ກຳ​ມະ​ກອນ​ຜູ້​ອອກແຮງ​ງານ​ຫວຽດ​ນາມ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ ແລະ​ ເປັນ​ເຈົ້າ​ການ​​ປັບ​ຕົວ​ເພື່ອ ​ເຊື່ອມ​​ໂຍງຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ວິວັດການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງນັ້ນ ພວມວາງອອກສິ່ງທ້າທາຍຫຼາຍປະການສຳລັບກຳລັງແຮງງານ ຊື່ງກຳລັງຫຼັກແຫຼ່ງແມ່ນຖັນແຖວກຳມະກອນຫວຽດນາມ. ໃນນັ້ນ, ບັນຫາແມ່ນເຮັດແນວໃດເພື່ອໃຫ້ກຳລັງກຳມະກອນ, ຜູ້ອອກແຮງງານ ສາມາດນຳທັນ ແລະ ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງການປະຕິວັດອຸດສາຫະກຳ 4.0 ກໍ່ຄືບັນດາມາດຕະຖານທີ່ເຄັ່ງຄັດ ຂອງບັນດາສັນຍາການຄ້າເສລີລຸ້ນໃໝ່ ແມ່ນບັນຫາທີ່ໃຫ່, ຮຽກຮ້ອງໃຫ້ມີບັນດາການປ່ຽນແປງໂດຍພື້ນຖານທັງດ້ານແນວຄວາມຄິດ ແລະ ການກະທຳຕົວຈິງ.
ກຳ​ມະ​ກອນ​ຜູ້​ອອກແຮງ​ງານ​ຫວຽດ​ນາມ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ  ແລະ​ ເປັນ​ເຈົ້າ​ການ​​ປັບ​ຕົວ​ເພື່ອ ​ເຊື່ອມ​​ໂຍງຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1

(ພາບປະກອບ: baomoi.com)

  ການເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0 ແມ່ນທ່າອ່ຽງທີ່ຈຳເປັນຊື່ງບໍ່ ວ່າປະເທດໃດ ກໍ່ຕ້ອງ ໄດ້ເຂົ້າຮ່ວມ ແລະ ຫວຽດນາມ ກໍເຊັ່ນດຽວກັນ. ພ້ອມກັນນັ້ນ, ເລື່ອງຜັນຂະຫຍາຍບັນດາສັນຍາການຄ້າເສລີລຸ້ນໃໝ່ ກັບບັນດາຄູ່ຮ່ວມມືເສດຖະກິດລາຍໃຫ່ຍໃນໂລກ, ພົ້ນເດັ່ນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)  ແລະ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ກໍ່ໄດ້ວາງອອກສິ່ງທ້າທາຍຫຼາຍປະການ ສຳລັບກຳລັງແຮງງານ, ຖັນແຖວກຳມະກອນຫວຽດນາມ. ສະນັ້ນ, ການປ່ຽນແປງຈິນຕະນາການ

ແລະ ເປັນເຈົ້າການປັບຕົວໃຫ້ເໝາະສົມ ແມ່ນບັນດາການເລືອກເຟັ້ນແບບບັງ

ຄັບສຳລັບກຳມະກອນ, ຊາວຜູ້ອອກແຮງງານຫວຽດນາມ ໃນສະພາບການໃໝ່.

ການປ່ຽນແປງຈິນຕະນາການ

   ການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຊີ ໃນສັງກະລາດປະຕິວັດອຸດສາຫະກຳ 4.0 ແລະ ການປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່ ກັບບັນດາພື້ນຖານເສດຖະກິດພັດທະນາ ຮຽກຮ້ອງໃຫ້ຜູ້ອອກແຮງງານຫວຽດນາມ ຕ້ອງຕອບສະໜອງບັນດາມາດຕະຖານ ທີ່ເຂັ້ມງວດທີ່ສຸດ ກ່ຽວກັບດ້ານຄຸນນະພາບຂອງສິນຄ້າ, ຜະລິດຕະພັນ, ການບໍລິການ. ກຳມະກອນ, ຜູ້ອອກແຮງງານຕ້ອງມີລະດັບວິຊາສະເພາະເກັ່ງ, ມີສີມືແຮງງານສູງ, ມີຄວາມຮູ້ທີ່ດີ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃໝ່.

