ຂີດໝາຍແຫ່ງການຢ້ຽມຢາມສາມປະເທດ ຕານຊານີ, ໂມຊຳບີກ ແລະ ອີຣານຂອງທ່ານປະທານປະເທດ ເຈືອງເຕີນຊາງ

(vovworld)- ແຕ່​ວັນ​ທີ 9-15/3, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມທາງ​ລັດ​ຖະ​ກິດ​ເຖິງ ສາມ​ປະ​ເທດ​ຄື: ຕານ​ຊາ​ນີ, ໂມ​ຊຳ​ບີກ ແລະ ອີ​ຣານ. ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ, ສ້າງ​ຂີດ​ໝາຍ​ໃຫມ່ ນຳ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ 3 ປະ​ເທດ​ເຫລົ່າ​ນັ້ນ​ເຂົ້າ​ສູ່​ໄລ​ຍະ​ຮ່ວມ​ມື​ໃຫມ່ ໃຫ້​ມີປະ​ສິດ​ທິ​ຜົນ ແລະ ແທດ​ຈິງກວ່າ.

ຂີດໝາຍແຫ່ງການຢ້ຽມຢາມສາມປະເທດ ຕານຊານີ, ໂມຊຳບີກ ແລະ ອີຣານຂອງທ່ານປະທານປະເທດ ເຈືອງເຕີນຊາງ - ảnh 1
ທ່ານ​ປະ​ທານປະ​ເທດ ເຈືອງ​ເຕີ​ນຊາງ  ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ
ຕານ​ຊາ​ນີ, Job Yustino Ndugai.

ພາບ:TTXVN

        ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຖິງ ຕານ​ຊາ​ນີ, ໂມ​ຊຳ​ບີກ ແລະ ​ເປັນຄັ້ງ​ທີ 3 ເຖິງ ອີ​ຣານ. ຄຽງ​ຄູ່​ກັບ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ອັນ​ໃຫຍ່​ຫລວງ, ສະ​ແດງ​ໃຫ້​​ເຫັນມູນ​ເຊື້ອ​ບໍ​ລິ​ສຸດ​ຜຸດ​ຜ່ອງ ແລະ ໄມ​ຕິ​ຈິດ​ຂອງ​ຊາດ, ການ​ຢ້ຽມ​ຢາມ ແມ່ນ​ກຳ​ລັງ​ຫນູນ​ໃຫມ່​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ ພັດ​ທະ​ນາ​ຂຶ້ນ​ສູ່​ບາດ​ກ້າວຫນຶ່ງ, ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ.

ບັນ​ດາ​ໝາກ​ຜົນ​ລະ​ອຽດ​ຂອງ​ການ​ຢ້ຽມ​ຢາມ

       ນັບ​ທັງ ຕານ​ຊາ​ນີ, ໂມ​ຊຳ​ບີກ ແລະ ອີ​ຣານ ລ້ວນ​ແຕ່​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຢ່າງ​ສະ​ຫນິດ​ສະ​ຫນົມ, ລອບ​ຄອບ​ຖີ່​ຖ້ວນ. ໃນ​ບັນ​ດ​າ​ການ​ພົບປ​ະ ແລະ ເຮັດ​ວຽກ​ນັ້ນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ການ​ນຳ​ບັນ​ດາ​ປ​ະ​ເທດ​ດັ່ງ​ກ່າວ ລ້ວນ​ແຕ່ຢັ້ງ​ຢືນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ ຄວນ​ໄດ້​ຮັບ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ, ພິ​ເສດ​ໃນ​ໄລ​ຍະ​ປະ​ຈຸ​ບັນ. ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສຳ​ຫລວດກວດ​ຄືນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂດຍ​ຖື​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຍັງ​ໃຫຍ່​ຫລວງ​ຢູ່ ແລະ ຄວນ​ຜັນ​ຂະ​ຫຍາຍ​ການ​ຂຸດ​ຄົ້ນ​ຢ່າງ​ສຸດ​ຂີດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ພ້ອມ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ​ເຫັນ​ດີ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື, ບັນ​ດາ​ມາດ​ຕະ​ການ​ພື້ນ​ຖານ​ເພື່ອ​ຍູ້​ແຮງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ​ສອງ​ຝ່າຍ.

        ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າກັບ ຕານ​ຊາ​ນີ ຂຶ້ນ​ລະ​ດັບ 1 ຕື້ USD, ​ກັບ ໂມ​ຊຳ​ບີກ​ແມ່ນ ຂຶ້ນເຖິງ  500 ລ້ານ USD ແລະ ກັບ ອີ​ຣານ​ແມ່ນ ຂຶ້ນ​ເຖິງ 2 ຕື້ USD ໃນ​ປີ 2020. ບັນ​ດາ​ປະ​ເພດ​ສິນ​ຄ້າ​ຕົ້ນ​ຕໍ​ຊື່ງ​ຫວຽດ​ນາມ ກຳ​ນົດ​ການບຸ​ລິ​ມະ​ສິດສົ່ງ​ອອກ​ເຖິງ 3 ປະ​ເທດ​ດັ່ງ​ກ່າວ ນັ້ນ​ແມ່ນ: ເຂົ້າ​ສານ, ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ, ໂສ້ງ​ເສື້ອ, ເກີບ. ກົງ​ກັນ​ຂ້າມ, ຫວຽດ​ນາມ ​ພັດຊື້​ບັນ​ດາ​ຜະ​ລິດ​ຕະ​ພັນ​ບຸ​ລິ​ມະ​ສິດ ນັ້ນ​ແມ່ນ ໝາກ​ມ່ວງ​ຫິ​ມະ​ພານ, ຫົວ​ອາ​ຫານ​ສັດ, ຝ້າຍ, ເຫລັກ​ກ້າ​ເສດ​ເຫລືອ, ຜະ​ລິດ​ຕະ​ພັນ​ໄມ້, ຝ​ຸ​່ນ​ເຄ​ມີ​, ກົນ​ຈັກ​ອຸ​ປະ​ກອນ…

        ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ການ​ນຳ​ສາມ​ປະ​ເທດ​ດັ່ງ​ກ່າວ ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ຮ​ຽກ​ຮ້ອງ​ຕ້ອງ​ຈັດ​ການ​ປະ​ຊຸມ​ໂດຍ​ໄວ​ເພື່ອ​ກຳ​ນົດ​ບັນ​ດາ​ທິດ​ທາງ, ຂະ​ແຫນງ​ອາ​ຊີບ ແລະ ຂົງ​ເຂດ​ຮ່ວມ​ມື​ລະ​ອຽດ. ຄາດ​ວ່າ ໃນ​ປີນີ້ ຈະ​ຈັດ​ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ໂມ​ຊຳ​ບີກ ຄັ້ງ​ທີ 4 ຢູ່ Maputo, ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ອີ​ຣານ ຄັ້ງ​ທີ 9 ຢູ່ ເຕ​ເຮ​ຣານ ແລະ ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ຕານ​ຊ​າ​ນີ ຄັ້ງ​ທີ 2 ຢູ່ Da Eslam. ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ ການ​ຄ້າ, ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຫວຽດ​ນາມ ແລະ ສາມ​ປະ​ເທດ​ດັ່ງ​ກ່າວ​ໄດ້​ຢັ້ງ​ຢືນ ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ ກັນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ການ​ເມືອງ, ສະ​ຫນັບ​ສະ​ຫນູນ​ບ​ັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ກັນ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. ສາມ​ປະ​ເທດ​ດັ່ງ​ກ່າວຢັ້ງ​ຢືນ ຈະ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ກຳ​ມະ​ການບໍ່​ປະ​ຈຳ​ການ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ (2020-2021), ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ (2017-2021).

