ກາບກອນແຕ່ລະວັກ,ຕອນເຮັດໃຫ້ປະຊາຊົນນັບລ້ານຄົນມີຄວາມຕື້ນຕັນໃຈ

(vovworld)- ກ່ອນນີ້ 70 ປີ, ເປັນ​ຄັ້ງ​ທຳ​ອິດ​​ທີ່ຜ່ານ​ຄື້ນ​​ກະ​ຈາຍ​ສຽງຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​ອ່ານ​ບົດ​ກາບກອນອວຍ​ພອນ​​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ບຸນປີ​ໃຫມ່​ປະ​ຈຳ​ຊາດ​(ບຸນ​ເຕັດ) ​. ນັບ​ແຕ່ນັ້ນ​ຈົນ​ຮອດມື້ເຖິງ​ແກ່​ມໍ​ລະ​ນະ​ກຳ, ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​​ແຕ່ງ​ກາບກອນອວຍ​ພອນ​ບ​ຸນ​ເຕັດ​ດ້ວຍ​ເນື້ອ​ໃນເຂົ້າ​ໃຈ​ງ່າຍ, ກະ​ທັດ​ລັດ 21 ບົດ ແຕ່​​ສ​້າງ​ຄວາມ​​ຕື້ນ​ຕັນ​ໃຈ​ທີ່​ສຸດ. ເຖິງວ່າ​ບົດ​ກາບກອນບໍ່​ຍາວ​ປານ​ໃດ, ເນື້ອ​ໃນທັງ​ຮຽກ​ຮ້ອງ, ທັງ​ອວຍ​ພອນ​ລະ​ດູ​ບານ​ໃຫມ່” ແຕ່​ເມື່ອ​ໂອ​ກາດ​ບຸນ​ເຕັດ, ລະ​ດູ​ບານ​ໃຫມ່ວຽນ​ມາ, ປະ​ຊາ​ຊົນ​ຫວຽດ​ນາມ ພັດ​​ມີ​ຄວາມຮູ້​ສຶກ​ຄວາມ​ໝາຍ​ຂອງ​ ກາບກອນ ແຕ່​ລະຄຳ​​​ທີ່ຈິງ​ໃຈ, ລຽບ​ງ່າຍນັ້ນຢ່າງ​ຈະ​ແຈ້ງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ເຟືອງ​ທູຍ

        ເມື່ອ​ປະ​ເທດ​ຊາດ​ພວມ​​ຢູ່ໃນ​ໄລ​ຍະ​ສົງ​ຄາມ, ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ ຍັງ​ຈຳ​ກັດຢູ່,​ ກະ​ຈາຍ​ສຽງ​ແມ່ນ​ຊ່ອງ​ສື່ສານ​ມີ​ປະ​ສິດ​ທິ​ຜົນ, ແລະ ເປັນ​ເຄື່ອງ​ມືສົ່ງ​ຂໍ້​ມູນ​ຂ່າວ​ສານ​ ​ເຖິງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ລຽນ​ຕິດ. ເມື່ອ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ວຽນ​ມາ, ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ແມ່ນ​ຈຸດ​ເວ​ລາ​ເຮັດ​ໃຫ້​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມຮູ້​ສຶກຕື້ນ​​​ຕັນ​ໃຈ​ລໍ​ຖ້າ​ຮັບ​ຟັງ​ປະ​ທານ​ໂຮ່​ຈິ​ມີນ ອວຍ​ພອນ​ບຸ​ນ​ເຕັດ​ຜ່ານ​ຄື້ນ​ຂອງວິທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.

ກາບກອນແຕ່ລະວັກ,ຕອນເຮັດໃຫ້ປະຊາຊົນນັບລ້ານຄົນມີຄວາມຕື້ນຕັນໃຈ - ảnh 1ປະ​ທານ ໂຮ່​ຈີ​ມິນ ຢູ່ VOV


ບັນ​ດາວັກ,ຕອນ​ໃນ​ບົດກາບກອນ​ມີ​ລັກ​ສະ​ນະ​ຈິດ​ໃຈ​​ຊາດ

ສຳ​ລັບ​ນັກ​ກະ​ວີ ເວືອງ​ຈ້ອງ, ຄາວ​ເຍົາ​ໄວ​ຂອງ​ທ່ານ​ແມ່ນ​ຕິດ​ພັນ​ກັບ​ບັນ​ຍາ​ກາດ​ໃນຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ໄດ້​ຮັບ​ຟັງ​ ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ.

