ຄຸນຄ່າປະຫວັດສາດຂອງວັນເລືອກຕັ້ງທົ່ວປະເທດຄັ້ງປະຖົມມະເລີກ

ໃນ​ຄວາມ​ຊົງ​ຈຳ​ຂອງ​ປະຊາຊົນ​ຫວຽດນາມ​ຫລາຍ​ຄົນ, ວັນ​ທີ 6 /1/ 1946 ​ແມ່ນ​ວັນ​ບຸນ​​ໃຫຍ່, ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ປະຖົມມະ​ເລີກ​ໃນ​ປະຫວັດສາດ​ຫວຽດນາມ. ການ​ສ້າງ​ຕັ້ງ​ສະພາ​ແຫ່​ງຊາດ​ແຫ່ງສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ​ແມ່ນ​ຄວາມ​​ເປັນຈິງທີ່​ມີ​ຊີວິດ​ຊີວາຂອງ​ລະບອບ​ລັດ​​ແຫ່ງ​ສາທາລະນະ​ລັດປະຊາທິປະ​ໄຕ ຫວຽດນາມ, ຊຶ່ງ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ປະຕິວັດ​ຂອງ​ປະຊາຊົນ​ຫວຽດນາມ.​​ ​ເນື່ອງ​ໃນ​ໂອກາດ​ລະນຶກ 66 ປີ ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ ປະຖົມມະ​ເລີກ ຄື​ວັນ​ທີ (6/1/1946 - 6/1/2012).

        ​ເມື່ອ​ເວົ້າ​ເຖິງ​ຄວາມ​ໝາຍ​ປະຫວັດສາດ​ຂອງວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ ປະຖົມ

ມະ​ເລີກ, ພິ​ເສດ ​ແມ່ນ​ບົດບາດ​ປະຫວັດສາດ​ຂອງ​ປະທານ​ໂຮ່ຈິ​ມີນ ທີ່​ມີ​ຕໍ່​ສະພາ​ແຫ່ງ​ຊາດ​ຫວຽດນາມ, ນັກ​ປະຫວັດສາດ ​ເຢືອງຈູງ​ກວັກ, ສະມາຊິກ​ສະພາ​ແຫ່ງ​ຊາດ​(ສສຊ) ​ແຂວງ ດົ່ງ​ນາຍ ​ໄດ້​ຢືນຢັນ​ວ່າ:​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ດຳ​ເນີນ​ໄປ​ໃນ​ເດືອນ 8/1945 ຂອງ​ຫວຽດນາມ ​ໄດ້​​ໂຄ່ນ​ລົ້ມ​ລະບອບ​ລ່າ​ເມືອງ​ຂຶ້ນ​ໂດຍ​ພື້ນຖານ ​ແລະ ຢຸດຕິ​ລະບອບ ​ສັກ​ດີ​ນາ​ປົກຄອງມານັບ​ພັນ​ປີ. ​ແຕ່​ສິ່ງ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ການ​ປະຕິວັດ ​ແມ່ນ​ການ​ສ້າງ​ສິ່ງ​ໃຫມ່​ຈາກ​ພື້ນຖານ​ຂອງ​ລະບອບ​ເກົ່າ. ນັ້ນ​ແມ່ນ​ຂະ​ບວນວິວັດ​ແຫ່ງ​ການ​ກະກຽມ​ຄັ້ງ​ໃຫຍ່​ກ່ຽວ​ກັບ​ດ້ານ​ແນວ​ຄິດ, ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ປະທານ ​ໂຮ່ຈີ​ມີນ ​ແມ່ນ​ຜູ້ນຳ​ຫນ້າ. ສິ່ງ​ທັງ​ໝົດ​ທີ່​ສະ​ສົມ​ ​ແລະ​ຖອດ​ຖອດ​ມາໄດ້​ຈາກ​ປະທານ​ໂຮ່ຈິ​ມີນ ​ໃນ​ໄລຍະ​ທາງ 20 ປີ ​ແຫ່ງ​ການ ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດ, ​​ສຳ​ພັດ​ກັບ​ກະ​ແສ​ແນວ​ຄິດ​ການ​ເມືອງ, ຂະ​ບວນການ​ປະຕິວັດ​ໂລກ, ສຸດ​ທ້າຍ​ທ່ານ​ປະທານ​ໂຮ່ຈິ​ມີນ​ໄດ້​ເລ​ືອກ​ເຟັ້ນນັ້ນ​ແມ່ນ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ນັ້ນ​ແມ່ນ​ຮູບ​ແບບ​ຂອງ​ລະບອບ​ການ​ເມືອງ​ປະຈຸ​ບັນ.  ທ່ານ​​ເຢືອງຈູງ ກວັກ​ເວົ້າ​ວ່າ:

 

        “ຂ້າພະ​ເຈົ້າຖື​ວ່າ ​ນີ້ແມ່ນ​ລະບອບ​ດ້ານ​ການ​ເມືອງ​ກ້າວຫນ້າ​ທີ່​ສຸດ, ຍ້ອນ​ວ່າ ພວກ​ເຮົາ​ໄດ້​ສ້າງ​ລັດ​ຫນຶ່ງ​​ບົນພື້ນຖານ​ປະຊາທິປະ​ໄຕ, ​ວິວັດ​ການ​ປະຕິບັດ​ໂດຍປະຊາທິປະ​ໄຕ. ​ໃນ​​ປີ 1945, ສົງຄາມ​ສິ້ນ​ສຸດ​ລົງ, ບໍ່​ແມ່ນ​ປະ​ເທດ​ໃດ​ກໍ​ໄດ້​ນຳ​ໃຊ້​ລະບອບການ​ເລືອກ​ຕັ້ງ​ຢ່າງ​ປະຊາທິປະ​ໄຕ ​ບໍ່​ມີປະ​ເທດ​ໃດ, ນັບ​ທັງ​ປະ​ເທດທີ່​ກ້າວຫນ້າ​ຢູ່ ​ເອີ​ລົບ ​ໄດ້​ຮັບ​ຮູ້​ສິດສະ​ເຫມີ​ພາບ ​ລະ​ຫວ່າງ​ຍິງ​ຊາຍ, ລະຫວ່າງ​​ເຜົ່າ​ພັນ, ລະຫວ່າງ​ສາສະຫນາ​ນຳ​ກັນ​ ຄື​ດັ່ງສິ່ງ​ທີ່​ປະກົດ​ມີ​ຢູ່ ຫວຽດນາມ ​ແຕ່​ກ່ອນ​ອື່ນ​ໝົດ​ແມ່ນ​ສະ​ແດງ​ຢູ່​ເລື່ອງ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ.“

        ​ແລະ ວັນ​ທີ 6/1/1946, ​ເຖິງ​ວ່າ ສັດຕູມ້າງ​ເພທຳລາຍ​ເພື່ອ​ໂຄ່ນ​ລົ້ມ​ລະບອບ​​ໃຫມ່​ທີ່ຍັງ​ອ່ອນ​ດ້ອຍກໍ​ຕາມ. ​ແຕ່​ດ້ວຍ​ເຈດ​ຈຳນົງ​ຢ່າງ​ອົງອາດ​ກ້າ​ແກ່ນ ​ແລະ ຄວາມ​ເຊື່ອ​ໝັ້ນ​ອັນ​ແຮງ​ກ້າ​ຈາກ​ການ​ນຳພາ​ຂອງ​ພັກ, 89% ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ໄດ້​ຫ້າວຫັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເພື່ອ​ເລືອກ​ຕັ້ງ   ສສຊ 333 ທ່ານ. ​ໄຊຊະນະ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາ​ຢ່າງກະ​ໂດດ​ຂັ້ນ​ຄັ້ງ​ທຳ​ອິດ ສຳລັບ​ລະບອບ​ປະຊາທິປະ​ໄຕ​ຂອງ​ລັດ​ຫວຽດນາມ, ​ເປີດ​ແງ່​ຫວັງ​​ໃຫ້​ແກ່ໄລຍະ​ໃຫມ່, ​ໄລຍະ​ທີ່ປະ​ເທດ​ຫວຽດນາມ ມີ​ສະພາ​ແຫ່ງ​ຊາດ, ມີ​ລັດຖະບານ​ເປັນ​ເອກະ​ພາບ ​ແລະ ລະບົບ​ອຳນາດ​ການ​ປົກຄອງ​ສົມບູນ​ກ່ຽວ​ກັບ​ດ້ານ​ກົດໝາຍ ​ເພື່ອ​ຕາງຫນ້າ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ນັບ​ທັງ​ການ​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ຕາມ​ພົນ​ຕີ       ດົ່ງ​ສິງວຽນ ​ແລ້ວ, ຄຸນຄ່າ​ປະຫວັດສາດ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 1 ນັ້ນ​ແມ່ນ​ຄຸນຄ່າ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ຈາກ​ຍຸກ​ຕົກ​ເປັນຂ້າ​ທາດ​​ເປັນ​ຫົວ​ເມືອງຂຶ້ນ​ຫັນ​ມາ​ເປັນ​ເຈົ້າຂອງ,​ຍາດ​ເອົາ​ອຳນາດ, ​ຄວາມ​ເປັນ​ເອກະລາດ, ​ເສ​ລິ​ພາບ​ຂອງ​ຊາ​ດຫນຶ່ງ​ໂດຍ​ບໍ່​ຂຶ້ນ​ກັບ​ພາຍ​ນອກ.

