ຂີດໝາຍໃໝ່ຂອງ ຫວຽດນາມ ໃນສັບປະດາຂັ້ນສູງ APEC 2017

(VOVWORLD) -  ດ້ວຍຄວາມານະພະຍາຍາມຂອງ ຫວຽດນາມ ພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ, ບັນດາເອກະສານໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ ມີຜົນສະທ້ອນຕໍ່ການເຕີບໂຕເສດຖະກິດ ແລະ ການເມືອງຂອງໂລກ.

  ຫວຽດນາມ ໄດ້ຈັດຕັ້ງສຳເລັດສັບປະດາຂັ້ນສູງ APEC ແລະ ປີ APEC 2017. ບັນດາໝາກຜົນທີ່ບັນລຸໄດ້ ພາຍຫລັງເຫດການການຕ່າງປະເທດສຳຄັນທີ່ສຸດໃນປີຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການ, ສະແດງໃຫ້ເຫັນບົດບາດຊັກຈູງນຳພາຂອງ ຫວຽດນາມ ສຳລັບບັນດາບັນຫາທີ່ມີຄວາມສົນໃຈລວມຂອງພາກພື້ນ ອາຊີ - ປາຊີຟິກ. APEC 2017 ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ນຳການພົວພັນ 2 ຝ່າຍກັບບາງປະເທດຂຶ້ນສູ່ລະດັບສູງໃໝ່.

ຂີດໝາຍໃໝ່ຂອງ ຫວຽດນາມ ໃນສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ 

        ສັບປະດາຂັ້ນສູງ APEC 2017 ດ້ວຍການເຄື່ອນໄຫວສຳຄັນຫລາຍຢ່າງ, ມີການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APEC, ການມີໜ້າຂອງຜູ້ແທນກ່ວາ 10.000 ທ່ານ ແລະ ນັກຂ່າວພາຍໃນປະເທດ ແລະ ຕ່າງປະເທດກ່ວາ 2000 ຄົນ.

        ດ້ວຍຄວາມານະພະຍາຍາມຂອງ ຫວຽດນາມ ພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ, ບັນດາເອກະສານໄດ້ຮັບຮອງເອົາຢູ່ສັບປະດາຂັ້ນສູງ ມີຜົນສະທ້ອນຕໍ່ການເຕີບໂຕເສດຖະກິດ ແລະ ການເມືອງຂອງໂລກ.

ບັນດາຂີດໝາຍໃໝ່ທີ່ພົ້ນເດັ່ນ

        ໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນທີ່ສຸດຂອງສັບປະດາຂັ້ນູສງ APEC ເວົ້າສະເພາະ ແລະ ປີ APEC 2017 ເວົ້າລວມ ແມ່ນເລື່ອງບັນດາການນຳພື້ນຖານເສດຖະກິດ APEC ໄດ້ເຫັນດີເປັນເອກະສັນອອກຖະແຫຼງການ ດ່າໜັງ ລວມມີ 39 ຂໍ້. ສຳລັບຖະແຫຼງການດັ່ງກ່າວ APEC ໄດ້ຢືນຢັນສານທີ່ເຂັ້ມແຂງ, ກ່ຽວກັບຄວາມຕັດສິນໃຈຊຸກຍູ້ຫັນການຄ້າ ແລະ ການລົງທຶນເປັນເສລີ, ການເຕີບໂຕກວມລວມ, ໝັ້ນຄົງເປັນເສລີ. ທີ່ການປະຊຸມຂ່າວສິ້ນສຸດກອງປະຊຸມສຸດຍອດ APEC 2017, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຖືວ່າ:

        “ກ່ຽວກັບການຜັນຂະຫຍາຍບັນດາຂອບເຂດການຮ່ວມມືໄລຍະຍາວຂອງ APEC ຈະປະກອບສ່ວນປັບປຸງບົດບາດຂອງເວທີປາໄສ ແມ່ນກົນໄກການຮ່ວມມືເສດຖະກິດແຖວໜ້າຂອງພາກພື້ນ ແລະ ນຳໜ້າດ້ວຍຄວາມມານະພະຍາຍາມກ່ຽວກັບການພັດທະນາແບບຍືນຍົງ, ຄືບັນດາເປົ້າໝາຍລວມ ຕ້ອງບັນລຸໄດ້ໃນປີ 2030 ຊຶ່ງສະຫະປະຊາຊາດໄດ້ວາງອອກ.

