ກາລະໂອກາດ ແລະ ສິ່ງທ້າທາຍ ຈາກກະແສຟອງຊາວອົບພະຍົບເຂົ້າເມືອງເອີລົບ

ເອີ​ລົບ​ພວມ​ປະ​ເຊີນ​ໜ້າ​ກັບ​ກະ​ແສ​ຟອງ​ຊາວ​ອົບ​ພະ​ຍົບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​. ເອີ​ລົບ​ຈະ​ນັບ​ມື້​ນັບ​ຂາດ​ສະ​ຖຽນ​ລະ​ພາບ ແລະ ຖືກ​ສູນ​ເສຍ​ທາງ​ດ້ານ​ສີ​ສັນ​ຂອງ​ຕົນ, ນັ້ນແມ່ນ​ບັນ​ດາ​ຂໍ້​ສັງ​ເກດ​ທີ່​ຖືກ​ເຕື້ອງ​ເຖິງ​ຢ່າງຫຼ​ວງຫຼາຍ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ແຕ່​ເມື່ອບໍ່​ດົນ​ມານີ້, ບັນ​ດາ​ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ພັດ​ຍັກ​ອອກ​ທັດ​ສະ​ນະ​ທີ່​ກົງ​ກັນ​ຂ້າມ ໂດຍ​ຖື​ວ່າ ພ້ອມ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍນັ້ນ, ຊາວ​ອົບ​ພະ​ຍົບກໍ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ຮັບ ຊາວ​ອົບ​ພະ​ຍົບ​ເຂົ​້າເມືອງ, ຊ້ຳ​ບໍ​ໜຳ​ຍັງ​ຊ່ວຍ​ແກ້​ໄຂ​ສະ​ພາບ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ພວມ​ເຖົ້າ​ແກ່​ໄປ​ຢູ່​ເອີ​ລົບ.

ກາລະໂອກາດ ແລະ ສິ່ງທ້າທາຍ ຈາກກະແສຟອງຊາວອົບພະຍົບເຂົ້າເມືອງເອີລົບ - ảnh 1
ປະ​ຈຸ​ບັນ, ໃນ​ແຕ່​ລະ​ມື້ ​ມີຊາວ​ອົບ​ພະ​ຍົບນັບ​ພັນ​ຄົນຍັງ​ຄົງຫຼັ່ງ​ໄຫຼ​ເຂົ້າ​ເມືອງ​ບັນ​ດາ​ປະ​ເທດ​ເອີ​ລົບ

        ນັບ​ແຕ່​ຕົ້ນປີ​ມາ​ຮອດ​ປະ​ຈຸ​ບັນ, ຕາມ​ການ​ປະ​ເມີນ​ຂອງ​ອົງ​ການຊາວ​ອົບ​ພະ​ຍົບແຫ່ງ​ສະ​ຫະ​ປະ​ຊາ​ຊາດ UNHCR ແລ້ວ, ໄດ້​ມີຊາວ​ອົບ​ພະ​ຍົບປະ​ມານກວ່າ​ເຄິ່ງ​ລ້ານ​ຄົນ​ໄປ​ຍັງ​ເອີ​ລົບ. ໃນ​ນັ້ນ, ສະ​ເພາະ​ ຊີ​ຣີ ​ມີຊາວ​ອົບ​ພະ​ຍົບເກືອບ 350.000 ຄົນ​ໃນ​ຍອດ​ຈຳ​ນວນ​ຊາວ​ຊີ​ຣີ ກວ່າ 4 ລ້ານ​ຄົນຂໍ​ເຂົ້າ​ເມືອງ​ເອີ​ລົບຍ້ອນ​ສົງ​ຄາມ ແລະ ຄວາມ​ອຶດ​ຫິວ​ທຸກ​ຍາກ. ປະ​ຈຸ​ບັນ, ໃນ​ແຕ່​ລະ​ມື້ ​ມີຊາວ​ອົບ​ພະ​ຍົບນັບ​ພັນ​ຄົນຍັງ​ຄົງຫຼັ່ງ​ໄຫຼ​ເຂົ້າ​ເມືອງ​ບັນ​ດາ​ປະ​ເທດ​ເອີ​ລົບ ໂດຍບໍ່​ຫົວ​ຊາ​ຕໍ່ຄວາມ​ອັນ​ຕະ​ລາຍຕໍ່​ຊີ​ວິດ​ອີນ​ຊີ​ໃນ​ການ​ເດີນ​ທາງ ດ້ວຍ​ຄວາມ​ຫວັງ​ຢາກຫຼຸດ​ພົ້ນ​ອອກ​ຈາກ​ສົງ​ຄາມ.

