ການໄປປະຕິບັດງານທີ່ມີສິ່ງທ້າທາຍຫຼາຍຢ່າງ

(vovworld)-  ພາຍຫຼັງ​ການ​ໄປ​ປະຕິບັດ​ງານຢູ່ 3 ປະ​ເທດ​ເອີ​ລົບ, ວັນ​ທີ 28/3, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອາຣາບີ ຊາ​ອູ​ດີ ຊື່​ງ​ແມ່ນ​ປະ​ເທດ​ອິດ​ຊະລາ​ມທີ່​ມີ​ການ​ພົວພັນທາງ​ການ​ທູດ​ເປັນ​ເວລາ 70 ປີ​ກັບ​ອາ​ເມ​ລິ​ກາ. ​ໃນ​ການ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງ​ເປັນຄັ້ງທີ 2 ນັບ​ແຕ່​ປີ 2009, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປາດ​ຖະໜາ​ຢາກ​ປັບປຸງສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ກ່ວາ​ເກົ່າ. ​ແຕ່​ເພື່ອ​ບັນລຸ​ໄດ້​ຈຸດປະສົງ​ດັ່ງ​ກ່າວ, ທ່ານ​ເຈົ້າຂອງ​ທຳນຽບຂາວ​ຕ້ອງ​ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ.

​  ໃນ​ການຢ້ຽມຢາມ​ພັນທະ​ມິດ​​ມາ​ແຕ່​ດົນ​ນານ​ອາຣາບີ ຊາ​ອູ​ດີ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ສຸມ​ໃສ່​ປຶກສາ​ຫາລືບັນດາ​ບັນຫາ​ຄວາມ​ສະຫງົບ​ໃນ​ພາກ​ພື້ນ, ​ໃນ​ນັ້ນມີ​ເສິກ​ກາງ​ເມືອງ​ຊີຣີ ​ແລະ ການ​ເຈລະຈາ​ສາກົນ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຍັງ​ຈະພົບ​ປະ​ກັບ​ບັນດາ​ການ​ນຳ​ສະພາ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ (GCC) ທີ່ສຳນັກງານ​ຂອງ​ອົງການ​ນີ້​ຢູ່ Riyadh.

ການໄປປະຕິບັດງານທີ່ມີສິ່ງທ້າທາຍຫຼາຍຢ່າງ - ảnh 1

ທ່ານ Bandar bin Sultan

ຜູ້ນຳ​ຫນ້າ​ອົງການ​ສືບ​ລາຊະການ​ລັບ ອາຣາບີ ຊາ​ອູ​ດີ

(ພາບ: Reuters)

​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ

  ກ່ອນ​ການ​ຢ້ຽມຢາມ, ທ່ານ Jay Carney ​ໂຄສົກ​ທຳນຽບຂາວ​ຢືນຢັນ​ວ່າ,  ອາຣາບີ ຊາ​ອູ​ດີ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສະໜິດສະໜົມ​ຂອງ​ອາ​ເມ​ລິ​ກາ. ​ເຖິງ​ວ່າ​ສອງ​ປະ​ເທດຍັງ​ມີ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກໍ່ຕາມ ​ແຕ່​ສິ່ງ​ດັ່ງກ່າວ​ກໍ່ບໍ່​ສາມາດ​ປ່ຽນ​ແປງ​​ສາຍ​ພົວພັນ​ທີ່​ສຳຄັນ ​ແລະ ສະໜິດສະໜົມ​ລະຫວ່າງ​ສອງ​ຝ່າຍໄດ້. ​ ຄຳ​ເຫັນຂອງ​ໂຄສົກ​ທຳນຽບຂາວ​ແມ່ນ​ເພື່ອສ້າງ​ຄວາມ​ອຸ່ນ​ອຽນ​ໃຈ​ໃຫ້​ແກ່​ຫາງ​ສຽງ ​​ແຕ່​ຄວາມ​ຈິງ​ແລ້ວ, ໃນ 2,3 ປີ ມາ​ນີ້, ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-​ ອາຣາບີ ຊາ​ອູ​ດີ ​ໄດ້​ຊົ່ວ​ຮ້າຍ​ລົງ​ໃນ​ປະຫວັດສາດ​ 70 ປີ ແຫ່ງ​ການ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ​.

