ຂໍ້ຕົກລົງນິວເຄຼຍອີຣານ ຍັງບໍ່ມີວີ່ແວວ

(VOVWORLD) -ໃນຊຸມວັນນີ້, ເລື່ອງ ອິດສະຣາແອນກ່າວຫາອີຣານວ່າປິດບັງໂຄງການນິວເຄຼຍ ທີ່ພວມກໍ່ຄວາມວິຕົກກັງວົນໃນຫາງສຽງ, ໂດຍສະເພາະແມ່ນໃນສະພາບການກຳນົດເວລາສຸດທ້າຍ ເຊິ່ງທ່ານປະທານາທິບໍດີ Donald Trump ໄດ້ວາງອອກ ເພື່ອແນໃສ່ຕ້ອງການປັບປຸງຂໍ້ຕົກລົງນິວເຄຼຍອີຣານໃກ້ຈະມາເຖິງ ( ວັນທີ 12 ພຶດສະພາ). ຫາກບໍ່ດັ່ງນັ້ນ, ອາເມລິກາຈະຖອນອອກຈາກຂໍ້ຕົກລົງດັ່ງກ່າວ. ການຖະແຫຼງຂ່າວຂອງອິດສະຣາແອນ ປຽບເໝືອນເປັນການຖອກນ້ຳມັນໃສ່ໄຟ, ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມທາງການທູດຂອງ ການນຳເອີຮົບບາງທ່ານ ເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍປະຫວັດສາດນີ້ໄວ້.
ຂໍ້ຕົກລົງນິວເຄຼຍອີຣານ ຍັງບໍ່ມີວີ່ແວວ - ảnh 1 (ພາບປະກອບ: AP/TTXVN)

ວັນທີ 30 ເມສາ 2018, ທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netayahu ຢັ້ງຢືນວ່າ ປະເທດນີ້ ມີ “ບັນດາພະຍານຫຼັກຖານເພື່ອພິສູດ” ກ່ຽວກັບ “ແຜນການປິດລັບ” ທີ່ອີຣານອາດຈະລົງມືເຄື່ອນໄຫວບໍ່ວ່າເວລາໃດ ເພື່ອຜະລິດລູກລະເບີດປະລະມານູ. ໃນຂະນະນັ້ນ, ອີຣານຍັງຢືນຢັນວ່າ ບໍ່ຢາກປະດິດອາວຸດນິວເຄຼຍ.

        ຈຸດເວລາທີ່ສະດຸ້ງໄວ

ຍັງອີກບໍ່ພໍເທົ່າໃດມື້ ກໍຮອດຈຸດເວລາທີ່ ທ່ານປະທານາທິບໍດີ Donal Trump ອອກຄຳຕັດສິນສຸດທ້າຍກ່ຽວກັບຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA). ແລະ ອິດສະຣາແອນເລືອກເອົາຈຸດເວລານີ້ ເພື່ອປະກາດຂໍ້ມູນຂ່າວທີ່ວ່າ ອີຣານປິດບັງໂຄງການນິວເຄຼຍ. ຕາມອິດສະລາແອນແລ້ວ, ພາຍຫຼັງລົງນາມໃນຂໍ້ຕົກລົງດັ່ງກ່າວ, ອີຣານໄດ້ເພີ່ມທະວີບັນດາຄວາມມານະພະຍາຍາມປິດບັງເອກະສານ ໄປຄຽງຄູ່ກັບໂຄງການນິວເຄຼຍຂອງປະເທດນີ້. ອິດສະຣາແອນໄດ້ຍົກອອກ “ເອກະສານມີ 55.000 ໜ້າ” ແລະ “ ເອກະສານ 55.000 ໜ້າ ໃນ CD ຈຳນວນ 183 ແຜ່ນ”. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີອິດສະຣາແອນກໍບໍ່ຍົກອອກຂໍ້ອ້າງທີ່ສະແດງໃຫ້ເຫັນກ່ຽວກັບເລື່ອງອີຣານບໍ່ປະຕິບັດ ຫຼື ລະເມີດບັນດາຄຳໝັ້ນສັນຍາທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງດັ່ງກ່າວ.

        ອາດຈະເຫັນໄດ້ວ່າ ບັນດາຫຼັກຖານສ່ວນຫຼາຍ ໂດຍອິິດສະຣາແອນປະກາດເມື່ອວັນທີ 30 ເມສານັ້ນ ລ້ວນແຕ່ມີກ່ອນແລ້ວ ກ່ອນທີ່ຂໍ້ຕົກລົງນິວເຄຼຍອີຣານຈະໄດ້ລົງນາມໃນປີ 2015. ແລະບັນດາການກ່າວຫາແບບນີ້ ຍິ່ງຈະເຮັດໃຫ້ສະພາບການໃນປັດຈຸບັນເຄັ່ງຕຶງຂຶ້ນຕື່ມ, ເພາະວ່າຈະເກີດມີການໂຕ້ຖຽງກັນກ່ຽວກັບເລື່ອງ ອີຣານໄດ້ລະເມີດຂໍ້ຕົກລົງທີ່ໄດ້ລົງນາມກັບກຸ່ມປະເທດ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນຫຼືບໍ່.

