ຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມກັບ EU ແລະ ລາຊະອານາຈັກແບນຊິກ

ຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມກັບ EU ແລະ ລາຊະອານາຈັກແບນຊິກ - ảnh 1
​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ
ໃຫ້ການ ຕ້ອນຮັບທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuyເມື່ອ​ເດືອນ 10/2012  (ພາບ: internet)

 
   ການເດີນທາງຢ້ຽມຢາມລາຊະອານາຈັກແບນຊິກ ແລະ ສະຫະພາບເອີລົບ EU ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ແມ່ນ​ການ​ຢ້ຽມຢາມ​ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ຕົກ​ຄັ້ງ​ທຳອິດຂອງ ທ່ານ​ເລຂາ​ທິການ​ໃຫຍ່​ ຫງວຽນ​ຟູ້ຈ້ອງ ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມມູນິດ​ຫວຽດນາມ. ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ ​ແມ່ນ​ບໍ່​ພຽ​ງ​ແຕ່​ເປີດ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ໃນ​ສາຍ​ພົວພັນ​ຫວຽດນາມ - EU ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ສ້​າງກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຫວຽດນາມ-​ແບນ​ຊິກ ​ໃຫ້​ພັດທະນາ​ຢ່າງ​ແຂງ​ແຮງ​ກ່ວາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງອີກ​ດ້ວຍ.    ການເດີນທາງຢ້ຽມຢາມສະຫະພາບເອີລົບ EU ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​​ແມ່ນ​ດຳ​ເນີນ​ໃນ​ສະຖານະ​ການ​ໂລກ​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ​ຍ້ອນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ການ​ເງິນ ​ແລະ ການ​ຊຸດ​ໂຊມ​ທາງ​ດ້ານ​ເສດຖະກິດ​ທົ່ວ​ໂລກ​ສືບ​ຕໍ່​ແກ່ຍາວ​ຢ່າງ​ຮ້າຍ​ແຮງ. ບັນດາ​ປະ​ເທດ, ນັບ​ທັງ​ບັນດາ​ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ພວມ​ພະຍາຍາມ​ຊອກ​ຫາ​ແບບ​ວິທີ​ການ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ວິ​ກິດ​ການ ​ແລະ ສັນຕິພາບ, ການ​ຮ່ວມ​ມື, ການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຍັງຄົງ​ແມ່ນ​ທ່າ​ອຽງ​ໃຫຍ່. ອາຊີ-ປາຊີ​ຟິກ ສືບ​ຕໍ່​ຮັບ​ຖື​ວ່າ ​ແມ່ນ​ພາກ​ພື້ນ​ພັດທະນາ​ທີ່​ຂະຫຍັນ​ຂັ່ນ​ເຄື່ອນ ​ແລະ EU ກໍ​ພວມ​ຫັນ​ທິດ​ການ​ຮ່ວມ​ມື​ໄປ​ສູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້, ​ໃນ​ນັ້ນ​ມີ​ຫວຽດນາມ. ​ໃນ​ຊຸມ​ປີ​ມໍ່​ໆ​ມານີ້, EU ຍາມ​ໃດ​ກໍ​ຮັບ​ຮູ້​ບົດບາດ​ສຳຄັນ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ຫວັງ​ຢາກຊຸກຍູ້​ການພົວພັນ​ກັບຫວຽດນາມ, ​ແລະ​ ຜ່ານຫວຽດນາມ​ເປັນຂົວ​ເຊື່ອມ​ຕໍ່ ​ເພື່ອຊຸກຍູ້​ການພົວພັນກັບ​ອາ​ຊຽນ. ​ໃນ​ການ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ​ເມື່ອ​ເດືອນ 10/2012, ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ຢືນຢັນ​ວ່າ :

   “ ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ພິ​ເສດ​ຂອງ EU ​ໃນ​ພາກ​ພື້ນ​ອາຊີ ​ແລະ ອາ​ຊຽນ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ຈະ​ເປີດ​ກ້ວາງ​ການ​ພົວພັນ​ລະຫວ່າງ 2 ຝ່າຍ ບົນ​ພື້ນຖານ​ສັນຍາ PCA ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ, ພ້ອມ​ກັນ​ນັ້ນ, ຂ້າພະ​ເຈົ້າຍັງ​ຕີ​ລາຄາ​ສູງ​ການ​ດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ ​ຫວຽດນາມ - EU. ສິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ, ​ແມ່ນ​ມີ​ຄວາມ​ໝາຍວ່າ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ 2 ຝ່າຍ​ໂດຍ​ຜ່ານ​ການ​ຊຸກຍູ້​ການ​ເຕີບ​ໂຕ, ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່ຫວຽດນາມ ​ແລະ EU. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຕໍ່​ຜົນສຳ​ເລັດ​ຂອງ​ຫວຽດນາມ, ​ເພາະວ່າ​ເມ​ື່ອຫວຽດນາມ​ປະ​ສົບ​ຜົນສຳ​​ເລັດ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ພາກ​ພື້ນ ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ​ຂອງ​ຕົນ​ໃນ​ໂລກ ”