        “ຄຸນຄ່າ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 1 ​ແມ່ນ​ອົງການ​ຈັດ​ຕັ້ງ​ຫນຶ່ງ ​ໂດຍ​ມີ​ການ​ລະດົມ ການ​ຂົນຂວາຍ​ກຳລັງ​ແຮງ​ຂອງ​ທັງ​ປະ​ເທດ ​ເພື່ອ​ຕໍ່ຕ້ານ. ນັ້ນ​ແມ່ນ​ຄຸນຄ່າ​ຂອງ​ເອກະລາດ, ​ເສລີພາບ ​ຊຶ່ງບໍ່​ຂຶ້ນ​ກັບ​ຕ່າງປະ​ເທດ. ທີ​ສອງ, ບົນ​ພື້ນຖານ​ນັ້ນ, ປະຊາຊົນ​ຫວຽດນາມ ມີ​ສິດ​ເສລີ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ສາມັກຄີ, ​ໂຮມ​ປະຊຸມ.​ມີ​ຄຸນຄ່າ​ຫນຶ່ງ​ອີກ ນັ້ນ​ແມ່ນ​ການ​ເປີດ​ສາກ​ສຳຄັນ​ທີ່​ສຸດ​ກ່ຽວ​ກັບ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ . ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ສະພາ​ແຫ່ງ​ຊາດ ​ໄດ້​ເຮັດ​ຫລ້ອນພາລະກິດ ພ້ອມ​ກັບ​ທົ່ວ​​ປວງ​ຊົນ​ທັງ​ຊາດ​ສ້າງ​ເປັນ​ໄຊຊະນະ​ຂອງ​ການ​ຕໍ່ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ.”

