ຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກຳປູເຈຍ

(VOVWORLD) -ວັນທີ 20 ກໍລະກົດ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກ ກຳປູເຈຍ ຕາມຄຳເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ. ການຢ້ຽມຢາມດຳເນີນແຕ່ວັນທີ 20-22 ກໍລະກົດ ມີຄວາມໝາຍປະຫວັດສາດ ແລະ ແມ່ນເຫດການສ້າງຂີດໝາຍແຫ່ງບາດກ້າວພັດທະນາຂອງການພົວພັນ ຫວຽດນາມ - ກຳປູເຈຍ ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ.
ຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກຳປູເຈຍ - ảnh 1 ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ 

ນີ້ແມ່ນການຢ້ຽມຢາມກຳປູເຈຍ ເປັນຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃນຖານະຕຳແຫນ່ງເປັນເລຂາທິການໃຫຍ່, ຖັດຈາກການຢ້ຽມຢາມຄັ້ງທຳອິດ ແຕ່ວັນທີ 6 - 8 ທັນວາ ປີ 2011. ການຢ້ຽມຢາມໄດ້ດຳເນີນໄປໃນສະພາວະ ຫວຽດນາມ ແລະ ກຳປູເຈຍ ຫາກໍ່ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ.

ຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບກັບກຳປູເຈຍເປັນສຳຄັນ

ການຢ້ຽມຢາມທາງລັດຖະກິດກຳປູເຈຍຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ດຳເນີນໄປກົງກັບໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ. ພິເສດ ກ່ອນນັ້ນ ໃນ “ປີມິດຕະພາບ ກຳປູເຈຍ - ຫວຽດນາມ 2017”, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໄປຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ (ເມື່ອເດືອນເມສາປີ 2017), ເປັນການຢັ້ງຢືນຢ່າງຈະແຈ້ງໃຫ້ແຜນນະໂຍບາຍສະເຫມີຕົ້ນສະຫມີປາຍຂອງຫວຽດນາມ ຍາມໃດກໍ່ຖືການພົວພັນທີ່ເປັນມູນເຊື້ອຍາວນານລະຫວ່າງສອງປະເທດເປັນສຳຄັນ ແລະ ເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງຫນ້າເພື່ອພັດທະນາການພົວພັນນີ້.

ສິ່ງດັ່ງກ່າວກໍໄດ້ຮັບການຢັ້ງຢືນຜ່ານບັນດາການຢ້ຽມຢາມຫວຽດນາມ ຫວ່າງແລ້ວນີ້ ຂອງການນຳຂັ້ນສູງ ກຳປູເຈຍ, ເປັນຕົ້ນແມ່ນ ການຢ້ຽມຢາມ ຂອງ ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ທັງເປັນປະທານພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດ ແລະ ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ ສົມເດັດ ແຮງຊຳຣີນ ໃນທ້າຍເດືອນ ມິຖຸນາຜ່ານມາ.

ຜ່ານການຢ້ຽມຢາມ, ບັນດາການນຳ ຫວຽດນາມ ແລະ ກຳປູເຈຍ  ຍາມໃດກໍ່ຢັ້ງຢືນການພົວພັນອັນດີງາມລະຫວ່າງສອງປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ແມ່ນຊັບສົມບັດອັນລ້ຳຄ່າຄວນສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງ ແລະ ພັດທະນາຂຶ້ນສູ່ລະດັບສູງໃຫມ່ ຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”. ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ:

“ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກສິ່ງທົດສອບຫລາຍຢ່າງ ຜ່ານການຜັນແປຂອງປະຫວັດສາດ, ແຕ່ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານອັນດີງາມລະຫວ່າງ ຫວຽດນາມ ແລະກຳປູເຈຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຊັບສົມບັດອັນລ້ຳຄ່າ, ສັກກະລະບູຊາ ແລະ ໝັ້ນຄົງຂອງສອງຊາດ. ພວກເຮົາມີຄວາມເຊື່ອໝັ້ນວ່າ ເຖິງວ່າສະພາບການໂລກ ແລະ ພາກພື້ນ ຈະເກີດການຜັນແປແນວໃດກໍຕາມ ແຕ່ສອງປະເທດ, ສອງຊາດ ຫວຽດນາມ ແລະ ກຳປູເຈຍ ຈະເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກວ່າອີກ, ເພີ່ມພູນຄູນສ້າງການພົວພັນນີ້ໃຫ້ພັດທະນາອັນດີງາມກວ່າອີກ. ນີ້ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ, ແມ່ນຫນ້າທີ່ຂອງພວກເຮົາປະຈຸບັນ ເທົ່ານັ້ນ ຫາກຍັງແມ່ນຂອງການນຳ ແລະ ປະຊາຊົນສອງປະເທດລຸ້ນຕໍ່ໆໄປອີກດ້ວຍ.”

