ຂີດໝາຍປະຫວັດສາດໃນການພົວພັນຮ່ວມມື ມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ວັນ​ທີ 28/02, ​ເຈົ້າ​ຈັກກະ​ພັດ ຍີ່ປຸ່ນ Akihito ​ແລະ ພະມະ​ເຫ​ສີ ​ເລີ່​ມຕົ້ນ​ສະ​ເດັດຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ. ການ​ຢ​້ຽມຢາມທີ່​ແກ່ຍາວ​ເຖິງ​ວັນ​ທີ 05/03 ​ນີ້ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ເຈົ້າ​ຈັກກະພັດ ​ແລະ ພະມະ​​ເຫ​ສີ ຍີ່ປຸ່ນ, ​​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຂີດໝາຍປະຫວັດສາດໃນການພົວພັນຮ່ວມມື ມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ - ảnh 1
(ພາບປະກອບ)

        ເຈົ້າ​ຈັກກະພັດ ​ແລະ ພະມະ​​ເຫ​ສີ ຍີ່ປຸ່ນ ​ແມ່ນ​ສັນຍາ​ລັກ​ອັນ​ສູງ​ສົ່ງ​ຂອງ​ປະ​ເທດ ​ແລະ ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຍີ່ປຸ່ນ. ເຈົ້າ​ຈັກກະພັດ ​ແລະ ພະມະ​​ເຫ​ສີ ຍີ່ປຸ່ນ ພຽງ​ແຕ່​ປະຕິບັດ​ບັນດາ​ການ​ຢ້ຽມຢາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ພິ​ເສດ​ ສຳລັບບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ການ​ພົວພັນ​ຢ່າງສະໜິດ​ແໜ້ນ​ກັບ ຍີ່ປຸ່ນ ​ເທົ່າ​ນັ້ນ. ​ໂດຍ​ແມ່ນເຈົ້າ​ຈັກກະພັດທີ່​ມີ​ນ້ຳ​ໃຈ​ອັນ​ດີງາມ​ກັບ ຫວຽດນາມ, ເຈົ້າ​ຈັກກະພັດ Akihito ຍາ​ມ​ໃດ​ກໍ່​ສະໜັບສະໜູນ​ບັນດາ​ສະມາຊິກ​ໃນລາດ​ຊະ​ວົງ ຍີ່ປຸ່ນ ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ກັບ ຫວຽດນາມ.

        ດັ່ງ​ນັ້ນ, ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ​ໃນ​ຄັ້ງ​ນີ້​ຂອງເຈົ້າ​ຈັກກະພັດ ​ແລະ ພະມະ​​ເຫ​ສີ ຍີ່ປຸ່ນ ​ແມ່ນ​ເຫດການ​ສຳຄັນ, ມີ​ຄວາມ​ໝາຍສັນຍາ​ລັກ, ສ້າງ​ຂີດ​ໝາຍ​ປະຫວັດສາດ​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ; ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ ຍີ່ປຸ່ນ ສຳລັບ​ປະ​ເທດ ​​ແລະ ປະຊາຊົນ ຫວຽດນາມ; ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ນັບ​ມື້​ນັບ​ພັດທະນາ​ຮອບດ້ານ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​​ເຂົ້າ​ໃຈກັນ​ລະຫວ່າງ​ປະຊາຊົນ 2 ຊາດ.

ປະຫວັດຄວາມ​ເປັນ​ມາ​ແຫ່ງ​ການ​ພົວພັນ​ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ

        ປະຫວັດສາດ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ ການ​ພົວພັນ​ແລ​ກປ່ຽນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ. ​ໃນສະຕະວັດ​ທີ 8, ພະພິກຂຸ ​ເຟີ​ດຈ໋ຽດ ຈາກ​ພາກ​ກາງ ຫວຽດນາມ ​ໄດ້​​ໄປ ຍີ່ປຸ່ນ ​ເພື່ອ​ສອນ​ສາສະໜາ ແລະ ສອນ​ດົນຕີ ​ເລີມ​ເອີ໋ບ ພາຍຫລັງ​ພະ​ອົງ​ປະລິນິບພານປະຊາຊົນ​ທ້ອງ​ຖິ່ນ​ໄດ້ບູຊາ​ຢູ່ວັດ​ ດ້າຍອານ ນະຄອນ Nara. ​ໃນ​ສະຕະວັດ​ທີ 16, 17, ບັນດານັກ​ທຸລະ​ກິດ ຍີ່ປຸ່ນ ​ໄດ້​ມາ​ແລກປ່ຽນ​ຄ້າຂາຍ​ຢູ່ ​ໂຮ້ຍອານ ​ແລະ ປະຈຸ​ບັນຍັງ​ມີ​​ປູຊະນີຍະສະຖານ​ຫລາຍ​ແຫ່ງ​ຍັງ​ຄົງຮັກສາ​ໄວ້​ໄດ້ຄື: ຂົວ ຍີ່ປຸ່ນ, ​ເຂດສຸສານຂອງ​ຊາວ ຍີ່ປຸ່ນ.

       ນັບ​ແຕ່ປີ 1992 ມາ​ຮອດ​ປະຈຸ​ບັນ, ການພົວພັນ​ດ້ານ​ເສດຖະກິດ, ການ​ເມືອງ, ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ເປີດ​ກ້ວາງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ໄດ້​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ ຫວຽດນາມ ​ແລະ ຍີ່ປຸ່ນ ພັດທະນາ​ຢ່າງ​ວ່ອງ​ໄວ. ຍີ່ປຸ່ນ ​ແມ່ນ​ປະ​ເທດ​ໃນ​ກຸ່ມ G7 ທຳ​ອິດ​ຕ້ອນຮັບ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ ຫວຽດນາມ ມາ​ຢ້ຽມຢາມ (1995) ​ແລະ ​ແມ່ນປະ​ເທດ G7 ທຳ​ອິດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ກັບ ຫວຽດນາມ (2009), ປະ​ເທດ G7 ທຳ​ອິດ​ຮັບຮອງ​ເອົາຖານະ​ດ້ານ​ເສດຖະກິດ​ການ​ຕະຫລາດ​ຂອງ ຫວຽດນາມ (2011), ປະ​ເທດ G7 ທຳ​ອິດ​ເຊື້ອ​ເຊີນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມສຸດ​ຍອດ G7 ​ເປີດ​ກ້ວາງ (05/2016). ​ໃນ​ຂອບ​ເຂດ​ການ​ພົວພັນ​ໄດ້​ຍົກ​ລະດັບ​ຢ່າງ​ລຽນຕິດ​ຈາກການ​ພົວພັນ “ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ປົກກະຕິ​ຍາວ​ນານ” ປີ 2002 ​ຖືກ​ຍົກ​ລະດັບ​ເປັນການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງ​ຂວາງ ​ເພື່ອ​ສັນຕິພາບ ​ແລະ ຄວາມວັດທະນາ​ຖາວອນ​ຢູ່ອາຊີ” ປີ 2014. ປີ 2015, ​ໃນ​ການ​ຢ້ຽມຢາມ ຍີ່ປຸ່ນ ​​ຢ່າງ​ເປັນ​ທາງການ, ​ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ນາຍົກ​ລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ອອກ “​ຖະ​ແຫຼ​ງການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ​ແຫ່ງການ​ພົວພັນ ຫວຽດນາມ - ຍີ່ປຸ່ນ”.

ຂີດໝາຍປະຫວັດສາດໃນການພົວພັນຮ່ວມມື ມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ - ảnh 2
ເຈົ້າ​ຈັກກະພັດ ​ແລະ ພະມະ​​ເຫ​ສີ ຍີ່ປຸ່ນ
(ພາບອິນເຕີແນັດ)

