ກາລະໂອກາດ ແລະ ການທ້າທາຍເມື່ອ Croatia ເຂົ້າເປັນສະມາຊິກອີຢູ

(vovworld) – ​ນັບ​ແຕ່​ວັນ​ທີ 1/7 ​ເປັນ​ຕົ້ນ​ໄປ, Croatia ​ໄດ້​ກາຍ​ເປັນ​ສະມາຊິກ​ທີ 28 ຂອງສະຫະພາບ​ເອີ​ລົບ (ອີ​ຢູ) ຢ່າງ​ເປັນ​ທາງ​ການ. ພາຍຫຼັງ 10 ປີ​ແຫ່ງ​ການ​ຍື່ນ​ໃບ​ຮ້ອງ​ຂໍ ​ແລະ 7 ປີ ​ແຫ່ງ​ການມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄວາມ​ຮຽກຮ້ອງ​ຂອງອີ​ຢູ. ນີ້​ໄດ້​ຮັບ​ຖື​ວ່າ​ ແມ່ນ​ຂີດ​ໝາຍ​ສຳຄັນ​ສຳລັບ​ການ​ພັດທະນາ​ຂອງ Croatia,  ​ແຕ່​ນີ້​ກໍ່​ແມ່ນ​ການ​ທ້າ​ທາຍ​ທີ່​ມີ​ຕໍ່​ປະ​ເທດ​ນີ້.

ກາລະໂອກາດ ແລະ ການທ້າທາຍເມື່ອ Croatia ເຂົ້າເປັນສະມາຊິກອີຢູ - ảnh 1

(ພາບ ອິນເຕີແນດ)

​ເພື່ອ​ກາຍ​ເປັນ​ສະມາຊິກອີ​ຢູ, Croatia ຕ້ອງ​ຜ່ານ​ການ​ປະຕິ​ຮູບ​ເປັນ​ເວລາ 7 ປີ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ອີ​ຢູ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ປະຕິ​ຮູບ​ໂຄງ​ປະກອບ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ​ແລະ ຟື້ນ​ຟູ​ຕະຫຼາດ​ແຮງ​ງານ​ຄືນ​ໃໝ່, ຄວບ​ຄູ​ມ​ໄພສໍ້​ລາດ​ບັງ​ຫຼວງ, ຕໍ່ສູ້​ຕ້ານ​ອາດ​ສະ​ຍາ​ກຳ​ທີ່​ມີ​ການຈັດ​ຕັ້ງ ​ແລະ ຮ່ວມ​ມື​ກັບສານສາກົນ​ເພື່ອ​ພິພາກ​ສາກ່ຽວ​ກັບ​ອາດ​ສະ​ຍາ​ກຳ​ສົງຄາມ​ຢູ່​ ຢູ​ໂກສະ​ລາ​ເວ​ຍ ​ເກົ່າ. ນີ້​ແມ່ນ​ໄລຍະ​ທາງ​ຍາວ ​ແລະ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ.

ຍ້ອນ​ເຫດ​ນັ້ນ, ຈຸດ​ເວລາ​ທີ່ Croatia ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ ຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ກວ່າ. ປະທານ​ຄະນະ​ກຳມະການ​ເອີ​ລົບ​ທ່ານ Jose Manuel Barroso ​ໄດ້​ກ່າວ​ປາ​ໄສ​ອ່ວຍ​ພອນ ​ໂດຍ​ເນັ້ນ​ໜັກ​ວ່າ ​ເອີ​ລົບ​ຈະ​ກາຍ​ເປັນ​ຊາຍ​ຄາ​ລວມຂອງ Croatia ​ແລະ ຈະ​ນຳ​ເອົາ​ອະນາຄົດ​ອັນ​ດີງາມ​ມາ​ໃຫ້​ປະ​ເທດ​ນີ້. ສ່ວນ​ປະທານາທິບໍດີ Croatia Ivo Josipovic ພັດ​ຢັ້ງຢືນ​ວ່າ, ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ ຢ່າງ​ເປັນທາງ​ການ ຈະ​ເປັນ​ຂີດ​ໝາຍ​ໃໝ່​ໃນ​ປະຫວັດສາດ​ອັນ​ຍາວ​ນານ​ຂອງ​ປະ​ເທດ​ນີ້.

ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ການ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ ຈະ​ນຳ​​​ເອົາບ້ວງ​ເງິນ​ຊ່ວຍ​ເຫຼືອ​ເກືອບ 12.000 ຕື້​ເອີ​ໂຮມາ​ໃຫ້ປະ​ເທດ​ທີ່​ມີ​ພົນລະ​ເມືອງ 4,4 ລ້ານ​ຄົນ​ນີ້​, ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄິດ​ໄລ່​ເຖິງ​ແຫຼ່ງລາຍ​ຮັບ​ງົບປະມານ​ທີ່​ຈະ​ເພີ່ມ​ຂຶ້ນ ນັບ​ແຕ່ Croatia ລົບ​ລ້າງຊາຍ​ແດນ​ພູມ​ສາດ​ກັບ​ບັນດາ​ປະ​ເທດ​ສະມາ​ຊິກ​ອີ​ຢູ. ກ່ອນ​ໜ້າ​ນັ້ນ, ທີ່​ກອງ​ປະຊຸມ​ພິ​ເສດ​ຂອງ​ສະພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 29/6, ທ່ານ​ນາຍົກລັດຖະມົນຕີ Croatia zoran Milanovic ກໍ່​ຍອມຮັບ​ວ່າ, ​ເລື່ອງ Croatia ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ ຈະ​ສ້າງ​ແງ່​ຫວັງ​ໃໝ່​​ໃຫ້​ແກ່​ປະ​ເທດຊາດ ​ແລະ ​ໂລກ​ໃໝ່​​ໃຫ້​ແກ່ປະຊາຊົນ. ກ່ອນ​ນີ້ 1 ປີ, ທ່ານ​ນາຍົກລັດຖະມົນຕີ​ ​zoran Milanovic ໄດ້ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃຫ້​ແກ່​ປະຊາຊົນ ​ໂດຍ​ເວົ້າ​ວ່າ ສະພາບ​ເສດຖະກິດ​ຂອງ​ເອີ​ລົບ​ພວມ​ຊຸດ​ໂຊມ, ​ແຕ່ບໍ່​ມີ​​ເສັ້ນທາງ​ໃດດີກ​ວ່າ​ໃນ​ປະຈຸ​ບັນ ນັ້ນ​ແມ່ນ Croatia ຕ້ອງ​ເລືອກ​ເຟັ້ນ​ອີ​ຢູ.

ກົງກັນຂ້າມ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ Croatia, ປະຊາຊົນ​ປະ​ເທດ​ນີ້​ພັດ​ບໍ່​ສົນ​ໃຈ​ເຖິງ​ເລື່ອງ Croatia ກາຍ​ເປັນ​ສະມາຊິກ​ອີ​ຢູ. ຖ້າ​ຫາກ​ວ່າ​ຜົນ​ແຫ່ງ​ການ​ຢັ່ງຫາງ​ສຽງ​ເມື່ອ​ປີ 2003 ​ໃຫ້​ເຫັນ​ວ່າ 80% ຈຳນວນ​ຜູ້​ຖືກ​ຖາມ​ປາຖະໜາ​ຢາກ​ໃຫ້​ປະ​ເທດ​ກາຍ​ເປັນ​ສະມາຊິກ​ຂອງ​ອີ​ຢູ, ​ແຕ່​ຫຼັງ​ຈາກ​ນັ້ນ 9 ປີ, ຕົວ​ເລກ​ດັ່ງກ່າວ​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 67% ​ເທົ່າ​ນັ້ນ. ສາຍ​ເຫດ​ແມ່ນ​ຍ້ອນ​ໃນ​ວິວັດ​ແຫ່ງ​ການ​ເຈລະຈາ, ​ເຂົາ​ເຈົ້າ​ຕ້ອງ​ປະຕິບັດ​ຫຼາ​ຍ​ເງື່ອນ​ໄຂ​ໂດຍ​ອີ​ຢູ ວາງ​ອອກ ​ແລະ ພິ​ເສດ, ວິ​ກິດ​ການ​ໜີ້​ສາທາລະນະ​ນັບ​ແຕ່​ປີ 2008 ​ໄດ້​ສະ​ແດງ​ໃຫ້​ເຫັນ​ສະພາບ​ການ​ທີ່​ມືດ​ມົວ​ຂອງ​ເອີ​ລົບ. ຊຳ້​ບໍ່​ໜຳ, ປະຊາຊົນ​ຫຼາຍ​ຄົນ​ຍັງ​ຖື​ວ່າ​ ເຂົ້າ​ເປັນ​ສະມາຊິກ​ອີ​ຢູ ຈະ​ບໍ່​ມີ​ຫຍັງ​ດີກ​ວ່າ​ອີກ. ລາຄາ​ຈະ​ເພີ່ມ​ຂຶ້ນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ Croatia ຈະ​ກາຍ​ເປັນ​ກຳລັງແຮງ​ງານ​ລາຄາ​ຕຳ່.

