ການແກ້ໄຂບັນຫານິວເຄຼຍຂອງອີຣານບໍ່ແມ່ນເລື່ອງງ່າຍດາຍ

(vovworld)-  ​ພາຍ​ລັງ​ຖືກ​ໂຈະ​ໄວ້​ມາ​ເປັນ​ເວລາ​ອັນ​ຍາວ​ນານ, ການ​ເຈລະຈາ​ຄັ້ງທຳ​ອິດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍລະຫວ່າງ​ອີຣານ ​ແລ​ະ ກຸມ P5+1 (ຊື່​ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມໝັ້ນຄົງ ສປຊ ​ແລະ ​ເຢັຍລະ​ມັນ) ນັບ​ແຕ່​ປະທານາທິບໍດີ Hassan Rowhani ​ຮັບ​ດຳລົງ​ຕຳ​ແໜ່​ງ​ເມື່ອ​ເດືອນ​ສິງຫາ ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ວັນ​ທີ 15-16/10 ຢູ່​ເຊີແນວ ປະ​ເທດ​ສະ​ວິດ. ​ເຖິງ​ວ່າ​ ບັນຍາກາດກ່ອນ​ການ​ເຈລະຈາມີ​ລັກສະນະ​ສ້າງສັນ​ກໍ່ຕາມ ​ແຕ່​ຫາງ​ສຽງ​ຍັງ​ຄົງ​ລະມັດລະວັງ​ພໍ​ສົມຄວນ ​ເມື່ອໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ໝາກຜົນ​ລະອຽດຂອງ​ເຫດການ​ນີ້.

ການແກ້ໄຂບັນຫານິວເຄຼຍຂອງອີຣານບໍ່ແມ່ນເລື່ອງງ່າຍດາຍ  - ảnh 1

ອາຄານ​ທີ່​ມີ​ເຕົາ​ປະຕິ​ກອນ​ນິວ​ເຄຼຍຂອງ​ອີຣານ

(ພາບ: AFP)

   ຈຸດ​ປະສົງຂອງ​ອີຣານ ​ເມື່ອ​ເຂົ້າຮ່ວມ​ການ​ເຈລະຈາ​ແມ່ນ​​ປາດ​ຖະໜາ​ວ່າ: ຄຳ​ສັ່ງ​ຂວ້ຳບາດ​ໄດ້​ຮັບ​ການ​ຜ່ອນ​ຄາຍ​ລົງ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ​​ເພື່ອ​ຟື້ນ​ຟູ​ເສດຖະ ກິດ ​ໃນ​ຂະນະ​ທີ່​ຝ່າຍ​ຕາ​ເວັນ​ຕົກ ​ແລະ ອາ​ເມ​ລິ​ກາ ​ພັດ​ຢາກ​ນຳ​ໃຊ້ຄຳ​ສັ່ງ​ຂວ້ຳບາດ​ເພື່ອ​ແກ້​ໄຂ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ຢ່າງ​ເຖິງ​ຖອງ​ເພື່ອ​ແນ​ໃສ່​ຮັບປະກັນ​ຜົນ​ປະ​ໂຫຍ​ດ ​ແລະ ຜົນ​ສະທ້ອນ​ຢູ່​ຕາ​ເວັນ​ອອກ​ກາງ.

   ປະຈຸ​ບັນ, ອີຣານ ມີ​ທາດ​ອູຣານຽມ​ ​ໄດ້​ຮັບ​ການ​ເສີມ​ໃນ​ລະດັບ​ຕ່ຳ ເກືອບ 7000 ກີ​ໂລກຼາມ ​ແລະ ອູຣານຽມ​ໄດ້​ຮັບ​ການ​ເສີມ​ໃນ​ລະດັບ 20% ປະມານ 186 ກີ​ໂລກຼາມ. ອິຣານ ປະກາດ​ວ່າ, ​ເຂົາ​ເຈົ້າຕ້ອງການ​ເສີມ​ທາດ​ອູຣານຽມ​ໃນ​ລະດັບ 20%​ ເພື່ອ​ຮັບ​ໃຊ້​ເຕົາ​ປະຕິ​ກອນນິວ​ເຄຼຍຄົ້ນຄ້ວາ​ການ​ແພດ. ສິ່ງ​ດັ່ງ​ກ່າວ​ກາຍ​ເປັນ​ສາຍ​ເຫດ​ພາ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ ​ແລະ ອິດສະ​ລາ​ແອນ ​ວິຕົກ​ວັງ​ວົນ​ວ່າ: ອີຣານ ອາດ​ຈະ​ດຳ​ເນີນ​ໂຄງການ​ນິວ​ເຄຼຍ ​ເສີມ​ທາດ​ອູຣານຽມ​ໃນ​ລະດັບ​ສູງ​ກ່ວາ​ໂດຍ​ປິດ​ລັບ.

