ຂໍ້ອ້າງແກ້ຄວາມເພື່ອຫັນແຜນການທວງເອົາເສັ້ນລີ້ນງົວໃຫ້ປະກົດຜົນເປັນຈິງ

(vovworld)- ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ່​ຢາງ 981 ຢູ່​ເຂດ​ເສດຖະ​ກິ​ດຈຳ​ເພາະ ​ແລະ ​ໄຫລ່​ທະວີບ ຂອງ​ຫວຽດນາມ ​ແມ່ນ​ການລະ​ເມີດ​ອະທິປະ​ໄຕ, ອຳນາດ​ສານ​ຂອງ​ຫວຽດນາມ​ ຕາມ​ສົນ​ທີ​ສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ​ແຕ່ ຈີນ ບໍ່​ພຽງ​ແຕ່​ບໍ່​ຫົວ​ຊາ​ຕໍ່​ຄວາມ​ຖືກຕ້ອງ, ບໍ່​ຖອນ ​ຮ້ານ​ເຈາະ​ນ້ຳມັນ ​​ແລະ ກຳ​ປັ່ນ​ ປ້ອງ​ກັນ​ອອກ​ຈາກ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ຖື​ວ່າ ຮ້ານ​ເຈາະ​ນ້ຳມັນຊື່​ງຝ່າຍ​ຈີນ  ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິປະ​ໄຕ​ເຂດ​ນ່ານນ້ຳ​ຂອງ​ຈີ​ນ. ກ່ຽວ​ກັບ​ສິ່ງ​ນິ້, ບັນດາ​ຜູ້​ຊ່ຽວຊານ​ຄົ້ນຄ​ວ້າດ້ານ​ກົດໝາຍ​ທະ​ເລ​ຖື​ວ່າ: ຈີນ ພວມ​ເສກ​ສັນ​ປັ້ນ​ແຕ່ງສິ່ງ​ທີ່​ບໍ່​ມີ​ຄວາມ​ຈິງ​ເພື່ອ​ຫັນ​ແຜນການ​ທວງ​ເອົາ​ເສັ້ນ​ລິ້ນ​ງົວປະກົດ​ຜົນ​ເປັນ​ຈິງ.

ຂໍ້ອ້າງແກ້ຄວາມເພື່ອຫັນແຜນການທວງເອົາເສັ້ນລີ້ນງົວໃຫ້ປະກົດຜົນເປັນຈິງ - ảnh 1
ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ່​ຢາງ 981ຢູ່​ເຂດ​ເສດຖະ​ກິ​ດ
ຈຳ​ເພາະ ​ແລະ ​ໄຫລ່​ທະວີບ ຂອງ​ຫວຽດນາມ

ພາບ:dantri.com.vn

        ​ເຫດ​ການ​ຫລ​້າສຸດ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ CNN ຂອງ​ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ​ອາ​ເມ​ລິ​ກາ ​ໄຊ​ຊຽງ​ຂາຍ ຖື​ວ່າ: ຈີນ ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ເຈາະສຳ​ຫລວດຢູ່​ເຂດ​ທີ່​ຫ່າງ​ຈາກ ​ເກາະ ຈີ​​ໂຕນ ປະມານ 17 ​ໄມ​ທະ​ເລ, ​ໃນ​ຂະນະທີ່​ບໍລິ​ເວນ​ທະ​ເລ​ນີ້​ຫ່າງ​ຈາກ​ຝັ່ງ​ທະ​ເລ​ຂອງ​ຫວຽດນາມ 150 ​ໄມ​ທະ​ເລ. ​ເປັນ​ອັນວ່າ ​ຮ້ານ​ເຈາະ​ນ້ຳມັນ ຂອງ​ຈີນ ບໍ່​ນອນ​ໃນ​ເຂດ​ເສດຖະ​ກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ອາດ​ຈະ​ຢືນຢັນ​ໄດ້​ວ່າ: ນີ້​ແມ່ນ​ຂໍ້​ອ້າງ​ເພື່ອ​ແກ້ຄວາມ ​ແລະ ຜິດພາດ​ຢ່າງ​ຊິ້ນ​ເຊິ​ງ.

