ຂີດໝາຍໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງ

(VOVWORLD) -    ທັງ ຫວຽດນາມ ແລະ ໂຮນລັງ ລ້ວນແຕ່ມີຈຸດຄ້າຍຄືກັນ ແມ່ນຕ້ອງປະເຊີນໜ້າຕໍ່ບັນດາສິ່ງທ້າທາຍກ່ຽວກັບການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. 

ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte ຫາກໍ່ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ ຊຶ່ງພົ້ນເດັ່ນທີ່ສຸດ ແມ່ນ 2 ຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານຢ່າງເປັນທາງການ. ຂີດໝາຍສຳຄັນນີ້ ໄດ້ເປີດໄລຍະການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ໂຮນລັງ ຢ່າງມີປະສິດທິຜົນ ແລະ ແທດຈິງກ່ວາ.

ຂີດໝາຍໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງ - ảnh 1 ທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ Mark Rutte  ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)

       ຫວຽດນາມ ແລະ ໂຮນລັງ ໄດ້ສ້າງຕັ້ງການພົວພັນທາງການທູດມາແຕ່ປີ 1973. ໃນຊຸມປີມໍ່ໆມານີ້, ໂຮນລັງ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດ ແລະ ນະໂຍບາຍຊຸກຍູ້ການຮ່ວມມືກັບ ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ເຫັນດີເປັນເອກະພາບສູງສຸດຈາກວົງການນັກການເມືອງ ກໍ່ຄືປະຊາຄົມວິສາຫະກິດ ໂຮນລັງ. ສາມາດຢັ້ງຢືນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງ ເປັນແບບຢ່າງຂອງການ “ພົວພັນຂະຫຍັນຂັນເຄື່ອນ ແລະ ມີປະສິດທິຜົນ” ລະຫວ່າງ ຫວຽດນາມ ແລະ ບາງປະເທດ ເອີຣົບ.

ພື້ນຖານທີ່ດີ ເພື່ອຍົກລະດັບການພົວພັນ

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ດຳເນີນໄປພຽງແຕ່ວັນດຽວເທົ່ານັ້ນ ແຕ່ມີການເຄື່ອນໄຫວທີ່ໜ້າແໜ້ນ. ທີ່ບັນດາການພົບປະກັບການນຳພັກ, ລັດ, ລັດຖະບານ ຫວຽດນາມ ທັງໝົດນັ້ນ, 2 ຝ່າຍລ້ວນແຕ່ຢືນຢັນວ່າ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແມ່ນພື້ນຖານເພື່ອນຳການພົວພັນ 2 ຝ່າຍ ຫວຽດນາມ - ໂຮນລັງ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນໃນໄລຍະຜ່ານມາ. ໃນນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໂຮນລັງ ກ່ຽວກັບການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ, ທັງເປັນຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນບັນດາກົນໄກໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ຈະສືບຕໍ່ແມ່ນບັນດາເສົາຄ້ຳຕົ້ນຕໍໃນການພົວພັນຄູ່່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ໂຮນລັງ ໃນໄລຍະຈະມາເຖິງ.

        ທັງ ຫວຽດນາມ ແລະ ໂຮນລັງ ລ້ວນແຕ່ມີຈຸດຄ້າຍຄືກັນ ແມ່ນຕ້ອງປະເຊີນໜ້າຕໍ່ບັນດາສິ່ງທ້າທາຍກ່ຽວກັບການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ສະພາບການນ້ຳທະເລຊຶມເຂົ້າ, ດິນພັງເຈື່ອນ ແລະ ບັນດາຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳຢ່າງມີປະສິດທິຜົນ, ໄດ້ ແລະ ພວມສົ່ງຜົນສະທ້ອນເຖິງວິວັດການພັດທະນາເສດຖະກິດສັງຄົມແບບຍືນຍົງຂອງແຕ່ລະປະເທດ. ໂຮນລັງ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ໃນບັນຫາດັ່ງກ່າວ ແລະ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ ໂຮນລັງ ໜູນຊ່ວຍ ແລະ ແບ່ງປັນບົດຮຽນໃຫ້ ຫວຽດນາມ.

        ນອກນັ້ນ ໃນການຢ້ຽມຢາມ, 2 ຝ່າຍໄດ້ຫັນບັນດາຂົງເຂດຮ່ວມມືເປັນລະອຽດຫລາຍຢ່າງ, ເປັນຕົ້ນແມ່ນກ່ຽວກັບການພັດທະນາແບບຍືນຍົງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເຫັນດີເປັນເອກະພາບເສີມຂະຫຍາຍບັນດາໝາກຜົນຂອງຄູ່ຮ່ວມມືຍຸດທະສາດກ່ຽວກັບດ້ານກະສິກຳແບບຍືນຍົງ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຢ່າງສຸດຂີດ, ຜັນຂະຫຍາຍບັນດາໂຄງການຮ່ວມມື ບົນພື້ນຖານບັນດາບຸລິມະສິດ ແລະ ທ່າແຮງຂອງ 2 ປະເທດ, ໃນບັນດາຂົງເຂດປູກຝັງ, ລ້ຽງສັດ, ຄຸ້ມຄອງສຸຂະອະນາໄມດ້ານສະບຽງອາຫານ, ກະສິກຳສະຫລາດ…ວິສາຫະກິດແຖວໜ້າຂອງ ໂຮນລັງ 70 ແຫ່ງພວມມີໜ້າຢູ່ ຫວຽດນາມ ພ້ອມກັບບັນດາສັນຍາໄດ້ລົງນາມໃນໂອກາດນີ້ ແມ່ນພະຍານຫຼັກຖານໃຫ້ການພົວພັນອັນດີງາມນັ້ນ.