        ການ​ຢ້ຽມ​ຢາມ​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ ການ​ນຳ​ບັນ​ດາ​ປະ​ເທດ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ໃນ​ນັ້ນ ມີ​ບັນ​ຫາ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ການ​ນຳ​ບັນ​ດາ​ປະ​ເທດ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ຢູ່​ພາກ​ພື້ນ​ຈະ​ເປັນໄພ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ແລະ ໂລກ. ທັງ​ສາມ​ປະ​ເທດ​ລ້ວນ​ແຕ່​ສະ​ຫນັບ​ສະ​ຫນູນ​ຕໍ່ທັດ​ສະ​ນະ, ຫລັກໝັ້ນ ຫລັກ​ການ​ແກ​້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທ​ີ, ຜ່ານ​ການ​ເຈ​ລະ​ຈາ, ຖື​ກົດ​ໝາຍ​ສາ​ກົນ, ບັນ​ດາ​ຫລັກ​ການ​ຂອງ ກົດ​ບັດ ສ​ປ​ຊ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ເປັນ​ພື້ນ​ຖານ​ຕົ້ນ​ຕໍ​ໃຫ້​ທຸກ​ການ​ປະ​ພຶດ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຄວາມ​ຂັດ​ແຍ້ງ ແລະ ການ​ປະ​ທະ​ກັນ.

        ສ້າງ​ພື້ນ​ຖານ​ການ​ພົວ​ພັນ​ໃນ​ສະ​ພາບ​ການ​ໃຫມ່

        ໃນ​ການ​ຢ້ຽມ​ຢາມ​ເຖິງ ອາ​ຟຼິ​ກາ ແລະ​ຕາ​ເວັນ​ອອກ​ກາງ​ຄັ້ງ​ນີ້​ຂອງ​ ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ມີ​ເອ​ກະ​ສານ​ຮ່ວມມ​ືສຳ​ຄັນ​ຫລາຍ​ສະ​ບັບ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ສຶກ​ສາ, ທະ​ນາ​ຄານ, ນ້ຳ​ມັນ​ອາຍ​ແກ​ສ ໄດ້​ຮັບ​ການ​ລົງ​ນາມ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ​ຢ່າ​ງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ. ຢູ່ ຕານ​ຊາ​ນີ ແລະ ໂມ​ຊຳ​ບີກ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ໝາກ​ຜົນ​ການ​ຢ້ຽມ​ຢາມ, ວາງ​ອອກ​ບັນ​ດາ​ຫລັກ​ການ​ດ້ານ​ການ​ເມືອງ​ສຳ​ຄັນ ເປັນ​ພື້ນ​ຖານ​ໃຫ້​ເລື່ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ສະ​ພາບ​ການ​ໃຫມ່.

        ຢູ່​ທັງ​ສາມ​ປະ​ເທດ, ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ ໄດ້​ດຳ​ເນີນ​ໄປ​​ສຳ​ເລັດ​ຜົນ ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ປະ​ຈຳ​ຖິ່​ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ສິ່ງ​ທີ່​​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຂອງ​ສາມ​ປະ​ເທດ ມີ​ຄວາມ​ສົນ​ໃຈ ແລະ ຖື ຫວຽດ​ນາມ ແມ່ນ​ຕະ​ຫລາດ​ສະ​ຫນອງ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ຈຳ​ເປັນ​ຄື: ທັນ​ຍາ​ຫານ, ເກີບ, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ, ເຄື່ອ​ງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເຄື່ອງ​ອາ​ໄຫລ່, ແນວ​ພັນ​ປູກ, ສັດ​ລ້ຽງ. ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ກໍຊອກ​ໄດ້​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ​ຢູ່​ປະ​ເທດ​ເພື່ອນ​ມິດ​ໃນ​ບັນ​ດາ​ຂົງ​ເຂດ​ຜະ​ລິດ​ກະ​ສິ​ກຳ, ລ້ຽງ​ປູກ​ສິນ​ໃນ​ນ້ຳ, ຕົ້ນ​ໄມ້​ອຸ​ດ​ສາ​ຫະ​ກຳ, ນ້ຳ​ມັນ​ອາຍ​ແກ​ສ, ໂທ​ລະ​ຄົມ​ມະ​ນາ​ຄົມ.. ຢູ່​ເວ​ທີ​ປາ​ໄສມີ​ວິ​ສາ​ຫະ​ກິດ​ຈຳ​ນວນ​ຫນຶ່ງ​ຂອງ​ຫວຽດ​ນາມ ໄດ້​ເຊື່ອມ​ຕໍ່​ກັບ​ຄູ່​ຮ່ວມ​ມື, ມີ​ແຜນ​ການ​ເປີດ​ຫ້ອງ​ການ​ຜູ້​ຕາງ​ຫນ້າ.