 ຄຳ​ອະທິບາຍ​ທີ່​ຜິດພາດ

        ຄວາມ​ຈິງ, ​​ບໍລິ​ເວນ​ທີ່ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ່​ຢາງ 981 ​ຫ່າງ​ຈາກ​ເກາະ ລີ​ເຊີນ ຂອງ​ຫວຽດນາມ ພຽງ ປະມານ 150 ​ໄມ​ທະ​ເລ ​ແລະ ນອນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ຈາກ​ເສັ້ນພື້ນຖານ​ປະມານ 200 ​ໄມ​ທະ​ເລ. ຕາມ​ດຣ ຫງວຽນ​ຕວານ​ທັງ, ຮອງ​ຫົວຫນ້າ​ພະ​ແນ​ກ ກົດໝາຍ​ສາກົນ, ສັງກັດ​ມະຫາ​ວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ໄຈ້​ແຍກ​ວ່າ:

        “​ເກາະ ຈີ​ໂຕນແມ່ນ​ຫນຶ່ງ​ໃນ​ໂຄງ​ປະກອບທໍລະນີ​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ. ​ແລະ ໝຸູ່​ເກາະ​ຮ່ວາງ​ຊາ​ແມ​່ນຜື​ນ​ແຜ່ນດິນ​ຂອງ​ຫວຽດນາມ, ສະ​ນັ້ນ ຈີນ ບໍ່​ສາມາດ​ມີ​ພື້ນຖານ​ດ້ານ​ກົດໝາຍ​ໃດ ຫລື​ປະຫວັດສາດ​ໃດ​ເພື່ອ​ທວງ​ເອົາ​ອະທິປະ​ໄຕ​ບັນດາ​ເຂດ​ທະ​ເລ ຊື່​ງ​ເລີ່​ມ​ຈາກ​ໝູ່​ເກາະ ຮ່ວາງ​ຊາ. ປີ 1956, ຈີນ​ໄດ້​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຢືດຄອງ​ສ່ວນ​ຫນຶ່ງ​ທາງ​ທິດຕາ​ເວັນ​ອອກ​ຢູ່ເກາະ​ແຫ່ງ​ນີ້ ​ແລະ ປີ 1974,​ຈີນ​ສືບ​ຕໍ່​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຢືດຄອງ​ສ່ວນ​ຍັງ​ເຫລືອ​ຂອງ​ໝູ່​ເກາະ​ຮ່ວາງ​ຊາ.ສະ​ນັ້ນ ​ໃນ​ຈຸດ​ເວລາ​ນີ້ ​ເຖິງ​ວ່າ ຈີນ ​ໄດ້​ຈັດ​ສົ່ງ​ກຳລັງ​ໄປ​ປະຈຳ​ການ ​ແລະ ຢືດຄອງຊົ່ວຄາວ​​ໝູ່​ເກາະ​ຮ່ວາງ​ຊາກໍ​ຕາມ, ​ແຕ່​ການ​ຢືດຕັ້ງ​ນີ້​ບໍ່​ມີ​ຄວາມ​ໝາຍ​ດ້ານ​ກົດໝາຍ​ສຳລັບ​ຈີນ ​ແລະ ໝູ່​ເກາະ​ຮ່ວາງ​ຊາ ຍັງ​ຄົງ​ແມ່ນ​ສ່ວນ​ຫນຶ່ງ​ຂອງ​ຜືນ​ແຜ່ນດິນ ​ແລະ ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ.”

        ດຣ ​ເຈີ​ນກົງ​ຈຸກ, ອະດີດ​ຫົວຫນ້າ​ຄະນະ​ຊາຍ​ແດນ​ຂອງ​ລັດຖະບານ​ຫວຽດນາມ ​ເນ​ັ້ນຫນັກ​ວ່າ: ​ເກາະຈີ​ໂຕນຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ບໍ່​ສາມາດຕອບ​ສະຫນອງ​ມາດຖານ​ຂອງ​ຂໍ້​ມາດຕາ 121 ​ໃນສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍທະ​ເລ ປີ 1982. ທ່ານ ​ເຈີ​ນກົງ​ຈຸກ ກ່າວ​ວ່າ:

        “ນີ້​ແມ່ນ​ການ​ເສກ​ສັນ​ປັ້ນ​ແຕ່​ງຄວາມ​ຈິງ ​ເພື່ອ​ໃຫ້​ຈີ​ນຢາກ​ຍາດ​ເອົາ​ຄວາມ​ຮັບ​ຮູ້​ທາງ​ອ້ອມ​ກ່ຽວ​ກັບ​ທັດສະນະ​ຜິດພາດ, ຂໍ້​ອ້າງ ​ແລະ ອະທິບາຍ​ການ​ໝູນ​ໃຊ້​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ຂອງ​ຈີນ ​ເພື່ອ​ຫັນ​ເຂດ​ບໍ່​ມີ​ການ​ພິພາດ​ກາຍ​ເປັນ​ເຂດ​ເກີດ​ການ​ພິພາດ​ເພື່ອ​ຢັ້ງຢືນ​​​ເສັ້ນ​ຊາຍ​ແດນ​ລິ້ນງົວ​ໄຮ້​ເຫດຜົນ​ຂອງ​ເຂົາ​ເຈົ້າ.”

ຕັ້ງ​ໃຈ​ເສກ​ສັ້ນ​ປັ້ນ​ແຕ່ງ​ບິດ​ເບືອ​ນຄວາມ​ຈິງ​ເພື່ອ​ຫັນ​ຄວາມ​ຜິດ​ກາຍ​ເປັນຄວາມ​ຖືກ​ຕ້ອງ

ຫນຶ່ງ​ໃນ​ບັນດາ​ທັດສະນະ​ຊື່​ງ ຈີນ ​ເຄີຍ​ນ​ຳ​ໃຊ້​ເພື່ອ​​ແກ້​ຄວາມ​ໃຫ້​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ຂອງ​ຕົນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ​ແມ່ນ​ນຳ​ໃຊ້​ຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົງ ​ເມື່ອ​ປີ 1958 ສົ່ງ​ເຖິງ​ນາຍົກລັດຖ​ະມົນຕີ ຈີນ​ ເຈົາ​ເອີນ​ຫລາຍ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ ​ເຈີ​ນກົງ​ຈຸກ ຊີ້​ແຈ້ງວ່າ:

        “ຈົດໝາຍ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມວັນ​ດົງ ສົ່ງ​ເຖິງ​ທ່ານ​ນາຍົກລັດຖະ​ມົນຕີ​ເຈົາ​ເອີນ​ຫລາຍ ບໍ່​ມີ​ສັບ​ໃດ​ສະ​ແດງ​​ໃຫ້​ເຫັນ​ວ່າ: ຫວຽດນາມ ຍອມຮັບ​ອະທິປະ​ໄຕ​ຂອງ​ຈີນ ສຳລັບ ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ທີ​ສອງ, ກ່ຽວ​ກັບ​ດ້ານ​ກົດໝາຍ, ປີ 1958, ພາຍຫລັງສັນຍາ ​ເຊີ​ແນວ ​ໄດ້​ຮັບ​ການ​ລົງ​ນາມ, ກ່ຽວ​ກັບ​ທີ່​ຕັ້ງ​ພູມ​ສາດ, ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ແມ່ນ​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ຂອງ​ເສັ້ນ​ຂະຫນານ 17 ອົງສາ, ສະ​ນັ້ນ ກາ​ນຄຸ້ມ​ຄອງ​​ຜືນ​ແຜ່ນດິນ​ນີ້​ແມ່ນ​ຂຶ້ນ​ກັບ​ລັດຖະບານ​ສາທາລະນະ​ລັດ ຫວຽດນາມ ດ້ວຍ​ຖານະ​​ແມ່ນ​ຕາງຫນ້າ​ໃຫ້​ລັດ​ຫວຽດນາມ ​ເພື່ອ​ປະຕິບັດ​ສິດ​ຄຸ້ມ​ຄອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.”

