​ອະທິປະ​ໄຕ​ຂອງກຳປູເຈຍທີ່ມີ ຕໍ່ພະວິຫານ Preah Vihear ຄື​ດັ່ງ​ຄຳ​ຕັດສິນ​ເມື່ອ​ປີ 1962. ​ໃນ​ຂະນະ​ນັ້ນ, ຕາມ ໂຄງການ​ຫາ​ສຽງ​ເລືອກ​ຕັ້ງຂອງພັກຝ່າຍ​ຄ້ານ CNRP ຂອງ​ທ່ານ​ຊາມຣາຍຊີ ພວມ​ຢູ່​ພັດ​ຖິ່ນ​ນັ້ນ, ​ຖ​້າຫາກ​ຍາດ​ໄດ້​ໄຊຊະນະ, ພັກ​ນີ້​ຈະ​ສະໜອງ​ເງິນ​ໃຫ້​ຊາວ​ກຳປູ​ເຈຍ​ຜູ້​ທີ່​ມີ​ອາຍຸ​ເກີນ 65 ປີ ຜູ້​ລະ 10 USD/​ເດືອນ, ​ເພີ່ມ​ເງິ​ນ​ເດືອນ​ພື້ນຖານ​ໃຫ້​ຜູ້​ອອກ​ແຮງ​ງານ​ຂຶ້ນ​​ເປັນ 150 USD, ​ເງິ​ນ​ເດືອນ​ຂອງ​ລັດຖະກອນ​ຂຶ້ນ​ເປັນ 250  USD , ຫຼຸດຜ່ອນ​ລາ​ຄານ້ຳມັນ​ເຊື້ອ​ໄຟ, ​ໄຟຟ້າ​ນ້ຳປະປາ ​ແລະ ຝຸ່ນ ກໍ​ຄື​ສະໜອງ​ການ​ບໍລິການ​ການ​ແພດ​ໂດຍ​ບໍ່​​ເກັບ​ເງິນ​ໃຫ້​ແກ່​ຜູ້​ທຸກ​ຍາກ. ສ່ວນພັກ FUNCINPEC ​ໂດຍ​ເຈົ້າ​ຍິງ Norodom Arun Rasmey ຊຶ່ງ​ແມ່ນ​ບຸດ​ຍິງ​ຫຼ້າ​ຂອງ​ ພຣະກະຣຸນາພຣະບາດສົມເດັດພຣະໂນໂຣດົມສີຫານຸ,   ອະດີດພຣະມະຫາ ວິຣະກະສັດ​ແຫ່ງກຳປູ​ເຈຍ ​ເປັນ​ຜູ້ນຳ​ພາ ​ໄດ້​ໝັ້ນ​ໝາຍປົກ​ປັກ​ຮັກສາ​ລະບອບ​ລາຊາທິປະ​ໄຕ, ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຮັກສາ​ສັນຕິພາບ, ​ເອກະ​ພາບ ​ແລະ ​ໄກ່​ເກ່ຍປອງ​ດອງ​ຊາດ.

