ການແຂ່ງຂັນເລືອກຕັ້ງທີ່ພວມຮ້ອນເຮັ່ງຢູ່ອັງກິດ

ວັນ​ທີ 7/5, ປະ​ເທດ​ອັງ​ກິດ​ຈະ​ກ້າວ​ເຂົ້​າ​ສູ່ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ໄລ​ຍະ 5 ປີ​ມານີ້. ດ້ວຍການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ນີ້, ປະ​ເທດ​ອັງ​ກິດ​ຈະ​ເລືອກ​ເອົາ​ຄະ​ນະ​ລັດ​ຖະ​ບານ​ໃໝ່​ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ເພື່ອ​ສ້າງ​ເສັ້ນ​ທາງ​ພັດ​ທະ​ນາ​ໃນ​ເກືອບ​ທົດ​ສະ​ວັດ​ຕໍ່​ໄປ. ໃນ​ຈຸດ​ເວ​ລານີ້, ການ​ແຂ່ງ​ຂັນ​ລະ​ຫວ່າງ​ບັນ​ດາ​ພັກ​ຝ່າຍ​ພວມ​ຮ້ອນ​ເຮັ່ງ​ທີ່​ສຸດ ແລະ ນັບ​ມື້​ນັບ​ຍາກ​ທີ່​ສາ​ມາດ​ຄາດ​ຄະ​ເນ​ໄດ້ ຂະ​ນະ​ທີ່​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ ລ້ວນ​ແຕ່​ໃຫ້​ເຫັນ​ວ່າ ອັດ​ຕາ​ສ່ວນ​ຜູ້​ສະ​ໜັບ​ສະ​ໜູນ​ລະ​ຫວ່າງ 2 ພັກ​ການ​ເມືອງ​ໃຫຍ່ ແມ່ນ​ເກືອບຄື​ເທົ່າກັນ.

ການແຂ່ງຂັນເລືອກຕັ້ງທີ່ພວມຮ້ອນເຮັ່ງຢູ່ອັງກິດ - ảnh 1
ທ່ານ David Cameron ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ແລະ ​ຜູ້​ນຳພັກ​ແຮງ​ງານ​ Ed MiliBand

    ກໍ​ເຊັ່ນ​ດຽວ​ກັນ​ກັບການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນນີ້ 5 ປີ, ຮູບ​ແບບ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດນັ້ນ, ຄາດ​ວ່າ​ຈະ​ສືບ​ຕໍ່​ດຳ​ເນີນ​ໃນ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ຄັ້ງ​ນີ້. ເພາະ​ໃນ​ປະ​ຈຸ​ບັນ, ທັງ​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ທ່ານ David Cameron ແລະ ພັກ​ແຮງ​ງານ​ຝ່າຍ​ຄ້ານ​ຂອງ​ຜູ້​ນຳ Ed MiliBand ກໍ​ລ້ວນ​ແຕ່​ຖືກ​ຄາດ​ຄະ​ເນວ​່າ ຍາກ​ທີ່​ຈະ​ສາ​ມາດ​ຍາດ​ໄດ້​ຈຳ​ນວນ​ທີ່​ນັ່ງ​ເກີນ​ເຄິ່ງໜຶ່ງ​ໃນ​ສະ​ພາ​ຕ່ຳເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ.

      ການ​ແຂ່ງ​ຂັນ​ໃນການ​ເລືອກ​ຕັ້ງ​​ລະ​ຫວ່າງ 2 ພັ​ກ.

  ທີ່​ຈິງ​ແລ້ວ, ການ​ເລືອກ​ຕັ້ງ​ຢູ່​ອັງ​ກິດ​ຄັ້ງ​ນີ້ ແມ່ນ​ການ​ແຂ່ງ​ຂັນ​ລະ​ຫວ່າງ 2 ພັກ​ການ​ເມືອງ​ໃຫຍ່ໃນ​ເວ​ທີ​ການ​ເມືອງ​ອັງ​ກິດ, ນັ້ນ​ແມ່ນ ພັກ​ນິ​ຍົມ​ຮັກ​ສາ​ເດີມ ແລະ ພັກ​ແຮງ​ງານ​ຝ່າຍ​ຄ້ານ. ດ້ວຍ​ຈຸດ​ສຸມ​ຂອງ​ການ​ຫາ​ສຽງ​ເລືອກ​ຕັ້ງ​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ, ທັງ 2 ພັກ​ພວມ​ ​ຂຸ້ນຂ້ຽວຊອກ​ຫາການ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ປະ​ເທດນີ້.

