ຄຸ້ມຄອງຂໍ້ມູນຂ່າວສານໃຫ້ເໝາະສົມກັບກົດໝາຍ ຫວຽດນາມ ແລະ ທຳນຽມສາກົນ

(vovworld) ​​​ໂລກ​ພວ​ມ​ຫັນ​ປ່ຽນ​ຕາມ​ທິດ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ  ດ້ວຍການ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ຂອງ​ສື່​ສັງ​ຄົມ​ອອນ​ລາຍ​ຕ່າງໆ, ຊ່ວຍ​ຜູ້​ຊົ​ມ​ໃຊ້​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ຢ່າງໄວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ພັດ​ທະ​ນາທາງ​ດ້ານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າ​ວ​ສານ ກໍ່​ພວມ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ. ລັດ​ຖະ​ບານ ຫວຽດ​ນາມ ໄດ້ ແລະ ພວມ​ຈັດ​ຕັ້ງ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​​ສານໃຫ້​ເໝາະ​ສົມ​ກັບ​ກົດ​ໝາຍ ຫວຽດ​ນາມ ແລະ ທຳ​ນຽ​ມ​ສາ​ກົນ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ທູ​ຮ​ວາ.

ຄຸ້ມຄອງຂໍ້ມູນຂ່າວສານໃຫ້ເໝາະສົມກັບກົດໝາຍ  ຫວຽດນາມ ແລະ ທຳນຽມສາກົນ - ảnh 1
ຄຸ້ມຄອງຂໍ້ມູນຂ່າວສານໃຫ້ເໝາະສົມກັບກົດໝາຍ
  ຫວຽດນາມ ແລະ ທຳນຽມສາກົນ
(ພາບ​ປະ​ກອບ / TTXVN)

ບັນ​ດາ​ບັນ​ຫາ​ຂອງ​ສັງ​ຄົມ​ຂໍ້​ມູນ​ຂ່າວ​ສານ​ລວມ​ມີ​ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ​ປັບ​ໄໝ​ລົງ​ໂທດ​ສ່ວນ​ບຸກ​ຄົນ, ອົງ​ກ​ານ​ຈັດ​ຕັ້ງ​ມີ​ການ​ກະ​ທຳ​​ສະ​ເໜີ​ຂ່າວຄາວ​ເສກ​ສັນປັ້ນ​ແຕ່ງບິດ​ເບືອນ​ຄວາມ​ຈິງທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ກໍ່​ຄວາມ​ວຸ່ນ​ວາຍ​ໃນ​ຫາງ​ສຽງ​ສັງ​ຄົມ, ການຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ສານ​ໃນ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ. ຕາມ​ຄວາມ​ຈິງ​ໄດ້​ເຫັນ​ ຢູ່ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ປະ​ກົດ​ມີ​ບັນ​ດາ​ການ​ກະ​ທຳ​ສະ​ເໜີ​ທາງ​ອິນ​ເຕີ​ແນັດ​ກ່ຽວ​ກັບຂ່າວເສກ​ສັນ​ປັ້​ນ​ແຕ່ງ, ຜິດ​ພາດ​ກັບ​ຄວາມ​ຈິງ, ສ້າງ​ບັນ​ດາເວັບ​ໄຊ​ທີ່​ເປັນ​ຕົວ​ແທນການ​ນຳ​ພັກ, ລັດ, ມີ​ຄຳ​ເວົ້າ​ຂາດ​ຄຸ​ນ​ສົມ​ບັດ, ລະ​ເມີດ​ກົດ​ໝາຍ. ບັນ​ດາ​​ຂໍ້​ມູນ​ຂ່າວນີ້ ຕົ້ນ​ຕໍ​ເລີ່ມ​ມາ​ຈາກ​ແຫຼ່ງ​ສື່​ສັງ​ຄົມ​ອອນ​ລາຍ ໂດຍ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ຢູ່​ຕ່າງ​ປະ​ເທດ​ສະ​ໜອງ​ຂ້າມ​ຊາຍ​ແດນ​ເຂົ້າ ຫວຽດ​ນາມ, ກໍ່​ຜົນ​ພາຍ​ຫລັງ​ໃນ​ສັງ​ຄົມ​ຫລາຍ​ຢ່າງ.