ຈີນພວມ​ຕົກ​ເຂົ້າ​ສູ່​ທ່າອ່ອນ

    ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ແມ່ນ​ການລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຈະ​ແຈ້ງ. ​ແລະ​​ເລື່ອງ ຈີນ ພວມ​​ໃຊ້ທຸກໆ​​ເລ​ຫຼ່ຽມ​ເພື່ອ​​ແກ້ຄວາມໃຫ້ການ​ກະທຳ​ຜິດພາດ​ຂອງ​ຕົນ​ຍິ່ງ​ເຮັດ​ໃຫ້ ຈີນ ຖືກ​ເຫີ​ນຫ່າງ​ຈາກ​ປະຊາ​ຄົມ​ໂລກ. ດຣ ຫງວຽນ​ຕ່ວານ​ຖັ໋ງ, ​ເນັ້ນ​ໜັກ​ວ່າ:

    “ອາດ​ຈະເຫັນ​ໄດ້​ຢ່າງ​ງ່າຍ​ດາຍ​ວ່າ ຈີນ ພວມ​ຕົກ​ເຂົ້າ​ສູ່​ທ່າ​ອ່ອນ ຍ້ອນ​ວ່າ ​ໃນ​ຕົວ​ຈິງ​ແລ້ວ​, ຈີນບໍ່​ມີ​ພື້ນຖານ​ດ້ານ​ນິຕິ​ກຳ. ຖ້າ​ຫາກ​ຕີ​ລາຄາ​ຈາກ​ແງ່​ມູມການ​ພົວພັນ​ສາກົນ, ບັນດາ​ການ​ກະທຳ​ບຽດ​ຢືດໃນ​ພື້ນ​ທີ່​ຕົວ​ຈິງ​ຂອງ ຈີນ ​ແລະ ພິ​ເສດ​ແມ່ນ​ການ​ກະທຳ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ - 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ຍິ່ງ​ເຮັດ​ໃຫ້​ທີ່​ຕັ້ງ ​ແລະ ບົດບາດ​ຂອງ ຈີນ​ຫລຸດ​ລົງ. ຍ້ອນ​ວ່າ, ທີ່​ໜຶ່ງ​ແມ່ນ, ຈີນ ​ແມ່ນ​ສະມາຊິກ​ປະຈຳຂອງ​ສະພາ​ຄວາມ​ໝັ້ນ​ຄົງ ສປຊ, ​ເຊິ່ງ​ແມ່ນ​ໜຶ່ງ​​ໃນ​ບັນດາ​ສຳນັກງານ​ ສຳຄັນ​ພິ​ເສດ​ ຈອງ ສປຊ. ທີ 2 ​ແມ່ນ, ຍາມ​ໃດ ຈີນ ກໍ່​ຢືນຢັນ​ຕົນ​ແມ່ນ​ປະ​ເທດ​ສັນຕິພາບ, ຈີນ ບື່ນຕົວ​ຂຶ້ນ​ໃນ​ສັນຕິພາບ. ​ໃນ​ສະພາບ​ການ​ຕົວ​ຈິງ, ທຸກໆ​ການ​ກະທຳ​ຂອງ ຈີນ ປະຕິບັດ​ລ້ວນ​ແຕ່​ໄປ​ຝືນ​ກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ ຈີນ”

    ບັນດາ​ການ​ໄຈ້​ແຍກດັ່ງກ່າວ ອີກ​ເທື່ອ​ໜຶ່ງ ຢືນຢັນ​ວ່າ: ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຜິດ​ກົດໝາຍ​ຢູ່​ບໍລິ​ເວນ​ຫ່າງ​ຈາກ​ເກາະ ຈີ​​ໂຕນ ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງຊາ ​ແມ່ນການ​ກະທຳ​ລ່ວງ​ລ້ຳ​ເຖິງ​ເຂດ​ເສດຖະກິດ​ຈຳ​ເພ​າະ ​ແລະ ​ເຂດ​ໄຫຼ່​ທະວີບ​ທີ່​ຂຶ້ນ​ກັບສິດ​ອະທິປະ​ໄຕ ​ແລະ ອຳນາດ​ສານຂອງ ຫວຽດນາມ. ດ້ວຍ​ບັນດາ​ການ​ກະທຳ​ນີ້, ຈີນ ​ໄດ້​ເຮັດ​​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ປະ​ເທດ​ໃນພາກ​ພື້ນຫລຸດຜ່ອນ​ລົງ ​ແລະ ພິ​ເສດ​ກໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຈີນ.

 

ຕອບກັບ

ຂ່າວ/ບົດ​ອື່ນ