ຄວາມຂາດສະຖຽນລະພາບທາງດ້ານການເມືອງຢູ່ໄທ


​(vovworld) – ປະ​ເທດ​ໄທ ພວມ​ຕົກ​ຢູ່​ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ພາຍຫຼັງ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ນອງ​ເລືອດ​ເມື່ອ​ປີ 2010. ການ​ແຫ່​ຂະ​ບວນປະ​ທ້ວງ​ມີ​ທ່າ​ອ່ຽງນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ບໍ່​ທັນ​ມີ​ສັນຍານ​ຫຼຸດ​ລົງ, ເຖິງ​ວ່າ​ໄດ້​ກ້າວ​ເຂົ້າ​ສູ່​ມື້​ທີ 32 ຢ່າງ​ລຽນຕິດ​ແລ້ວ​ກໍ່ຕາມ. ພາຍຫຼັງ​ການຈາລະ​ຈົນທີ່​ພາ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈ​ບ. ວັນ​ທີ 2/12 ຕຳຫຼວດ​ໄທ​ຕ້ອງ​ນຳ​ໃຊ້​ທໍ່​ສີດ​ນ້ຳ ​ແລະ ​ແກັດ​ນຳ້ຕາ​ເພື່ອ​ຍຸບ​ເລີກ​ຂະ​ບວນ​ແຫ່. ​ແນ່ນອນ​ວ່າ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ, ປະ​ເທດ​ນີ້​ຈະ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

ຄວາມຂາດສະຖຽນລະພາບທາງດ້ານການເມືອງຢູ່ໄທ  - ảnh 1

ທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກ ຊິນນະວັດ

(ພາບອິນເຕີແນດ)

ວັນ​ທີ 2/12, ສານ​ອາຍາ​ໄທ ​ໄດ້​ຮັບຮອງ​ເອົາ​ຄຳ​ສັ່ງ​ຈັບ​ຕົວ​ທ່ານ ສຸ​ເທບ ​ເທືອ​ກສຸບັນ, ອະດີດ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ພັກ​ປະຊາທິປັດ​ຝ່າຍ​ຄ້ານ ​ແລະ ປະຈຸ​ບັນ​ເປັນຜູ້​ນຳຂະ​ບວນແຫ່​ຕ່າງໆ​ຢູ່​ນະຄອນຫຼວງ​ບາງກອກ. ທ່ານ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຮຽກຮ້ອງ ​ແລະ ຊີ້​ນຳ​​ໃຫ້​ຜູ້​ແຫ່​ຂະ​ບວນນັບ​ພັນ​ຄົນ​ບຸກ​ເຂົ້າ ​ແລະ ຢືດຄອງ​ສຳນັກງານ​ຈຳນວນ​ໜຶ່ງ​ຂອງ​ກະຊວງ, ຂະ​ແໜງ​ການ​ຕ່າງໆ. ນອກຈາກທ່ານ ສຸ​ເທບ ​ເທືອ​ກສຸບັນ ​ແລ້ວ, ຍັງ​ມີ 4 ຄົນ​ທີ່​ເປັນ​ຫົວໜ້າ “ຂະ​ບວນການ​ນັກ​ສຶກສາ ​ແລະ ປະຊາຊົນ​ເພື່ອ​ການ​ປະຕິ​ຮູບ​ໄທ“ ກໍ່​ຖືກ​ສານ​ຕິດ​ສິນ​ຈັບ​ຕົວ ດ້ວຍ​ໂທດ​ບຸກ​ເຂົ້າ ​ແລະ ທຳລາຍ​ສຳນັກງານ​ຂອງ​ລັດ. ກ່ອນ​ນັ້ນ​ຫົວໜ້າ​ຝ່າຍ​ຄ້ານທ່ານ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ອອກ​ຄຳ​ຂາດ​ຮຽກຮ້ອງ​ໃຫ້​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ຊິນນະ​ວັດ ລາ​ອອກ​ຈາກ​ຕຳ​​ແໜ່​ງ ມອບ​ຄືນ​ສິດ​ອຳນາດ​ໃຫ້​ແກ່​ປະຊາຊົນ, ​ແຕ່​ຄຳຂາດ​ນີ້ ​ໄດ້​ຖືກ​ລັດຖະບານ​ໄທ ປະຕິ​ເສດ ຍ້ອນຝືນ​ກັບ​ລັດຖະທຳ​ມະນູນ.