  ການ​ພົວພັນ​ແບບ​ພັນທະ​ມິດ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ ອາ​ເມ​ລິ​ກາ-​ ອາຣາບີ ຊາ​ອູ​ດີ ນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ​ນັບ​ແຕ່​ຕົ້ນປີ 2011 ​ເຊິ່ງກ່ຽວຂ້ອງ​ເຖິງ​ບັນດາ​ຄວາມ​ຂາດ​ສະຖຽນ​ລະ​ພາບຢູ່​ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກກາ​ເໜືອ ຊື່​ງສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ເລື່ອງ​ຍາມ​ໃດ ອາຣາບີ ຊາ​ອູ​ດີ ກໍ່​ວິຕົກ​ກັງວົນ​ຕໍ່​ວິທີ​ແກ້​ໄຂ​ຂອງ​ອ​ຳນາດ​ການປົກຄອ​ງ ອາ​ເມ​ລິ​ກາ ຕໍ່​ບັນດາ​ບັນຫາ​ສະດຸ້ງ​ໄວ​ຂອງ​ພາກ​ພື້ນ​ຄື: ອີຣານ, ຊີຣີ, ອີ​ຢີບ…

   ສະນັ້ນ,​ ວົງການ​ນັກ​ສັງ​ເກດ​ການ​ຖື​ວ່າ: ​ໃນການ​ຢ້ຽມຢາມ​ຂອງ ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ອາຣາບີ ຊາ​ອູ​ດີ ອາດ​ຈະ​ສືບ​ຕໍ່​ເຕື້ອງ​ເຖິງ​ເລື່ອງ​ອາ​ເມ​ລິ​ກາ ​ ບໍ່ເດັດດ່ຽວມອບ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Bashar al Assad ກ່ຽວ​ກັບ​ສິ່ງ​ທີ່​ເອີ້ນ​ວ່າ​ຕ້ານ​ຄືນ ປຊຊ ຊີຣີ​ ຢ່າງ​ເປີດ​ເຜີຍ, ພິ​ເສດ, ​​ແມ່ນ​ເລື່ອງ ອາ​ເມ​ລິ​ກາ​ ​ປ່ຽນ​ແປງຂໍ້ຕົກລົງບໍ່​ບຸກ​ໂຈມຕີ​ດ້ານ​ການ​ທະຫານ​ແນ​ໃສ່ຊີຣີ​ ໃນ​ລະດູ​ແລ້ງ​ປີ 2013 ​ໂດຍ​ກະທັນຫັນ.

   ອີ​ກຢ່າງ​ໜື່ງ, ທ່າ​ທີອ່ອນ​ໂຍນຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ທີ່​ມີ​ຕໍ່​ອີຣານ​ ໄດ້ກໍ່​ຄວາມ​ວິຕົກ​ກັງວົນຫຼາຍ​ຢ່າງ​ໃຫ້​ແກ່ ອາຣາບີ ຊາ​ອູ​ດີ ກໍ່​ຄື​ບັນດາ​ປະ​ເທດ​ເຂດ​ອ່າວ​ເປີ​ເຊຍ. ອາຣາບີ ຊາ​ອູ​ດີ ບໍ່​ພຽງ​ແຕ່​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ຄວາມ​ມຸ່ງ​ຫວັງ​ກຳມະສິດ​ນິວ​ເຄຼຍຂອງ​ເຕ​ເຮຣານ ​ເທົ່າ​ນັ້ນ, ຫາກ​ຍັງ​ວິຕົກ​ກັງວົນຕໍ່​ເລື່ອງ​ອີຣານ ສະໜັບສະໜູນ​ອຳນາດ​ການ​ປົກຄອງປະທານາທິບໍດີຊີຣີ Bashar al Assad ອີກ​ດ້ວຍ. ອາຣາບີ ຊາ​ອູ​ດີ ​ແລະ ຫຼາຍ​ປະ​ເທດ​ເຂດ​ອ່າວ​ເປີ​ເຊຍ ຖື​ວ່າ: ອີຣານ ພວມ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ, ຝືນ​ກັບ​ທັດສະນະ​ຂອງ​ອາ​ເມ​ລິ​ກາ.

   ຄວາມ​ຫຍູ້​ງຍາກ​ອີກ​ຢ່າງ​ໜຶ່ງ​ສຳລັບ​ທ່ານ Barack Obama ​ເມື່ອ​ກັບ​ຄືນ​ຕາ​ເວັນ​ອອກ​ກາງຄັ້ງນີ້ ​ແມ່ນ ອາຣາບີ ຊາ​ອູ​ດີ ​​ເກືອບ​ຄື​ວ່າ​ພວມ​ຊອກ​ຫາ​ການ​ຮ່ວມ​ມື​ໃໝ່​ຈາກ​ບັນດາ​ປະ​ເທດ​ອາຊີ ​ແທນ​ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ອາ​ເມ​ລິ​ກາ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ດ້ວຍ​ເລື່ອງ​ສະ​ເດັດເຈົ້າ ອາຣາບີ ຊາ​ອູ​ດີ ​Salman ຫາ​ກໍ່​ໄປ​ຢ້ຽມຢາມ​ລັດຖະກິດ​ເຖິງ​ບັນດາ​ປະ​ເທດ​ປາ​ກີ​ສະຖານ, ອິນ​ເດຍ, ຈີນ ​ແລະ ຍີ່ປຸ່ນ…

