ກຳລັງດັນຂອງພັກສາທາລະນະຈາກເລື່ອງປ່ຽນແທນຮ່າງກົດໝາຍວ່າດ້ວຍການເບິ່ງແຍງສຸຂະພາບ


(vovworld)- ຄື​ດັ່ງ​ແຜນ​ການ​ທີ່​ໄດ້​ແຈ້ງ​ກ່ອນນີ້, ແຜນ​ການ​ຍົກ​ເລີກ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ (ຫລື​ເອີ້ນ​ວ່າ Obamacare) ໂດຍ​ພັກ​ສາ​ທາ​ລະ​ນະ ປະ​ກາດ​ໃນ​ວັນ​ທີ 9/3 ແລະ ຖືກ​ຍົກ​ອ​ອກ​ມາ​ໂຕ້​ວາ​ທີ ​ຢູ່ ສອງ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ຕ່ຳ. ແທນ​ໃຫ້ Obamacare ແມ່ນ​ຮ່າງ​ກົດ​ໝາຍ​ທີ່​ມີ​ຊື່​ວ່າ ​ກົດ​ໝາຍວ່າ​ດ້ວຍ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້ຊາວ​ອາ​ເມ​ລິ​ກາ (AHCA). ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຜນ​ການນີ້​ພວມ​ຖືກ​ກຳ​ລັງ​ດັນ​ຈາກ​ການ​ຕຳ​ຫນິ​ຕິ​ຕຽນ​ນັບ​ມື້​ນັບ​ໃຫຍ່​ຈາກຫລາຍ​ຝ່າຍ, ບໍ່​ພຽງ​ແຕ່​ປະ​ຊາ​ຊົນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ພາຍ​ໃນ​ພັກ​ນີ້​ອີກ​ດ້ວຍ.

ກຳລັງດັນຂອງພັກສາທາລະນະຈາກເລື່ອງປ່ຽນແທນຮ່າງກົດໝາຍວ່າດ້ວຍການເບິ່ງແຍງສຸຂະພາບ - ảnh 1
ພາບ​ປະ​ກອບ


        ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໄດ​້​ຍົກ​ເລິກ​ບາງ​ມາດ​ຕາ​ຕົ້ນ​ຕໍ​ຂອງ Obamacare​ ຄື: ຮຽກ​ຮ້ອງ​ຊາວ​ອາ​ເມ​ລິ​ກາ ທຸກ​ຄົນ​ຊື້​ປະ​ກັນ​ສຸ​ຂະ​ພາບ, ຖ້າ​ບໍ່​ຊື້​ຈະ​ຖືກ​​ປັບ​ໄຫມ​ພາ​ສີ​ອາ​ກອນ. ວິ​ສາ​ຫະ​ກິດ ມີ​​ຈຳ​ນວນພາ​ລະ​ກອນ 50 ຄົນ​ຂຶ້ນ​ໄປ ຕ້ອງ​ສະ​ຫນອງ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​​ແກ່ເຂົາ​ເຈົ້າ. ນອກນັ້ນ ຮ່າງ​ກົດ​ໝາຍນີ້ ຈະ​ແທນ​ໃຫ້​ບັນ​ດາ​ບ້ວງ​ອຸດ​ຫນູນ​ໂດຍ​ອີງ​ໃສ່​ລາຍ​ຮັບ​ຈາກ​ສິນ​ເຊື່ອ​ອາ​ກອນ, ອີງ​ໃສ່​ອາ​ຍຸ, ລາຍ​ຮັບ ແລະ ອາດ​ຈະ​ມອບ​ຄືນ​ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຊື້​ປະ​ກັນ​ສຸ​ຂະ​ພາບ. ພາ​ຍ​ຫລັງ​ຮ່າງ​ກົດ​ໝາຍ​ໄດ້​ຍົກ​ອອກ​ມາ​​ໂຕ​້​ວາ​ທີ​ຢູ່​ສອງອົງ​ການ​ກຳ​​ມາ​ທິ​ການ​ຂອງ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ, ກະ​ແສ​ຟອງ​ຕຳ​ຫນິ​ຕິ​ຕຽນ​ໄດ້​  ເກ​ີດ​ຂຶ້​ນ​ຢ່າງ​ແຮງ.

