ຂີດໝາຍຂອງ ຫວຽດນາມ ໃນສະພາສິດທິມະນຸດ ສະຫະປະຊາຊາດ

(VOVWORLD) - ວັນທີ 3 ເມສາ 2023, ຢູ່ ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ ເຫັນດີເຫັນພ້ອມຮັບຮອງເອົາມະຕິສະເຫຼີມສະຫຼອງ 75 ປີບົດຖະແຫຼງການສາກົນກ່ຽວກັບສິດທິມະນຸດ ສປຊ (UDHR) ແລະ 30 ປີຖະແຫຼງການ ແລະ ໂຄງການກະທຳ Vienna (VDPA) ໂດຍ ຫວຽດນາມ ສະເໜີ ແລະ ຮຽບຮຽງ.

ນີ້ແມ່ນຂີດໝາຍພົ້ນເດັ່ນຂອງ ຫວຽດນາມ ທີ່ວາລະປະຊຸມຄັ້ງປະຖົມມະເລິກໃນຖານະຕຳແໜ່ງເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 2025. ການປະກອບສ່ວນຢ່າງມີປະສິດທິຜົນຂອງ ຫວຽດນາມ ທີ່ສະພາສິດທິມະນຸດ ສປຊ ແມ່ນການໂຕ້ຕອບຢ່າງແຮງ ຕໍ່ບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງ ກ່ຽວກັບບັນຫາສິດທິມະນຸດຂອງ ຫວຽດນາມ.

ຂີດໝາຍຂອງ ຫວຽດນາມ ໃນສະພາສິດທິມະນຸດ ສະຫະປະຊາຊາດ  - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ເຂົ້າຮ່ວມກອງປະຊຸມຂອງສະພາສິດທິມະນຸດ ສປຊ
(ພາບ:TTXVN)

       ມະຕິສະເຫຼີມສະຫຼອງ 75 ປີບົດຖະແຫຼງການສາກົນກ່ຽວກັບສິດທິມະນຸດ ສປຊ ແລະ 30 ປີຖະແຫຼງການ ແລະ ໂຄງການກະທຳ Vienna ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ, ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີທີ່ວາລະປະຊຸມຂັ້ນສູງໄຂກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 27 ກຸມພາ 2023. ມະຕິນີ້ແນໃສ່ຢັ້ງຢືນຄືນໃໝ່ ແລະ ເພີ່ມທະວີບັນດາຄວາມມານະພະຍາຍາມກໍ່ຄືການກະທຳມຸ່ງໄປເຖິງການບັນລຸບັນດາເປົ້າໝາຍ ແລະ ຄຸນຄ່າອັນໃຫຍ່ຫຼວງ, ກວມລວມຂອງເອກະສານສຳຄັນ 2 ສະບັບດັ່ງກ່າວ, ກໍ່ຄືບັນດາຄຳໝັ້ນສັນຍາລວມຂອງປະຊາຄົມສາກົນ ກ່ຽວກັບສິດທິມະນຸດ ສຳລັບທຸກໆຄົນ.

       ຂີດໝາຍພົ້ນເດັ່ນຂອງ ຫວຽດນາມ

        ເນື້ອໃນມະຕິໄດ້ສຸມໃສ່ຄວາມສຳຄັນ ແລະ ຫຼາຍເນື້ອໃນຕັ້ງໜ້າຂອງບົດຖະແຫຼງ ແລະ ຖະແຫຼງການດັ່ງກ່າວ, ຄື: ຢ້ຳຄືນບັນດາຫຼັກການຕົ້ນຕໍກ່ຽວກັບສິດທິມະນຸດຂອງເອກະສານສອງສະບັບ; ສ່ອງແສງຄວາມສົນໃຈທີ່ກ້ວາງຂວາງຂອງບັນດາປະເທດໃນການສະເຫຼີມສະຫຼອງເອກະສານສອງສະບັບນີ້; ຍົກສູງທີ່ຕັ້ງ, ບົດບາດ, ປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ ແລະ ບັນດາກົນໄກສິດທິມະນຸດ ສປຊ; ເນັ້ນໜັກບົດບາດແຖວໜ້າຂອງປະເທດຕ່າງໆໃນການຮັບປະກັນສິດທິມະນຸດ; ຮັບຮູ້ການເຂົ້າຮ່ວມຂອງແມ່ຍິງ, ບົດບາດຂອງການຮ່ວມມື ແລະ ຄວາມສາມັກຄີສາກົນ, ເຄົາລົບຄວາມເປັນຫຼາຍຮູບແບບ, ກວມລວມ… ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດເວົ້າລວມ ແລະ ໃນການເຂົ້າຮ່ວມວຽກງານຂອງ ສະພາສິດທິມະນຸດ ເວົ້າສະເພາະ.  ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ, ມະຕິໄດ້ສະແດງການປະກອບສ່ວນແທດຈິງ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນວຽກງານຂອງສະພາສິດທິມະນຸດ:

        “ອາດເວົ້າໄດ້ວ່າ, ນີ້ແມ່ນຂີດໝາຍພົ້ນເດັ່ນຂອງ ຫວຽດນາມ ນັບແຕ່ວາລະປະຊຸມຄັ້ງປະຖົມມະເລິກຊຸດທຳອິດໃນຖານະຕຳແໜ່ງເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 2025. ມະຕິໄດ້ສົ່ງຫຼາຍສານໃຫຍ່ ແລະ ຕັ້ງໜ້າກ່ຽວກັບການຮ່ວມມື ແລະ ຄວາມສາມັກຄີສາກົນ, ເຄົາລົບລັກສະນະຫຼາຍຮູບແບບ, ສົມດຸນໃນການພົວພັນສາກົນເວົ້າລວມ ແລະ ວຽກງານຂອງສະພາສິດທິມະນຸດ ເວົ້າສະເພາະ. ນີ້ແມ່ນຂໍ້ສະເໜີທີ່ທັນການຂອງ ຫວຽດນາມ, ຕອບສະໜອງຄວາມສົນໃຈ, ບຸລິມະສິດລວມຂອງປະຊາຄົມສາກົນ ແລະ ການປະກອບສ່ວນຍົກສູງສະຕິ, ຄວາມຕັດສິນໃຈ ແລະ ການກະທຳຂອງບັນດາປະເທດ ໃນການຫັນບັນດາເປົ້າໝາຍ, ຄະຕິກ່ຽວກັບສິດທິມະນຸດໃຫ້ປະກົດຜົນເປັນຈິງ. ຍ້ອນເຫດນັ້ນ, ມະຕິເຕົ້າໂຮມໄດ້ 98 ປະເທດຮ່ວມອຸປະຖຳ”.

        ການປະກອບສ່ວນແທດຈິງຂອງ ຫວຽດນາມ ທີ່ສະພາສິດທິມະນຸດ ສປຊ

        ຕາມທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລ້ວ, ມະຕິໄດ້ສະແດງໃຫ້ເຫັນສານໃຫຍ່ຫຼາຍຢ່າງ ແລະ ຕັ້ງໜ້າ, ພິເສດແມ່ນສານກ່ຽວກັບການຮ່ວມມື ແລະ ຄວາມສາມັກຄີສາກົນ, ເຄົາລົບຄວາມເປັນຫຼາຍຮູບຫຼາຍແບບ, ປອງດອງ, ຜ່ານນັ້ນ, ຊ່ວຍຊຸກຍູ້ຄວາມເຫັນດີເຫັນພ້ອມ, ປອງດອງ, ເຊື່ອມຈອດ ແລະ ບັນຍາກາດການຮ່ວມມືທີ່ສະພາສິດທິມະນຸດ, ໃນສະພາບມີຫຼາຍເວທີປາໄສສາກົນໃນໄລຍະຜ່ານມາຖືກແບ່ງແຍກຢ່າງເລິກເຊິ່ງ, ຊ້ຳບໍ່ໜຳຖືກຫັນເປັນການເມືອງ. ເລື່ອງ ຫວຽດນາມ ສະເໜີມະຕິນີ້ທີ່ສະພາສິດທິມະນຸດ ໄດ້ຕອບສະໜອງຄວາມເອົາໃຈໃສ່ຂອງປະຊາຄົມສາກົນກ່ຽວກັບການສະເຫຼີມສະຫຼອງ ແລະ ຍົກສູງບົດຖະແຫຼງສາກົນກ່ຽວກັບສິດທິມະນຸດ ແລະ ຖະແຫຼງການ ແລະ ໂຄງການກະທຳ Vienna ຢ່າງທັນການ, ເອກະສານສຳຄັນກ່ຽວກັບສິດທິມະນຸດນີ້, ສະແດງໃຫ້ເຫັນບົດບາດ ຫວຽດນາມ ແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ ແລະ ປະຊາຄົມສາກົນ.  ເລື່ອງມະຕິໄດ້ຮັບຮອງເອົາດ້ວຍຄວາມເຫັນດີເຫັນພ້ອມ, ມີການອຸປະຖຳຂອງ 98 ປະເທດໃຫ້ເຫັນວ່າມະຕິສະບັບນີ້ໄດ້ສະແດງໃຫ້ເຫັນຄວາມສົນໃຈ ແລະ ບຸລິມະສິດລວມຂອງບັນດາປະເທດ ແລະ ປະຊາຄົມສາກົນ, ດຶງດູດໄດ້ການຕອບສະໜອງ, ເຂົ້າຮ່ວມສະໜັບສະໜູນຈາກຫຼາຍປະເທດ, ໄດ້ຮັບການຕີລາຄາສູງຈາກຝ່າຍຕ່າງໆ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ເນັ້ນໜັກວ່າ:

        “ເລື່ອງ ຫວຽດນາມ ມີຂໍ້ລິເລີ່ມ ແລະ ຊຸກຍູ້ການຮັບຮອງເອົາມະຕິສະບັບນີ້ໃນວາລະປະຊຸມຄັ້ງປະຖົມມະເລິກໃນຖາໜ້າເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 2025 ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດລະຫວ່າງກະຊວງການຕ່າງປະເທດ, ບັນດາອົງການຜູ້ທີ່ເປັນເຈົ້າການ ຫວຽດນາມ ປະຈຳຕ່າງປະເທດ ກັບກະຊວງຂະແໜງການກ່ຽວຂ້ອງ, ກໍ່ຄືບົດບາດສະມາຊິກຕັ້ງໜ້າ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ສືບຕໍ່ປະກອບສ່ວນສ້າງທີ່ຕັ້ງໃຫ້ແກ່ ຫວຽດນາມ ໃນການຮ່ວມມືກັບບັນດາປະເທດພາຍໃນ ແລະ ຢູ່ນອກສະພາສິດທິມະນຸດ ໃນອາຍຸຂອງ ຫວຽດນາມ ໃນໄລຍະຈະມາເຖິງ”.

        ເລື່ອງ ຫວຽດນາມ ສະເໜີ, ຮຽບຮຽງ ແລະ ສະພາສິດທິມະນຸດ ສປຊ ໄດ້ຮັບຮອງເອົາ ມະຕິສະເຫຼີມສະຫຼອງ 75 ປີບົດຖະແຫຼງການສາກົນກ່ຽວກັບສິດທິມະນຸດ ສປຊ (UDHR)  ແລະ 30 ປີຖະແຫຼງການ ແລະ ໂຄງການກະທຳ Vienna (VDPA) ແມ່ນບາດກ້າວເປີດສາກເພື່ອໃຫ້ ຫວຽດນາມ ສືບຕໍ່ປະຕິບັດແຜນຮ່າງ “ຫວຽດນາມ ດຳລົງບົດບາດເປັນສະມາຊິກ ສະພາສິດທິມະນຸດ ສປຊ” ໃນອາຍຸການ 2023 2025 ໃຫ້ເປັນຢ່າງດີ. ການປະກອບສ່ວນຂອງ ຫວຽດນາມ ໃນອາຍຸການນີ້, ເຊິ່ງຈຸດສຸມແມ່ນ: ຕັ້ງໜ້າປະກອບສ່ວນ ເຂົ້າໃນວຽກງານຂອງ ສະພາສິດທິມະນຸດ, ທັງດ້ານວິຊາສະເພາະ ແລະ ການບໍລິຫານ, ປະສານງານ; ເປັນເຈົ້າການນຳພາ ຊຸກຍູ້ຂໍ້ລິເລີ່ມ ເພື່ອສະແດງຂີດໝາຍ ແລະ ເສີມຂະຫຍາຍຜົນປະໂຫຍດຂອງ ຫວຽດນາມ, ອີກເທື່ອໜຶ່ງຈະແມ່ນການໂຕ້ຕອບຢ່າງແຮງຕໍ່ບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງກ່ຽວກັບບັນຫາສິດທິມະນຸດຂອງ ຫວຽດນາມ ບົນເວທີສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