        ຈຸດພົ້ນເດັ່ນອື່ນອີກ ແມ່ນໃນຂອບເຂດສັບປະດາຂັ້ນສູງ APEC 2017, ກອງປະຊຸມສຸດຍອດວິສາຫະກິດ APEC (CEO Summit) ດ້ວຍ 15 ວາລະປະຊຸມ ໄດ້ຍົກອອກແນວຄວາມຄິດໃໝ່, ຄຳໝັ້ນສັນຍາໃໝ່ໃຫ້ການເຕີບໂຕ. ສິ່ງທີ່ເປັນໜ້າສົນໃຈທີ່ສຸດແມ່ນ ເປັນຄັ້ງທຳອິດ CEO Summit ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານປະເທດ ຈີນ ສີຈິ້ນຜິງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຕີລາຄາວ່າ:

        “ດ້ວຍບົດບາດເປັນພື້ນຖານເສດຖະກິດປະເທດເຈົ້າພາບ, ຫວຽດນາມ ໄດ້ປະສົບຜົນສຳເລັດ ເມື່ອສ້າງໄດ້ຄວາມສົນໃຈລວມຂອງບັນດາພື້ນຖານເສດຖະກິດສະມາຊິກ ດ້ວຍຫົວຂໍ້ “ສ້າງກຳລັງໜູນໃໝ່ ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ພ້ອມກັບ 4 ບຸລິມະສິດ. 4 ບຸລິມະສິດນີ້ ລ້ວນແຕ່ໄດ້ຮັບການສະໜັບສະໜູນຈາກບັນດາພື້ນຖານເສດຖະກິດສະມາຊິກ. ສິ່ງນັ້ນ ສະແດງໃຫ້ເຫັນວ່າ ພວກເຮົາໄດ້ເລືອກເຟັ້ນຖືກບັນຫາ, ເລືອກເຟັ້ນຖືກບຸລິມະສິດ ຍ້ອນມັນແມ່ນຄວາມສົນໃຈລວມຂອງບັນດາພື້ນຖານເສດຖະກິດສະມາຊິກ.

        ສຳລັບຂໍ້ລິເລີ່ມຂອງ ຫວຽດນາມ, ເປັນຄັ້ງທຳອິດໃນຂອບເຂດສັບປະດາຂັ້ນສູງ APEC ໄດ້ດຳເນີນການເຈລະຈາບໍ່ເປັນທາງການ ລະຫວ່າງບັນດາການນຳຂອງພື້ນຖານເສດຖະກິດສະມາຊິກ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຖືວ່າ:                  

ຜົນງານຂອງພວກເຮົາແມ່ນ ຢັ້ງຢືນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ເພີ່ມທະວີການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫຍ່. ກ່ຽວກັບເສດຖະກິດ, ຫວຽດນາມ ໄດ້ເຊັນຂໍ້ຕົກລົງ 121 ສະບັບ ດ້ວຍມູນຄ່າກ່ວາ 20 ຕື້ USD ແລະ ພ້ອມກັນນັ້ນ ແມ່ນບັນດາໂອກາດທີ່ດີໃຫ້ວິສາຫະກິດ”.