ກຳ​ລັງ​ດັນ​ຈາກ​ຫລາຍ​ຝ່າຍ

        ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ໃຫຍ່​ທີ່​ຕາງ​ຫນ້າ​ໃຫ້​ທ່ານ​ໝໍ, ໂຮງ​ໝໍ, ບໍ​ລິ​ສັດ​ປະ​ກັ​ນ​ໄພ ແລະ ຜູ້​ອາ​ຍຸ​ສູງ ຖື​ວ່າ :ຮ່າງ​ກົດ​ໝາຍ​ສະ​ບັບ​ໃຫມ່ ອາດ​ຈະ​ເຮັດ​ໃຫ້​ຄົນ​ເຈັບ​ຫລາຍ​ຄົນ​ບໍ່​ໄດ້​ຮັບ​ປະ​ກັນ​ສຸ​ຂະ​ພາບ ແລະ ເຮັດ​ໃຫ້​ລາຍ​ຈ່າຍ​ເບິ່ງ​ແຍງ​ສຸ​ຂະ​ພາບ​ເພີ່ມ​ຂຶ້ນ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ບໍ​ລິ​ສັດ​ປະ​ກັນ​ໄພ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ຈະ​ບໍ່​ມີ​ຫລາຍ​ຄົນ​ຊື້​ປະ​ກັນ​ສຸ​ຂະ​ພາບ, ພ້ອມ​ທັງ​ສະ​ແດງ​ຄວ​າມ​ບໍ່​ພ​ໍ​ໃຈ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ທາບ​ທາມ​ຄຳ​ເຫັນ​ໃນ​ວິ​ວັດ​ການ​ຮຽບ​ຮຽງ​ຮ່າງ​ກົດ​ໝາຍ.