     ຜົນ​ປະ​ໂຫຍດ​ທີ່​ຊາວ​ອົບ​ພະ​ຍົບເຂົ້າ​ເມືອງ​ນຳ​ມາ​ໃຫ້

  ຕາມ​ບົດ​ລາຍ​ງານ​ຂອງອ​ົງ​ການ​ຮ​່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ OECD, ນັບ​ແຕ່​ປີ 2014, ຊາວ​ອົບ​ພະ​ຍົບເຂົ້າ​ເມືອງກວມ​ເຖິງ 70% ກຳ​ລັງ​ແຮງ​ງານ​ທີ່​ເພີ່ມ​ຕື່ມ​ຢູ່​ເອີ​ລົບ​ໃນ 10 ປີ​ທີ່ ຜ່ານ​ມາ. ຊາວ​ອົບ​ພະ​ຍົບເຂົ້າ​ເມືອງໄດ້​ຊ່ວຍເພີ່ມ​ເກນ​ອະ​ຍຸ​ອອກ​ແຮງ​ງານ, ເພີີ່ມ​ເຕີມ​ແຮງ​ງານ​ເຂົ້າ​ບັນ​ດາ​ຂະ​ແໜງ​ການ​ທີ່​ກຳ​ລັງ​ແຮງ​ງານພວມ​ຫຼຸດ​ລົງຫຼາຍ. ບັນ​ດາ​ປະ​ເທດ​ຮັບ​ເອົາຊາວ​ອົບ​ພະ​ຍົບເຂົ້າ​ເມືອງ ແມ່ນ​ຕ້ອງ​ການ​ຜູ້​ມີ​ຄວາມ​ສາ​ມາດ, ເປັນ​ໄວ​ໜຸ່ມ​ເພື່ອ​ເຮັດ​ວຽກ​ງານ​ຕ່າງໆ​ທີ່​ຊາວ​ທ້ອງ​ຖິ່ນບໍ່​ສາ​ມາດ​ເຮັດຫຼືບໍ່​ຢາກ​ເຮັດ.

     ຕາມ​ການ​ສະ​ຖີ​ຕິ​ແລ້ວ, ຈຳ​ນວນຊາວ​ອົບ​ພະ​ຍົບເຂົ້າ​ເມືອງ EU ໄດ້​ເພີ່ມ​ຂຶ້ນ​ທົບ 3 ເທົ່າ​ໃນ​ປີນີ້, ຄາດ​ຄະ​ເນ​ວ່າ ໃນ​ທ້າຍ​ປີ ຈະ​ແມ່ນ​ປະ​ມານ 2 ລ້ານ​ຄົນ, ອັນ​ໄດ້​ເຮັດ​ໃຫ້ຄວາມ​ຕ້ອງ​ການ​ຢູ່​ພາກ​ພື້ນນີ້​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ. ເພາະ​ສະ​ນັ້ນ, GDP ຂອງ​ພາກ​ພື້ນ EU ກໍໄດ້​ເພີ່ມ​ຂຶ້ນ, ອັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະສັ້ນ. ໃນ​ຍາ​ວ​ນານ, ຊາວ​ອົບ​ພະ​ຍົບອາດ​ຈະ​ກາຍ​ເປັນ​ບັນ​ດາ​ຜູ້​ມີ​ການ​ປະ​ກອບ​ສ່ວນຫຼາຍ​ພໍ​ສົມ​ຄວນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ຮັບ​ເຂົ້າ​ເມືອງ. ບັນ​ດາ​ຜູ້​ຊ່ຽວ​ຊານ​ຖື​ວ່າ ຍ້ອນ​ອັດ​ຕາ​ການ​ເກີດ​ຢູ່​ເອີ​ລົບ​ໃນ​ທົດ​ສະ​ວັດ​ທີ່ ຜ່ານ​ມາ​ແມ່ນ​ຕ່ຳ​ເກີນ​ໄປ, ດັ່ງ​ນັ້ນ, ໃນ​ປະ​ຈຸ​ບັນ, ຢູ່​ພາກ​ພື້ນນີ້ ເບິ່ງ​ຄື​ວ່າບໍ່​ມີຄົນ​ງານ​ໜຸ່ມ ແລະ ມີ​ຄວ​າມ​ຂະ​ຫຍັນ​ຂັ່ນ​ເຄື່ອນ. ແລະ ຊາວ​ອົບ​ພະ​ຍົບທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ​ອຶດ​ຫິວ ແລະ ເກີດ​ສົງ​ຄາມນີ້​ເອງ ຈະ​ເພີ່ມ​ເຕີມ​ໃສ່​ການກ​ຂາດ​ຫາຍນັ້ນ​ຢູ່​ເອີ​ລົບ. ການ​ເຂົ້າ​ຮ່ວມ​ອອກ​ແຮງ​ງານ​ຂອງ ຊາວ​ອົບ​ພະ​ຍົບຈະ​ຊ່ວຍ​ເພີ່ມ GDP, ບັນ​ດາ​ບ້ວງ​ເງິນ​ເສຍ​ອາ​ກອນ​ໂດຍຊາວ​ອົບ​ພະ​ຍົບຕ້ອງ​ເສຍ ຈະ​ເປັນ​ການ​ຊ່ວຍ​ລັດ​ຖະ​ບານ​ດຸ່ນ​ດ່ຽງ​ງົບ​ປະ​ມານ.