    ບັນ​ດາ​ການ​ຢັ່ງ​ຫາງສຽງ​ເມື່ອມໍ່ໆ​ມານີ້ ໃຫ້​ເຫັນ​ວ່າ : ບໍ່​ມີ​ຄວາມ​ຜິດ​ດ່ຽງ​ກັນຫຼາຍ ແລະ 2 ພັກ​ພວມ​ໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜູນ​ຫວຸດ​​ຫວິດ​ກັນ​ໃນ​ການ​ແຂ່ງ​ຂັນ. ຕາມ​ຜົນ​ຂອງການ​ຢັ່ງ​ຫາງສຽງ​ເມື່ອມໍ່ໆ​ມານີ້ ຂອງອົງ​ການ Opinium ແລ້ວ, ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ທ່ານ David Cameron ບັນ​ລຸ 36%, ໃນ​ຂະ​ນະ​ທີ່​ອັດ​ຕາ​ການ​ສະ​ໜັບ​ສະ​ໜູນພັກ​ແຮງ​ງານ​ຝ່າຍ​ຄ້ານ​ຂອງ​ຜູ້​ນຳ Ed MiliBand ແມ່ນ 32%. ແຕ່​ໃນ ການ​ຢັ່ງ​ຫາງສຽງ​ອື່ນ​ໂດຍ​ອົງ​ການ You Gov ປະ​ຕິ​ບັດ ພັດ​ໃຫ້​ເຫັນ​ວ່າ :  ພັກ​ແຮງ​ງານ​ພວມ​ນຳ​ໜ້າ​ດ້ວຍ​ອັດ​ຕາ​ການ​ສະ​ໜັບ​ສະ​ໜູນ​ແມ່ນ 36% ສູງກວ່າ 3 ຄະ​ແນນ​ເມື່ອ​ທຽບ​ໃສ່ພັກ​ນິ​ຍົມ​ຮັກ​ສາ​ເດີມ. ດ້ວຍ​ການ​ຍາດ​ຄະ​ແນນ​ຢ່າງ​ຫວຸດ​ຫວິດນີ້, ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ພັກ​ນິ​ຍົມ​ຮັກ​ສາ​ເດີມ ແລະ ພັກ​ແຮງ​ງານພວມ​ເທົ່າ​ທຽມ​ກັນ ແລະ 2 ພັກ​ພວມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຍາດ​ເອົາ​ການ​ສະ​ໜັບ​ສະ​ໜູນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ໂຄງ​ການ​ເຄື່​ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ ພັກ​ແຮງ​ງານ​ຝ່າຍ​ຄ້ານ​ຂອງ​ຜູ້​ນຳ Ed MiliBand ໄດ້​ເລັ່ງ​ໃສ່​ການ​ເພີ່ມ​ເງິນ​ເດືອນ​ພື້ນ​ຖານ, ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້ອ​ອອກ​ແຮງ​ງານ…ໃນ​ຂະ​ນະ​ນັ້ນ, ໂຄງ​ການ​ເຄື່​ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ຂອງພັກ​ນິ​ຍົມ​ຮັກ​ສາ​ເດີມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ທ່ານ David Cameron ແມ່ນ​ໃຫ້​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ແກ່​ການ​ແກ້​ໄຂ​ການ​ຂາດ​ດຸນ​ງົບ​ປະ​ມານ ແລະ ກ້າວ​ໄປ​ເຖິງ​ມີວ​ສ່ວນ​ເກີນ​ງົ​ບ​ປະ​ມານ. ນອກ​ຈາກນັ້ນ ກໍ​ເອົາ​ໃຈ​ໃສ່​ເຖິງ​ການກໍ່​ສ້າງ​ເຮືອນ​ຢູ່, ເປີດໂຮງຮຽນ​ໂດຍບໍ່​ເກັບ​ຄ່າ​ຮຽນ, ຍົກ​ເວັ້ນ​ອາ​ກອນ​ລາຍ​ຮັບ​ສຳ​ລັບ​ຜູ້​ຮັບ​ເງິນ​ເດືອນ​ພື້ນ​ຖານ…

     ໝາກ​ຜົນ​ທີ່​ຍາກ​ຈະ​ຄາດ​ຄະ​ເນ​ໄດ້.