ໃນ​ຂະ​ນະ​ນັ້ນ, ກະ​ແສ​ຟອງ​ຄັດ​ຄ້ານ​ທີ​ສອງ​ແມ່ນ​ມາ​ຈາກ​ພັກປະ​ຊາ​ທິ​ປະ​ໄຕ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ​ພັກ​ນີ້ ໄດ້​ຢືນ​ຢັນ​ວ່າ: ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ງົບ​ປະ​ມານ ແລະ ບັນ​ຫາ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ເວົ້າ​ລ​ວມ. ຄຽງ​ຂ້າງນັ້ນ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ພັກ​ປະ​ຊາ​ທິ​ປະ​ໄຕ ໄດ້​ຕຳ​ຫນິ​ຕິ​ຕຽນ​ພັກ​ສາ​ທາ​ລະ​ນະ​ວ່າ​ ​ໄດ້​ຟ້າວ​ຟັ່ງ​ນຳ​ເອົາຮ່າງກ​ົດ​ໝາຍ​ນີ້ມາ​​ໂຕ້​ວາ​ທີ​ຢູ່​ສອງ​ ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ຕໍ່່າ ແທນ​ທີ່​ລໍ​ຖ້າ​ຫ້ອງ​ການ​ງົບ​ປະ​ມາ​ນ​ສະ​ພາ​ແຫ່ງ​ຊາດ​ໄຈ້​ແຍກ​ກ່ຽວ​ກັບ​ການ​ກະ​ທົບ​ຂອງ​ຮ່າງ​ກົດ​ໝາຍນີ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ເປັນ​ຫນ້າ​ຕ້ອງ​ເວົ້າ​​ເຖິງ  ນັ້ນ​ແມ່ນ ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ຍັງ​ຖືກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ພັກ​ສາ​ທາ​ລະ​ນະ ຄັດ​ຄ້ານ​ຍ້ອນ​ຫລາຍ​ເຫດ​ຜົນ​ແຕກ​ຕ່າງ​ກັນ. ມີ​ສະ​ມາ​ຊິກ​ນິ​ຍົມຮັກ​ສາ​ເດີມ​ຂອງ​ພັກ​ນີ້​ຍັງ​ສະ​ແດງ​ຄວາມບໍ່​ພໍ​ໃຈ​ວ່າ ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​​ຮັກ​ສາ​​ເນື້ອ​ໃນ​ ຂອງ Obamacare ໄວ້ຫລາຍ​ເກີນ​ໄປ. ສ່ວ​ນ​ບັນ​ດາ​ຜູ້​ວ່າ​ການ​​ລັດ ໄດ້​ຕຳ​ຫນິ​ຕິ​ຕຽນ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ອາດ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​ມີ​ລາຍ​ຮັບ​ຕ່ຳ​ນັບ​ລ້ານໆ​ຄົນ​ບໍ່​ໄດ້ຊື້​ປະ​ກັນ​ສຸ​ຂະ​ພາບ ຫລື ​ບັງ​ຄັບໃຫ້​ອຳ​ນາດ​ການ​ປົກ​ຄອງ​ລັດ​ຕ້ອງ​ເສຍເງິນ​ຕື່ມ​ອີກ​ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ໄດ້​​ຊົມ​ໃຊ້​ປະ​ກັ​ນ​ສຸ​ຂະ​ພາບ. ສາຍ​ເຫດນັ້ນ​ແມ່ນ ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້​ຢາກ​ຄ​ອ່ຍໆ​ຍົກ​ເລ​ີກ​ເລື່ອງ​ເປີດກວ້າງ​ລາຍ​ການ​ປະ​ກັນ​ສຸ​ຂະ​ພາບ​ໃຫ້ບັນ​ດາ​ສ່ວນ​ບຸກ​ຄົນ, ຄອບ​ຄົວ​​ທີ່ມີ​ລາຍ​ຮັບ​ຕ່ຳ, ຈາກນັ້ນ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ຊາ​ຊົນ​ປະ​ມານ 11 ລ້ານ​ຄົນ. ເປັນ​ຫນ້າ​ສົນ​ໃຈ​ນັ້​ນ​ແມ່ນ, ມີ​ຜູ້​ວ່າ​ການ​ລັດ​ຈຳ​ນວນ​ຫນຶ່ງ ໄດ້​ອອກ​ສຽງ​ກ່າວ​ເຕືອນ​ຈະ​ຮຽບ​ຮຽງ​ຮ່າງ​ກົດ​ໝາຍ​ສະ​ເພາະ​ໃຫ້​​ແກ່ລັດ​ຂອງ​ຕົນ.