ສ້າງໜ້າປະຫວັດສາດໃໝ່ໃນການພົວພັນ 2 ປະເທດ

        ພື້ນຖານການພົວພັນອັນດີງາມ, ການຮ່ວມມືຢ່າງມີປະສິດທິຜົນໃນໄລຍະຜ່ານມາ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ແລະ ໂຮນລັງ ຍົກລະດັບການພົວພັນ. ເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຈະສ້າງກາລະໂອກາດໃຫ້ແກ່ການພົວພັນ 2 ຝ່າຍ ສືບຕໍ່ພັດທະນາຢ່າງແຮງໃນບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ແລະ ເປີດກ້ວາງອອກສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນ. ໃນວັນທີ 09 ເມສາ, ທີ່ກອງປະຊຸມຖະແຫຼງຂ່າວຮ່ວມລະຫວ່າງນາຍົກລັດຖະມົນຕີ 2 ທ່ານ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ໂຮນລັງ ມີຈຸດຄ້າຍຄືກັນຫລາຍຢ່າງ. ທັງ 2 ປະເທດລ້ວນແຕ່ມີທີ່ຕັ້ງຍຸດທະສາດຂອງ 2 ທະວີບ ແລະ ທັງ 2 ປະເທດ ລ້ວນແຕ່ມີເຂດທົ່ງພຽງ. ຫວຽດນາມ ແລະ ໂຮນລັງ ກໍ່ແມ່ນບັນດາປະເທດທີ່ມີພື້ນຖານກະສິກຳໝັ້ນຄົງເຂັ້ມແຂງ ແລະ ມີຂະແໜງກະສິກຳທີ່ສວມບົດບາດສຳຄັນໃນການສົ່ງອອກ. ນີ້ແມ່ນພື້ນຖານລວມໃນການພົວພັນຮ່ວມມືລະຫວ່າງ 2 ຝ່າຍ ແລະ ກໍ່ແມ່ນເຫດຜົນວ່າ ເປັນຫຍັງທີ່ ຫວຽດນາມ ແລະ ໂຮນລັງ ກ້າວໄປເຖິງຂໍ້ຕົກລົງຮ່ວມຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ.

        ໃນສະພາບການພົວພັນລະຫວ່າງ ຫວຽດນາມ ແລະ ໂຮນລັງ ພວມພັດທະນາອັນດີງາມນັ້ນ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກ ໂຮນລັງ ໃນຄັ້ງນີ້ ແມ່ນເຫດການສຳຄັນ ສ້າງບາດກ້າວພັດທະນາໃໝ່ໃນການພົວພັນ 2 ຝ່າຍ, ແມ່ນໂອກາດເພື່ອໃຫ້ບັນດາການນຳຂັ້ນສູງ 2 ປະເທດ ແລກປ່ຽນມາດຕະການຮັດແໜ້ນການພົວພັນດ້ານການເມືອງ - ການທູດ, ເພີ່ມທະວີການຮ່ວມມືດ້ານການຄ້າ - ການລົງທຶນ ແລະ ເຮັດໃຫ້ບັນດາຂອບເຂດການຮ່ວມມືພວມໄດ້ຮັບການຜັນຂະຫຍາຍເລິກເຊິ່ງກ່ວາ, ພິເສດແມ່ນໃນ 2 ຂົງເຂດຄູ່ຮ່ວມມືຍຸດທະສາກ່ຽວກັບການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ - ການຄຸ້ມຄອງນ້ຳ ແລະ ກະສິກຳແບບຍືນຍົງ - ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

        ໄປຄຽງຄູ່ກັນນັ້ນ, ເລື່ອງທ່ານນາຍົກລັດຖະມົນຕີ ໂຮນລັງ ພ້ອມກັບການນຳບັນດາກະຊວງ, ຂະແໜງການ, ກຸ່ມບໍລິສັດ, ວິສາຫະກິດແຖວໜ້າ ໂຮນລັງ ເລືອກເອົາ ຫວຽດນາມ ເປັນປະເທດໜຶ່ງດຽວເພື່ອໄປຢ້ຽມຢາມ ໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານ ໂຮນລັງ ຖື ຫວຽດນາມ ເປັນຄູ່ຮ່ວມມືບຸລິມະສິດໃນພາກພື້ນ. ການຢ້ຽມຢາມຍິ່ງມີຄວາມໝາຍກ່ວາ ເມື່ອຖືກດຳເນີນໄປໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ໂຮນລັງ (09/04/1973 – 09/04/2019). “ປະຊາຊົນ ຫວຽດນາມ ມີປະເທດເພື່ອນຢູ່ ເອີຣົບ” ນັ້ນແມ່ນຄຳເວົ້າຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ທີ່ເວົ້າກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍສື່ມວນຊົນເປັນຈຳນວນຫລວງຫລາຍ ກ່ອນທີ່ເດີນທາງອອກຈາກ ຫວຽດນາມ ນັ້ນແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂອງ ໂຮນລັງ ທີ່ສະຫງວນໃຫ້ ຫວຽດນາມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ໄລຍະພັດທະນາໃໝ່ໃນການພົວພັນ 2 ຝ່າຍ ./.

ຕອບກັບ

ຂ່າວ/ບົດ​ອື່ນ