ການໄປປະຕິບັດງານທີ່ມີສິ່ງທ້າທາຍຫຼາຍຢ່າງ - ảnh 2

ການພົບປະລະຫວ່າງລັດຖະມົນຕີການຕ່າງ

ປະເທດອາເມລິກາ-ອາຣາບີ ຊາ​ອູ​ດີ

 (ພາບ: Reuters)

​​ໄກ່ເກ່ຍພັນທະ​ມິດ

   ວົງ​ການ​ນັກ​ການ​ເມືອງ​ອາ​ເມລກາ ​ເຂົ້າ​ໃຈ​ແຈ້ງ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ພວມ​ກີດຂວາງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສະນັ້ນ, ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ກ່ອນ​ການ​ຢ້ຽມຢາມ ອາຣາບີ ຊາ​ອູ​ດີ, ວັນ​ທີ 18/3, ວໍ​ຊິງ​ຕັນ ​ໄດ້​ຮຽກຮ້ອງ​ລັດຖະບານ​ຊີຣີ ປິດ​ປະຕູ​ສະຖານທູດ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ແລະ ບັນດາ​ສະຖານກົງສູນ​ຢູ່ Michigan, Texas ​ໂດຍ​ທັນທີ. ​ພາລະ​ກອນ​ເຮັດ​ວຽກ​ຢູ່​ບັນດາ​ອົງການ​ການ​ທູດ​ນີ້​ທີ່​ບໍ່​ແມ່ນ​ພົນລະ​ເມືອງ​ອາ​ເມ​ລິ​ກາ ຕ້ອງ​ອອກ​ຈາກ​ອາ​ເມ​ລິ​ກາ ​ກ່ອນ​ວັນ​ທີ 31/3.

   ກ່ອນ​ການ​ຢ້ຽມຢາມ​ເປັນ​ເວລາ 3 ວັນ, ​ໃນ​ການ​ພົບ​ປະ​ກັບ​ເຈົ້າຟ້າ​ຊາຍ Sheikh Mohamed bin Zayed ຂອງ​ລາຊະ​ອານາຈັກ Abu Dhabi, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຈະ​ບໍ່​ປະ​ໃຫ້​ບັນດາ​ພັນທະ​ມິດ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ເຂດ​ອ່າວ​ເປີ​ເຊຍ ມີ​ຄວາມ​ຮູ້ສຶກ​ວ່າຖືກປະລະ.

  ປະຫວັດສາດ​ໃຫ້​ເຫັນ​ວ່າ, ການ​ພົວພັນ​ລະຫວ່າ​ງອາ​ເມ​ລິ​ກາ-ອາຣາບີ ຊາ​ອູ​ດີ ​ແມ່ນ​ການ​ພົວພັນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ​ໃນ​ແຕ່ລະ​ຈຸດ​ເວລາ. ​ໃນ 70 ປີ​ແຫ່ງ​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ, ປະ​ເທດ​ອິ​ດຊະລາ​ມ ອາຣາບີ ຊາ​ອູ​ດີ ​ໄດ້ມີ​ນັກ​ອຸປະຖຳ​ຄວາມ​ປອດ​ໄພ​ທີ່​ເຂັ້ມ​ແຂງ​ທີ່​ສຸດ. ສ່ວນ​ວໍ​ຊິງ​ຕັນ ​ກໍ່​ມີແຫຼ່ງສະໜອງ​ນ້ຳມັນ​ທີ່​ອຸດົມສົມບູນ​ ​ແລະ ຖານ​ທີ່ໝັ້ນທີ່​ມີຄ່າຢູ່ Riyadh ​ເພື່ອ​ແນ​ໃສ່​ຮັກສາ, ​ເປີດ​ກ້ວາງ​ບົດບາດ​ຂອງ​ຕົນ​ຢູ່​ຕາ​ເວັນ​ອອກ​ກາງ.

   ຍ້ອນ​ເຫດ​ນັ້ນ, ດ້ວຍ​ບັນດາ​ຜົນ​ປະ​ໂຫຍ​ດລວມ ​ແລະ ສ່ວນຕົວ, ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ, ຜ່ານການ​ຢ້ຽມຢາມ ອາຣາບີ ຊາ​ອູ​ດີ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ໝູນ​ໃຊ້​ໂອກາດຢ່າງ​ເຖິງ​ຖອງ ​ເພື່ອ​ແນ​ໃສ່​​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ​ເຖິງ​ວ່າ​ ​ສິ່ງ​ທ້າທາຍທີ່​ວາງ​ອອກບໍ່​ແມ່ນ​ໜ້ອຍ./.

 

ຕອບກັບ

ຂ່າວ/ບົດ​ອື່ນ