        “ເມື່ອ​ຍັງ​ຢູ່​ບ້ານ​ເກີດ​ເມືອງນອນ, ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໂຊກ​ດີ​ແມ່ນ​ໃກ້​ກັບ ກອງ​ພົນ​ທະ​ຫານ ​ໄດ້​ດຶງ​ສາຍ​ໂທ​ລະ​ໂຄ່ງ​ຍາວກວ່າ 1 ກິ​ໂລ​ແມັດ ຈາກກອງ​ພົນ​ທະ​ຫານ​ມາ​ເຖິງ​ບ້ານ​ເພື່ອ​ຕິດ​ຕັ້ງ​ໂທ​ລະ​ໂຄ່ງ ແລະ ຮັບ​ຟັງ​ ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ຜ່ານ​ໂທ​ລະ​ໂຄ່ງ. ຕອນ​ຄ່ຳ​​ຂອງວັນ​ພຸດ ​ຮອດເວ​ລາ 21 ໂມງ​ເຄິ່ງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຮັບ​ຟັງ​ລາຍ​ການ “ສຽງ​ກາບກອນ”. ສ່ວນ​ຕອນ​ຄ່ຳ​ວັນ​ເສົາ ແມ່ນ​ຮັບ​ຟັງ “ບົດ​ລະ​ຄອນ​ເວ​ທີ​ສະ​ແດງ​ຜ່ານ​​ໂທ​ລະ​ໂຄ່ງ. ພິ​ເສດ ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ໝົດ​ທຸກ​ຄົນ​ເຕົ້າ​ໂຮມ​ກັນ​ເພື່ອ​ຮັບ​ຟັງ​ ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ.”