      ກາ​ລະ​ໂອ​ກາດ​ຈະ​ໃຫຍ່ກວ່າ​ສິ່ງ​ທ້າ​ທາຍຫຼືບໍ່ ?

   ເວົ້າ​ເຊັ່ນ​ນັ້ນ ບໍ່​ໝາຍ​ຄວາມ​ວ່າ ບັນ​ຫາຊາວ​ອົບ​ພະ​ຍົບເຂົ້າ​ເມືອງເອີ​ລົບ​ໃນ​ປະ​ຈຸ​ບັນ ລ້ວນ​ແຕ່​ເປັນ​ການ​ດີ. ການ​ຮັບຊາວ​ອົບ​ພະ​ຍົບເຂົ້າ​ເມືອງ​ຕື່ມ​ອີກ ກໍ​ໝາຍ​ຄວາມ​ວ່າ ປະ​ເທດນນັ້ນ ພວມ​ປະ​ເຊີນ​ໜ້າກັບ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ.

    ກ່ອນ​ອື່ນ​ໝົດ ແມ່ນ​ບັນ​ຫາ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ໃໝ່. ຊາວ​ອົບ​ພະ​ຍົບ ກໍ​ ​ແມ່ນ​ບັນ​ດາ​ຜູ້​ເມື່ອ​ກ່ອນນີ້ ເຄີຍມີ​ຊີ​ວິດ​ໃນ​ສະ​ພາບ​ເປັນ​ອັນ​ຕະ​ລາຍ​ ແລະ ອຶດ​ຫິວ​ທຸກ​ຍາກ, ເຂົາ​ເຈົ້າ​ຈະ​ຕ້ອງ​ເຊື່ອມ​ຕົວ​ເຂົ້າ​ກັບ​ກັບ​ຊາວ​ທ້ອງ​ຖິ່ນ​ຄື​ແນວ​ໃດ? ນີ້​ແມ່ນ​ຄຳ​ຖາມ ຊຶ່ງ​ມາ​ຮອດ​ປະ​ຈຸ​ບັນ ໃນ​ຕົວ​ຈິງ, ບັນ​ດາ​ນັກ​ເສດ​ຖະ​ສາດ​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ໂດຍ​ລະ​ອຽດ. ບໍ່​ອາດ​ສາ​ມາດ​ເຊື່ອມ​ຕົວເຂົ້າ​ກັບ​ສະ​ພາບ​ແວດ​ລ້ອມ​ສັງ​ຄົມ​ເປັນ​ຢ່າງ​ດີ, ໄລ​ຍະ​ນານ​ໄປ, ຈະ​ເກີດ​ໃຫ້​ມີ​ການຈຳ​ແນກປະ​ພຶດ, ແບ່ງ​ແຍກ​ຊົນ​ຊັ້ນ​ໃນ​ສັງ​ຄົມ ຊຶ່ງ​ແມ່ນ​ໜໍ່​ແໜງກໍ່​ໃຫ້​ເກີດ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ. ຄວາມວິ​ຕົກ​ກັງວົນ​ນີ້​ແມ່ນມີພື້ນ​ຖານ​ຢ່າງ​ສິ້ນ​ເຊິ່ງ ເພາະ​ໃນ​ຕົວ​ຈິງ, 2-3 ເດືອນມໍ່​ໆມານີ້, ບັນ​ດາ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຄັດ​ຄ້ານ​ບັນ​ຫາຊາວ​ອົບ​ພະ​ຍົບເຂົ້າ​ເມືອງໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງຢູ່​ບັນ​ດາ​ປະ​ເທດ​ເອີ​ລົບ, ພິ​ເສດ​ແມ່ນ​ພາຍຫຼັງ​ທີ່​ພາກ​ພື້ນນີ້ ໄດ້​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ຈັດ​ແບ່ງ​ຈຳ​ນວນຊາວ​ອົບ​ພະ​ຍົບເຂົ້າ​ເມືອງ. ໃນ​ຂະ​ນະ​ທີ່​ສະ​ພາບ​ໄພ​ວ່າງ​ງານ​ເພີ່ມ​ຂຶ້ນ, ການ​ຮັບ​ເອົາຊາວ​ອົບ​ພະ​ຍົບເຂົ້າ​ເມືອງຕື່ມ​ອີກ ຈະ​ເພີ່ມ​ການ​ແບກ​ຫາບ​ຢ່າງ​ໜັກ​ໜ່ວງ​ໃຫ້​ແກ່​ສັງ​ຄົມ. ກະ​ແສ​ຟອງຊາວ​ອົບ​ພະ​ຍົບຫຼັ່ງ​ໄຫຼ​ເຂົ້າ​ມາ ຈະ​ເຮັດ​ໃຫ້​ກອງ​ທຶນ​ໜູນ​ຊ່ວຍ​ສັງ​ຄົມ​ຊຶ່ງ​ແມ່ນ​ເງິນ​ທຶນ​ທີ່​ໄດ້​ຈາກ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ທ້ອງ​ຖິ່ນເພື່ອ​ສະ​ຫງວນ​ໃຫ້​ແກ່​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ໜູນ​ຊ່ວຍ​ໄພ​ວ່າງ​ງານ, ເງິນ​ເບ້ຍ​ບຳ​ນານ ແລະ ກາ​ນ​ສຶກ​ສາ​ຖືກຫຼຸດ​ໜ້ອຍ​ລົງ.

      ເບິ່ງ​ຄື​ວ່າ ບໍ່​ມີ​ຍາມ​ໃດ​ທີ່​ເອີ​ລົບ​ຕ້ອງ​ປະ​ເຊ​ີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ນາໆ​ປະ​ການ​ຄື​ໃນ​ປະ​ຈຸ​ບັນ. ວິ​ກິດ​ການ​ການ​ເງິນ ຍັງ​ບໍ່​ທັນ​ສິ້ນ​ສຸດ​ການ​ສົ່ງ​ຜົນກະທົບ​ເທື່ອນັ້ນ, ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ​ເອີ​ລົບ ພັດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກະ​ແສ​ຟອງຊາວ​ອົບ​ພະ​ຍົບເຂົ້າ​ເມືອງຢ່າງຫຼ​ວງຫຼາຍ​ໃນ​ປະ​ຫວັດ​ສາດ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ພ້ອມ​ກັບ​ການ​ຮັບຜົນ​ໄດ້​ທີ່ຊາວ​ອົບ​ພະ​ຍົບ​ນຳ​ມາ​ບໍ່ຫຼາຍ​ນັ້ນ, ບັນ​ດາ​ປະ​ເທດ​ເອີ​ລົບ ກໍ​ຕ້ອງ​ໄດ້​ຮັບ​​ຜົນ​ເສຍຫຼາຍ​ທີ່​ສຸດ. ບໍ່​ພຽງ​ແຕ່​ຂາດ​ສະ​ຖຽນ​ລະ​ພາບ​ເທົ່າ​ນັ້ນ, ​ກະແສ​ຟອງຊາວ​ອົບ​ພະ​ຍົບຍັງ​ເປັນ​ໄພ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ສີ​ສັນ​ຂອງ​ເອີ​ລົບ ຊຶ່ງ​ພາກ​ພື້ນນີ້​ທຸມ​ເຫື່ອ​ເທ​ແຮງ​ຮັກ​ສາ​ນັບ​ແຕ່​ໃດໆ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