ຍິ່ງ​ກວ່າ​ນັ້ນ, ວົງ​ການ​ນັກ​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, Croatia ຈະ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເລື່ອງ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ ​ໃນ​ໄລຍະ​ສັ້ນ. ວິ​ກິດ​ການ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ​ໄດ້​ມີ​ການ​ກະທົບ​ບໍ່​ດີ​ເຖິງ Croatia ​ໃນ​ໄລຍະ 5 ປີຜ່ານມາ. ພ້ອມ​ກັບ​ອັດຕາ​ຜູ້​ວ່າງ​ງານ​ສູງ​ໃນ​ລະດັບ​ສະຖິຕິ (21% ຜູ້​ໃນ​ເກນ​ອາຍຸ​ອອກ​ແຮງ​ງານ), ຜະລິດ​ຕະພັນ​ພາຍ​ໃນ (GDP) ​​ໄລ່​ຕາມ​ຫົວ​ຄົນ​ຂອງ Croatia ​ແມ່ນ​ຕຳ່​ກວ່າ​ລະດັບ​ສະ​ເລ່ຍ​ໃນ​ອີ​ຢູ ​ແມ່ນ 39%. ໜັງສືພິມ Bild ລາຍ​ວັນ​ຂອງ​ເຢຍລະ​ມັນ ​ໄດ້​ກ່າວ​ເຕືອນ​ວ່າ, ສະມາຊິກ​ໃໝ່​ສຸດ​ຂອງ​ອີ​ຢູ ອາດ​ຈະ​ກາຍ​ເປັນ​ປະ​ເທດ​ເກຼັັກທີ 2. ນອກ​ນັ້ນ, ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ພາຍຫຼັງ​ເຂົ້າ​ເປັນ​ສະມາຊິກ​ອີ​ຢູ, ບັນດາ​ຜະລິດ​ຕະພັນ​ຂອງ Croatia ຈະ​ຕ້ອງ​ປະຕິບັດ​ຕາມ​ມາດຕະຖານ, ຂໍ້​ກຳນົດ​ຕ່າງໆ​ຂອງ​ອີ​ຢູ. ບັນດາ​ລັດ​ວິ​ສາ​ຫະກິດ​ທີ່​ດຳ​ເນີນ​ທຸລະ​ກິດ​ຫຼຸບ​ທຶນ ຈະ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຢ່າງ​ແຮງ ​ເພື່ອ​ສາມາດ​ແກ່ງ​ແຍ້​ງກັບ​ສະພາບ​ແວດ​ລ້ອມ​ທີ່​ຮ້າຍ​ແຮງ, ພິ​ເສດ​ແມ່ນ​ຂົງ​ເຂດ​ທະນາຄານ ​ແລະ ​ໄຟຟ້າ.

ບໍ່​ສາມາດ​ປະຕິ​ເສດ​ບັນດາ​ຜົນ​ປະ​ໂຫຍ​ດ​ເຊິ່ງ Croatia ຈະ​ໄດ້​ຊົມ​ໃຊ້ ​ເມື່ອ​ເຂົ້າ​ເປັນ​ສະມາ​ຊິກ​ອີ​ຢູ. ​ແຕ່ບັນດາ​ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ສຳລັບ​ປະ​ເທດ​ທີ່​ທຸກ​ຍາກ​ກວ່າ​ໝູ່​ຂອງ​ສະຫະພາບ​ເອີ​ລົບນີ້ ກໍ່​ບໍ່​ແມ່ນ​ໜ້ອຍ, ພິ​ເສດ​ແມ່ນ​ໃນ​ສະຖານະ​ການ​ທີ່​ວິ​ກິດ​ການ​ດ້ານ​ເສດຖະກິດ​ຢູ່​ທະວີບ​ນີ້​ບໍ່​ທັນ​ສິ້ນ​ສຸດ​ລົງ. ຮອດ​ເວລາ​ໃດ Croatia ​ແກ້​ໄຂ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້ນັ້ນ​, ຫາງ​ສຽງ​ຈຶ່ງ​ໝົດ​ສົງ​ໃສ​ຕໍ່​ຂີດ​ໝາຍ​ໃໝ່​ໃນ​ປະຫວັດສາດ​ຂອງ Croatia.


ຕອບກັບ

ຂ່າວ/ບົດ​ອື່ນ