ກ້າວຂຶ້ນສູ່ສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງການປະຕິວັດຫວຽດນາມ

(VOVWORLD) -ເສັ້ນທາງກ້າວຂຶ້ນສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງປະຕິວັດຫວຽດນາມ. ພັກ ແລະ ປະຊາຊົນຫວຽດນາມ ຕັດສິນໃຈສ້າງປະເທດຫວຽດນາມ ຕາມເສັ້ນທາງສັງຄົມນິຍົມ.
ກ້າວຂຶ້ນສູ່ສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງການປະຕິວັດຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ
(ພາບ: VGP)

ວັນທີ 16 ພຶດສະພາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີບົດຂຽນສຳຄັນດ້ວຍຫົວຂໍ້ວ່າ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວໄປເຖິງສັງຄົມນິຍົມຢູ່ຫວຽດນາມ”. ໃນບົດຂຽນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ: ເສັ້ນທາງກ້າວຂຶ້ນສັງຄົມນິຍົມແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນເສັ້ນທາງທີ່ຈຳເປັນຕ້ອງເປັນໄປຂອງປະຕິວັດຫວຽດນາມ. ພັກ ແລະ ປະຊາຊົນຫວຽດນາມ ຕັດສິນໃຈສ້າງປະເທດຫວຽດນາມ ຕາມເສັ້ນທາງສັງຄົມນິຍົມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ: ລັດທິສັງຄົມນິຍົມທີ່ເຕື້ອງເຖິງຢູ່ທີ່ນີ້ແມ່ນລັດທິສັງຄົມນິຍົມວິທະຍາສາດ ໂດຍອີງໃສ່ທິດສະດີ ມາກ-ເລນິນ ໃນຍຸກປະຈຸບັນ. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຕ້ອງເຮັດແນວໃດເພື່ອສ້າງເສັ້ນທາງ, ທັດສະນະໃຫ້ສົມບູນແບບເທື່ອລະກ້າວ ແລະ ຈັດຕັ້ງປະຕິບັດລັດທິສັງຄົມນິຍົມ ເພື່ອໃຫ້ທັງຖືກຕ້ອງຕາມກົດເກນລວມ, ທັງເໝາະສົມກັບເງື່ອນໄຂລະອຽດຂອງຫວຽດນາມ ແມ່ນສິ່ງທີ່ຍາມໃດກໍ່ຕ້ອງຄິດ, ຊອກຫາ ແລະ ເລືອກເຟັ້ນ. ຈາກການສະຫຼຸບພຶດຕິກຳຕົວຈິງ ແລະ ຄົ້ນຄວ້າທິດສະດີ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ອອກບາງໜ້າທີ່ລະອຽດ. ນັ້ນແມ່ນ:

ທີ 1, ຕ້ອງຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ຕິດພັນກັບການພັດທະນາເສດຖະກິດພູມປັນຍາ; ພັດທະນາພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ.

ຕາມທ່ານເລຂາທິການໃຫຍ່ແລ້ວ, ເສດຖະະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມແມ່ນພື້ນຖານເສດຖະກິດການຕະຫຼາດທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ, ເຄື່ອນໄຫວຢ່າງຄົບຊຸດໂດຍອີງຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ, ໂດຍມີການຄຸ້ມຄອງຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ພັກກອມມະນິດຫວຽດນາມ ຊີ້ນຳນຳພາ; ຮັບປະກັນການກຳນົດທິດສັງຄົມນິຍົມ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ມີປະຊາທິປະໄຕ, ສີວິໄລ. ໃນພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມມີຫຼາຍຮູບແບບກຳມະສິດ, ຫຼາຍພາກສ່ວນເສດຖະກິດ. ລັດຄຸ້ມຄອງພື້ນຖານເສດຖະກິດໂດຍກົດໝາຍ, ຍຸດທະສາດ, ແຜນກຳນົດ, ແຜນການ, ນະໂຍບາຍ ແລະ ກຳລັງວັດຖຸ ເພື່ອກຳນົດທິດ, ດັດສົມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

ທີ 2, ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ກຳລັງແຮງທີ່ເກີດ ຈາກພາຍໃນ, ກຳລັງໜູນພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ.

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຕ້ອງກຳນົດການພັດທະນາວັດທະນະທຳໃຫ້ຄົບຊຸດ, ມີຄວາມກົມກຽວກັບການເຕີບໂຕເສດຖະກິດ ແລະ ຄວາມກ້າວໜ້າ, ຍຸຕິທຳໃນສັງຄົມແມ່ນການກຳນົດທິດເປັນພື້ນຖານຂອງວິວັດການສ້າງສັງຄົມນິຍົມຢູ່ຫວຽດນາມ. ພື້ນຖານວັດທະນະທຳເຊິ່ງຫວຽດນາມ ກໍ່ສ້າງນັ້ນແມ່ນພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂົ້ມໄປດ້ວຍສີສັນຊາດ, ພື້ນຖານວັດທະນະທຳເປັນເອກະພາບໃນຫຼາຍຮູບຫຼາຍແບບ, ໂດຍອີງໃສ່ບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດສະທຳ; ລັດທິ ມາກ - ເລນິນ ແລະ ແນວຄິດ ໂຮ່ຈີມິນ ໄດ້ສວມບົດບາດແກ່ນສານໃນຊີວິດທາງດ້ານຈິດໃຈຂອງສັງຄົມ, ສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງທຸກຊົນເຜົ່າຢູ່ພາຍໃນປະເທດ, ຮັບເອົາບັນດາຜົນງານ, ສິ່ງຍອດຍິ່ງທາງດ້ານວັດທະນະທຳມວນມະນຸດ, ປອດໃສ ເພື່ອຜົນປະໂຫຍດອັນຊອບທຳ ແລະ ກຽດສັກສີຂອງມະນຸດທີ່ນັບມື້ນັບສູງຂຶ້ນ.