ຂໍ້​ມູນ​ຂ່າວ​ກະ​ຈ່າງ​ແຈ້ງ

        ໃນ​ສະ​ພາ​ວະ​ໂລກ​ຫັນ​ເປັນ​ໂລ​ກາ​ພິ​ວັດ, ການ​ພັດ​ທະ​ນາ​ຂອງ​ສື່​ສັງ​ຄົມ​ອອນ​ລາຍ​ຢູ່ ຫວຽດ​ນາມ ແມ່ນ​ທ່າ​ອ່ຽງຕ້ອງ​ເປັນ​ໄປ, ປະ​ຈຸ​ບັນ ຈຳ​ນວນ​ຄົນ​ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ຢູ່ ຫວຽດ​ນາມ ຢືນ​​ຢູ່ແຖວ​ໜ້າ​ຂອງ​ໂລກ ດ້ວຍ​ຈຳ​ນວນ​ຄົນ​ໃຊ້ Facebook ປະ​ມານ 45 ລ້ານ​ຄົນ. ສຳ​ລັບ​ສື່​ສັງ​ຄົມ​ອອນ​ລາຍ Youtobe, ຫວຽດ​ນາມ ກໍ່​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ມີ​ຈຳ​ນວນ​ຄົ​ນ​ໃຊ້​ສູງ​ສຸດ. ເຖິງວ່າ​ບັນ​ດາ​ຂໍ້​ກ​ຳ​ນົດ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ມີ​ຢ່າງຄົບ​ຖ້ວນ​ ເພື່ອ​ຄຸ້ມ​ຄອງ​ການ​ກະ​ທຳ​ຂອງ​ຄົນ​ນຳ​ໃຊ້, ແຕ່​ບັນ​ດາ​ສື່​ສັງ​ຄົມ​ອອນ​ລາຍ​ທີ່​ມີ​ຂໍ້​ມູນ​ຂ່າວບໍ່​ດີ ນັບ​ມື້​ນັບ​ຄວບ​ຄຸມ​ຍາກ ຍ້ອນບໍ່​ຖືກ​ຢູ່​ໃຕ້​ການ​ດັດ​ປັບຫລາຍ​ປານ​ໃດຈາກ​ກົດ​ໝາຍ ຫວຽດ​ນາມ. ເພື່ອ​ແກ້​ໄຂ​ບັນ​ຫານີ້ ວັນ​ທີ 26-12-2016 ກະ​ຊວງ​ຖະ​ແຫຼງ​ຂ່າວ​ສື່​ສານ ຫວຽດ​ນາມ ປະ​ກ​າດ​ໃຊ້ຈົດ​ໝາຍ​ເລກທີ 38 ກຳ​ນົດລະ​ອຽດ​ກ່ຽວ​ກັບ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວສາ​ທາ​ລະ​ນະ​ຜ່ານ​ຊາຍ​ແດນ ແລະ ເບື້ອງ​ຕົ້ນ​ມີ​ພື້ນ​ຖານ​ນິ​ຕິ​ກຳ ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ໜອງ​ບໍ​ລິ​ການ​ຜ່ານ​ຊາຍ​ແດນ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສົມ​ທົບ, ຍົກ​ເລີກ​ບັນ​ດາ​ຂໍ້​ມູນ​ຂ່າວ​ທີ່​ລະ​ເມີດ​ກົດ​ໝາຍ ຫວຽດ​ນາມ. ພ້ອມ​ກັນ​ນັ້ນ ສື່ມວນ​ຊົນ​ສັງ​ກັດ​ລັດຕ້ອງ​ສະ​ໜອງ​ຂໍ້​ມູນ​ຂ່າວ​ຢ່າງ​ທັນ​ທີ, ຊັດ​ເຈນ. ໝາຍ​ຄວາມ​ວ່າ ຮັບ​ປະ​ກັນ​​​ຄວາມກະ​ຈ່າງ​ແຈ້ງ​ໃນ​ການ​ສຳ​ພັດ​ຂໍ້​ມູນ​ຂ່າວ ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ທີ່​ສຸດ ເພື່ອ​ຢູ້​ຖອຍ​ບັນ​ດາ​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ, ບິດ​ເບືອນ​ຄວາມ​ຈິງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ.