        ເຖິງວ່າ​ຫ່າງ​ໄກ​ກັນ​ດ້ານ​ພູມ​ສາດ​, ການ​ໄປ​ຢ້ຽມ​ຢາມ​ດຳ​ເນີນໃນ​ເວ​ລາ​​ອັນສັ້​ນ ​ກໍ​ຕາມ ແຕ່​ໝ​າກ​ຜົນ​ການ​ຢ້ຽມ​ຢາມ​ພັດ​ໃຫຍ່​ຫລວງ ແລະ ແທດ​ຈິງ. ການ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ຂອງ ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເຖິງ ຕານ​ຊາ​ນີ, ໂມ​ຊຳ​ບີກ ແລະ ອີ​ຣານ ແມ່ນ​ບາດ​ກ້າວ​ລະ​ອຽດ​ເພື່ອ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ການ​ຢ້ຽມ​ຢາມ​ໄດ້​ຢືນ​ຢັນ​ແຜນ​ນະ​ໂຍ​ບາຍມ​ໃຫຍ່​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ກ່ຽວ​ກັບ​ການ​ສືບ​ຕໍ່​ປັບ​ປຸງ, ເຮັດ​ໃຫ້​ບັນ​ດາ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​​ເລິກ​ເຊິ່ງກວ່າເກົ່າ ໃນ​ຂະ​ນະ​ເປີດກວ້າງ​ການ​ພົວ​ພັນ​ກັ​ບຕ່າງ​ປະ​ເທດ​​ເປັນຫລາຍ​ຮູບ​ຫລາຍ​ແບບ​ແລະ ຫລາຍ​ຝ່າຍ. ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ ພ້ອມ​ກັບ​ບັນ​ດາ​ຂ​ໍ້​ຕົກ​ລົງ, ເອ​ກະ​ສານ​ທີ່​ບັນ​ລຸ​ໄດ້ ແມ່ນ​ຂີດ​ໝາຍ​ສຳ​ຄັນ ແລະ ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ນຳ​ການ​ພົວ​ພັນ​ຂອງ​ຫວຽດ​ນາມ​ກັບ​ສາມ​ປະ​ເທດ​ດັ່ງ​ກ່າວ​ຂຶ້ນ​ສູ່​ບາດ​ກ້າວ​ໃຫມ່, ເພື່ອ​ວັດ​ທະ​ນາ​ຖາ​ວອນ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. 

(vovworld)- ແຕ່​ວັນ​ທີ9-15/3, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມທາງ​ລັດ​ຖະ​ກິດ​ເຖິງ ສາມ​ປະ​ເທດ​ຄື: ຕານ​ຊາ​ນີ, ໂມ​ຊຳ​ບີກ ແລະ ອີ​ຣານ. ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ, ສ້າງ​ຂີດ​ໝາຍ​ໃຫມ່ ນຳ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ 3 ປະ​ເທດ​ເຫລົ່າ​ນັ້ນ​ເຂົ້າ​ສູ່​ໄລ​ຍະ​ຮ່ວມ​ມື​ໃຫມ່ ໃຫ້​ມີປະ​ສິດ​ທິ​ຜົນ ແລະ ແທດ​ຈິງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