        ທ່ານ​ປະ​ທານ​ໂຮ່​ຈິ​ມີນ ຈື່​ຄຳ​ກາບກອນ​ໃນເລື່ອງ​ກ່ຽວເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ເປັນ​ຜູ້ມີ​ຄວາມ​ເຂົ້າ​ໃຈ​ກາບກອນ​​ສຳ​ຜັດ 6,8 ​ຢ່າງລະ​ອຽດ​ລະ​ອໍ. ສະ​ນັ້ນ ຄຳ​ກາບກອນ​ຂອງ​ເພີ່ນ​ ເຂົ້າ​ໃຈ​ງ່າຍ, ໂຄງ​ຮ່າງ​​ເປ​ັນ​ລະ​ບົບ​ລະບຽບ, ທຳ​ນອງ​ມ່ວນ. ໂດຍແມ່ນ​ຜູ້ນຳ​ຂອງ​ປະ​ເທດ​ຊາດ, ເນື້ອ​ໃນ​ກາບກອນ​ຂອງ​ເພີ່ນ ມີ​ລັກ​ສະ​ນະ​ຄາດ​ຄະ​ເນ​ສູງ, ຍາມ​ໃດ​ກໍຢັ້ງ​ຢືນ​​ເປົ້າ​ໝາຍ​ອັນ​ສູງ​ສົ່ງ​ຂອງ​ການ​ຕໍ່​ສູ້​ກູ້​ຊາດ ນັ້ນ​ແມ່ນ ​ຄວາມ​ເປັນເອ​ກະ​ລາດ, ເສ​ລີ​ພາບ​​ເພື່ອ​ປະ​ເທດ​​ຊາດ,  ​ຄວາມ​ອີ່ມ​ໜຳ​ສຳ​ລານ​ພຸນ​ສຸກ​ໃຫ້​ແກ່ປະ​ຊາ​ຊົນ​ທຸກ​ຄົນ. ຄຳ​ກາບກອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ແມ່ນ​ຈະ​ແຈ້ງ, ລຽບ​ງ່າຍ ແຕ່​​ມີ​ຄວາມ​ເດັດ​ດ່ຽວ, ຢັ້ງ​ຢືນ​ ​ຈິດ​ໃຈ, ຄວາມ​ຕັດ​ສິນ​ໃຈ​ຂອງກອງ​ທັບ ແລະ ປ​ະ​ຊາ​ຊົນ​ຫວຽດ​ນາມ. ຄື​ໃນບົດ​ກາບກອນອວຍ​ພອນບ​ຸນ​ເຕັດ​ປີ​ລະ​ກາ​ປີ 1969, ເພີ່ນ​ຂຽນ​ວ່າ: “ປີ​ຜ່ານ​ມາ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສະ​ຫງ່າ​ລາ​ສີ, ປີນີ້ ແນວ​ຫນ້າ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃຫຍ່ກວ່າ, ເພື່ອ​ເອ​ກະ​ລາດ, ເພື່ອ​ເສ​ລີ​ພາບ, ຕີ​ໃຫ້ອາ​ເມ​ລິ​ກາ​​ຖອຍ​ໄປ, ຕີ​ໃຫ້​​ຫ​ຸ່້ນ​ໄຊ​ງ່ອນ​ປະ​ລາ​ໄຊ​ໄປ,​ ນັກ​ຮົບ, ປ​ະ​ຊາ​ຊົນ ກ້າວ​ຂຶ້ນ, ​ສອງພາກ​ເຫນືອ -​ໃຕ້ ໂຮມ​ເຂົ້າ​ກັນຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ຢ່າງ​ເບ​ີກ​ບານ​ມ່ວນ​ຊື່ນກວ່າ​ລະ​ດູ​ບານ​ໃຫມ່​​ທຸກໆ​ປີ. ບົດ​ກາບກອນ​ດັ່ງ​ກ່າວ​ໄດ້​ຮັບ​ການ​ແຕ່ງ​ເປັນ​ບົດ​ດົນ​ຕີ​ຈາກ​ນັກ​ດົນ​ຕີ ຮູຍ​ທຸກ ສະ​ນັ້ນ ຍິ່ງ​ມີ​ຄຸນ​ຄ່າ​ລະ​ດົມ​ກຳ​ລັງ​ໃຈ​, ຊຸກ​ຍູ້ ​ຈິດ​ໃຈ​ສູ້​ຮົບ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ໃນ​ໄລ​ຍະ​ນັ້ນ. ນັກ​ກະ​ວີ ເວືອງ​ຈ້ອງ, ​ອະ​ດີດ​ນາຍ​ທະ​ຫານຫວຽດ​ນາມ ເລົ່າ​ຄືນ​ສູ່​ຟັງ​ວ່າ:

        “​​ພົນທະ​ຫານ​ຄື​ພວກ​ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຟັງ​ປະ​ທານ​ໂຮ່​ຈິ​ມີນ ອ່ານ​ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ເທົ່າ​ນັ້​ນ ຫາກ​ຍັງ​​ໄດ້ຮັບ​ຟັງ​ລາຍ​ການ​ສິ​ລະ​ປະ​ຈາກກອງ​ສິ​ລະ​ປະ​ກອນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ສະ​ແດງ​ບົດ​ເພງທີ່​ແຕ່ງ​ດ້ວຍ​ບົດ​ກາບກອນ​ຂອງ​ເພີ່ນ ສະ​ນັ້ນ ຄວາມ​ໝາຍ​ຂອງ​ບົດ​ກາບກອນ​ຍິ່ງ​ເພີ່ມ​ຂຶ້ນ.”