ການແກ້ໄຂບັນຫານິວເຄຼຍຂອງອີຣານບໍ່ແມ່ນເລື່ອງງ່າຍດາຍ  - ảnh 2

ທ່ານ Saeed Jalili ຫົວໜ້າ​ຄະນະ​ເຈລະຈາ​ນິວ​ເຄຼຍຂອງ​ອີຣານ

(ພາບ: Reuters)

   ສະນັ້ນ, ການ​ເຈາລະຈາ​ລະຫວ່າງອີຣານ ​ແລ​ະ ກຸມ P5+1 ຄັ້ງນີ້​ຖືກ​ຖື​ວ່າ ຕ້ອງ​ແກ້​ໄຂ​ສອງ​ບັນຫາ​ສຳຄັນ​ໃຫ້​ໄດ້. ນັ້ນ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຕໍ່ໜ້າ ​ແລະ ມານະ​ພະຍາຍາມ​ມຸ້ງ​ໄປ​ສູ່​ຂໍ້​ຕົກລົງ​ສະບັບ​ສຸດ​ທ້າຍ.

   ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກ່ອນ​ການ​ເຈລະຈາ, ທ່ານ Abbas Araqchi ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ຊີ້​ແຈງ​ວ່າ: ອີຣານ ຈະ​ເຈ​ລະ​ຈາ​ກ່ຽວ​ກັບ​ປະລິມານ, ລະດັບ ​ແລະ ບັນດາ​ມາດ​ຕະການ​ເສີມ​ທາດ​ອູຣານຽມ ​ແຕ່​​ເລື່ອງ​​ຂົນ​ສົ່ງ​ບັນດາ​ວັດຖຸ​ດິບ​ໄດ້ຮັບ​ການ​ເສີມ​ແລ້ວ​ອອກ​ຈາກ​ຜືນ​ແຜ່ນ​ດິນ​ອີຣານ ​ແມ່ນ​ສິ່ງ​ທີ່​ປະ​ເທດ​ສາທາລະນະ​ລັດ​ອິດ​ຊະລາ​ມ​ນີ້​ບໍ່​ຮັບ​ຮູ້​ໄດ້. ສ່ວນ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ: ປະ​ເທດ​ນີ້​ພວມ​ລະມັດລະວັງ​ທີ່​ສຸດ ​ແລະ ​ສັງ​ເກດ​ວິວັດ​ການ​ນິວ​ເຄຼຍຂອງ​ອີຣານ ຢ່າ​ງລະອຽດ. ສສຊ​ ອາ​ເມ​ລິ​ກາ ​ຫຼາຍ​ທ່ານ ​ໄດ້​ປະຕິ​ເສດ​ການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ​ອີຣານ. ບັນດາ​ສະມາຊິກ​ສະພາ​ຕ່ຳ​ອາ​ເມ​ລິ​ກາ, ບ່ອນ​ທີ່​ພັກ​ສາທາລະນະ​ລັດ​ພວມ​ຄວບ​ຄຸມ​ນັ້ນ, ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໃສ​ຕໍ່​ນະ​ໂຍບາຍ​ຂອງ​ລັດຖະບານ​ອີຣານ. ສະພາ​ສູງ​ອາ​ເມ​ລິ​ກາ ຍັງ​ມີ​ສັນຍານ​​ຈະ​ແຈ້ງ​ທີ່​ວ່າ: ຖ້າ​ຫາກ​ວ່າ​ທຳນຽບຂາວ​ບໍ່​ບັນລຸ​ໄດ້​ຄວາມ​ຄຶບໜ້າ​ໃດໆ​ໃນ​ທ້າ​ຍ​ເດືອນ​ຕຸລາ​ນີ້, ​ເຂົາ​ເຈົ້າຈະປຶກ​ສາ​ຫາລື​ຮ່າງ​ກົດໝາຍ​ລົງ​ໂທດ​ສະບັບ​ໃໝ່.

