ຂີດໝາຍການທູດຂອງຫວຽດນາມໃນປີ 2014


(vovworld)- ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແນວ​ທາງ​ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ, ປີ 2014 ບັນ​ດາ​ການ​ເຄື່ອນ​ໄຫວ​​ດ້ານການ​ທ​ູດ​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ  ແລະ ໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ​ລະ​ອຽດ. ການ​ເຄື່ອນ​ໄຫວ​ດ້ານ​ການ​ທູດບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ຢ່າງ​ສະ​ດວກ​ໃຫ້​​ແກ່ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ຫນູນ​ຊ່ວຍ​ການປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜນ​ດິນ​ອັບ​ຄົບ​ຖ້ວນ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ ອີກ​ດ້ວຍ.

ຂີດໝາຍການທູດຂອງຫວຽດນາມໃນປີ 2014 - ảnh 1
ທ່າ​ນ​ເລ​ຂາ​ທິ​ການ​ໃຫ​ຍ່​ຫງ​ວຽນ​ຟູຈ້ອງ
ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ V. Putin
ໃນ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ເມື່ອ​ເດືອນ 11/2014
ພາບ:TTXVN

        ປີ 2014, ການທູດ ຫວຽດ​ນາມ ສືບ​ຕໍ່​ຜັນ​ຂ​ະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ. ວຽກ​ງານ​ການ​ຕ່າງ​ປະ​ເທດ​ປີ 2014 ທັງ​ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ເພືື່ອ​ສ້າງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ທັງ​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ປະ​ເທດ​ຫວຽດ​ນາມ ສວມ​ບົດ​ບາດ​ໃຫຍ່ກວ່າ​ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

        ການ​​ທູດ​ຮັບ​ໃຊ້​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ

       ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ປີ 2014 ແມ່ນ​ປີ​ຊື່ງ​ວີ​ວັດ​ການ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ຂອງ​ຫວຽດ​ນາມ ມີ​ບາດ​ກ້າວ​ສຳ​ຄັນ. ໄລ່​ມາ​ຮອດ​ຈຸດ​ເວ​ລານີ້, ຫວຽດ​ນາມ ໄດ້​ສຳ​ເລັດ 2/6 ວຽກ​ງານເຈ​ລະ​ຈາ FTA, ຊື່ງ​ລ​ວມ​ມີ FTA ກັບ ສ​ເກົາ​ຫລີ ແລະ ສຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ - ເບ​ລາ​ຣຸດ -ກາ​ຊັກ​ສະ​ຖານ ພ້ອມ​ທັງ​ຮັກ​ສາ​​ທ່ວງທ່າ ເຈ​ລະ​ຈາ​ຂອງ​ບັນ​ດາ FTA ອື່ນ. ການ​ເຈ​ລ​ະ​ຈາ FTA ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຕົ້ນ​ຕໍ ນັ້ນ​ແມ່ນ ສະ​ຫະ​ພາບ​ເອີ​ລົບ (EU) ແລະ ສັນ​ຍາ​ຄູ່​ຮ່ວມ​ມືຂ້າມ​ປາ​ຊີ​ຟີກ (TPP) ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ ແລະ ຄາດ​ວ່າ ຈະ​ສຳ​ເລັດ​ໃນ​ໄຕ​ມາດ 1/2015. ໃນ​ສະ​ພາ​ວະ​ເສດ​ຖະ​ກິດ​ໂລກ​ສືບ​ຕໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ການ​ເຈ​ລະ​ຈາ FTA ຫລາຍ​ຄັ້ງ​ຢູ່​ໃນ​ໂລກ​ເກືອບ​ຄື​ວ່າ​ພວ​ມ​​ຊັກ​ຊ້າ​ລົງ, ບັນ​ດາ​ໝາກ​ຜົນ​ການ​ເຈ​ລະ​ຈາ FTA ຂອງ​ຫວຽດ​ນາມ ມີ​ຄວາມ​ໝາຍ​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ໃນ​ການ​ຜັນ​ຂະ​ຫຍາຍ​ຈຸດ​ໝາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ​ຢ່າງ​ແຮງ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