ຄຸນຄ່າປະຫວັດສາດຂອງວັນເລືອກຕັ້ງທົ່ວປະເທດຄັ້ງປະຖົມມະເລີກ - ảnh 1

ກອງປະຊຸມສະພາແຫ່ງຊາດຊຸດທີ 1ຄັ້ງປະຖົມມະເລີກ

        ມີ​ຜູ້​ແທນ​ກວ່າ 60 ຄົນ ​​ໄດ້ຕາງຫນ້າ​ໃຫ້​ແກ່​ບັນດາ​ພັກ​ຝ່າຍ​ການ​ເມືອງ, ໝູ່​ມະຫາຊົນ​ກູ້​ຊາດ, ຊົນ​ເຜົ່າ,​ ສາສະຫນາ, ນັບ​ທັງ​ຜູ້​ແທນ​ຈາກ​ພາກ​ໃຕ້, ​ເຂດ​ຕອນ​ໃຕ້​ພາກ​ກາງ ​ແລະ ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ໄທ, ຢູ່​ລາວ​ກໍ​ກັບ​ຄືນ​ເມືອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ນັ້ນ​ແມ່ນ​ພາບ​ພົດ​ພົ້ນ​ເດັ່ນ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​​ເພື່ອກ້າວ​ຂຶ້ນປົດ​ປ່ອຍປະ​ເທດ ຢູ່ ​​ໂອກາດ​ທອງ​ຊຶ່ງ​ພັນ​ປີ​​ມີ​ເທື່ອ​ຫນຶ່ງ. ນີ້​ແມ່ນ​ກອງ​ປະຊຸມ​ໃຫຍ່​ລະດັບ​ປະຫວັດສາດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຊຶ່ງ​ແມ່ນ​ອົງການ​​ແຫ່ງ​ສິດອຳນາດຂອງ​ລັດ​ຊົ່ວຄາວ ຂອງ​ສາທາລະ​ນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ. 66 ປີ ​ໄດ້​ລ່ວງ​ເລີຍ​ໄປ ນັບ​ແຕ່​ມື້​ດຳ​ເນີນ​ການເລືອກ​ຕັ້ງ​ທົ່ວປະ​ເທດ​ຄັ້ງ​ທຳ​ອິດນັ້ນ, ບັນດາ ສສຊ ລຸ້ນຕ່າງໆ​ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ຊຶ່ງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສ້າງ​ຂຶ້ນ ​ແລະ ບັນລຸ​ໄດ້. ທ່ານ​ນາງ ມົ່ວທີ​ໝີ້, ສສຊ ຊຸດ​ທີ 9 ​ແລະ 10 ຂອງ​ແຂວງ ​ເຊີນ​ລາ ຍັງ​ຄົງ​ຕັ້ງຫນ້າ​ກັບ​ວຽກ​ງານ​ສັງຄົມ ​ແລະ ​ເມື່ອ​ມີ​ເງື່ອນ​ໄຂ ທ່ານ​ນາງ​ຍັງ​ເຂົ້າ​ຮ່ວມ​ການ​ເຄ່ື່ອນ​ໄຫວ​ພ້ອມ​ກັບ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ. ​ໃນ​ໂອກາດ​ລະນຶກ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ​ແມ່ນ​ໂອກາດ​​ເພື່ອ​ໃຫ້​ທ່ານ​ນາງ​ຫວນ​ຄືນ​ບັນດາ​ອະນຸສອນ​​ແຫ່ງ​ໄລຍະ​ຫນຶ່ງທີ່ບໍ່​ອາດ​ຫລົງ​ລືມ​ກ່ຽວ​ກັບ ສສຊ ລຸ້ນກ່ອນ.

        “ຂ້າພະ​ເຈົ້າ​ມີ​ຄວາມ​​ເຄົາລົບນັບຖື​ຕໍ່​ບັນດາ ສສຊ ລຸ້ນ​ກ່ອນ, ​ເປັນ​ຕົ້ນ​ແມ່ນ​ບັນດາ ສສຊ ຊຸດ​ທີ 1. ​ໃນ​ສະພາບ​ປະ​ເທດ​ຊາດ ມີ​ສົງຄາມ ​ແຕ່ ບັນດາ ສສຊ ​ໄດ້​ຜ່ານ​ຜ່າ​ທຸກຄວາມຫຍຸ້ງຍາກ​ລຳບາກ ສູ້​ຊົນ​ເພື່ອ​ກໍ່ສ້າງ​ສັງຄົມ​ນິຍົມ, ທັງ​ໝົດ​ເພື່ອ​ແນວ​ຫນ້າ​ເພື່ອ​ຕໍ່ສູ້​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຂ້າພະ​ເຈົ້າ​ແມ່ນ​ຄົນ​ລຸ້ນຫລັງ, ພາຍຫລັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ, ​ໄດ້​ຮັບ​ຄວາມ​ເປັນ​ເອກະລາດນັ້ນ, ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຂົນຂວາຍ​ພໍ່​ແມ່​ປະຊາຊົນ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ ​ແລະ ສ້າງ​ເງື່ອນ​ໄຂໃຫ້​ແກ່​ລູກ​ຫລານ​​ໄດ້ຮຳ່ຮຽນ.“

