ການໂຕ້ວາທີໂດຍກົງ, ຈຸດເວລາຕັດສິນບັດເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ

(vovworld) - ການ​ຊ່ວງ​ເສັງ​ເຂົ້າ​ທຳນຽບຂາວ ພວມ​ກ້າວ​ເຂົ້າ​ສູ່​​ໄລຍະ​ຕັດສິນ​ເມື່ອ​ຜູ້​ສະໝັກ​ຮັບ​ເລ​ືອກຕັ້ງ​ເປັນ​ປະທານາທິບໍດີ 2 ທ່ານ​ນັ້ນ​ແມ່ນ​ທ່ານ​ນາງ​ Hilary Clinton ​ແລະ ​ເສດ​ຖີ​ເງິນ​ຕື້ Donald Trump ຈະ​ເລີ່​ມມີ​ການໂຕ້​ວາທີໂດຍ​ກົງ​ຄັ້ງ​ທຳ​ອິດ​ທາງ​ໂທລະພາບ​ໃນ​ວັນ​ທີ 27/9. ບັນດາ​ການໂຕ້​ວາທີນີ້​ມີ​ຄວາມ​ໝາຍ​ສຳຄັນ, ອາດ​ສາມາດ​ສ້າງ​ບັນດາ​ການ​ປ່ຽນ​ແປງ​ທີ່​ມີ​ລັກສະນະ​​ເປັນບາດ​ລ້ຽວກ່ຽວ​ກັບ​ອັດຕາ​ສະໜັບສະໜູນ ຂອງຜູ້​ມີສິດ​ເລືອກ​ຕັ້ງ​ ສຳລັບ​ຜູ​້​ສະໝັກ​ຮັບ​ເລືອກ​ຕັ້ງທັງ 2 ທ່ານ, ຜ່ານ​ນັ້ນ ສາມາດ​ຕັດສິນ​​ຜູ້​ໃດ​ຈະ​ກາຍ​ເປັນ​ການ​ນຳ​ຜູ້​ຕໍ່​ໄປ​ຂອງ​ທຳນຽບຂາວ. ບົດ​ຂຽນ “ການໂຕ້​ວາທີໂດຍ​ກົງ, ຈຸດ​ເວລາ​ຕັດສິນ​​ບັດ​ເລືອກ​ຕັ້ງ​ໃນ​ການ​ເລ​ືອກຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ” ຂອງ​ນັກ​ຂ່າວ​ ​ແອ໋ງຮ່ວຽນ.

ການໂຕ້ວາທີໂດຍກົງ, ຈຸດເວລາຕັດສິນບັດເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ - ảnh 1
ຜູ້ສະໝັກຮັບເລືອກຕັ້ງ 2 ທ່ານຈັບມືກັນກ່ອນທີ່ເຂົ້າການໂຕ້ວາທີ

    ຍັງ​ມີ​ເວລາ​ພຽງ​​ 1,5 ​ເດືອນ​ອີກ​ແມ່ນ​ຈະຮອດ​ເຫດການ​ເລືອກ​ຕັ້ງ​ປະທານາທິບໍດີ. ນັບ​ແຕ່​ເວລາ​ນີ້, ຜູ​້​ສະໝັກ​ຮັບ​ເລືອກ​ຕັ້ງ​ Hilary Clinton ​ແລະ ທ່ານ Donald Trump ພວມ​ຍາດ​ແຍ່ງ​ເວລາ​​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ບັນດາ​ລາຍການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ, ​ດຶງ​ດູດ​ການ​ສະໜັບ​ສະ​ໜູນ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        ຕາມ​​​ແຜນການ​ແລ​້ວ, ຜູ​້​ສະໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກ​ປະຊາທິປະ​ໄຕ ອາ​ເມ​ລິ​ກາ ທ່ານ​ນາງ Hilary Clinton ​ແລະ ຜູ​້ສະໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກສາ​ທາ​ລະນະ​ລັດ Donald Trump ຈະ​ຕ້ອງ​ຜ່ານ​ການໂຕ້​ວາທີ​ເປັນ 3 ຄັ້ງ​ແຕ່​ນີ້​ຮອດ​ວັນ​ທີ 8/11 ຈະ​ມາ​ເຖິງ. ການໂຕ້​ວາທີທັງ 3 ນີ້​ລ້ວນ​ແຕ່​ໄດ້​ຖ່າຍ​ທອ​ດສົດ​ໃນ​ຊ່ອງ​ໂທລະພາບ​ໃຫຍ່​ຂອງ ອາ​ເມ​ລິ​ກາ ​ແລະ ການໂຕ້​ວາທີຄັ້ງ​ທຳ​ອິດ​ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 27/9 ຢູ່ມະຫາວິທະຍາ​ໄລ Hofstra, ນະຄອນຫຼວງ ນິວຢອກ.

ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດຈາກ​ຫາງ​ສຽງ​

        ການ​ໂຕ້​ວາທີ​ໂດຍ​ກົງ​ລະຫວ່າງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ສອງ​ທ່ານ ທາງ​ໂທລະພາບ ​ໄດ້​ກາຍ​ເປັນ​ເຫດການທຳນຽມ​ທີ່​ເຄີຍ​ມີ​ມານັບ​ແຕ່​ປີ 1960. ການ​ໂຕ້​ວາທີ​ໂດຍ​ກົງ​ຄື​ດັ່ງກ່າວ ຍາມ​ໃດ​ກໍ່​ດຶງ​ດູດ​ຄວາມ​ສົນ​ໃຈພິ​ເສດຈາກ​ຫາງ​ສຽງ ອາ​ເມ​ລິ​ກາ. ການ​ໂຕ້​ວາທີ​ໂດຍ​ກົງ​ຄັ້ງ​ທຳ​ອິດ​ລະຫວ່າງ​ທ່ານ D. Trumph ​ແລະ ທ່ານ​ນາງ H.Clinton ​ໄດ້​ດຶງ​ດູດ​ຜູ້​ຊົມ​ໃນ​ລະດັບ​ສະຖິຕິ, ​ແມ່ນ​ຂຶ້ນ​ເຖິງປະມານ 100 ລ້ານ​ຄົນ, ໝາຍ​ຄວາມ​ວ່າ​ແມ່ນ​ເກືອບ 1/3 ຈຳນວນ​ພົນລະ​ເມືອງ ອາ​ເມ​ລິ​ກາ.

        ​ໃນ​ຮອບ​ເວລາ​ໂຕ້​ວາທີ 90 ນາທີ, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ແຕ່ລະ​ທ່ານ​ຈະ​​ແນ​ະນຳ​ທັດສະນະ ກໍ່​ຄື​ຍົກ​ອອກ​ບັນດາຂໍ້​ອ້າງ​ອີງ​ເພື່ອ​ແນ​ໃສ່​ຄັດຄ້ານ​ຫຼັກ​ໝັ້ນ​ຂອງ​ຄູ່​ແຂ່ງ​ໃນ 6 ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຫົວ​ຂໍ້​ຂອງ ການ​ໂຕ້​ວາທີ. ສຳລັບ​ແຕ່​ລະ​ຫົວ​ຂໍ້, ​ໂຄສົກ​ຈະ​ຕັ້ງ​ຄຳ​ຖາມ ​ແລະ ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ມີ​ຄຳ​ຕອບ​ໃນ​ເວລາ 2 ນາທີ. ສາມ​ຫົວ​ຂໍ້​ຂອງ ການ​ໂຕ້​ວາທີ​ທຳ​ອິດ​ໃນ​ການ​ເລືອກ​ຕັ້ງ​ປີ​ນີ້​ ແມ່ນ​ທິດ​ທາງ​ໃນ​ອະນາຄົດ​ຂອງ​ປະ​ເທດ ອາ​ເມ​ລິ​ກາ, ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະ​ເທດ​ມີ​ຄວາມ​ວັດທະນາ​ຖາວອນ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ເທດ. ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຫົວ​ຂໍ້​ນີ້​, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສອງ​ທ່ານ​ລ້ວນ​ແຕ່ໄດ້​ຮັບ​ຈາກ​ປະທານ​ຂອງ ການ​ໂຕ້​ວາທີ​ກ່ອນ​ນັ້ນ 1 ສັບປະດາ​ແລ້ວ, ​ເພື່ອ​ໃຫ້​ທັງ​ສອງ​ທ່ານ​ມີ​ເວລາ​ກະກຽມ ​ແລະ ຄົ້ນ​ຄ້ວາ​ບັນດາຈຸດ​ດີ, ຈຸດ​ອ່ອນ​ຂອງ​ຄູ່​ແຂງ.

