ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ໂອກາດຮ່ວມມືລະຫວ່າງຫວຽດນາມ-ອຽກລັງ

ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Daniel ພວມ​ທຳ​ການຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຫວຽດ​ນາມແຕ່ງວັນ​ທ​ີ 5 ຫ​າ​ວັນ​ທີ 14/11 ຕາມຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ ເປັນ​ຂີດ​ໝາຍ 20 ປີ​ແຫ່ງ​ການ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ-ອຽກ​ລັງ (1996-2016) ພ້ອມ​ທັງ​ເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃນ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

 

ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ໂອກາດຮ່ວມມືລະຫວ່າງຫວຽດນາມ-ອຽກລັງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Daniel

         ນີ້​ແມ່ນການຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຫວຽດ​ນາມຄັ້ງ​ທຳ​ອິດ​ຂອງ​ປະ​ມຸກ​ລັດ ອຽກ​ລັງ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຂອງ ອຽກ​ລັງ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ.

    ຂີດ​ໝາຍ​ໄລ​ຍະ20 ປີ​ແຫ່ງ​ການ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ

       ຫວຽດ​ນາມ ແລະ ອຽກ​ລັງໄດ້​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດໃນ​ວັນ​ທີ 5/4/1996. ພາຍຫຼັງໄດ້ສ້າງ​ການ​ພົວ​ພັນ​ທາງ​ການ​ທູດເປັນ​ເວ​ລາ 20 ປີ, ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ-ອຽກ​ລັງໄດ້​ບັນ​ລຸຫຼາຍ​ຜົນ​ງານ​ທີ່​ດີ​ງາມ. 2 ປະ​ເທດ​ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ບາງ​ຄະ​ນະ​ເປັນ​ປະ​ຈຳ ແລະ ໄດ້​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.

        ການ​ພົວ​ພັນ​ດ້ານ​ການ​ຄ້າ​ ລະ​ຫວ່າງ​ຫວຽດ​ນາມ-ອຽກ​ລັງພວມ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ຖ້າ​ຫາກວ່າ ໃນ​ປີ 2015, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ 2 ປະ​ເທດບັນ​ລຸ​ພຽງ 402 ລ້ານ USD ເທົ່າ​ນັ້ນ, ແຕ່​ໃນ​ຮອບ 9 ເດືອນ​ຕົ້ນ​ປີ 2016 ໄດ້​ບັນ​ລຸ​ເກືອບ 800 ລ​້ານ USD. ບັນ​ດາ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ຂອງ​ຫວຽດ​ນາມ​ທີ່​ສົ່ງ​ອອກ​ຂາຍ​ໃຫ້​ອຽກ​ລັງ ແມ່ນ : ໄມ້, ຜະ​ລິດ​ຕະ​ພັນ​ຈາກ​ໄມ້, ເກີບ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ….ປະ​ຈຸ​ບັນ​ອຽກ​ລັງ​ມີ 17 ໂຄງ​ການ​ລົງ​ທຶນ​ຢູ່​ຫວຽ​ດ​ນາມ. ບາງ​ບໍ​ລິ​ສັດ​ຂອງ​ອຽກ​ລັງ​ໄດ້​ປະ​ກົດ​ຕົວ​ຢູ່​ຫວຽດ​ນາມ​ແຕ່​ຕົ້ນຊຸມປີ 1990, ພົ້ນ​ເດັ່ນ​ຂຶ້ນ​ແມ່ນ EBS International ຂອງຂະ​ແໜງໄຟ​ຟ້າອຽກ​ລັງ. 2 ປະ​ເທດ​ໄດ້​ມີ​ການ​ພົວ​ພັນ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ແຂງແຮງ​ທີ່​ສຸດ​ໃນ​ຂົງ​ເຂດພະ​ລັງ​ງານ ແລະ ໄຟ​ຟ້າ. ປະ​ຈຸ​ບັນ, ຫວຽດ​ນາມ​ແມ່ນ​ປະ​ເທດ​ດຽວ​ໃນ​ອາ​ຊີ​ນອນ​ໃນ​ຈຳ​ນວນ 9 ປະ​ເທດ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ພັດ​ທະ​ນາ​ຈາກ​ລັດ​ຖະ​ບານ​ອຽກ​ລັງ. ແຫຼ່ງ​ທຶນ​ຊ່ວຍ​ເຫຼືອ​ພັດ​ທະ​ນາ​ຂອງ​ອຽກ​ລັງ​ທີ່​ສະ​ຫງວນ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ບັນ​ດາ​ຂົງ​ເຂ​ດ​ໜູນ​ຊ່ວຍ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ, ພັດ​ທະ​ນາ​ພາກ​ເອ​ກະ​ຊົນ​ແມ່​ຂອງ, ໜູນ​ຊ່ວຍ​ຫັນ​ປ່ຽ​ນ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ພາກ​ເອ​ກະ​ຊົນ​, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ອົງ​ການ​ຜູ້​ແທນ​ລາດ​ຊະ​ດອນ, ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ດຽວ” ຢູ່​ຫວຽດ​ນາມ, ຫນູນ​ຊ່ວຍບັນ​ດາ​ແຜນ​ການ, ໂຄງ​ການທີ່​ປະ​ຕິ​ບັດ​ຢູ່​ບັນ​ດາ​ທ້ອງ​ຖິ່ນ.

