ຂະຫຍາຍວຽກງານສາທາລະນະສຸກເຂດທະເລໝູ່ເກາະປະກອບສ່ວນພັດທະນາເສດຖະກິດທະເລ

(vovworld) –       ວັນ​ທີ 3/3, ທີ່​ນະຄອນ ​ໂຮ່ຈີ໋ມິນ, ກະຊວງ​ສາທາລະນະ​ສຸກ​ ຫວຽດນາມ ຈັດຕັ້ງກອງ​ປະຊຸມ​ສະຫຼຸບໜຶ່ງປີ​ແຫ່ງ​ການ​ປະຕິບັດ​​ແຜນ​ຮ່າງ​ຂະຫຍາຍ​ວຽກງານ ສາທາລະນະ​ສຸກ​ເຂດ​ທະ​ເລໝູ່​ເກາະ ຫວຽດນາມ ​​ຈົນຮອດປີ 2020. ​ແຜນ​ຮ່າງ​ດັ່ງກ່າວ​ໄດ້​ຮັບ​ການ​ອະນຸມັດ​ຜ່ານ​ຈາກ​ທ່ານ​ນາ​ຍົກ​ລັດ​ທະ​ມົນຕີ​ແຕ່​ວັນ​ທີ 7/2/2013. ກອງ​ປະຊຸມ​ຢືນຢັນ​ການ​ປະຕິ​ບັດ​ແຜນ​ຮ່າງ​ດັ່ງກ່າວແມ່ນການ​ປະກອບ​ສ່ວນຢ່າງ​ສຳຄັນ​​ເຂົ້າໃນ​ຍຸດ​ທະ​ສາດ​ພັດທະນາ​ພື້ນຖານ​ເສດຖະກິດເຂດ​ທະ​ເລ ​ແລະ ຮັບປະກັນ​ຄວາມ​ສະຫງົບ​​ເຂດ​ຊາຍ​ແດນ​ທາງ​ທະ​ເລ​ຂອງ ຫວຽດນາມ. ​

   ຫວຽດນາມ​ແມ່ນ​ປະ​ເທດຕັ້ງຢູ່​ແຄມ​ທະ​ເລ, ດ້ວຍ​ຄວາມ​ຍາວ​ທາງ​ທະ​ເລກວ່າ 3260km ​ພ້ອມ​ກັບ​ລະບົບໝູ່​ເກາະ​ ແລະ ​ເກາະ​ຢູ່​ແຄມ​ຝັ່ງ. ​ເພື່ອ​ເສີມຂະຫຍາຍທ່າ​ແຮງ​ຈາກ​ທະ​ເລ​ຢ່າງ​ສູງ​ສຸດ, ກອງ​ປະຊຸມ​ຄັ້ງທີ 4, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 10 ຮັບຮອງ​ເອົາ​ມະຕິ​ກ່ຽວກັບ​ຍຸດ​ທະ​ສາດ​ທາງ​ທະ​ເລ ຫວຽດນາມ ຈົນ​ຮອດ​ປີ 2020, ສູ້​ຊົນ​ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ທາງ​ດ້ານ​ທະ​ເລ, ວາງ​ຈຸດໝາຍຈົນ​ຮອດ​ປີ 2020 ​ເສດຖະກິດທະ​ເລ​ຈະ​ປະກອບສ່ວນ​ປະມານ 53% - 55% GDP. ​ເພື່ອ​ປະຕິບັດ​​ຈຸດໝາຍຂະຫຍາຍ​ລະບົບ​ສາທາລະນະ​ສຸກ​ທະ​ເລ, ​ເບີ່​ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ​ເຂດ​ທະ​ເລ, ລັດຖະບານ ຫວຽດນາມ ລົງທຶນ​ໃຫ້​ແກ​່ກຳລັງ​ອອກ​ແຮງ​ງານ​ທາງ​ທະ​ເລ​ແມ່ນ​ບູລິ​ມະ​ສິດຢ່າງໜຶ່ງ​ໃນ​ຍຸດ​ທະ​ສາດ​ທາງ​ທະ​ເລ ຫວຽດນາມ ຈົນ​ຮອດ​ປີ 2020.

