ກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ-ອີຣານ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງສ.ອິດສະລາມ ອີຣານ ໂດຍທ່ານ Ali Ardeshir Larijani, ປະທານສະພາແຫ່ງຊາດຂອງປະເທດນີ້ນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 15 – 18 ເມສາ. ການຢ້ຽມຢາມຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມືຫວຽດນາມ - ອີຣານ, ໂດຍສະເພາະແມ່ນໃນສະພາບທີ່ 2 ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ກຳລັງໜູນໃໝ່ໃຫ້ແກ່ການພົວພັນຫວຽດນາມ-ອີຣານ - ảnh 1ທ່ານ Ali Ardeshir Larijani, ປະທານສະພາແຫ່ງຊາດ ອີຣານ

(ພາບປະກອບ: TTXVN)

ຫວຽດນາມ ແລະ ອີຣານ ໄດ້ສ້າງຕັ້ງການພົວພັນເມື່ອປີ 1973 ພາຍຫຼັງສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ ຟື້ນຟູສັນຕິພາບຢູ່ຫວຽດນາມ ທີ່ໄດ້ຮັບການລົງນາມ. ວັນທີ 22 ມັງກອນ 1991, ອີຣານ ໄດ້ເປີດສະຖານທູດປະຈຳຮ່າໂນ້ຍ. ປີ 1997, ຫວຽດນາມ ເປີດສະຖານທູດປະຈຳເຕເຮຣານ. ເດືອນ ກັນຍາ 2009, ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ອີຣານ. ການພົວພັນລະຫວ່າງຫວຽດນາມ - ອີຣານ ໄດ້ຮັບການພັດທະນາຢ່າງດີງາມນັບແຕ່ເວລານັ້ນເປັນຕົ້ນມາ. ນີ້ແມ່ນປະຖົມປັດໄຈທີ່ດີໃຫ້ແກ່ 2 ຝ່າຍຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ.

ພື້ນຖານການພົວພັນອັນດີງາມ

        45 ປີຜ່ານມາ, ໄດ້ມີປະທານປະເທດຫວຽດນາມ 3 ທ່ານໄປຢ້ຽມຢາມອີຣານ ແລະ ປະທານາທິບໍດີອີຣານ 3 ທ່ານມາຢ້ຽມຢາມຫວຽດນາມ. ພິເສດ, ໃນປີ 2016 ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມອີຣານ (ເດືອນ ມີນາ 2016) ແລະ ທ່ານປະທານາທິບໍດີອີຣານ Hassan Rouhani ມາຢ້ຽມຢາມຫວຽດນາມ (ເດືອນ ຕຸລາ 2016) ໄດ້ຊີ້ໃຫ້ເຫັນບັນດາຄວາມມານະພະຍາຍາມຢູ່ຂັ້ນສູງສຸດ ເພື່ອສ້າງກອບກົດໝາຍໃຫ້ແກ່ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອີຣານ ເທື່ອລະກ້າວ. ຫວ່າງມໍ່ໆມານີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດອີຣານ ຢູ່ນອກກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 137 ຢູ່ນະຄອນ Saint Petersburg, ປະເທດສະຫະພັນລັດເຊຍ. ບັນດາການຢ້ຽມຢາມຂັ້ນສູງດັ່ງກ່າວໄດ້ເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

        ມີສັນຍາຮ່ວມມືຫຼາຍສະບັບເຊິ່ງ 2 ປະເທດໄດ້ຮັບການລົງນາມໃນບັນດາຂົງເຂດເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ວິທະຍາສາດເຕັກນິກຄື: ຂໍ້ຕົກລົງຮ່ວມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ວິທະຍາສາດເຕັກນິກ (ປີ 1993); ສັນຍາຂົນສົ່ງທາງອາກາດ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດວັດທະນະທຳ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ, ການຄົ້ນຄວ້າ ແລະ ສຶກສາ; ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ; ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດສິນໃນນ້ຳ…