        ສ້າງ​ຄວາມ​ດູດ​ດື່ມ, ຄວາມ​ປະ​ເອີບ​ໃຈ​ໃນ​ປີ​ໃຫມ່

ເມື່ອທົບ​ທວນ​ຄື​ນ​ຊຸມ​ປີ​ແຫ່ງ​ການ​ຕໍ່​ຕ້ານ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ, ບັນ​ດາ​ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ຄື​ດັ່ງ​ຄຳ​ຮຽກ​ຮ້ອງ​ໄດ້​ສົ່ງ​ຜ່ານ​​ ​ສື່ມວນ​ຊົນ​ປະ​ເພດ​ຕ່າງໆ​ທີ່​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ໃນ​ໄລ​ຍະນັ້ນ ນັ້ນ​ແມ່ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ. ແລະ​ນັບ​ແຕ່​ປີ​ໃຫມ່​ປີ​ກຸນ 1947 ເປັນ​ຕົ້ນ​​ມາ, ເລື່ອງ​ອ່ານ​ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ຜ່ານ​ຄື້ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ກາຍ​ເປັນ​ຈຸດ​ທີ່​ດີ​ງາມ​ຂອງ​​ກິ​ລິ​ຍາ​ທ່າ​ທາງປະ​ທານ​ໂຮ່​ຈິ​ມີນ. ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ລໍ​ຄອຍໃນ​​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ປະ​ຈຳ​ປີ. ນັກ​ຂ່າວ ເຈີນ​ດືກນວຍ, ອະ​ດີດ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປົດ​ປ່ອຍ A ຖື​ວ່າ: ຄວາມ​ໝາຍ​ເລິກ​ເຊິ່ງ​ໃນ​ບັນ​ດາ​ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ແມ່ນ​ສ້າງ​ຄວາມ​ດູດ​ດື່ມໃຈ, ຄວາມ​ປະ​ເອີບ​ໃຈ, ຄວາມ​ເຊື່ອ​ໝັ້ນ​​ເມື່ອ​ກ້າວ​ເຂົ້າ​ສູ່ປີ​ໃຫມ່.

        “ແຕ່​ລະ​ປີ ເມື່ອຮອດ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ຍາມ​ໃດ​ກໍ​ມ​ີ​ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ປະ​ເທດ. ແຕ່​ເພື່ອ​ໃຫ້​ມີ​ບົດ​ກາບກອນ​ມ່ວນ, ສ້າງ​ຄວາມ​ຕື່ນ​ຕັນ​ໃຈຄື​ແນວນັ້ນ​, ພຽງ​ແຕ່​ທ່ານ​ປະ​ທານ​ໂຮ​່​ຈິ​ມີນຈຶ່ງ​​ສາ​ມາດແຕ່ງ​ໄດ້. ດ້ວຍ​ຈິດ​ໃຈ​ຕົ້ນ​ປີ​ໃຫມ່​​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ຫລາຍ​ຢ່າງ, ​ມີຄວາມ​ເຊື່ອ​ໝັ້​ນ ແລະ​ການ​ກະ​ທຳ​ລ້ວນ​ແຕ່​ເລີ່ມ​ມາ​ຈາກບົດ​ກາບກອນ​ຂອງ​ເພີ່ນ.”

        ມີ​ໄລ​ຍະ​ຫນຶ່ງ, ເລື່ອ​ງ​ຮັບ​ຟັງ​ບົດ​ກາບກອນອວຍ​ພອນ​ບຸນ​ເຕັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແມ່ນ​ຄວາມ​ຊີນ​ເຄີຍ​ຂອງ​ທົ່ວ​ປວງ​ຊົນ. ນັບ​ທັງ​ເມື່ອ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​​ລ່ວງ​ລັບໄປ​ ຂອງ​ຂວັນ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່ ຍາມ​ໃດ​ກໍ​ແມ່ນ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ ເປັນ​ຄຳ​ຕັກ​ເຕືອນ​ໃຫ້​ລຸ້ນ​ຄົນ​ປະ​ຈຸ​ບັນ ຮູ້​ຈັກ​ເຖິງ​ການ​ເຄົາ​ລົບ​ບັນ​ດາ​ຄຸນ​ຄ່າ​ອັນ​ລ້ຳ​ເລີດ​ຂອງ​ຄວາມເປັນ​ເອ​ກະ​ລາດ, ເສ​ລີ​ພາ​ບ, ຄວາມ​ສາ​ມັກ​ຄີ, ສັນ​ຕິ​ພາບ. 

ຂ່າວ/ບົດ​ອື່ນ