           ສ້າງ​​ເຄືອ​ຂ່າຍ​ສາທາລະນະ​ສຸກ​ເໝາະສົບ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງ​ເຂດ​ທະ​ເລໝູ່​ເກາະ

         ​ແຜນ​ຮ່າງ “ ຂະຫຍາຍ​ວຽກງານ​ສາທາລະນະ​ສຸກ​ເຂດ​ທະ​ເລໝູ່​ເກາະ​ຈົນ​ຮອດ​ປີ 2020” ​ໄດ້​ຜັນ​ຂະຫຍາຍ​ຢູ່ 151 ​ເມືອງ, ​ເທດສະບານ, ນະຄອນ​ທີ່​ຂຶ້ນກັບ 28 ​ແຂວງ, ນະຄອນ ຢູ່​ແຄມ​ທະ​ເລຂຶ້ນກັບ​ສູນ​ກາງ​ໃນ​ໄລຍະ 2013 – 2020, ດ້ວຍ​ງົບປະມານ​ແມ່ນ 8200 ຕື້ດົງ. ​ຈຸດໝາຍຂອງ​ແຜນ​ຮ່າງ​ແມ່ນ​ຮັບປະກັນ​ໃຫ້​ແກ່​ປະຊາຊົນ​ທີ​່ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກຢູ່​ເຂດ​ທະ​ເລໝູ່​ເກາະ​ໄດ້​ສຳຜັດ ​ແລະ ນຳ​ໃຊ້​ບໍລິການ​ສາທາລະນະ​ສຸກ​ໃຫ້​​ແກ່ຄວາມ​ຕ້ອງການ​ໃນ​ວຽກງານປ້ອງກັນ, ພະຍາບານສຸກ​ເສີນ, ກວດ​ປິ່ນປົວ​ພະຍາດ ​ແລະ ຍົກ​ສູງ​ສຸຂະພາບ. ພ້ອມ​ດຽວກັນ​ນັ້ນ, ​ແຜນ​ຮ່າງ​ແນ​ໃສ່​ປັບປຸງ​ເຄືອ​ຂ່າຍ​ສາທາລະນະ​ສຸກ​​ໃຫ້ມີ​ຄວາມ​​ສາມາດ​ພຽງພໍ ​ແລະ ​ເໝາະສົມ​ກັບຈຸດ​ພິ​ເສດ​ສະ​ເພາະ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ​ເບີ່​ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ປະຊາຊົນ​ເຂດ​ທະ​ເລໝູ່​ເກາະ; ຂະຫຍາຍ​ແຫຼ່ງຊັບພະຍາກອນ​ມະນຸດ​​ໃນ​ຂົງ​ເຂດສາທາລະນະ​ສຸກມີ​ຈຳນວນ ​ແລະ ຄຸນ​ນະພາ​ບພຽງພໍ, ຜ່ານ​ນັ້ນ, ​ເພີ່ມ​ທະວີ​ຄວາມ​ອາດ​ສາມາດ​ໃນວຽກງານ​ພະຍາບານ​ສຸກ​ເສີນ, ການ​ຂົນ​ສົ່ງ​ຄົນ​ເຈັບ​ໄປ​ປິ່ນປົວ​ພະຍາດ,​ ການ​ປ້ອງ​ກັນ​ດ້ານ​ໂລກລະບາດ ​ແລະ ບັນຫາພະຍາດ​ສະ​ເພາະ​ຢູ່ເຂດ​ທະ​ເລໝູ່​ເກາະ.  