ແງ່ຫວັງຮ່ວມມືດ້ານເສດຖະກິດ

        ປະຈຸບັນ, ອີຣານ ແມ່ນຄູ່ຄ້າລາຍໃຫຍ່ຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ເຖິງວ່າ 2 ປະເທດໄດ້ຮັບການສ້າງຕັ້ງການພົວພັນທາງການທູດນັບແຕ່ປີ 1973 ກໍຕາມ, ແຕ່ການພົວພັນດ້ານການຄ້າ 2 ຝ່າຍຫາກໍ່ເລີ່ມຕົ້ນພັດທະນານັບແຕ່ປີ 2003. ອີຣານ ແມ່ນຕະຫຼາດຈຳໜ່າຍສຳຄັນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບບັນດາສິນຄ້າສົ່ງອອກຂອງຫວຽດນາມ, ພິເສດແມ່ນໂທລະສັບມືຖື, ຜະລິດຕະພັນເອເລກໂຕນິກ ແລະ ເຄື່ອງອາໄຫຼ່, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ສິນໃນນ້ຳ, ຜະລິດຕະພັນກະເສດ, ເຄື່ອງປຸງ, ທັນຍາຫານ… ປະຈຸບັນ, ມີວິສາຫະກິດ ຫວຽດນາມ ບາງແຫ່ງຄື: Vegetexco, Vinamilk, Vinasoy, Hapro, Intimex… ໄດ້ມີໜ້າຢູ່ອີຣານ ແລະ ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າ 2 ຝ່າຍບັນລຸປະສິດທິຜົນກວ່າ. ນັບແຕ່ປີ 2011 ມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ສົ່ງອອກເກີນດູນໄປຍັງຕະຫຼາດອີຣານ.

        ການນຳຂັ້ນສູງ 2 ປະເທດໄດ້ເຫັນດີເພີ່ມທະວີການຮ່ວມມື, ເພີ່ມວົງເງິນການຄ້າ 2 ສົ້ນໃຫ້ຂຶ້ເຖິງນລະດັບ 2 ຕື້ USD ໃນຊຸມປີຈະມາເຖິງ (2021). ເພື່ອຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ, 2 ຝ່າຍພວມສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດຮ່ວມມື, ດຳເນີນທຸລະກິດ, ລົງທຶນໃນບັນດາຂົງເຂດທີ່ມີທ່າແຮງເທື່ອລະກ້າວ ຄື: ພະລັງງານ, ໂທລະຄົມ, ວິທະຍາສາດເຕັກໂນໂລຊີ, ສິນໃນນ້ຳ…

        ນອກຈາການຮ່ວມມືດ້ານເສດຖະກິດ, ການລົງທຶນ, 2 ປະເທດກໍ່ເອົາໃຈໃສ່ເຖິງການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການແລກປ່ຽນນັກຊ່ຽວຊານ, ນັກຄົ້ນຄວ້າ ແລະ ນັກສຶກສາລະຫວ່າງມະຫາວິທະຍາໄລຂອງ 2 ປະເທດ.

        ເພື່ອສ້າງບັນດາກອບກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ, ຫວຽດນາມ ແລະ ອີຣານ ກໍ່ໄດ້ພ້ອມກັນຊຸກຍູ້ການເຈລະຈາ ແລະ ກ້າວໄປເຖິງການລົງນາມໃນບັນດາເອກະສານຮ່ວມມືໃນຂົງເຂດການເງິນ, ຮ່ວມມືປົກປັກຮັກສາ ແລະ ກວດກາໂລກພະຍາດ, ຂໍ້ມູນຂ່າວສານ ແລະ ສື່ສານ… ໂດຍໄວ. ເລື່ອງ 2 ປະເທດລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານສູນກາງອີຣານ (2016) ແມ່ນພື້ນຖານເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດກວ່າອີກ.

        ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອີຣານ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ. ອີຣານ ແມ່ນປະຕູສຳຄັນເພື່ອໃຫ້ສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດຕາເວັນອອກກາງ.

        ບົນພື້ນຖານ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ອີຣານ ຄັ້ງນີ້ ໂດຍທ່ານ Ali Ardeshir Larijani, ປະທານສະພາແຫ່ງຊາດນຳໜ້າ, ໄດ້ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