ບໍ່​ພຽງ​ແຕ່​ຮ່ວມ​ມື​ໃນ​ຂອບ​ເຂດ 2 ຝ່າຍ​ເທົ່າ​ນັ້ນ, ຫວຽດ​ນາມ ແລະ ຍີ​ປຸ່ນ​ ຍັງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ແລະ ສະ​ໜັບ​ສະ​ໜູນ​ຊຶ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຄື : ສະ​ຫະ​ປະ​ຊາ​ຊາດ, ອາ​ຊຽນ, ອາ​ເປັກ, ອາ​ແຊມ, ສະ​ພາ​ສິດ​ທິ​ມະ​ນຸດ…ຫວຽດ​ນາມ​ສະ​ໜັບ​ສະ​ຫນູນ​ຍີ​ປຸ່ນເຂົ້າ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ (2016-2017) ແລະ ໝັ້ນ​ໝາຍ​ສືບ​ຕໍ່​ສະ​ໜັບ​ສະຫ​ນູນ ເປັນກຳ​ມະ​ການປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ ຂະ​ນະທີ່​ອົງ​ການນີ້​ໄດ້​ຮັບ​ການ​ເປີດ​ກ້​ວາງ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຍີ​ປຸ່ນ​ຢືນ​ຢັນ​ວ່າ ຄວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ​ຢູ່ ທະ​ເລ​ຕາ​ເວັນ​ອອກ; ສະ​ໜັນ​ສະ​ໜ​ູນ​ທັດ​ສະ​ນະ​ທີ່ບັນ​ດາການ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້​ຮັ​ບ​ການ​ແກ້​ໄຂໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ ແນ​ໃສ່​ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່ ທະ​ເລ​ຕາ​ເວັນ​ອອກ.

     ຊຸກ​ຍູ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ກ້​ວາງ​ເລິກ​ຫວຽດ​ນາມ-ຍີ​ປຸ່ນ​

ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ເຈົ້າ​ຈັກ​ກະ​ພັດ​ຍີ​ປຸ່ນ ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ​ໄດ້​ດຳ​ເນິນ​ໃນ​ສະ​ພາບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ກ້​ວາງ​ເລິກ​ເພື່ອ​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ອາ​ຊີ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ​ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ຮອບ​ດ້ານ​ໃນຫຼາຍ​ຂົງ​ເຂດ. ໄລ່​ຮອດ​ຈຸດ​ເວ​ລານີ້, ຍີ​ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ຫວຽດ​ນາມ ແລະ ແມ່ນ​ຜູ້​ໃຫ້​ການ​ຊ່ວຍ​ເຫຼືອ​ພັດ​ທະ​ນາ ODA ລາຍ​ໃຫຍ່ກວ່າ​ໝູ່ ແລະ ແມ່ນ​ຄູ່​ຮ່ວມ​ມື​ທີ່ 2 ກ່ຽວ​ກັບ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ FDI, ແມ່ນ​ຄູ່​ຮ່ວມ​ມື​ທີ 3 ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ແລະ ຄູ່​ຮ່ວມ​ມື​ທີ 4 ກ່ຽວ​ກັບ​ການຄ້າ. ພິ​ເສດ, ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີນ​ພາຍຫຼັງ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຍີ​ປຸ່ນ Shinzo Abe ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ເມື່ອ​ເດືອນ 1/2017 ຊຶ່ງ​ໄດ້​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ທີ່​ໜ້າ​ປະ​ທັບ​ໃຈ.

     ບົນ​ພື້ນ​ຖານ​ດັ່ງ​ກ່າວ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຫວຽດ​ນາມ​ຂອງເຈົ້າ​ຈັກ​ກະ​ພັດ​ຍີ​ປຸ່ນ ແລະ ພະ​ມະ​ເຫ​ສີ​ຍີ​ປຸ່ນ ກໍ​ແມ່ນ​ເຫດ​ການ​ທີ່​ສຳ​ຄັນ, ມີ​ຄວາມ​ໝາຍ​ເປັນ​ສັນຍາ​ລັກ, ເປັນ​ຂີດ​ໝາຍ​ແຫ່ງ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ຍີ​ປຸ່ນ​ທີ່​ມີ​ຕໍ່​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ. ຜ່ານນັ້ນ ກໍ​ເປັນ​ການ​ປະ​ກອ​ບສ່ວນຊຸກ​ຍູ້ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ກ້​ວາງ​ເລິກ​ລະ​ຫວ່າງ​ຫວຽດ​ນາມ-ຍີ​ປຸ່ນ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະ​ຫວ່າງ 2 ຊ​າດ.

ຕອບກັບ

ຂ່າວ/ບົດ​ອື່ນ