 ທ່ານ​ຝ້າ​ມຄັກ​ຕ້ວນ, ຜູ້ອຳນວຍການ​ໂຮງໝໍ​ຫຼາຍ​ຂະ​ແໜງ ​ໂດ​ເລື່ອງ - ກາດ​ຫາຍ ນະຄອນ​ຫາຍ​ຟ່ອງ ​ໃຫ້​ຮູ້​ວ່າ :

    “ແຜນ​ຮ່າງ “ ຂະຫຍາຍ​ວຽກງານ​ສາທາລະນະ​ສຸກ​ເຂດ​ທະ​ເລໝູ່​ເກາະ​ຈົນ​ຮອດ​ປີ 2020” ​ແມ່ນ​ປະຕິບັດຕາມ​ທັດສະນະ​ເພື່ອ​ຮັບປະກັນ​ຊີວິດ​ສັງຄົມ, ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ, ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ ​ແລະ ​ເພື່ອ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ອີງ​ຕາມ​ທັດສະນະ​ດັ່ງກ່າວ, ໝາກຜົນ​ທີ່​ໄດ້​ຮັບ​ຈາກ​ແຜນ​ຮ່າງສຳລັບ​ບັນດາ​ໂຮງໝໍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຮງໝໍ ເຂດ​ທະ​ເລ​ໝູ່​ເກາະ, ນັ້ນ​ແມ່ນ​ການ​ລົງທຶນ​ດ້ານ​ພື້ນຖານ​ວັດຖຸ ກໍ​ຄື​ລົງທຶນ​ດ້ານ​ບຸກຄະລາ​ກອນ ​ແມ່ນ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ”

ຂະຫຍາຍວຽກງານສາທາລະນະສຸກເຂດທະເລໝູ່ເກາະປະກອບສ່ວນພັດທະນາເສດຖະກິດທະເລ - ảnh 1ຜູ້ຕາງໜ້າກົມເສນາລັກ-ກະຊວງປ້ອງກັນປະເທດ ກ່າວຄຳເຫັນ ທີ່ກອງປະຊຸມ


   ທີ່​ຈິງ​ແລ້ວ, ນັບ​ແຕ່​ປີ 1991, ວຽກ​ງານ​ສຸຂາພິບານ​ສຳລັບ​ທະຫານ ​ແລະ ປະຊາຊົນ​ຢູ່ ເຂດ​ທະ​ເລ​ໝູ່​ເກາະຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ຮູບ​ແບບ​ສົມທົບ​ກັນລະຫວ່າງ​ເສນາ​ລັກ ​ແລະ​ແພດ​ພົນລະ​ເຮືອນ, ອັນ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດີ. ພ້ອມ​ນັ້ນ, ຫວຽດນາມກໍ​ປະຕິບັດແຜນ​ຮ່າງ “ ຂະຫຍາຍ​ວຽກງານ​ສາທາລະນະ​ສຸກ​ເຂດ​ທະ​ເລໝູ່​ເກາະ​ຈົນ​ຮອດ​ປີ 2020” ​ແນ​ໃສ່​ພັດທະນາ​ຂະ​ແໜງ​ການ​ແພດ​ທະ​ເລ​ວິທະຍາ​ເວົ້າ​ສະ​ເພາະ ​ແລະ ​ເຄື​ອຂ່າຍ​ສາທາລະນະ​ສຸກ​ເຂດ​ທະ​ເລ​ເວົ້າ​ລວມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ ວຽກ​ງານ​ສຸຂາພິບານ​​ໃຫ້​ແກ່​ປະຊາຊົນ. ພື້ນຖານ​ວັດຖຸ​ຂະ​ແໜງ​ສາທາລະນະ​ສຸກ​ໃນ ເຂດ​ທະ​ເລ​ໝູ່​ເກາະລວມມີ ​ໂຮງໝໍ​ປະສົມລະຫວ່າງ​ເສນາ​ລັກ ​ແລະ​ແພດ​ພົນລະ​ເຮືອນ 9 ​ແຫ່ງ, ສູນ​ການ​ແພດປະສົມ 3 ​ແຫ່ງ​ຊຶ່ງ​ຕັ້ງ​ຢູ່ ​ເກາະ​ກົນ​ດາວ, ຟູ້ກວກ, ຫຼີ​ເຊີນ, ຫ້ອງ​ກວດ​ພະຍາດ 138 ​ແຫ່ງ, ສຸກສາລາ 83 ​ແຫ່ງ....