    ປີ 2011, ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຄ້າ ແລະ ພັດ​ທະ​ນາ​ອຽກ​ລັງ, ຝ່າຍ​ອຽກ​ລັງ​ໄດ້​ປະ​ກາດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາລະ​ຫວ່າງ​ຫວຽດ​ນາມ-ອຽກ​ລັງ​ໄລ​ຍະ 2011-2015 ດ້ວຍຍອດ​ມູນ​ຄ່າ 55 ລ້ານ ເອີ​ໂຣ. ຈຸດ​ໝາຍ​ສັງ​ລວມແມ່ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2011-2015 ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ໃນ​ມໍ່ໆ​ນີ້, ລັດ​ຖະ​ບານ​ອຽກ​ລັງຈະ ປະ​ກາດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາກັບຫວຽດ​ນາມ​ໄລ​ຍະ 2017-2020.

    ໃນ​ຂົງ​ເຂດ​ການ​ສຶກ​ສາ, ບຳ​ລຸງ​ສ້າງ, 2 ປະ​ເທດ​ພວມ​ຕັ້ງ​ໜ້າ​ເຊື່ອມ​ຕໍ່​ການ​ຮ່ວມ​ມື. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ອຽກ​ລັງ​ໄດ້​ໃຫ້​ທຶນ​ສຶກ​ສາ​ໃຫ້​ຫວຽດ​​ນາມລວມ​ປະ​ມານ 185 ທຶນ​ໂດຍ​ຜ່ານ 2 ໂຄງ​ການ: ໂຄງ​ການ​ທຶນ​ສຶກ​ສາຄົບ​ຊຸດ Irish Aid (IDEAS) ໄດ້​ຜັນ​ຂະ​ຫຍາຍ​ນັບ​ແຕ່​ປີ 2009, ສະ​ຫງວນ​ໃຫ້​ການ​ສຶກ​ສາ​ຂັ້ນ​ປະ​ລິນ​ຍາ​ໂທ​ກ່ຽວ​ກັບ​ຂະ​ແໜງ​ເຕັກ​ນິກຄື : ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ວິ​ທະ​ຍາ​ສາດ​ເຄຶ່ອງ​ຄອມ​ພິວ​ເຕີ, ເຕັກນິກ, ການ​ຢາ, ພາ​ສາ​ຕ່າງ​ປະ​ເທດ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ປະ​ຈຳ​ອຽກ​ລັງ​ໃນ​ປະ​ຈຸ​ບັນ​ມີ​ປະ​ມານ 4.000 ຄົນ, ມີ​ການ​ເຄື່ອນ​ໄຫວ​ທີ່​ດີ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ ແລະ ຍາ​ມ​ໃດ​ກໍ​ອ​ວາຍ​ໜ້າ​ມາ​ຫາ​ປະ​ເທດ​ຊາດ.

     2 ຝ່າຍ​ພວມ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດການ​ແກ້​ໄຂຜົນ​ຮ​້າຍ​ຢ່ອນຫຼັງ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ໃນ​ປາງ​ສົງ​ຄາມ, ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ຈາກ​ສານ​ພິດ​ສີ​ສົ້ມ, ຊອ​ກ​ຫາ​ກູ້​ໄພ​ກູ້​ຊີບ. ໃນ​ຂົງ​ເຂດ​ກະ​ສີ​ກຳ, ເດືອນ 9 ທີ່​ຜ່ານ​ມາ, ຫວຽດ​ນາມ​ນຳ​ສະ​ເໜີ 4 ຂົງ​ເຂດ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ອຽກ​ລັງ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ຊຶ່ງ​ລວມ​ມີ : ການ​ບຳ​ລຸງສ້າງການ​ຄຸ້ມ​ຄອງ​ພື້ນ​ຖານ​ກະ​ສີ​ກຳ​ທີ່​ທັນ​ສະ​ໄໝ; ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ພື້ນ​ຖານ​ກະ​ສີ​ກຳອົງ​ຄະ​ທາດ, ການ​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ອາ​ຫານ, ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ປອ​ດ​ໄພ, ສືບ​ສວນ​ຕົ້ນ​ກຳ​ເນີດ ແລະ ສົ່ງ​ເສີມ​ຊຸກ​ຍູ້​ການ​ລົງ​ທຶນ​ພັດ​ທະ​ນາ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ລ້ຽງ​ງົວ​ໃຫ້​ແຂງ​ແຮງ.

      ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່

  ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ນີ້, ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Daniel ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ, ພົບ​ປະ​ກັບ​ການ​ນຳ​ຫວຽດ​ນາມ​ອີກຫຼາຍ​ທ່ານ. ປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Daniel ຍັງ​ຈະ​ໄປ​ຢ້ຽມ​ຢາມ​ບັນ​ດາ​ໂຄງ​ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ອຽກ​ລັງ​ອຸ​ປະ​ຖຳ​ຢູ່​ເຫ້ວ ແລະ ກວາງ​ຈິ, ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມິນ.

      ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງປະ​ທາ​ນາ​ທິ​ບໍ​ດີ ອຽກ​ລັງ Michael Daniel ຖືກ​ດຳ​ເນີນ​ກົງ​ກັບ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງ​ການ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ສູງ​ລະ​ຫວ່າງ 2 ປະ​ເທດ. ການ​ຢ້ຽມ​ຢາມບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ-ການ​ລົງ​ທຶນ, ການ​ຮ່ວມ​ມືພັດ​ທະ​ນາ ແລະ ການ​ສຶກ​ສາ-ບຳ​ລຸງ​ສ້າງ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ໄລຍະພັດ​ທະ​ນາ​ໃໝ່, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ສູງກວ່າ​ໃນ​ການ​ພົວ​ພັນຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