   ທີ່ການໂອ້ລົມສົນທະນາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ກັບຖັນແຖວກຳມະກອນ, ແຮງງານເຕັກນິກສູງຢູ່ນະຄອນໂຮ່ຈີມິນ ເມື່ອປີກາຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການນີ້ວ່າ:

   ພວກເຮົາພັດທະນາປະເທດຊາດ ບໍ່ພຽງແຕ່ອີງໃສ່ທຶນ ແລະ ຄ່າແຮງງານຕ່ຳເທົ່ານັ້ນ, ຫາກຕ້ອງອີງຕາມສະມັດຕະພາບການອອກແຮງງານ, ອີງຕາມວິທະຍາສາດເຕັກໂນໂລຊີ. ແຮງງານເຕັກນິກແມ່ນກຳລັງສຳຄັນຂອງປະເທດຊາດ. ຜູ້ອອກແຮງງານມີເຕັກນິກສູງ ຈະມີຄວາມສາມາດຮັບເອົາເຕັກນິກໃໝ່ໄດ້, ໂດຍສະເພາະແມ່ນໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0 ແລະ ພື້ນຖານເສດຖະກິດດີຈີຕອນ.

ເປັນເຈົ້າການ ປັບຕົວໃຫ້ເໝາະສົມ

   ນັບແຕ່ຫຼາຍປີກ່ອນ, ພັກ, ລັດ ແລະ ລັດຖະບານຫວຽດນາມ ມີຫຼາຍແຜນນະໂຍບາຍ, ລັດຖະນະໂຍບາຍ, ຍຸດທະສາດ, ແຜນການໄລຍະຍາວ ແລະ ຮອບດ້ານກ່ຽວກັບການປັບຕົວໃຫ້ເໝາະສົມກັບການປະຕິວັດອຸດສາຫະກຳ 4.0; ວຽກງານກຽມຄວາມພ້ອມຜັນຂະຫຍາຍບັນດາສັນຍາການຄ້າເສລີ ກັບບັນດາຄູ່ຮ່ວມມື ເສດຖະກິດລາຍໃຫ່ຍ. ນີ້ແມ່ນບັນດາພື້ນຖານດ້ານນິຕິກຳ, ແມ່ນການກຳນົດທິດທີ່ສຳຄັນ ເພື່ອສ້າງການປ່ຽນແປງດ້ານຄຸນນະພາບຂອງກຳລັງແຮງງານໂດຍພື້ນຖານ.

  ເປັນໜ້າພາກພູມໃຈກວ່າ ແມ່ນ ສະຕິຄວາມຮັບຮູ້ຂອງຜູ້ອອກແຮງງານ ກ່ຽວກັບຄວາມຈຳເປັນຕ້ອງເປັນເຈົ້າການ ປັບຕົວໃຫ້ເໝາະສົມ ແລະ ນຳທັນຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ອ້າຍ ຟານແອັງໄຮ ກຳມະກອນຂອງບໍລິສັດສາກົນ UNILEVER ຫວຽດນາມຈຳກັດ ໃຫ້ຮູ້ວ່າ:

   ການປ່ຽນແປງເຕັກໂນໂລຊີໄປພ້ອມກັບການຫັນເປັນອັດຕະໂນມັດ, ຫັນເປັນດີຈີຕອນ ແລະ ການນຳໃຊ້ຫຸ່ນຍົນ ລຸ້ນໃໝ່ໃຫ້ດີທີ່ສຸດ ແມ່ນເພື່ອຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມສະມັດຕະພາບການອອກແຮງງານ. ລັດຖະບານຕ້ອງກຳນົດມາດຕະຖານຢ່າງຈະແຈ້ງ ໃຫ້ແກ່ວິສາຫະກິດພັດທະນາເຕັກໂນໂລຊີສູງລະດັບເຂດພາກ ເພື່ອສົ່ງເສີມວິສາຫະກິດລະດັບເຂດພາກ ລົງທຶນໃສ່ເຄື່ອງຈັກອຸປະກອນເຕັໂນໂລຊີສູງ. ຈາກນັ້ນ ຈະຄັດເລືອກເອົາກຳມະກອນເຕັກນິກສູງ ແລະ ຈັດການບຳລຸງສ້າງ ເພື່ອສາມາດເປັນເຈົ້າຂອງເຄື່ອງຈັກອຸປະກອນໃນລະບົບຕ່ອງໂສ້ທັນສະໄໝໄດ້.

   ໃນສະພາບຕົວຈິງປະຈຸບັນ, ກຳລັງແຮງງານເວົ້າລວມ, ຖັນແຖວກຳມະກອນຫວຽດນາມ ເວົ້າສະເພາະ ໄດ້ມີການສຳຜັດເທື່ອລະກ້າວ ແລະ ເປັນເຈົ້າຂອງບັນດາເຕັກໂນໂລຊີ, ເຄື່ອງອຸປະກອນທີ່ທັນສະໄໝ, ກ້າວໜ້າໃນໂລກ. ນັບມື້ນັບມີຫຼາຍຜະລິດຕະພັນ, ເຄື່ອງອຸປະກອນເຕັກໂນໂລຊີສູງຕາມມາດຕະຖານສາກົນທີ່ເຄັ່ງຄັດ ໄດ້ຮັບການຜະລິດດ້ວຍແຫຼ່ງກຳລັງຂອງກຳມະກອນ, ຜູ້ອອກແຮງງານຫວຽດນາມ, ພ້ອມກັນນັ້ນແມ່ນການສ້າງຕັ້ງບັນດາກຸ່ມບໍລິສັດ, ວິສາຫະກິດຜະລິດ, ໝູນໃຊ້ເຕັກໂນໂລຊີສູງຫວຽດນາມ.

     ດ້ານອື່ນ, ເມື່ອບັນດາຄູ່ຮ່ວມມືເສດຖະກິດລາຍໃຫຍ່ໃນໂລກ ໄດ້ຕົກລົງເຊັນສານຍາການຄ້າເສລີລຸ້ນໃໝ່ ກັບຫວຽດນາມ, ບັນດາກຸ່ມບໍລິສັດພັດທະນາແຮງ ໄດ້ຕົກລົງຍ້າຍລະບົບໂຮງຈັກໂຮງງານ, ລະບົບຕ່ອງໂສ້ຜະລິດບັນດາຜະລິດຕະພັນເຕັກໂນໂລຊີສູງມາຕັ້ງຢູ່ຫວຽດນາມ ໝາຍຄວາມວ່າ ເຂົາເຈົ້າ ເຫັນໄດ້ຄວາມສາມາດບົ່ມຊ້ອນ ແລະ ກຳລັງຄວາມສາມາດແທ້ຈິງຂອງກຳລັງແຮງງານຫວຽດນາມ. ສະນັ້ນ, ຖັນແຖວກຳມະກອນ, ກຳລັງແຮງງານຫວຽດນາມ ອາດຈະມີຄວາມເຊື່ອໝັ້ນຕໍ່ຕົນເອງ, ກ້າວເຂົ້າສູ່ໄລຍະພັດທະນາສູງກ່ວາ, ສາມາດປະເຊີນຫນ້າ ແລະ ຜ່ານຜ່າບັນດາສິ່ງທ້າທາຍຂອງຍຸກສະໄໝຄື ການປະຕິວັດອຸດສາຫະກຳ 4.0 ຫຼືບັນດາສັນຍາການຄ້າເສລີລຸ້ນໃໝ່, ພ້ອມກັບທົ່ວປວງຊົນສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ.

ຕອບກັບ

ຂ່າວ/ບົດ​ອື່ນ