ການຮ່ວມມືຢ່າງມີປະສິດທິຜົນໃນທຸກຂົງເຂດ

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງ ມີເສັ້ນຊາຍແດນທາງບົກຮ່ວມ ດ້ວຍຄວາມຍາວປະມານ 1137 ກິໂລແມັດ, ມີເຂດທະເລຕິດຕໍ່ກັນ, ຮ່ວມແມ່ນ້ຳຂອງ, ຫວຽດນາມ ແລະ ກຳປູເຈຍ ບໍ່ພຽງແຕ່ຊ່ວຍເຫລືອເຊິ່ງກັນ ແລະກັນໃນພາລະກິດຕໍ່ສູ້ປົດປ່ອຍຊາດເທົ່ານັ້ນ ຫາກຍັງຫນູນຊ່ວຍກັນຢ່າງມີປະສິດທິຜົນໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ ຜ່ານບັນດາການເຄື່ອນໄຫວຮ່ວມມືອີກດ້ວຍ.

ໃນຂົງເຂດເສດຖະກິດ, ຫວຽດນາມ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດແຖວຫນ້າຂອງກຳປູເຈຍ. ໄລ່ມາຮອດປະຈຸບັນ, ຫວຽດນາມ ມີເກືອບ 200 ໂຄງການລົງທຶນຢູ່ ກຳປູເຈຍ, ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸເກືອບ 3 ຕື້ USD. ວົງເງິນການຄ້າສອງປະເທດບັນລຸສະເລ່ຍປະມານ 3 ຕື້  USD/ປີ ໃນຊຸມປີມໍ່ໆມານີ້ ແລະ ພວມສູ້ຊົນເພື່ອຍົກໃຫ້ຂຶ້ນເຖິງ 5 ຕື້ USD ໃນຊຸມປີຈະມາເຖິງ. ກຳນົດທິດຮອດປີ 2020 ແຫລ່ງເງິນລົງທຶນຂອງຫວຽດນາມ ຢູ່ ກຳປູເຈຍ ຈະບັນລຸ 6 ຕື້ USD. ເພື່ອບັນລຸໄດ້ບັນດາຄາດໝາຍນີ້, ທ່ານ ແທກຢື ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຖືວ່າ:

“ບັນດາວິສາຫະກິດສອງປະເທດ ຄວນຍູ້ແຮງບັນດາການເຄື່ອນໄຫວ Marketing, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງກ່ຽວກັບສິນຄ້າ ແລະ ການບໍລິການຂອງວິສາຫະກິດ. ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າກວ່າອີກ. ຜັນຂະຫຍາຍບັນດາຂໍ້ຕົກລົງ ຂໍ້ລິເລີ່ມໃຫ້ສອດຄ່ອງເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວດຳເນີນທຸລະກິດຂອງປະຊາຄົມວິສາຫະກິດສອງປະເທດ. ສືບຕໍ່ຜັນຂະຫຍາຍປະຕິບັດບັນດານະໂຍບາຍບຸລິມະສິດໃຫ້ແກ່ເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຊື່ງຜູ້ຕາງຫນ້າສາມປະເທດໄດ້ລົງນາມເມື່ອປີ 2008.ເຈລະຈາ ແລະ ກ້າວໄປເຖິງການເຊັນສັນຍາສະບັບໃຫມ່ໂດຍໄວເພື່ອແທນໃຫ້ສັນຍາກ່ຽວກັບການແລກປ່ຽນສິນຄ້າ ແລະ ບໍລິການການຄ້າຊາຍແດນຊື່ງສອງປະເທດໄດ້ລົງນາມເມື່ອປີ 2001”

ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັບປະກັນການຮັກສາດ້ານການເມືອງມີຄວາມສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມສະຫງົບປອດໄພຊາຍແດນທາງບົກ ແລະ ທາງທະເລ. ຫວຽດນາມ ແລະ ກຳປູເຈຍ ຕັ້ງຫນ້າສົມທົບກັນຜັນຂະຫຍາຍວຽກງານຂີດເສັ້ນຊາຍແດນ ປັກຫລັກໝາຍຊາຍແດນທາງບົກ. ມາຮອດປະຈຸບັນ ໄດ້ສຳເລັດກວ່າ 84% ປະລິມານວຽກງານ ແລະ ຕັດສິນໃຈສຳເລັດວຽກງານນີ້ໂດຍໄວເພື່ອກໍ່ສ້າງເສັ້ນຊາຍແດນສອງປະເທດເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.

ການຮ່ວມມືລະຫວ່າງຫວຽດນາມ ແລະ ກຳປູເຈຍ ກໍ່ບັນລຸໄດ້ຫລາຍໝາກຜົນຕັ້ງຫນ້າໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ ກໍຄືສະຫນິດຕິດພັນ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.

50 ປີຜ່ານມາ, ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ, ການຮ່ວມມືຮອບດ້ານອັນດີງາມລະຫວ່າງຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ. ການຢ້ຽມຢາມທາງລັດຖະກິດ ກຳປູເຈຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອີກຄັ້ງຫນຶ່ງສະແດງໃຫ້ເຫັນເຈດຈຳນົງຂອງສອງຊາດຫວຽດນາມ ແລະ ກຳປູເຈຍໃນການປັບປຸງ ແລະ ພັດທະນາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄວາມສາມັກຄີອັນດີງາມ, ນຳການພົວພັນຫວຽດນາມ ກຳປູເຈຍ ເຂົ້າສູ່ລວງເລິກ, ມີຄວາມສະຖຽນລະພາບ ແລະ ໝັ້ນຄົງ. 

ຕອບກັບ

ຂ່າວ/ບົດ​ອື່ນ