ການໂຕ້ວາທີໂດຍກົງ, ຈຸດເວລາຕັດສິນບັດເລືອກຕັ້ງໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ - ảnh 2
ເລີ່ມດຳເນີນການໂຕ້ວາທີທີ່ໄດ້ຖ່າຍທອດສົດທາງໂທລະພາບ
(ພາບ: AFP)

ການ​ຊ່ວງ​ເສັງ​ທີ່​ຂ້ຽວຂາດ​ລະຫວ່າງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ສອງ​ທ່ານ

ພາຍຫຼັງ ໂຕ້ວາທີເປັນເວລາ 90 ນາທີຢູ່ມະຫາວິທະຍາໄລ Hofstra ທີ່  Hempstead, ນະຄອນ ນິວຢອກ, ຜູ​້​ສະໝັກ​ຮັບ​ເລືອກ​ຕັ້ງ​  ສອງທ່ານແມ່ນ ທ່ານນາງ Hilary Clinton ​ແລະ ທ່ານ Donald Trump ໄດ້ສິ້ນສຸດການໂຕ້ວາທີໂດຍກົງທຳອິດ. ທັງສອງທ່ານໄດ້ໝູນໃຊ້ເວທີປາໄສນີ້ເພື່ອຄັດຄ້ານບັນດາທັດສະນະ, ນະໂຍບາຍຂອງກັນ ແລະ ທ່ານນາງ Hilary Clinton ໄດ້ຮັບການຕີລາຄາວ່າ ໄດ້ສ້າງຄວາມປະທັບໃຈຫຼາຍກວ່າໃນການໂຕ້ວາທີນີ້. ຕາມຜົນແຫ່ງການຢັ່ງຫາງສຽງທາງອິນເຕີແນດ, ທ່ານນາງ
Hilary Clinton  ໄດ້ຮັບການຕີລາຄາວ່າ ສາມາດສ້າງຄວາມປະທັບໃຈກວ່າ ດ້ວຍຈຳນວນບັດສະໜັບສະໜູນແມ່ນ 54% , ໃນຂະນະນັ້ນ, ທ່ານ Donald Trump ໄດ້ຮັບບັດສະໜັບສະໜູນພຽງ 45% ເທົ່ານັ້ນ, ​ເຖິງ​ວ່າ​ພວມ​ນຳ​ໜ້າ​ຄູ່​ແຂ່ງ​ໃນ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ​ເກືອບ​ທັງ​ໝົດ​​ແລ້ວ​ກໍ່ຕາມ, ​ແຕ່​ທ່ານ​ນາງ Clinton ຍັງ​ສະ​ແດງ​ຄວາມ​ລະມັດລະວັງ​ທີ່​ສຸດ​ຢູ່. ກ່ອນ​ນີ້​ສອງ​ສາມ​ສັບປະດາ, ໜ່ວຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ແຕ່ງ​ຕັ້ງ​ທີ່​ປຶກສາ​ທີ່​ມີ​ປະສົບ​ການ 2 ທ່ານ ​ແມ່ນ Ron Klain ​ແລະ Karen Dunn ຮັບ​ຜິດ​ຊອບ​ດ້ານ​ເນື້ອ​ໃນ​ບັນດາ​ບົດກ່າວ​ປາ​ໄສ. ຄຽງ​ຂ້າງ​​ໄຈ້​ແຍກ ບັນດາ​ຂໍ້​ສະ​ເໜີ​ນະ​ໂຍບາຍ​ຂອງ​ທ່ານ Trumph ​ແລ້ວ, ທ່ານ​ນາງ​ກໍ່​ຄົ້ນ​ຄ້ວາ​ບັນດາ video ຂົນຂວາຍ​ຫາສຽງ​ເລືອກ​ຕັ້ງ​ຂອງ​ເສດຖີ​ເງິນ​ຕື້​ນີ້ ​ເພື່ອ​ຊອກ​ຫາ​ຈຸດ​ອ່ອນ​ຂອງ​ຄູ່​ແຂ່ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເຖິງ​ວ່າ​ມີ​ປະສົບ​ການ​​​​ໃນ​ການເຄື່ອນ​ໄຫວ​​ບົນ​ເວທີການ​ເມືອງອາ​ເມ​ລິ​ກາຫຼາຍ​ແລ້ວ​ກໍ່ຕາມ, ​ແຕ່​ທ່ານ​ນາງ Clinton ຍັງ​ຕ້ອງ​ມີ​ຄວາມລະມັດລະວັງ​ທີ່​ສຸດ​ຕໍ່​ຄວາມ​ສາມາດ​ປາຖະກະຖາ ​ແລະ ດຶງ​ດູດ​ຜູ້​ຊົມ​ຂອງ​ທ່ານ Trumph, ​ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ຄວາມ​ລຶ້ງ​ເຄີຍ​ໃນ​ບັນດາ​ລາຍການ​ໂທລະພາບ​ນີ້.