        ພ້ອມ​ກັນ​ນັ້ນ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ພວ​ມກວດ​ກາ​ຄືນກອບ​ກົດ​ໝາຍ ແລະ ສະ​ເໜີ​ເພີ່ມ​ເຕີ່ມ​ບັນ​ດາ​ຂໍ້​ກຳ​ນົດ​​ການຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ໃຫ້​ເໝາະ​ສົມ​ກັບ​ກົດ​ໝາຍ ຫວຽດ​ນາມ ກໍ່​ຄື​ທຳ​ນຽມ​ສາ​ກົນ. ນັບ​ແຕ່​ຕົ້ນ​ປີ 2017 ຈົນ​ຮອດ​ປະ​ຈຸ​ບັນ, ​ທາງກະ​ຊວງ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ສະ​ໜອງ​ບໍ​ລິ​ການ​ຄື: Google, Facebook ເຄົາ​ລົບ​ກົດ​ໝາຍ ຫວຽດ​ນາມ ແລະ ​ຍົກ​ເລີກວີ​ດີ​ໂອ​ຄ​ລີບທີ່​ໃສ່​ຮ້າຍ​ປາຍ​ສີການ​ນຳ, ເສກ​ສັນ​ປັ້ນ​ແຕ່ງ​ທາດ​ແທ້​ສັງ​ຄົມ​ກ່​ວາ 2.200 ຄ​ລີບ. ທາງ​ກະ​ຊວງ ກໍ່​ໄດ້ເຮັດ​ວຽກ ໂດຍ​ຮຽກ​ຮ້ອງ Google ເປັນ​ເອ​ກະ​ພາບ​ກັນ​ສ້າງ​ຕັ້ງ​ກົນ​ໄກ​​ຍົກ​ເລີກ, ສະ​ກັດ​ກັ້ນ​ບັນ​ດາ​ຂໍ້​ມູນ​ຂ່າວ, ວີ​ດີ​ໂອ​ຄ​ລີບ ລະ​ເມີດກົດ​ໝາຍ ຫວຽດ​ນາມ ທີ່​ນຳ​ໃຊ້​ລະ​ບົບ​ Google. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທາງກະ​ຊວງ​ສືບ​ຕໍ່​ເຮັດ​ວຽກ​ກັບ Facebook ເພື່ອ​​ຍົກ​ເລີກ​ບັນ​ດາ​ເວັບ​ໄຊ​ທີ່​ເປັນ​ຕົວ​ແທນ​ການ​ນຳ​ພັກ ແລະ ລັດ, ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ໝາຍ​ຂອງ ຫວຽດ​ນາ​ມ. ພ້ອມ​ກັນ​ນັ້ນ ກະ​ຊວງ​ພວມ​ສ້າງ​ເຄື່ອງ​ມື​ຕີ​ລາ​ຄາ​ການ​ເຂົ້າ​ເວັບ​ໄຊ ເພື່ອ​ເຮັດ​ເປັນ​ບ່ອນ​ອີງ​ປະ​ຕິ​ບັ​ດ​ບັນ​ດາ​ນະ​ໂຍ​ບາຍ​ຄຸ້ມ​ຄອງ​ລັດ…

    ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ​ໃຊ້​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ.

    ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິ​ນເຕີ​ເນັດພວມ​ໄດ້​ຮັບ​ຄວາມສົນ​ໃຈ​ຂອງ​ທຸກໆ​ປະ​ເທດ​ໃນ​ໂລກ. ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດໃນ​ໂລກ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ​ທັງ​ທາງ​ດ້ານ​ຈຳ​ນວນ, ຂອບ​ຂະ​ໜາດ ແລະ ມີ​ຄວ​າມ​ສັບ​ສົນກ່ຽວ​ກັບ​ແບບ​ວິ​ທີ​ປະ​ຕິ​ບັດ. ໃນບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່, ມີ​ພື້ນ​ຖານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ໄດ້​ສະ​ຫງວນ​ແຫຼ່ງ​ກຳ​ລັງ​ຢ່າງ​ໃຫຍ່ຫຼວງເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ສ່ຽງ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ ແຕ່​ກໍ​ຍັງ​ຄົງ​ຮັບ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ຢູ່​ຫວຽດ​ນາມ, ໝາກ​ຜົນ​ການ​ສຳຫຼວດ​ເມື່ອ​ປີ 2016 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ກ່​ວາ​ເຄິ່ງ​ໜຶ່ງຈຳ​ນວນອົງ​ການ​ສຳ​ນັກ​ງານ ບໍ່​ຜັນ​ຂະ​ຫຍາຍຢ່າງ​ພຽງ​ພໍ​ຕາມ​ບັນ​ດາ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ການ​ຄຸ້ມ​ຄອງຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິ​ນເຕີ​ເນັດ.

     ເພື່ອ​ແກ້​ໄຂ​ຂໍ​ຄວາມ​ຈຳ​ກັດ​ນີ້, ພ້ອມ​ກັບ​ການ​ສ້າງກອບ​ກົດ​ໝາຍ​ໃນ​ຂົງ​ເຂດ ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ສົມ​ບູນ​ແບບນັ້ນ, ກະ​ຊວງ​ຖະ​ແຫຼງ​ຂ່າ​ວ​ສື່​ສານໄດ້​ສ້າງ ແລະ ຍືນ​ສະ​ເໜີ​ນາ​ຍົກ​ລັດ​ຖະ​ມົນ​ຕີປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ຜ່ານ​ແຜນ​ກຳ​ນົດ​ພັດ​ທະ​ນາ ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ແຫ່ງ​ຊາດ​ເຖິງ​ປີ 2020; ຂໍ້​ຕົກ​ລົງ​ກ່ຽວ​ກັບ​ແຜນ​ຮ່າງກໍ່​ສ້າງ ແລະ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດຮັບ​ໃຊ້​ວຽກ​ງານຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານເຖິງ​ປີ 2020. ທາງ​ກະ​ຊວງ​ໄດ້​ຊີ້​ນຳ​ບັນ​ດາ​ອົງ​ການທີ່ມີ​ໜ້າ​ທີ່ ຈັດ​ຕັ້ງ​ປະ​ສານ​ງານ ແລະ ກ່າວເຕືອນ, ແກ້​ໄຂ​ກໍ​ລະ​ນີ​ສຸກ​ເສີນ​ນັບ​ສິບ​ກໍ​ລະ​ນີ​ເພື່ອ​ຕ້ານ​ຄືນບັນ​ດາ​ການ​ບຸກ​ໂຈມ​ຕີ​​ທຳ​ລາຍ​ຄວາມ​ປອດ​ໄພທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ໃນ​ມໍ່ໆ​ມານີ້, ກະ​ຊວງ​ຖະ​ແຫຼງ​ຂ່າ​ວ​ສື່​ສານຫາ​ກໍ​ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ກ່ຽວ​ກັບ​ການ​ແກ້​ໄຂ ແລະ ຮັບ​ປະ​ກັນຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ; ຍູ້​ແຮງວຽກ​ງານ​ຮັບ​ປະ​ກັນຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ລະ​ດັບ​ຊາດ ແລະ ສ້າງ​ລະ​ບົບ​ເຕັກ​ນິກ​ລວມ​ສູນ.

    ບ​ັນ​ດາ​ມາດ​ຕະ​ການທີ່​ຄົບ​ຊຸດ​ຈາກກອບ​ກົດ​ໝາຍ, ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ, ພິ​ເສດ​ແມ່ນ​ ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ​ໃຊ້ນັ້ນ, ຫວຽດ​ນາມ​ຈະ​ປະ​ຕິ​ບັດ​ຢ່າງ​ແຂງ​ແຮງ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ ຄວາມ​ປອດ​ໄພ​ດ້ານ​ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ./. 

ຕອບກັບ

ຂ່າວ/ບົດ​ອື່ນ