    ອາດ​ຈະ​ເຫັນ​ໄດ້​ວ່າ, ​ໃນ 20 ກ່ວາປີ​ທີ່​ຜ່າ​ນມາ, ການພົວພັນ​ຫວຽດນາມ - EU ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ​ເລິກ​ເຊິ່ງກ້ວາງ​ຂວາງ. ທາງ​ດ້ານ​ເສດຖະກິດ, ການ​ຄ້າ, EU ​ແມ່ນ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ, ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ສຳຄັນ​ອັນ​ດັບ 2 ຂອງ​ຫວຽດນາມ, ຖັດຈາກ​ອາ​ເມ​ລິ​ກາ ​ແລະ ​ໃນປີ 2012 ​ໄດ້​ຢືນ​ອັນ​ດັບ​ໜ່ຶງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວົງ​ເງິນ​ການ​ຄ້າ 2 ສົ້ນ​ໄດ້​ເພີ່ມ​ຂຶ້ນ ຄິດ​ສະ​ເລຍ​ແມ່ນ 15-20%/ປີ. ທາງ​ດ້ານ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ, EU ​ແມ່ນ​ນັກ​ອຸປະຖຳ 2 ຝ່າຍ ​ໃຫຍ່​ອັນ​ດັບທີ່ 2 ກ່ຽວ​ກັບ​ທຶນ ODA ​ແລະ ​ແມ່ນກຸ​່ມບັນດາ​ປະ​ເທດ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ​ລາຍໃຫຍ່​ກ່ວາໝູ່​ໃຫ້​ແກ່​ຫວຽດນາມ​, ກວມ​ເອົາ 20% ຍອດ​ມຸນ​ຄ່າການອຸປະຖຳ ໃນ​ຄຳ​ໝັ້ນ​ສັນຍາ​ຂອງ​ປະ​ຊົມ​ໂລກ​ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ. ພິ​ເສດ, ​ໃນ​ປີ 2012 ຜ່ານ​ມາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ(PCA) ​ແລະ ສຳ​ເລັດ​ການ​ເຈ​ລະຄາ​ຮອບ​ທີ່ 1 ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) . ທ່ານ ​ເລ​ຫາຍ​ບິງ ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ພົວພັນ​ຕ່າງ​ປະ​ເທດ​ສັງກັດ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ​ຖື​ວ່າ (​ເທບ)

   “ ອາຊີ-ປາຊີ​ຟິກ ​ໄດ້​ກາຍ​ເປັນ​ພາກ​ພື້ນ​ທີ່​ບັນດາ​ປະ​ເທດ​ໃຫຍ່, ອົງການ​ຈັດ​ຕັ້ງ​ໃຫຍ່​ຕ່າງ​ໆ​ຖື​ເປັນ​ສຳຄັນ​ທີ່​ສຸດ​, ​ໃນ​ນັ້ນ, EU ​ເອົາ​ໃຈ​ໃສ່​ຫຼາຍ​ເຖິງ​ຫວຽດນາມ. ທີ່ ໜຶ່ງ, 2 ຝ່າຍ​ໄດ້​ເຊັນ ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ(PCA) ຢ່າງ​​ເປັນ​ທາງ​ການ, ​ແລະ ​ໃນ​ວິວັດ​ການ​ແຕ່​ນີ້​ຈົນ​ເຖິງ​ເວລາ​ທີ່​ສັນຍາ​ມີ​ຜົນ​ສັກສິດ​ນັ້ນ ກໍ​ແມ່ນ​ໄລຍະ​ທາງ​ຍາວ ​ເພາະວ່າ ຕ້ອງ​ຜ່ານ​ການ​ເຊັນ, ​ໃຫ້​ສັດຕະຍາບັນ​ຈາກ 27 ປະ​ເທດ. ​ແຕ່​ນີ້​ແມ່ນ​ຫຼັກ​ໝາຍ​ໃຫຍ່ ຂີດ​ໝາຍ​ບາດກ້າວ​ຫັນປ່ຽນ​ທີ່​ສຳຄັນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - EU, ​ເພາະ ກ່ອນ​ນີ້​ຫວຽດນາມ​ໄດ້​ມີ​ສັນຍາ​ແມ່​ປີ 1995, ມາ​ຮອດ​ດຽວ​ນີ້​ແມ່ນ​ໄດ້ 17 ປີແລ້ວ, ​ແລະ ປະຈຸ​ບັນ ​ໄດ້​ມີ​ສັນຍາ​ສະບັບ​ທີ່ 2 ກຳ​ນົດຂອບ​ເຂດ​ການ​ຮ່ວມ​ມື, ​ໃນ​ນັ້ນ EU ຖື​ຫວຽດນາມ​ເປັນ​ສຳຄັນ​ກ່ວາ ​ແລະ ຍົກ​ລະດັບການພົວພັນກັບ​ຫວຽດນາມ. ທາງ​ດ້ານ​ເສດຖະກິດ​ການ​ຄ້າ, ນອກຈາກ​ຕົວ​ເລກ​​ໂດຍລະອຽດ​ແລ້ວ, 2 ຝ່າຍ​ໄດ້​ດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA. ນີ້​ແມ່ນ​ໝາກຜນທີ່​ສຳຄັນ​ທີ່​ສຸດ ”