        ສຳ​ລັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 14 ປະ​ເທດ ແລະ ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ 11 ປະ​ເທດ ຊື່ງ​ຫວຽດ​ນາມ ໄດ້​ກຳ​ນົດ​ຂອບ​ເຂດ​ການ​ພົວ​ພັນ​ກ່ອນນີ້, ການ​ເຄື່ອນ​ໄຫວ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ປີ 2014 ສືບ​ຕໍ່​ເຮັດ​ໃຫ້​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານນັ້ນ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ, ຜົນ​ປະ​ໂຫຍດຢ່າງ​ແທດ​ຈິງ. ປີ​ຜ່ານ​ມາ, ຍ້ອນ​ມີ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຮງ ແລະ ຖືກ​ກັບ​ຈຸດ​ເວ​ລາ​ທີ່​ວຽກ​ງານ​ຂົນ​ຂວາຍ​ການ​ເມືອງ, ການ​ທູດ ຢູ່​ທຸກ​ຂັ້ນ, ຫວຽດ​ນາມ ໄດ້​ຂົນ​ຂວາຍ​ຕື່ມ​ອີກ 12 ຄູ່​ຮ່ວມ​ມື ຮັບ​ຮູ້​ຂໍ້​ກຳ​ນົດ​ເສດ​ຖະ​ກິດ​ການ​ຕະ​ຫລາດ, ບັນ​ລຸ​ຈຳ​ນວນ​ສູງ​ສຸດ​ໃນ​ 5 ປີ​ຜ່ານ​ມາ, ຍົກ​ຍອດ​ຈຳ​ນວນ​ຄູ່​ຮ່ວມ​ມື​ຮັບ​ຮູ້​ຫວຽດ​ນາມ ປະ​ຈຸ​ບັນ ແມ່ນ​ຂຶ້ນ​ເຖິງ 56 ປະ​ເທດ. ເປັນ​ຫນ້າ​ສົນ​ໃຈ, ອາ​ເມ​ລິ​ກາ ເປັນ​ຄັ້ງ​ທຳ​ອິດ ຢືນ​ຢັນ ເລື່ອງ​ຮັບ​ຮູ້​ຂໍ້​ກຳ​ນົດ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຂອງ​ຫວຽດ​ນາມ ບໍ່​ປະ​ສົບ​ສິ່ງ​ກີດ​ຂວາງ​ກ່ຽວ​ກັບ​ດ້ານ​ການ​ເມືອງ ແລະ ອາ​ເມ​ລິ​ກາ ຈະ​ສຳ​ເລັດ​ວຽກ​ງານ​ດັ່ງ​ກ່າວ​ໂດຍ​ໄວ. ສຳ​ລັບ EU, ຖະ​ແຫລງ​ການ​ຮ່ວມ​ໃນ​ການ​ຢ້ຽມ​ຢາມ EU ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເມື່ອ​ເດືອນ 10/2014 ໄດ້​ຢືນ​ຢັນ​ວ່າ: “EU ຊ່ວຍ​ຫວຽດ​ນາມ ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ສຳ​ເລັດ​ຜົນ ດ້ວຍ​ຖາ​ນະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ”