   ​ເຖິງ​ວ່າ ບັນດາ​ພັກ​ການ​ເມືອງ​ຂົນຂວາຍ​ຫາ​ສຽງ​ເລື​ອກ​ຕັ້ງ ​ແລະ ຈັດ​ຕັ້ງ​ບັນດາ​ເຫ​ດການ​ແກ່​ດຶງ ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ແຕ່​ຕາມ​ບັນດາ​ຜູ້​ສັງ​ເກດ​ການ​ແລ້ວ , ກໍ​ລະ​ນີ ທ່ານ​ ຮຸນ​ແຊນ ພັກ​ປະຊາຊົນ​ກຳປູ​ເຈຍ CPP ກຳ​ອຳນາດ​ຂອງ​ທ່ານ​ຖືກ​ປະລາ​ໄຊ​ແມ່ນ​ບໍ່​ອາດ​ເກີດ​ຂຶ້ນ. ທ່ານ​ ຮຸນ​ແຊນ ​ໄດ້​ກຳ​ອຳນາດ​ຢູ່ກຳ​ປູ​ເຈຍ​ເປັນ​ເວລາ 28 ປີ, ພ້ອມ​ກັບ​ກະສັດ ບຣູ​ໄນ ​ໄດ້​ກາຍ​ເປັນບັນດາ​ຜູ້ນຳທີ່​ກຳ​ອຳນາດ​ເປັນ​ເວລາດົນ​ນານ​ກ່ວາ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບໍ່​ອາດ​ປະຕິ​ເສດ​ໄດ້​ໃນ​ສະ​ໄໝ ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ, ກຳປູ​ເຈຍ​ໄດ້​ຫັນປ່ຽນ​ຈາກ​ປະ​ເທດ​ຖືກ​ສົງຄາມ​ທຳລາຍ ກາຍ​​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຂະ​ແໜງ​ທ່ອງ​ທ່ຽວ​ຢູ່ກຳ​ປູ​ເຈຍ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ພວມ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ທີ່​ສຸດ.  ປີ 2012, ກຳປູ​ເຈຍ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 3,5 ລ້ານ​ເທື່ອຄົນ, ບັນລຸ​ລາຍ​ຮັບ 2,2 ຕື້ USD , ກວມ​ເອົາ 12% GDP ຂອງ​ທັງປະ​ເທດ. ຈາກ​ພື້ນຖານ​ປະຊາ​ທິປະ​ໄຕ​ທີ່​ໜຸ່ມ​ນ້ອຍ​ຊຶ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ເມື່ອ​ປີ 1993 ພາຍຫຼັງ ການ​ເລືອກ​ຕັ້ງ​ໂດຍ ສະຫະ​ປະຊາ​ຊາດ​ເປັນ​ຄົນ​ກາງ, ມີ​ບໍ່​ເທົ່າ​ໃດ​ຄົນ​ເຊື່ອໝັ້ນ​ວ່າ ກຳປູ​ເຈຍ​ໄດ້​ກາຍ​ເປັນ​“ເສືອ​ນ້ອຍ” ຢູ່​ພາກ​ພື້ນ ​ແລະ ສາມາດ​ຮັກສາ​ທ່າ​ເຕີບ​ໂຕ​ເສດຖະກິດ 10% ​ໃນ​ກ່ວາ​ທົດສະ​ວັດ ຈົນ​ເຖິງ​ເວລາ​ເກີດ​ວິ​ກິດ​ການ​ການ​ເງິນ​ປີ 2008. ​ເພາະສະ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​​ໃນ​ຕົວ​ຈິງ​ທີ່​ ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ໄດ້​ນຳ​ມາ​ໃຫ້​ແກ່​ປະ​ເທດ​ຊາດ​ນັ້ນ, ​ແນ່ນອນ​ວ່າ ​ຜູ້​ມີ​ສິດ​ເລືອກ​ຕັ້ງຈະ​ບໍ່​ສ່ຽງ​ໂຊກ, ສ່ຽງ​ໄຊ ​ເພື່ອ​ແລກ​​ສະຖຽນ​ລະ​ພາບ​ການ​ເມືອງ​ໃນ​ປະຈຸ​ບັນ ​ເພື່ອ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ບໍ່​ທັນ​ມີ​ຫຍັງ​ເພື່ອ​ຮັບປະກັນ​ໃນ​ອະນາຄົດ. ພ້ອມ​ກັນ​ນັ້ນ, ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ເລື​ອກຕັ້ງ, ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ໄດ້​ສະ​ເໜີ​ລາດ​ຊະ​ວົງ​ຈົ່ງ​ອະ​ໄພ​ຍະໂທດ​ໃຫ້​ແກ່​ຜູ້ນຳ​ພັກ​ຝ່າຍ​ຄ້ານ ຊາມຣາຍຊີ ຊຶ່ງ​ແມ່ນ​ຜູ້​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ 11 ປີ ​ແລະ ພວມ​ຢູ່​ພັກ​ຖິ່ນ. ການ​ກະທຳ​ນີ້​ຂອງ ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນ ​ໃນ​ສ່ວນ​ໃດ​ສວ່ນໜຶ່ງ​ສາມາດຍາດ​​ແຍ່ງ​ການສະໜັບສະໜູນ​ຈາກ ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ຮູບ​ພາບ​ຜູ້ນຳ​ປະຊາທິປະ​ໄຕ, ສະໜັບສະໜູນ​ລະບົບ​ຫຼາຍ​ພັກ​ແກ່ງ​ແຍ້​ງ.

    ດ້ວຍ​ການ​ສະໜັບສະໜູນ​ຢ່າງ​ຂາດ​ຂັ້ນ​ຈາກ ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ແນ່​ນອນ​ວ່າ ພັກ​ປະຊາຊົນ​ກຳປູ​ເຈຍ CPP ຈະສາມາດຍາດ​ໄດ້​ທີ່​ນັ່ງ​ສ່ວນ​ຫຼາຍ​ທີ່​ສະພາ​ແຫ່ງ​ຊາດ​ໃນ​ການ​ເລືອກ​ຕັ້ງ​ທີ່​ຈະ​ມາ​ເຖິງ​ນີ້. ສິ່ງ​ດັ່ງກ່າວ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ ທ່ານ​ນາຍົກລັດຖະມົນຕີ ຮຸນ​ແຊນຈະ​ສືບ​ຕໍ່​ນຳພາ​ປະ​ເທດ​ກປູ​ເຈຍ ​ເພື່ອ​ນຳ​ປະ​ເທດ​ນີ້ສືບຕໍ່​ພັດທະນາ​ຢ່າງ​ເປັນ​ປົກກະຕິ, ວັດທະນາ​ຖາວອນ, ​ເຊື່ອມ​ໂຍງ​ຢ່າງ​ເຕັມ​ສ່ວນ​ກ່ວາ​ເຂົ້າ​ໃນ​ປະຊາ​ຄົມ​ເສດຖະກິດ​ພາກ​ພື້ນ

ຕອບກັບ

ຂ່າວ/ບົດ​ອື່ນ