ຂີດໝາຍໃໝ່ຂອງ ຫວຽດນາມ ໃນສັບປະດາຂັ້ນສູງ APEC 2017 - ảnh 2 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ 

        ທ່ານຮອງປະທານຫ້ອງການການຄ້າ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີ James W.Fatheree ຕີລາຄາວ່າ:

        “ທຸກຄົນທັງໝົດລ້ວນແຕ່ມີຄວາມເພີ່ງພໍໃຈສຳລັບການຈັດຕັ້ງຂອງ ຫວຽດນາມ, ສະແດງໃຫ້ເຫັນກຳລັງຄວາມສາມາດຂອງພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ. ຄືດັ່ງຂ້າພະເຈົ້າໄດ້ເວົ້າວ່າ ຫວຽດນາມ ພວມພັດທະນາຖືກທິດໃນຊຸມປີມໍ່ໆມານີ້. ເລື່ອງເປັນເຈົ້າພາບຈັດຕັ້ງ APEC ຊ່ວຍໃຫ້ ຫວຽດນາມ ສືບຕໍ່ມີໂອກາດສືບຕໍ່ພັດທະນາ ແລະ ຈັດວາງ ຫວຽດນາມ ເຂົ້າໃນທີ່ຕັ້ງແຖວໜ້າ. ພວກຂ້າພະເຈົ້າ ຫວັງວ່າ ບັນດາຄວາມມານະພະຍາຍາມ ແລະ ຄຳໝັ້ນສັນຍາຂອງ ຫວຽດນາມ ໃນປີ 2017 ຈະປະກອບສ່ວນໃຫ້ການແກ້ໄຂບັນດາສິ່ງທ້າທາຍໃໝ່.

ເພີ່ມທະວີການພົວພັນ 2 ຝ່າຍ

        ໃນຂອບເຂດສັບປະດາຂັ້ນສູງ APEC 2017 ໄດ້ດຳເນີນຫລາຍການພົບປະ 2 ຝ່າຍ ລະຫວ່າງການນຳ ຫວຽດນາມ ກັບ ປະມຸກລັດ, ການນຳບັນດາພື້ນຖານເສດຖະກິດສະມາຊິກ APEC, ການນຳບັນດາກຸ່ມບໍລິສັດແຖວໜ້າໂລກ. ສິ່ງທີ່ເປັນໜ້າສົນໃຈນັ້ນ ແມ່ນການນຳບັນດາພື້ນຖານເສດຖະກິດ, ບັນດາກຸ່ມບໍລິສັດ ລ້ວນແຕ່ຕີລາຄາສູງທີ່ຕັ້ງນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ, ປາດຖະໜາຢາກຊຸກຍູ້ການພົວພັນກັບ ຫວຽດນາມ ຫລາຍກ່ວາອີກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຕີລາຄາວ່າ:

        “APEC 2017 ແມ່ນໂອກາດ ເພື່ອໃຫ້ພວກເຮົານຳການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່. ເນື່ອງໃນໂອກາດ APEC ໄດ້ມີການຢ້ຽມຢາມ ຫວຽດນາມ ຂອງການນຳຂັ້ນສູງ 4 ປະເທດ ພ້ອມກັນນັ້ນ ພວກເຮົາກໍ່ດຳເນີນການພົບປະແລກປ່ຽນກັບການນຳຂັ້ນສູງປະເທດຕ່າງໆ 50 ຄັ້ງ. ນັ້ນແມ່ນພື້ນຖານ ເພື່ອເພີ່ມທະວີການພົວພັນຂອງພວກເຮົາກັບບັນດາປະເທດມີບົດບາດສຳຄັນໃນພາກພື້ນ

        ປີ APEC ຫວຽດນາມ 2017 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ດ້ວຍຄວາມມານະພະຍາຍາມຂອງປະເທດເຈົ້າພາບ ຫວຽດນາມ ພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກ, APEC ສືບຕໍ່ບັນດາເປົ້າໝາຍການຫັນເປັນການຄ້າ, ການລົງທຶນ ແລະ ການເຕີບໂຕໃນພາກພື້ນເປັນເສລີ, ມີຄວາມສະດວກ./.

        .

ຕອບກັບ

ຂ່າວ/ບົດ​ອື່ນ