   ປະສິທິຜົນ​ໃນ​ເບື້ອງ​ຕົ້ນ​ຂອງ ເຄື​ອຂ່າຍ​ສາທາລະນະ​ສຸກ​ເຂດ​ທະ​ເລ​ໝູ່​ເກາະ

   ​ໄລ່​ສະ​ເພາະ​ປີ 2013, ທົ່ວເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ, ບັນດາ​ຮາກ​ຖານ​ສາທາລະນະ​ສຸກ​ໄດ້​ປະຕິບັດ​ວຽກ​ງານ​ພະຍາຍ​ບານ​ສຸກ​ເສີນ​ໃຫ້​ແກ່​ຄົນ​ເຈັບ 1.600 ຄົນ, ກວດ​ພະຍາດ ​ແລະ ສະໜອງ​ຢຸກຢາ​ໃຫ້​ຄົນ​ເຈັບ 32.000 ​ເທື່ອຄົນ, ຜ່າຕັດ​ໃຫ້​ຄົນ​ເຈັບ​ກວ່າ 750 ຄົນ, ກວດ​ພະຍາດ ​ແລະ ສະໜອງ​ຢຸກຢາ​​ໂດຍ​ບໍ່​ຄິດ​ຄ່າໃຫ້​ຄົນ​ເຈັບ 13.000 ​ເທື່ອຄົນ.... ທ່ານ​ພົນ​ຈັດ​ຕະວາ ວູ້ດຶກ​ບີ​ງ ຫົວໜ້າ​ກົມໆ​ເສນາ​ລັກ- ກະຊວງ​ປ​້ອງກັນ​ປະ​ເທດ​ໃຫ້​ຮູ້​ວ່າ :

    “ ບັນດາ​ກົມ​ກອງ​ສາທາລະນະ​ສຸກ- ກະຊວງ​ປ​້ອງກັນ​ປະ​ເທດ​ໄດ້​ບັນລຸ​ບັນດາ​ໝາກຜົນ​ດີ​ໃນ​ໄລຍະ​ປະຕິບັດ​ແຜນ​ຮ່າງ. ​ໂດຍ​ຜ່ານ​ໂຄງການ​ສົມທົບລະຫວ່າງ​ເສນາ​ລັກ ​ແລະ​ແພດ​ພົນລະ​ເຮືອນ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ປັບປຸງ​ລະບົບ​ສາທາລະນະ​ສຸກ ເຂດ​ທະ​ເລ​ໝູ່​ເກາະ ​ເພື່ອ​ນຳ​ມາ​ເຊິ່ງການ​ບໍລິການ​ການ​ແພດ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ວົງ​ຄະນະ​ຍາດ ”

   ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍແຜນ​ຮ່າງ “ ຂະຫຍາຍ​ວຽກງານ​ສາທາລະນະ​ສຸກ​ເຂດ​ທະ​ເລໝູ່​ເກາະ​ຈົນ​ຮອດ​ປີ 2020” ​ເປັນ​ຢ່າງ​ດີ​ນັ້ນ, ​ໃນ​ປີ 2014, ບັນດາ​ກະຊວງ, ຂະ​ແໜງ​ການ​, ທ້ອງ​ຖິ່ນຕ່າງໆຕັ້ງ​ຢູ່​ແຄ​ມທະ​ເລ​ຈົ່ງ​ສຸມ​ໃສ່​ຈັດ​ຕັ້ງ, ສ້າງ​ໂຄງການ​ຍ່ອຍ, ​ໃນ​ນັ້ນ, ກະຊວງ​ສາທາລະນະ​ສຸກ​ແມ່ນ​ຫົວໜ່ວຍ​ມີ​ບົດບາດ​ສຳຄັນ​ໃນ​ການຈັດ​ຕັ້ງ, ​ແນະນຳ​ບັນດາ​ຫົວໜ່ວຍ​ກໍ່ສ້າງ​ສູນ​ປິ່ນປົວ​ພະຍາດ​ສະ​ເພາະ​ຢູ່ ເຂດ​ທະ​ເລ​ໝູ່​ເກາະ​ໃນ​ບັນດາ​ແຂວງ, ນະ​ຄອນ​ຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