ຂຸດຄົ້ນ ແລະ ນຳໃຊ້ທີ່ດິນຢ່າງມີປະສິດທິຜົນ

(vovworld)- ວັນ​ທີ 17/6, ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ປຶກສາ​ຫາລື​ຄັ້ງ​ສຸດ​ທ້າຍ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​ຮັບຮອງ​ເອົາ. ຮ່າງ​ກົດໝາຍ​ມີ​ຫລາຍ​ເນື້ອ​ໃນ​ສຳຄັນ​ໄດ້​ຮັບ​ການ​ປັບປຸງ ​ເພື່ອ​ຮັບປະກັນ​ຄວາມ​ກົມ​ກ່ຽວ​ລະຫວ່າງ​ສິດຜົນປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາຊົນ. ​

ຂຸດຄົ້ນ ແລະ ນຳໃຊ້ທີ່ດິນຢ່າງມີປະສິດທິຜົນ - ảnh 1
ສສຊປຶກສາຫາລືກ່ຽວກັບກົດໝາບວ່າດ້ວຍທີ່ດິນສະບັບປັບປຸງ
ພາບ:thuvienphapluat.vn

        ​ການ​ຕີ​ລາຄາ​ລວມ​ສະ​ແດງໃຫ້​ເຫັນ​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ຄັ້ງນີ້ ​ໄດ້​ເພີ່ມ​ເຕີມ​ບັນດາ​ຂໍ້ກຳນົດ​ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ພວມ​ນຳໃຊ້​​ໃນ​ປະຈຸ​ບັນ ກ່ຽວ​ກັບ​ບັນດາ​ບັນຫາ​ວາງ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ, ຄ່າ​ຊົດ​ເຊີຍ, ບຸກ​ເບີ​ກຫນ້າ​ພຽງ, ກຳນົດ​ລາຄາ​ທີ່​ດິນ, ຫນູນ​ຊ່ວຍ​ການ​ຕັ້ງ​ຖິ່ນ​ຖານ​ຄືນ​ໃຫມ່. ຮ່າງ​ກົດໝາຍ​ດັ່ງກ່າວ​ແມ່ນ​ປັບປຸງ​ຕາມ​ທິດ​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ປະຊາຊົນ​ຖືກ​ຖອນ​ທີ່​ດິນ​ໄດ້​ຮັບ​ການຮັບປະກັນ​ໃຫ້​​ເໝາະ​ສົມ, ​ແຫ​ລ່ງກຳລັງ​ກ່ຽວ​ກັບ​ທີ່​ດິນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເພ່ືອ​ໃຫ້​ກາຍ​ເປັນ​ກຳລັງ​ແຮງ​ພາຍ​ໃນ​ທີ່​ສຳຄັນ ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ທ່ານນາງ ຫງວຽນ​ແທງ​ຖູ​ຍ, ສສຊ ​ແຂວງ ບີ່​ງດີ້​ງ ​ເຫັນ​ດີ​​ເຫ​ັນພ້ອມກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ​​ຊື່​ງໄດ້​ກຳນົດ: ບັນດາ​ກໍລະນີ​ຖອນ​ທີ່​ດິນ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຜົນ​ປະ​ໂຫຍ​ດຂອງ​ສ່ວນ​ລວມ ​ແລະ ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດ​ຖະກິດ​ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ ຫງວຽນ​ແທງ​ຖູ​ຍຖື​ວ່າ:

          ກ່ຽວ​ກັບ​ບັນດາ​ກໍລະນີ​ຖືກ​ຖອນ​ທີ່​ດິນ, ຂ້າພະ​ເຈົ້າ​ສະ​ເຫ​ນີ: ສຳລັບ​ການ​ຖອນ​ທີ່​ດິນ​ຮັບ​ໃຊ້ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ ຕ້ອງ​ມີ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ກວ່າ ​ເພື່ອ​ພິສູດ​ໃຫ້​ເຫັນ​ບັນດາ​ໂຄງການ​ນີ້​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຜົນ​ປະ​ໂຫຍ​ດສ່ວນ​ລວມ, ສ່ວນ​ບັນດ​າ​ໂຄງການ​ທີ່​ມີ​ລັກສະນະ​ສະ​ເພາະ​ດ້ານເສດຖະກິດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ນັກ​ລົງທຶນ ​ແມ່ນ​ມອບໃຫ້​ນັກ​ລົງທຶນ​ປຶກສາ​ຫາລື​ຕົກລົງກັບ​ຜູ້ນຳ​ໃຊ້​ທີ່​ດິນ​ເພື່ອ​ຮັບ​ການປະກອບ​ທຶນ, ​​ເໝາະສົມ​ກັບ​ການ​ກຳນົດ​ນຳ​ໃຊ້ທີ່​ດິນ.”

        ຕາມ ສສຊ ຈຳນວນ​ຫນຶ່ງ​ແລ້ວ ຕ້ອງ​ຮັບປະກັນ​ຄວາມ​ກົມກຽວ​ລະຫວ່າງ​​ເປົ້າໝາຍ​ຖອນ​ທີ່​ດິນ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ກັບ​ນະ​ໂຍບາຍຮັບປະກັນ​ຊີວິດ​ການ​ເປ​ັນຢູ່​ຂອງ​ປະຊາຊົນ. ຖ້າ​ບໍ່​​ເຮັດ​ຄື​ແນວ​ນັ້ນ, ອາດ​ຈະ​ເກີດ​ສະພາບ​ຟ້ອງ​ຮ້ອງ​ກ່ຽວ​ກັບ​ທີ່​ດິນ, ສະພາບ​​ຟຸມ​ເຟືອຍ​ທີ່​ດິນ​. ສະ​ນັ້ນ ຄະນະ​ຮຽບຮຽງ​ຄວນ​ຄົ້ນ​ຄ້ວາ​ບັນຫາ​ດັ່ງກ່າວ​ໃຫ້​​ເຖິງ​ຖອງ​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ ​ແລະ ​ແບບ​ຍືນ​ຍົງ.

ຂຸດຄົ້ນ ແລະ ນຳໃຊ້ທີ່ດິນຢ່າງມີປະສິດທິຜົນ - ảnh 2
ພາບປະກອບ:internet

          ກ່ຽວ​ກັບ​ການ​​ຊົດ​ເຊີຍ, ​ຫນູນ​ຊ່ວຍ​ການ​ຕັ້ງ​ຖິ່ນ​ຖານ​ຄືນ​ໃຫມ່​​ໃຫ້​ແກ່​ປະຊາຊົນເມື່ອ​ລັດ​ຖອນ​ທີ່​ດິນ. ຕາມ  ສສຊ ຈຳນວນ​ຫນຶ່ງ ນີ້​ແມ່ນສາຍ​​ເຫດ​ທີ່​ພາ​ໃຫ້​ເກີດການ​ຟ້ອງ​ຮ້ອງ​ທີ່​ດິນນັບ​ມື້​ນັບ​ເພີ່ມ​ຂຶ້ນ, ສະ​ນັ້ນ ການ​ປັບປຸງ​ກົດໝາ​ຍວ່າ​ດ້ວຍ​ທີ່​ດິນ​ຄັ້ງ​ນີ້​ຕ້ອງ​ປັບປຸງ​ຢ່າງຮອບດ້ານ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຊົດ​ເຊີຍ, ຫນູນ​ຊ່ວຍ, ຕັ້ງ​ຖິ່ນ​ຖານ​ຄືນ​ໃຫມ່​ໃຫ້​ແກ່​ປະຊາຊົນ​ເມື່ອ​ລັດ​ຖອນ​ທີ່​ດິນ.  ທ່ານ ​ເຈີ​ນງອກ​ວີ​ງ ສສຊ ນະ​ຄອນ​ຫາຍ​ຟ່ອງ ຍົກ​ຄຳ​ເຫັນ​ວ່າ:

        “ສະ​ເຫ​ນີຄະນະ​ຮຽບຮຽງ​ຈົ່ງຄົ້ນ​ຄ້ວາ​ນຳ​ໃຊ້​ບັນດາ​ກົນ​ໄກ​ລາຄາ​ໃຫ້​ມີ​ຄວາມ​ຍຸຕິ​ທຳ,ດ້ວຍການ​​​ແລກທີ່​ດິນ​ເອົາ​ທີ່​ດິນ, ​​ແລກເຮືອນຢູ່​ເອົາ​ເຮືອນ​ຢູ່. ປະຊາຊົນ​ບໍ່​ຕ້ອງ​ເສຍ​ເງິນ​ຕື່ມ​ອີກ ພ້ອມ​ທັງ​ລັດ​ຕ້ອງ​ຫນູນ​ຊ່ວຍ​ລາຍ​ຈ່າຍຕື່ມອີກ​ເພື່ອ​ໃຫ້​ປະຊາຊົນ​ທີ່ຖືກ​ຖອນ​ທີ່​ດິນ​ນັ້ນກັບ​ຄືນ​ສູ່​ຊີວິດ​ເປັນ​ປົກກະຕິ​ໂດຍ​ໄວ. ທີ​ສອງ  ຍົກ​ລະດັບຄ່າຊົດ​ເຊີຍ​ໃຫ້​ແກ່​ຊາວ​ກະສິກອນ​ທີ່​ຖືກ​ຖອນ​ທີ່​ດິນ​ກະສິກຳ ພ້ອມ​ກັນ​ນັ້ນ ລັດ​ຕ້ອງ​ສອນ​ວິຊາ​ຊີບ​ເພື່ອ​ຫັນປ່ຽນ​ອາຊີບ​ໃຫ້​ແກ່​ຊາວ​ກະສິກອນ​ພາຍຫລັງ​​ຖືກ​ຖອນ​ທີ່​ດິນ. ທີ​ສາມ ຕ້ອງ​ສ້າງ​ກົນ​ໄກຊື້​ສິດ​ນຳ​ໃຊ້​ທີ່​ດິນ ​ແລະ ກົນ​ໄກ​ຕົກລົງ​ກັນເອງ​ກ່ຽວ​ກັບ​ລາຄາ​ຊົດ​ເຊີຍ​ທີ່​ດິນ​ລະຫວ່າງ ວິ​ສາ​ຫະກິດ ​ແລະ ຜູ້​ມີ​ທີ່​ດິນ​ຖືກ​ຖອນ.”

          ກ່ຽວ​ກັບ​ລາຄາ​ທີ່​ດິນ, ​ເຖິງ​ວ່າ ຄະນະ​ຮຽບຮຽງ​ໄດ້​ສ້າງ​ຂໍ້​ມາດຕາ​ສະ​ເພາະ ​ໂດຍ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ຫລັກການ​ກຳນົດ​ລາ​ຄາ​ທີ່​ດິນ, ຕາຕະລາງລາຄາ​ທີ່​ດິນ ​ແລະ ລາຄາ​ທີ່​ດິນ​ລະອຽດກໍ​ຕາມ ​ແຕ່​ຕາມ ສສຊ ຈຳນວນ​ຫນຶ່ງ​ແລ້ວ​, ​ເນື້ອ​ໃນ​ກຳນົດ​ກ່ຽວ​ກັບ​ລາຄາ​ທີ່​ດິນ​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ຄັ້ງ​ນີ້ ບໍ່​ທັນ​ມີ​ບາດກ້າວ​ບຸກທະລ​​ຸ​ພື້ນຖານເທື່ອ. ສະ​ນັ້ນ ​ເພື່ອ​ສ້າງ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ລາຄາ​ທີ່​ດິນ​ໃຫ້​ສົມບູນ​ແບບ, ຕາມ​ທ່ານ ຫງອກ​ວີ​ງ ​ແລ້ວ, ຄວນ​ກຳນົດ​ຢ່າງ​ລະອຽດ​ກວ່າ.