        ປົກ​ປັກ​ຮັກ​ສາ​ຜືນ​ແຜນ​ດິນ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ

        ປີ 2014, ການ​ທູດ​ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ເມື່​ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ​້ອງ​ເຖິງ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ສົມ​ເຫດ​ສົມ​ຜົນ. ພາຍ​ຫລັງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ ແລະ ໄຫລ່​ທະ​ວີບ​ຂອງ​ຫວຽດ​ນາມ. ໃນ​ແນວ​ຮົ​ບການ​ເມືອງ, ຫວຽດ​ນາມ​ໄດ້​ດຳ​ເນີນ​ການ​ພົບ​ປະ ແລະ ແລ​ກ​ປ່ຽນ​ຄຳ​ເຫັນ​ກັບ​ຝ່າຍ​ຈີນ 40 ຄັ້ງ ຜ່ານ​ທຸກ​ຂັ້ນ, ຂະ​ແຫນງ​ການ. ດ້ານ​ອື່ນ ໃນ​​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນຄັ້ງ​ຕ່າງໆ, ຫວຽດ​ນາມ ເຊີດ​ຊູ ທັດ​ສະ​ນະ, ຫລັກ​ໝັ້ນ​ເປັນ​ທຳ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຢືນ​ຢັນ​ຢ່າງ​ຈະ​ແຈ້ງ​ຫລັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ຄວາມ​ໝັ້​ນ​ຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ເຄົາ​ລົບ​ກົດໝາຍ​ສາ​ກົນ, ແກ້​ໄຂ​ບັນ​ດາ​​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທ​ີ. ຫລັກ​ໝັ້ນ, ທັດ​ສະ​ນະ​ຂອງ​ຫວຽດ​ນາມ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະ​ຫນັບ​ສະ​ຫນູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ. ມີ​ຫລາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ ໄດ້​ອອກ​ສຽງ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ, ຄັດ​ຄ້ານ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ຂອງ​ຈີນ. ພິ​ເສດ ໃນ​ອາ​ຊຽນ, ຫວຽດ​ນາມ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ຫລັກ​ໝັ້ນ​ລວມ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ, ທັນ​ການ ໃນ​ການ​ຫນູນ​ຊ່ວຍ​ໃຫ້​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທ​ິ​ປະ​ໄຕ​ຜ​ືນ​ແຜນ​ດິນ​ອັນ​ຄົ​ບ​ຖ້ວນ, ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ຂີດໝາຍການທູດຂອງຫວຽດນາມໃນປີ 2014 - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ປະ​ທານ
ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Manuel Barrosoໃນ​ການ​ຢ້ຽມ​ຢາມ​ເອີ​ລົບ​ເມື່ອ​ເດືອນ 10/2014
ພາບ:http://vnexpress.net

       ສະ​ແດງ​ໃຫ້​ເຫັນທີ່​ຕັ້ງ, ບົດ​ບາດ​​ທີ່​ມີ​ຕໍ່​ບັນ​ຫາ​ທົ່ວ​ໂລກ

        ປີ 2014, ຫວຽດ​ນາມ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ຕົນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ, ອົງ​ການ​ຢູ່​ພາກ​ພື້ນ ແລະ ສາ​ກົນ ຄື​: ສ​ປ​ຊ, ອາ​ຊຽນ, ການ​ຮ່ວມ​ມື ອ​າ​ຊີ -ເອີ​ລົບ, ເວ​ທີ​ປາ​ໄສ​ຮ່ວມມ​ື​ອາ​ຊີ-ປາ​ຊີ​ຟີກ. ຄຽງ​ຄູ່​ກັບ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຫວຽດ​ນາມ ຍັງ​ສະ​ແດງ​ໃຫ້​ເຫັນ​ການ​ປະ​ກອບ​ສ່ວນ​ສຳ​ລັບ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ສາ​ກົນ​. ພົ້ນ​ເດັ່ນ ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ເລັດ​ຜົນ​ຄື​: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ APEC. ກອງ​ປະ​ຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສະ​ເຫນີ​ສ້າງ​ຕັ້ງ​ສູນ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ APEC ຢູ່​ຫວຽດ​ນາມ. ປີ 2014 ກໍ​ແມ່ນ​ປີ​ທຳ​ອິດ ຫວຽດ​ນາມ ຮັບ​ບັນ​ດາ​​ຫນ້າ​ທີ່​ສຳ​ຄັນ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຫລາຍ​ຝ່າຍຄື: ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ສະ​ພາ​ຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA), ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ລະ​ຫວ່ງ​ຊາດ​ໂລກ IPU ຄັ້ງ​ທີ 132 ໃນ​ປີ 2015.

        ບົນ​ພື້ນ​ຖານ​ຂອງ​ບັນ​ດາ​ຜົນ​ງານ​ການ​ຕ່າງ​ປະ​ເທດ​ປີ 2014, ປີ 2015 ຫວຽດ​ນາມ​ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮ​ອບ​ດ້ານ. ບໍ່​ພຽງ​ແຕ່​ເປີດກວ້າງ​ການ​ພົວ​ພັນ​ກັບ​ທຸກ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຫວຽດ​ນາມ ຍັງ​ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ, ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ວຽກ​ງານ​ກ່ຽວ​ຂ້ອງ​ເຖິງ​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ຮ່ວມ​ບັນ​ດາ​ບັນ​ຫາ​ອື່ນ​ຂອງ​ໂລກ. ປີ 2015 ໝັ້ນ​ໝາຍ​ຈະສ້າງ​ບັນ​ດາ​ຂີດ​ໝາຍ​ໃຫມ່​ໃຫ້​ແກ່​ການ​ທູດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