    ດ້ວຍ​ທ່ວງທ່າ​ການ​ພົວພັນ​ພວມ​ພັດທະນາ​ຢ່າງ​ດີງາມ​ຄື​ໃນ​ປະຈຸ​ບັນ, ການເດີນ ທາງຢ້ຽມຢາມສະຫະພາບເອີລົບ EU ຢ່່າງ​ເປັນ​ທາງ​ການຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງຄັ້ງ​ນີ້ ຈະ​ສ້າງ​ພະລັງ​ຊີວິດ​ໃໝ່​ເພື່ອ​ໃຫ້ການພົວພັນ​ຫວຽດນາມ - EU ພັດທະນາ​ແຂງ​ແຮງ​ຍິ່ງ​ຂຶ້ນ​ອີກ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ​ແລະ ຊຸກຍູ້​ການ​ຜັນ​ຂະຫຍາຍ​ບາງ​ໂຄງການ​ຊຶ່ງ​ບັນດາ​ຄູ່​ຮ່ວມ​ມື​ໃນ EU ມີ​ຄວາມ​ສົນ​ໃຈ ​ແລະ ຫວຽດນາມ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ. ​ໂດຍ​ຜ່ານ​ການ​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ການ​ນຳ​ຄະນະ​ກຳມະການ​ເອີ​ລົບ, ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ກໍ​ໄດ້​ສົ່ງ​ສານ​ສະບັບ​ໜຶ່ງ​ທີ່​ວ່າ : ຫວຽດນາມ​ຖື​ການພົວພັນ​ກັບ EU ​ເປັນ​ສຳຄັນ​ທີ່​ສຸດ, ໝັ້ນ​ໝາຍ​ພ້ອມ​ກັບ EU ຊຸກຍູ້​ການ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ​ກ່ວາ​ອີກ, ພ້ອມ​ກັນ​ນັ້ນ ກໍ​ເສີມ​ຂະຫຍາຍບົດບາດ​ເປັນ​ປະ​ເທດ​ປະສານ​ງານ​ເພື່ອ​ຊຸກຍູ​້ການ​ພົວພັນ ອາ​ຊຽນ-EU .

    ​ໂດຍ​ແມ່ນ​ປະ​ເທດ​ສະມາຊິກ​ຂອງ EU, ລາຊະອານາຈັກແບນຊິກ ກໍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ໂດຍ​ໄວ​ທີ່​ສຸດ. ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໄດ້​ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ເມືອງ, ການ​ທູດ, ​ເສດຖະກິດ, ການ​ຮ່ວມ​ມື​ພັດທະນາ ​ແລະ ການ​ສຶກສາ​ບຳລຸງ​ສ້າງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ເຂດ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ. ​ໃນ​ສະຖານະ​ການ​ປະຈຸ​ບັນ, ການເດີນທາງຢ້ຽມຢາມລາຊະອານາຈັກແບນຊິກ ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຈະ​ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດພັດທະນາ​ຍາວ​ນານ​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຈະ​ພ້ອມ​ກັບ​ບັນດາ​ການ​ນຳ​ແຫ່ງ ລາຊະອານາຈັກແບນຊິກ ພິຈາລະນາ​ການ​ຍົກ​ລະດັບ​ການພົວພັນ 2 ຝ່າຍ​ໃນ​ບາງ​ຂົງ​ເຂດ​ທີ່​ເໝາະ​ສົມ​ໃນ​ອະນາຄົດ, ພ້ອມ​ກັນ​ນັ້ນ ກໍ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ.

    ການເດີນທາງຢ້ຽມຢາມລາຊະອານາຈັກແບນຊິກ ແລະ ສະຫະພາບເອີລົບ EU ຂອງ​ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ. ​ແນ່ນອນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ເປັນ​ຫຼັກ​ໝາຍ​ສຳຄັນ​ໃນ​ການພົວພັນ​ລະຫວ່າງຫວຽດນາມກັບ EU ​ແລະ ລາຊະອານາຈັກ ແບນຊິກ ​ເພື່ອ​ຊຸກຍູ້ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ຫຼາຍດ້ານກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ນີ້​ໃນ​ສະພາບ​ການ​ໃໝ່ .

ຕອບກັບ

ຂ່າວ/ບົດ​ອື່ນ