        ມາ​ຮອດ​ປະຈຸ​ບັນ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ກ້າວ​ເຂົ້າສູ່​ຊຸດ​ທີ 13 ​ແລ້ວ. ສະພາ​ແຫ່ງ​ຊາດ​ສຸມ​ທຸກກຳລັງ​ເຫື່ອ​ແຮງ, ພູມ​ປັນຍາ ​ແລະ ເວລາ ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ນິຕິບັນຍັດ. ຂັ້ນ​ຕອນ​ສ້າງ​ກົດໝາຍ​ໄດ້​ຮັບ​ການ​ປ່ຽນ​ແປງ. ຈຳນວນ​​ເອກະສານນິຕິ​ກຳ​​ໂດຍ​ແມ່ນ​ສະພາ​ແຫ່ງ​ຊາດ​ປະກາດ​ໃຊ້​ໃນ​ກອງ​ປະຊຸມ​ແຕ່​ລະສະ​ໄໝ ນັບ​ມື້​ນັບ​ຫລາຍ​ຂຶ້ນ​ແລະ ດ້ວຍ​ຄຸນ​ນະພາ​ບນັບ​ມື້​ນັບ​ສູງ. ບັນດາ​​ເອກະສານນິຕິ​ກຳ​ໄດ້​ຮັບ​ການ​ປະກາດ​​ໃຊ້ ​ໄດ້​ຊາບ​ຊືມທັດສະນະ,​​ ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ຢ່າງ​ຄົບ​ຖ້ວນ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ວາງ​ອອກ, ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ກິດ​ຈະ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ນິຕິ​ບັນຍັດ, ສະພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່ ​ແລະ ​ເປັນ​ເຈົ້າ​ການຫລາຍ​ກວ່າ​ໃນ​ການ​ພິຈາລະນາ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງປະ​ເທດ​ຊາດ,​ ກ່ຽວ​ກັບ​ກົງຈັກ​ລັດ, ບຸກຄະລາ​ກອນ, ກ່ຽວ​ກັບ​ເສດຖະກິດ​ສັງຄົມ,​ການ​ຕ່າງປະ​ເທດ. ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ, ມີ​ການ​ປ່ຽນ​ແປງ​ໃຫມ່​ນັບ​ທັງ​ດ້ານເນື້ອ​ໃນ ​ແລະ ຮູບ​ການ​ຕິດຕາມ​ກວດກາ.​​ ເລື່ອງ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ ຢູ່ ບັນດາ​ວາລະປະຊຸມ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃຫມ່ ​ແລະ ນັບ​ມື້​ນັບ​ແທດ​ຈິງ​ກວ່າ, ບັນດາ​ວາລະ​ປະຊຸມນີ້​ໄດ້ຖືກ​ອອກ​ອາກາດ​ສົດ​ທາງ​ວິທະຍຸ​ ​ແລະ ​ໂທລະພາບ ດ້ວຍ​ບັນຍາກາດ​ເປີດ​ອົກ​ເປີດ​ໃຈ, ການ​ໂອ້​ລົມ​ສົນທະນາ​ກົງ​ໄປ​ກົງ​ມາ, ມີ​ຄວາມ​ຮັບຜິດຊອບ​ ລະຫວ່າງ​ຜູ້​ຖາມ ​ແລະ ຜູ້​ຕອບ​ຄຳ​ຊັກ​ຖາມ ​ແລະ ​ໄດ້​ຮັບການ​ຕິດຕາມ ​ແລະ ຊົມ​ເຊີຍ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ນັບ​ມື້​ນັບ​ມີປະຊາທິປະ​ໄຕ​ກວ່າ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ ສັງຄົມ​ນິຍົມ​ຫວຽດນາມ, ລັດ​ຂອງ​ປະຊາຊົນ ​ມາ​ຈາກ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. /.


ຕອບກັບ

ຂ່າວ/ບົດ​ອື່ນ