ເປັນ​ຫຍັງ Obamacare ​ຈຶ່ງຖື​ກ​ຍົກ​ເ​ລີກ​ຢ່າງ​ແນ່ນອນ

        Obamacare, ບັ້ນ​ສະ​ຫນອງ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ເປັນ​ສ່ວນ​ໃຫຍ່, ເພື່ອ​ແນ​ໃສ່​ເຖິງ​ປະ​ຊາ​ຊົນ​​ຜູ້ມີ​ລາຍ​ຮັບ​ຕ່ຳ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ອາດ​ຈະ​ຖື​ວ່າ ແມ່ນ​ຈຸດ​ພົ້ນ​ເດັ່ນ​​ທີ່​ປະ​ສົບ​ຜົນສຳ​ເລັດ​ ​ທີ່​ສຸດ​ໃນ​ອາ​ຍຸ​ການ​ຂອງ​ທ່ານ. ຄວາມ​ຈິງ, Obamacare ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແນ່ນອນ​ໃຫ້​ແກ່​ຈຳ​ນວນ​ຊາວ ອາ​ເມ​ລິ​ກາ ຈຳ​ນວນບໍ່​ແມ່ນ​ຫນ້ອຍ. ສະ​ເພາະ​ໃນ​ຫນຶ່ງ​ປີ ແຕ່​ປີ 2013-2014, ມີ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ 8,8 ລ້ານ​ຄົນ​ໄດ້​ຮັບ​ປະ​ກັນ​ສຸ​ຂະ​ພາບ. ອັດ​ຕາ​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ມີ​ປະ​ກັນ​ສຸ​ຂະ​ພາບ​ກໍ່​ຫລຸດ​ລົງ​ຈາກ 20% ກ່ອ​ນ​ທີ່​ Obamacare ມີ​ຜົ​ນ​ສັກ​ສິດ​ລົງ​ເຫລືອ​ພຽງ 10%. Obamacare ຊ່ວຍ​ເປີດກວ້າງ​ຫລາຍ​ລາຍ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ຜູ້​ມີ​ລາຍ​ຮັບ​ຕ່ຳ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຮ່າງ​ກົດ​ໝາຍນີ້​ຍາມ​ໃດ​ກໍ​ຖືກ​ຕຳ​ຫນິ​ຕິ​ຕຽນ ຈາກ​ພັກ​ສາ​ທາ​ລະ​ນະ. ສາຍ​ເຫດ​ຍ້ອນ​ແມ່ນເມື່ອ​ປະ​ຕິ​ບັດ​ຮ່າງ​ກົດ​ໝາຍນີ້​ໄດ້​ກະ​ທົບ​ເຖິງ​ລາຍ​ຮັບ​ຂອງ​ຜູ້​ມີ​ລາຍ​ຮັບ​ສູງ​ຈຳ​ນວນ​ຫນ້ອຍ, ເປັນ​ຕົ້ນ​ແມ່ນ​ນາຍ​ທຶນ ເມື່ອ​ເຂົາ​ເຈົ້າ​ຕ້ອງ​ເສຍ​ພາ​ສີ​ຫລາຍກວ່າ​ເພື່ອ​ອຸ​ປະ​ຖຳ​ໃຫ້​ແກ່​ຜູ້​ມີ​ລາຍ​ຮັບ​ຕ່ຳ​ຈຳ​ນວນ​ຫລາຍ​ສາ​ມາດ​ຊື້​ປະ​ກັນ​ສຸ​ຂະ​ພາບ. ສະ​ນັ້ນ ໃນ​ບໍ່​ວ່າ​ແຜນ​ນະ​ໂຍ​ບາຍ​ ນະ​ໂຍ​ບາຍ​ພົວ​ພັນ​ພາຍ​ໃນ​ ກ​ໍ​ຄື​ພົວ​ພັນ​ຕ່າງ​ປະ​ເທດ ໃດ​ທີ່​ໄຮ້​ຜົນ​ປະ​ໂຫຍດ​ເຖິງ​ບັນ​ດາ​ນາຍ​ທຶນ, ບັນ​ດາ​ກຸ່ມ​ບໍ​ລີ​ສັດ​ນາຍ​ທຶນ ແລະ ພາກ​ສ່ວນ​ຊົນ​ຊັ້ນ​ຂຸນ​ນາງໃນ​ສັງ​ຄົມ ກໍ​ລ້ວນ​ແຕ່​ຖືກ​ພັກ​ສາ​ທາ​ລະ​ນະ​ຄັດ​ຄ້ານ ແລະ Obamacare ກໍ່​ນອນ​ໃນ​ກໍ​ລະ​ນີນັ້ນ. ຝ່າຍ​ພັກ​ສາ​ທາ​ລະ​ນະ​ຢູ່ ສະ​ພາ​ແຫ່ງ​ຊາດ ໄດ້​ປ່ອນ​ບັດ​ຫລາຍ​ກວ່າທົບ 50 ເທົ່າ​ເພື່ອ​ຍົກ​ເລິກ​ກົດ​ໝາຍນີ້.