        ​ໃນ​ຂະນະ​ນັ້ນ, ​ເສດ​ຖີເງິນຕື້ອະ​ສັງ​ຫະລິ​ມະ​ຊັບ Trump ພວມ​ກຳ​ແໜ້ນ​ບັນດາ​ “ປັດ​ໄຈ” ຊ່ວຍ​ໃຫ້​ທ່ານ​ຍາດ​ໄດ້​ທ່າ​ແຮງ​ຕໍ່​ຄູ່​ແຂ່ງ​ໃນ​ບັນດາ​ການ​ໂຕ້​ວາທີ​ຈະ​ມາ​ເຖິງ. ພົ້ນ​ເດັ່ນ​ໃນ​ນັ້ນ​ແມ່ນ​ທ່ານ ອະ​ດິດຜູ້ອຳນວຍການ​ຊ່ອງ​ໂທລະພາບ Fox News Roger Ailes, ຜູ້​ສາມາດ​ໜູນ​ຊ່ວຍ​ໃຫ້​ທ່ານ Trump ດ້ານ​ທັກ​ສະ ​ແລະ ຍຸດ​​ໂທ​ບາຍ​​ໃນ​ການ​ໂຕ້​ວາທີ. ການ​ຂາດ​ປະສົບການ​ໃນ​ເວທີ​ການ​ເມືອງ​ຂອງ​ທ່ານ Trump ອາດ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ພົນ​ຕີ​ຜູ້​​ກິນ​ເບ້ຍ​ບຳນານ Mike Flynn, ຜູ້​ເຄີຍ​ດຳລົງ​ຕຳ​ແໜ່​ງຫົວໜ້າ​ກົມ​ສືບ​ຂ່າວ​ການ​ທະຫານ (ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ) ​ໃນ​ໄລຍະ 2012 – 2014.

ຜູ້​ມີ​ສິດ​ເລ​ືອກຕັ້ງ​ອ​າ​ເມ​ລິ​ກາ​ລໍຄອຍ​ສິ່ງ​ໃດ​ແດ່?

ການ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ ປີ​ນີ້​ໄດ້​ດຳ​ເນີນ​ໄປ​ໃນ​ຈຸ​ດ​ເວ​ລາ​ປະຊາຊົນ ອາ​ເມ​ລິ​ກາ ສ່ວນ​ຫຼາຍ ບໍ່​ພໍ​ໃຈ​ຕໍ່​ພື້ນຖານ​ເສດຖະກິດ, ​ເຖິງ​ວ່າ​ອັດຕາ​ຜູ້​ຫວ່າງ​ງານ​​ໄດ້​ຫລຸດ​ລົງ ​ແຕ່​ສະພາບພື້ນຖານ​ເສດຖະກິດ ອາ​ເມ​ລິ​ກາ ​ເວົ້າ​ລວມຍັງ​​ເຮັດ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ວິຕົກ​ວັງ​ວົນ. ດັ່ງ​ນັ້ນ, ບັນດາ​ນະ​ໂຍບາຍ​ລະອຽດ​ເພື່ອ​ຟື້ນ​ຟູ​ປະ​ເທດ ອາ​ເມ​ລິກາ ​ແລະ ການ​ກຳ​ນົດ​ຍຸດ​ທະ​ສາດ​​ໃຫ້​ແກ່​ອະນາຄົດ​ແມ່ນ​ບັນ​ຫາ​ທີ່​ປະຊາຊົນ​ປະ​ເທດ​ນີ້​ຢາກ​ໄດ້​ຮັບ​ຟັງ. ​ເຮັດ​ແນວ​ໃດ​ເພື່ອ​ເພີ່ມ​​ເງິນ​ເດືອນ​ພື້ນຖານ, ພັດທະນາ​ການ​ສຶກສາ ​ແລະ ລະບົບ​ສາທາລະນະ​ສຸກ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ​ແນ່ນອນ​ວ່ານັ້ນ​ຈະ​ແມ່ນ​ບັນດາ​ຫົວ​ຂໍ້​ທ​ີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ເລື່ອງ​ສຸມ​ໃສ່​ຂຸດ​ຄົ້ນ​ບັນດາ​ນະ​ໂຍບາຍ​ທີ່​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ ອາ​ເມ​ລິ​ກາ ​ເອງ​ ຈະ​ແມ່ນ​ຄະ​ແນນ​ບວກ​ຂອງ​​ຜູ້​​ສະໝັກ​ຮັບ​ເລືອກ​ຕັ້ງ​ແຕ່​ລະ​ທ່ານໃນ​ໄລຍະ​ຊ່ວງ​ເສັງ​ສຸດ​ທ​້າຍນີ້​ເພື່ອ​ກາຍ​ເປັນ​ຜູ້ນຳ​ທຳ​ນຽບຂາວ ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