ທີ 3, ມະນຸດເປັນຈຸດໃຈກາງໃນຍຸດທະສາດພັດທະນາ.

ການພັດທະນາວັດທະນະທຳ, ກໍ່ສ້າງມະນຸດທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຂອງພາລະກິດແຫ່ງການປ່ຽນແປງໃໝ່. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ການພັດທະນາການສຶກສາ-ບຳລຸງສ້າງ ແລະ ວິທະຍາສາດ - ເຕັກໂນໂລຊີ ແມ່ນລັດຖະນະໂຍບາຍແຖວໜ້າ; ປົກປັກຮັກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາບັນຫາເປັນຕາຍ, ແມ່ນມາດຕະຖານເພື່ອພັດທະນາແບບຍືນຍົງ; ສ້າງຄອບຄົວໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຂອງສັງຄົມ. ທຸກແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ແລະ ການເຄື່ອນໄຫວຂອງລັດ ລ້ວນແຕ່ເພື່ອຜົນປະໂຫຍດຂອງປະຊາຊົນ, ຖືຄວາມຜາສຸກຂອງປະຊາຊົນແມ່ນເປົ້າໝາຍເພື່ອສູ້ຊົນ.

ທີ 4, ຮູບແບບການເມືອງ ແລະ ກົນໄກການເຄື່ອນໄຫວສັງລວມ ແມ່ນພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າ.

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຂອງພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ, ຮັບປະກັນສິດອຳນາດແມ່ນຂຶ້ນກັບປະຊາຊົນຢ່າງແທ້ຈິງ ແມ່ນໜ້າທີ່ຈຸດສຸມສຳຄັນ, ຍາວນານຂອງການປະຕິວັດຫວຽດນາມ. ແຜນນະໂຍບາຍຂອງ ຫວຽດນາມ ແມ່ນເສີມຂະຫຍາຍປະຊາທິປະໄຕຢ່າງບໍ່ຢຸດຢັ້ງ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທດຈິງ, ບົນພື້ນຖານຮ່ວມສຳພັນລະຫວ່າງກຳມະກອນ, ຊາວກະສິກອນ ແລະ ປັນຍາຊົນ ໂດຍພັກກອມມິນູດຫວຽດນາມ ນຳພາ.

ທີ 5, ການນຳພາຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່ ແລະ ຮັບປະກັນໃຫ້ປະເທດພັດທະນາຖືກຕ້ອງຕາມການກຳນົດທິດສັງຄົມນິຍົມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງ, ປັບປຸງພັກ, ຖືນີ້ແມ່ນໜ້າທີ່ຫຼັກແຫຼ່ງມີຄວາມໝາຍເປັນຕາຍທີ່ສຳລັບພັກ ແລະ ລະບອບສັງຄົມນິຍົມ. ໂດຍມີສະຕິຄວາມຮັບຮູ້ຕໍ່ຄວາມສ່ຽງສຳລັບພັກກຳອຳນາດແມ່ນ ການສໍ້ລາດບັງຫຼວງ, ໄພອາດຍາສິດ, ເຊື່ອມທາດຂາດຄຸນ…, ໂດຍສະເພາະແມ່ນໃນເງື່ອນໄຂເສດຖະກິດການຕະຫຼາດ, ພັກກອມມູນິດຫວຽດນາມ ໄດ້ວາງອອກຄວາມຮຽກຮ້ອງທີ່ວ່າ ຕ້ອງປ່ຽນແປງໃໝ່ເປັນປະຈຳ, ປັບປຸງດ້ວຍຕົນເອງ, ຕໍ່ສູ້ຕ້ານລັດທິສວຍໃຊ້, ລັດທິສ່ວນຕົວ, ຕ້ານການສໍ້ຫຼາດບັງຫຼວງ, ອາດຍາສິດ, ຟູມເຟືອຍ, ເຊື່ອມທາດຂາດຄຸນ… ຢູ່ພາຍໃນພັກ ແລະ ທົ່ວລະບົບການເມືອງ.

ສຸດທ້າຍ, ພ້ອມກັບການກຳນົດແຜນນະໂຍບາຍ, ແນວທາງທີ່ຖືກຕ້ອງ, ຮັບປະກັນບົດບາດນຳພາຂອງພັກແລ້ວ, ຕ້ອງເສີມຂະຫຍາຍບົດບາດປະດິດຄິດສ້າງ, ການສະໜັບສະໜູນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນຢ່າງແຮງ. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ກຳລັງແຮງຂອງປະຊາຊົນ ນັ້ນແມ່ນແຫຼ່ງກຳເນີດອັນເລິກເຊິ່ງຂອງໄຊຊະນະ, ຂອງການພັດທະນາເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