        ແຜນ​ການ​ປະ​ຕິ​ຮູບ​ສາ​ທາ​ລະ​ນະ​ສຸກ​ຄວນ​ມີ​ຂັ້ນ​ຕອນແລະ ເວ​ລາ​ຕື່ມ​ອີກ

        ສຳ​ລັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຊາວ​ອາ​ເມ​ລິ​ກາ ໂດຍ​ພັກ​ສາ​ທາ​ລະ​ນະ​ຍົກ​ອອກ​ມາ​ພວມກໍ່​ຄວາມ​ຖົກ​ຖຽງ​ກັນຫລາຍ​​ນັ້ນ ປະ​ຈຸ​ບັນ  ​ພັກ​ສາ​ທາ​ລະ​ນະ​ພວມ​ພ້ອມ​ກັບ​ທຳ​ນຽບ​ຂາວ ພວມ​ເກ້ຍ​ກ່ອມ​​ຝ່າຍ​ນິ​ຍົມຮັກ​ສາ​ເດີມ​ສະ​ຫນັບ​ສະ​ຫນູນ​ຮ່າງ​ກົດ​ໝາຍນີ້. ແຕ່​ສິ່ງ​ທີ່​​ຫ​ຍຸ້ງຍາກນັ້ນ​ແມ່ນ ບໍ່​ວ່າ​ການ​ປ່ຽນ​ແປງ​ໃດ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ຝ່າຍ​​ນິ​ຍົມຮັກ​ສາ​ເດີມບໍ່​ພໍ​ໃຈ​ນັ້ນ​ກໍ​ເປັນ​ການນາບ​ຂູ່​ເຖິງການ​ສະ​ຫນັບ​ສະ​ຫນູນ​ຂອງ​ສະ​ມາ​ຊິກ​​ພັກ​ປະ​ຊາ​ທິ​ປະ​ໄຕ.

ຕາມ​ແຜນ​ການແລ້ວ, ຕ້ອງ​ມີ​ເວ​ລາ 3 ອາ​ທິດ​​ອີກ​ເພື່ອ​ໃຫ້ ຮ່າງ​ກົດ​ໝາຍສະ​ບ​ັບ​ນ​ີ້​ຈຶ່ງ​ໄດ້​​ຮັບ​ການໃຫ້​ສັດ​ຕະ​ຍາ​ບັນ​ຈາກ​ບັນ​ດາ​ກຳ​ມາ​ທິ​ການ​ໃນ​ສະ​ພາ​ຕ່ຳ​ກ່ອນ​ທີ່​ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ສູງ​ຮັບ​ຮອງ​ເອົາ. ໃນ​ຂະ​ນະ​ນັ້ນ ພັກ​ສາ​ທາ​ລະ​ນະ​ຄວມ​ຄຸນ​ເປັນ​ສ່ວນ​ໃຫຍ່​ໃນ​ສະ​ພາ​ຕ່ຳ ແຕ່ກວມ​ ​ທີ່​ນັ່ງ​ເປັນ​ສ່ວນ​ຫນ້ອຍ​ຢູ່​ສະ​ພາ​ສູງ ແລະ ຄາດ​ວ່າ ພັກ​ປະ​ຊາ​ທິ​ປະ​ໄຕ​​ຈະເຫັນ​ດີ​ເປັນ​ເອກ​ະ​ພາບ ຄັດ​ຄ້ານ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຮ່າງ​ກົດ​ໝາຍນີ້. ພ້ອມ​ກັນ​ນັ້ນ ​ແມ່ນ​ການຄັດ​ຄ້ານ​ຈາກ​ປະ​ຊາ​ຊົນ​ດ້ວຍ​ການ​ແຫ່​ຂະ​ບວນ​ດຳ​ເນີນ​ເປັນ​ຫລາຍ​ຄັ້ງ​ທີ່ຫລາຍ​ລັດ​​ໃນ ອາ​ເມ​ລິ​ກາ. ຕໍ່​ຫນ້າ​ການ​ຜັນ​ແປ​ປະ​ຈຸ​ບັນນີ້, ແຜນ​ການ​ປະ​ຕິ​ຮູບ​ສາ​ທາ​ລະ​ນະ​ສຸກ​ຂອງ​ພັກ​ສາ​ທາ​ລະ​ນະ ແນ່ນອນ​ວ່າ​ຈະ​ຕ້ອງ​ເສຍ​ເວ​ລາຫລາຍ​​ຕື່ມ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