        ຝ່າຍທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຖ້າຫາກວ່າ ຂໍ້ຕົກລົງນິວເຄຼຍອີຣານຖືກຍົກເລີກ ນັ້ນແມ່ນອິດສະລາແອນ. ຍັງຈື່ໄດ້ວ່າ, ໃນຕະຫຼອດວິວັດການເຈລະຈາກໍຄືເມື່ອ JCPOA ໄດ້ຮັບການລົງນາມ, ອິດສະລາແອນ ຍາມໃດກໍຄັດຄ້ານ ແລະ ເອີ້ນສັນຍານີ້ວ່າ ແມ່ນ “ຜິດພາດທາງປະຫວັດສາດ". ຕາມອິດສະຣາແອນແລ້ວ ບັນດາຄຳໝັ້ນສັນຍາໃນ JCPOA ແມ່ນ ບໍ່ສາມາດລົບລ້າງໄພນາບຂູ່ຈາກອີຣານທີ່ຖືກຳມະສິດອາວຸດນິວເຄຼຍໄດ້. ແລະ ຖ້າຫາກວ່າ, ອີຣານຜະລິດອາວຸດນິວເຄຼຍນັ້ນ ປະເທດນີ້ຈະກາຍເປັນໄພນາບຂູ່ສຳລັບການຄົງຕົວຂອງອິດສະລາແອນ.

ຜູ້ໄດ້ຮັບຜົນປະໂຫຍດຖັດຈາກ ອິດສະຣາແອນ ແມ່ນທ່ານປະທານາທິບໍດີ ອາເມລິກາ Donald Trump ຍ້ອນຜູ້ນຳທຳນຽບຂາວ ເຄີຍຖືວ່າເລື່ອງຍົກເລີກຂໍ້ຕົກລົງນິວເຄຼຍ ແມ່ນໜຶ່ງໃນບັນດາຄຳໝັ້ນສັນຍາໃນການຫາສຽງເລືອກຕັ້ງຂອງຕົນໃນປີ 2016. ຍ້ອນເຫດນັ້ນ, ເຖິງວ່າຂໍ້ມູນຂ່າວທີ່ ອິດສະຣາແອນ ຫາກໍ່ປະກາດຍັງບໍ່ທັນໄດ້ຮັບການພິສູດເທື່ອ ແຕ່ອີກເທື່ອໜຶ່ງທ່ານ Donald Trump ໄດ້ຕຳໜິຕິຕຽນອົງການ JCPOA ວ່າແມ່ນ “ຂໍ້ຕົກລົງທີ່ຊົ່ວຮ້າຍ”, ພ້ອມທັງໃຫ້ຮູ້ວ່າຈະພິຈາລະນາບັນດາຂໍ້ມູນຂ່າວໃໝ່ເຊິ່ງ ອິດສະຣາແອນ ຍົກອອກມາ ກ່ອນທີ່ຈະຕັດສິນໃຈຖອນ ອາເມລິກາ ອອກຈາກ JCPOA ຫຼືບໍ່. ທ່ານລັດຖະມົນຕີການຕ່າງປະເທດຄົນໃໝ່ Mike Pompeo ຖືວ່າ: ບັນດາຂໍ້ມູນຂ່າວສານໂດຍທ່ານນາຍົກລັດຖະມົນຕີ ອິດສະຣາແອນ ຍົກອອກມາ ແມ່ນ “ຖືກຕ້ອງທີ່ສຸດ” ແລະ “ສ່ວນຫຼາຍແມ່ນຄວາມເປີດເຜີຍໃໝ່”. ກ່ອນໜ້ານັ້ນ, ເມື່ອເດືອນ ມັງກອນ 2018, ທ່ານໄດ້ນາບຂູ່ວ່າຈະບໍ່ເຊັນຂໍ້ຕົກລົງຍົກເລີກຄຳສັ່ງລົງໂທດ ອີຣານ ຖ້າຫາກ 3 ປະເທດ: ຝລັ່ງ, ອັງກິດ, ເຢຍລະມັນ ບໍ່ຕົກລົງແກ້ໄຂບັນດາຄວາມວິຕົກວັງວົນຂອງ ອາເມລິກາ  ກ່ຽວຂ້ອງເຖິງບັນດາມາດຕາກ່ຽວກັບກຳນົດເວລາໝົດຜົນສັກສິດຂອງຂໍ້ຕົກລົງ, ກ່ຽວກັບໂຄງການລູກສອນໄຟຂອງ ອີຣານ ແລະ ເລື່ອງ ອີຣານ ໜູນຫຼັງບັນດາກຳລັງໄດ້ຮັບສິດມອບໝາຍຢູ່ ຊີຣີ, ລີບັງ ແລະ ເຢແມນ.