          ບັນດາ​ການ​ກຳນົດ​ກ່ຽວ​ກັບ​ລາຄາທີ່​ດິນ​ຕ້ອງ​ຮັບປະກັນ​ລະຫວ່າງ​ຜົນ​ປະ​ໂຫຍ​ດລະຫວ່າງ​ລັດ, ວິ​ສາ​ຫະກິດ ​ແລະ ປະຊາຊົນ. ຈຳ​ເປັນ​ຕອ້ງສ້າງ​ອົງການ​ມີ​ສິດ​ອຳນາດ​ຕັດສິນ​ກ່ຽວ​ກັບ​ລາຄາ​ທີ່​ດິນ ກັບ​ບັນດາ​ອົງການ​ມີ​ສິດ​ອຳນາດ​ຄຸ້ມ​ຄອງ​ທີ່​ດິນ. ຄວນ​ສ້າງ​ກົນ​ໄກ​ປຶກສາ​ຫາລື​​ລະ​ຫວ່າງ​ວິ​ສາ​ຫະກິດ ​ແລະ ປະຊາຊົນ.”

        ກ່ຽວ​ກັບ​ການວາງ​​ແຜ​ນກຳນົດ, ​ແຜນການ​ນຳ​ໃຊ້​ທີ່​ດິນ, ສສຊ ຫລາຍ​ທ່ານ​ໄດ້​ເຫັນ​ດີ​​ເຫັນ​ພ້ອມກັບ​ການ​ກຳນົດ​ໃນ​ຮ່າງ​ແຜນການ, ແຜນ​ນຳ​ໃຊ້​ທີ່​ດິນ​ ຊື່​ງລວມມີ 3 ຂັ້ນ: ລະດັບ​ລັດ, ລະດັບ​ແຂວງ ​ແລະ ລະດັບ​ເມືອງ.​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຫລາຍ​ຄຳ​ເຫັນ​ຢາກ​ຮັກ​ສາ​ 4 ຂັ້ນຄື​ເກົ່າ​​ໃນກົດໝາຍ​ນຳ​ໃຊ້ປະຈຸ​ບັນ ກ່ຽວ​ກັບ​ການ​ສ້າງ​ແຜນ​ນຳ​ໃຊ້​ທີ່​ດິນ​, ນັ້ນ​ແມ່ນ​ລະດັບ​ລັດ, ລະດັບ​ແຂວງ, ລະດັບ​ເມືອງ ​ແລະ ລະດັບ​ຕາ​ແສງ.  ທ່ານ ບຸ່ຍ​ວັນ​ເຟືອງ, ສສຊ ​ແຂວງ ນີງບີ່​ງ ​ສະ​ເຫ​ນີວ່າ:

        “ຄວນ​ຮັກສາ​ການວາງ​ແຜນ​ກຳນົດ, ​ແຜນ​ນຳ​ໃຊ້​ທີ່​ດິນ​ຢູ່​ລະດັບຕາ​ແສງຄື​ກົດໝາຍ​ນຳ​ໃຊ້​ປະຈຸ​ບັນ. ທີ​ສອງ ຫລັກການ​ສ້າງ​ແຜນ​ກຳນົດ ​ແລະ ​ແຜນ​ນຳ​ໃຊ້​ທີ່​ດິນ​ຈາກ​ຂອດ​ສັງ​ລວມ​ເຖິງ​ລະອຽດ ສະ​ນັ້ນ ບົນ​ພື້ນຖານ​ວາງ​ແຜນ​ກຳນົດ​ສັງ​ລວມ​ຢູ່​ຂັ້ນ​ເມ​ືອງ, ບັນດາ​ຕາ​ແສງ ຈະ​ວາງແຜນກຳ​ນົດຢ່າງ​ລະອຽດກວ່າ.

        ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ແມ່ນ​ປະມວນ​ກົດໝາຍ​ສຳຄັນ, ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ການ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ຄັ້ງ​ນີ້ ຈະ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ​ໃນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປະຈຸ​ບັນ, ປະກອບສ່ວນ​ສຳຄັນ​​ໃນ​ການ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ຊັບພະຍາ​ກອນ​ຢ່າງ​ມີ​ປະສິດທິ​ຜົນ ພ້ອມ​ທັງ​ຮັບປະກັນ​ຄວາມ​ກົມ​ກຽ່ວ​ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