     ມາ​ຮອດປະ​ຈຸ​ບັນ, ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ ພັກ​ນິ​ຍົມ​ຮັກ​ສາ​ເດີມ ແລະ ພັກ​ແຮງ​ງານ​ຝ່າຍ​ຄ້ານແມ່ນບໍ່​ເທົ່າໃດ. ເຖິງວ່າ ສະ​ພາບ​ການ​ເສດ​ຖະ​ກິດ​ທີ່​ດີ​ຂອງ​ອັງ​ກິດ​ໃນ​ທ່າມ​ກາງ​ສະ​ພາບ​ເສດ​ຖະ​ກິດ​ທີ່​ອຶດ​ອາດ​ຊັກ​ຊ້າ​ຂອງ​ພາກ​ພື້ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແມ່ນ​ທ່າ​ໄດ້​ປຽບ​ທີ່​ສຳ​ຄັນ​ເພື່ອ​ໃຫ້ ​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ພວມ​ກຳ​ອຳ​ນາດ ທ່ານ David Cameron ຍາດ​ໄດ້​ທ່າ​ດີ​ໃນ​ການ​ແຂ່ງ​ຂັນ​ນີ້​ກໍ​ຕາມ, ແຕ່ລັດ​ຖະ​ບານ ແລະ ພັກ​ນິ​ຍົມ​ຮັກ​ສາ​ເດີມກຳ​ອຳ​ນາດ ກໍ​ໄດ້​ຖືກ​ຕຳ​ໜິ​ຕິ​ຕຽນ​ບໍ່​ໜ້ອຍ​ຈາກ​ບັນ​ດາ​ພັກ​ຝ່າຍ​ຄ້ານ, ເພາະ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຍັງ​ບໍ່​ສາ​ມາດ​ຊ່ວຍ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ຊາວ​ອັງ​ກິດ​ດີ​ຂຶ້ນ. ໃນ​ຂະ​ນະ​ນັ້ນ, ໂຄງ​ການ​ເຄື່​ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ ພັກ​ແຮງ​ງານ​ໄດ້​ເຮັດ​ໃຫ້ຫຼາຍ​ຄົນ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ສາ​ມາດ​ແກ້​ໄຂວິ​ກິດ​ການ​ໂດຍບໍ່​ຕ້ອງ​ການ​ກູ້​ຢືມ​ເງິນ​ຄື​ເມື່ອ​ກ່ອນນີ້.

    ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ : ບໍ່​ວ່າ​ພັກ​ໃດ​ກາຍເປັນ​ພັກ​ໃຫຍ່​ພາຍຫຼັງ ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 7/5 ນັ້ນ, ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເພື່ອ​ສ້າງ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ໃໝ່ ກໍ​ຈະ​ຖືກ​ດຳ​ເນີນ​ເພາະ ບໍ່​ມີ​ພັກ​ໃດ​ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​ເພື່ອ​ເປັນ​ເອ​ກະ​ລາດ​ໃນ​ການສ້າງຕັ້ງ​ລັດ​ຖະ​ບານ. ແຕ່​ແນ່ນອນ​ວ່າ ຈະ​ມີ​ບາດ​ກ້າວ​ຫັນ​ປ່ຽນ​ດ້ານ​ການ​ເມືອງ​ທີ່​ສຳ​ຄັນ​ຢູ່​ອັງ​ກິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ​ຖະ​ບານ​ໃໝ່​ຕ້ອງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ, ສ້າງ​ເສັ້ນ​ທາງ​ພັດ​ທະ​ນາ​ໃໝ່​ໃຫ້​ປະ​ເທດ​ຊາດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