ເອີລົບ ຊອກຫາວິທີໜູນຊ່ວຍ

       ໂດຍໄປຝືນກັບການກະທຳຂອງ ອາເມລິກາ ແລະ ອິດສະຣາແອນ, ຫຼາຍປະເທດ ເອີລົບ ໄດ້ມານະພະຍາຍາມປົກປັກຮັກສາການຄົງຕົວຂອງຂໍ້ຕົກລົງນິວເຄຍ. ເຂົາເຈົ້າຖືວ່າ, ບັນດາຄຳກ່າວຫາຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ບໍ່ກໍ່ຄວາມລະແວງສົງໄສກ່ຽວກັບເລື່ອງ ເຕເຮຣານ ປະຕິບັດຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ລົງນາມໃນປີ 2015 ຫຼືບໍ່. ແລະ ອົງການພະລັງງານປະລະມານູສາກົນ (IAEA) ແມ່ນອົງການສາກົນໜຶ່ງດຽວຮັບຜິດຊອບການຕິດຕາມກວດກາຄຳໝັ້ນສັນຍາດ້ານນິວເຄຼຍຂອງ ອີຣານ. ບົດລາຍງານຂອງ IAEA 10 ບົດລ້ວນແຕ່ສະແດງໃຫ້ເຫັນວ່າ ອີຣານ ໄດ້ເຄົາລົບບັນດາຄຳໝັ້ນສັນຍາຢ່າງຄົບຖ້ວນ.

        ກ່ອນໜ້ານັ້ນ, ແຕ່ວັນທີ 24 – 27 ເມສາ, ທຳນຽບຂາວໄດ້ຕ້ອນຮັບການນຳສຳພັນທະມິດ ເອີລົບຂອງອາເມລິກາ 2 ທ່ານນັ້ນ ຝລັ່ງ ແລະ ເຢຍລະມັນ. ທັງທ່ານ Emmanuel Macron ແລະ ທ່ານນາງ Angela Merkel ລ້ວນແຕ່ຢາກໃຫ້ ອາເມລິກາ ເປັນນສະມາຊິກຂອງ JCPOA. ພ້ອມກັບບັນດາການພົວພັນທາງການທູດຕ່າງໆ, ຝລັ່ງ, ເຢຍລະມັນ ແລະ ອັງກິດ ກໍ່ພວມມີ “ຄວາມມານະພະຍາຍາມຢ່າງສຸດຂິດ” ໃນການເກ້ຍກ່ອມໃຫ້ ອາເມລິກາ ເຫັນດີເຂົ້າຮ່ວມຂໍ້ຕົກລົງທີ່ມີຢູ່ແລ້ວ, ດ້ານອື່ນ, ຄວນ “ກະກຽມໃນທັນທີ”, “ຂໍ້ຕົກລົງມີຂອບເຂດກ້ວາງຂວາງກ່ວາ, ລວມມີທັງໄລຍະ 2025 (ໝາຍຄວາມວ່າພາຍຫຼັງຂໍ້ຕົກລົງ 2015 ໝົດຜົນສັກສິດ)”, ກໍ່ຄືກ່ຽວກັບໂຄງການລູກສອນໄພນຳວິຖີຂອງ ອີຣານ ແລະ ບັນດາການປະທະກັນຢູ່ ຕາເວັນອອກກາງ.

        ຊ້ຳບໍ່ໜຳ, ໃນຫຼາຍເດືອນຜ່ານມາ, ບັນດາເຈົ້າໜ້າທີ່ໃນອຳນາດການປົກຄອງ ອາເມລິກາ ແລະ ເອີລົບ ໄດ້ສົມທົບກັນແບບປິດລັບ ເພື່ອແນໃສ່ຊອກຫາວິທີຕອບສະໜອງບັນດາເງື່ອນໄຂຂອງທ່ານ Trump ກ່ຽວກັບການດັດປັບຂໍ້ຕົກລົງນິວເຄຼຍ ອີຣານ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍ, ເຊິ່ງບັນດາເຈົ້າໜ້າທີ່ຂອງທັງ 2 ຝ່າຍຖືວ່າ ແມ່ນຊອກຫາມາດຕະການທັງເຮັດໃຫ້ທ່ານ Trump ເພິ່ງພໍໃຈ, ໃນຂະນະທີ່ຍັງຮັບປະກັນ JCPOA ໄວ້ເໝືອນເດີມ.

        ຂໍ້ຕົກລົງນິວເຄຼຍ ອີຣານ 2015 ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບາງຂໍ້ຕົກລົງຮອບດ້ານ ແລະ ໝັ້ນຄົງເຂັ້ມແຂງທີ່ສຸດໃນປະຫວັດສາດປອດນິວເຄຼຍ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ຂໍ້ຕົກລົງປະຫວັດສາດນີ້ພວມຢືນຢູ່ຕໍ່ໜ້າໄພພັງທະລາຍຖ້າຫາກວ່າບັນດາຝ່າຍບໍ່ບັນລຸໄດ້ມາດຕະການທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