   ​ໃນ​ຂະນະ​ນັ້ນ, ການ​ເຈລະຈາ​ກໍ່​ໄດ້​ຮັບ​ຄວາມ​ກົດ​ດັນຫຼາຍ​ຢ່າງ​ຈາກ​ບັນດາ​ປັດ​ໄຈ​ພາຍ​ນອກ. ທ່ານ​ນາຍົກລັດຖະມົນຕີອິດສະລາ​ແອນ Benjamin Netanyahu ກ່າວ​ເຕືອນ​ວ່າ: ​ເລື່ອງ​ຫລຸດຜ່ອນ​ຄວາມ​ກົດ​ດັນ​​ຕໍ່​ອີຣານ ທີ່ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ​ຈະ​ແມ່ນ​ຄວາມ​ຜິດ​ພາດ. ປະຈຸ​ບັນ​ບໍ່​ແມ່ນ​ຈຸດ​ເວລາ​ເພື່ອ​ປະນີປະນອມ ຫາກ​ຕ້ອງ​ສືບ​ຕໍ່​ກໍ່​ຄວາມ​ກົດດັນກັບ​ອີຣານ. ຕາມ​ທ່ານ Benjamin Netanyahu ​ແລ້ວ, ອີຣານ ສາມາດ​ເສີມ​ທາດ​ອູຣານຽມ​ຢ່າງ​ໄວວາ​ຈາກ 3,5% ຂຶ້ນ 90%, ສະນັ້ນ, ການ​ກຽມພ້ອມ​ຢຸດຕິ​ການ​ເສີມ​ທາດ​ອູຣານຽມ 20% ຈະ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ອີກ. ຄຳ​ກ່າວ​ເຕືອນ​ຢ່າງ​ແຮງຂອງ​ທ່ານ Benjamin Netanyahu ຖືກ​ຖື​ວ່າ ​ແມ່ນ​ສານ​ຝາກ​ເຖິງ​ຝ່າຍ​ຕາ​ເວັນ​ຕົກວ່າ: ​ເຂົ້າ​ເຈົ້າບໍ່​ຄວນ​ຍົກ​ອອກ​ບໍ່​ວ່າການ​ປະນີປະນອມ​ໃດໆ​ທີ່​ມີ​ຕໍ່​ອີຣານ.

  ​ໃນ​ຕະຫຼອດ 4 ປີຜ່ານມາ, ຫາງ​ສຽງ​ໄດ້​ເຫັນ​ປະຈັກ​ຕາ​​ການ​ເຈລະຈາ​ຄັ້ງຕ່າງໆ​​ ລະຫວ່າງ ອີຣານ ​ແລ​ະ ກຸມ P5+1 ກ່ຽວ​ກັບໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງຂອງ​ປະ​ເທດ​ນີ້ ບໍ່​ໄດ້​ຮັບ​ຜົນ. ​ແລະ ​ໃນ​ຄັ້ງນີ້, ການ​ເຈລະຈາລະຫວ່າງ​ຝ່າຍ​ຕ່າງໆ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ ຕ້ອງ​ຮັບ​ຄວາມ​ກົດ​ດັນ​ບໍ່​ແມ່ນ​ໜ້ອຍ. ​​ເພື່ອ​ຫລີກ​ເວັ້ນການ​ປະລາ​ໄຊ​ອີກ​ເທື່ອ​ໜຶ່ງ, ຝ່າ​ຍ ຕ່າງໆ​ຕ້ອງ​ພ້ອມ​ກັນ​ປະນີປະນອມ ​ແລະ ມີ​​ເຈດ​ຕະນາ​ດີ​ກ່ວາ​ອີກ ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