ຄວາມ​ຈິງ​ກ່ຽວ​ກັບ​ຫົວໜ້າ​ຝ່າຍ​ຄ້ານ

ທ່ານ ສຸ​ເທບ ​ເທືອ​ກສຸບັນ ​ເຄີຍ​ເປັນ​ຮອງ​ນາຍົກລັດຖະມົນຕີ​ໄທ ​ໄລຍະ 2008-2011. ນີ້​ແມ່ນ​ລັດຖະບານ​ທີ່​ໄດ້​ອອກ​ຄຳ​ສັ່ງ​ປາບ​ປາມ​ການ​ແຫ່​ຂະ​ບວນສະໜັບສະໜູນ​ອະດີດ​ການ​ນຳ​ຖືກ​ໂຄ່ນ​ລົ້ມ​ທ່ານ ທັກສິນ ຊິນນະ​ວັດ ​ເມື່ອ​ປີ 2010, ອັນ​ໄດ້​ເຮັດ​ໃຫ້ 90 ຄົນ​ເສຍ​ຊີວິດ. ທ່ານ ສຸ​ເທບ ​ເທືອ​ກສຸບັນ ​ເຄີຍ​ເປັນ​ລັດຖະມົນຕີ​ກະ​ສີ​ກຳ ​ແລະ ​ໂທລະ​ຄົມ. ພາຍຫຼັງ​ທີ່​ລັດຖະບານ​ໃໝ່​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ຊິນນະ​ວັດ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ປະຊາຊົນ, ທ່ານ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຫັນມາ​​ເປັນ​ຝ່າຍ​ຄ້ານ. ​ແລະ ​​ໃນ​ຂະນະ​ທີ່ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ຊິນນະ​ວັດ ຄິດ​ໄລ່​ຊັ່ງຊາ​ເຖິງ​ກົດໝາຍ​ອະ​ໄພ​ຍະ​ໂທດ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ນັ້ນ, ທ່ານ ສຸ​ເທບ ​ເທືອ​ກສຸບັນພັດ​ອອກ​ຈາກ​ພັກ​ປະຊາທິປັດ​ໃນ​ທັນທີ ​ເພື່ອ​ຊີ້ນຳ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ. ດ້ວຍ​ຄວາມ​ຕັດສິນ​ໃຈ​ໂຄ່ນ​ລົ້ມ​ “ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ ທັກສິນ“ ທີ່​ພວມ​ເຄື່ອນ​ໄຫວ​ພາຍ​ໃຕ້​ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ. ທ່ານ ສຸ​ເທບ ​ເທືອ​ກສຸບັນ ຮຽກຮ້ອງ​ໃຫ້​ປ່ຽນ​ແທນ​ລັດຖະບານ​ນີ້​ດ້ວຍ “ສະພາ​ຂອງ​ປະຊາຊົນ“, ບໍ່​ແມ່ນ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ​ເພື່ອ​ເລືອກ​ເຟັ້ນການ​ນຳ​ແຫ່ງ​ຊາດ.

ຈຸດປະສົງ​ດ້ານ​ການ​ເມືອງ

ສະພາບ​ການ​ເມືອງ​ຢູ່​ໄທ ​ໃນ​ຫຼາຍ​ປີຜ່ານມາ ​​ເຄີຍ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ເສື້ອ​ສື​ເຫຼືອງ​ທີ່​ຄັດຄ້ານ​ອະດີດ​ນາຍົກລັດຖະມົນຕີ ທັກສິນ ​ແລະ ຝ່າຍ​ເສື້ອ​ແດງ​ທີ່​ສະໜັບສະໜູນ​​ທ່ານ. ຖ້າ​ຫາກ​ວ່າ​ລັດຖະບານ​ກຳ​ອຳນາດ ​ແມ່ນ​ກຳລັງ​ນິຍົມ​​ທ່ານ ​ທັກສິນ, ຝ່າຍ​ເສື້ອ​ສີ​ເຫຼືອງ​ຈະ​ລົງ​ຖະໜົນ​ເພື່ອ​ແຫ່​ຂະ​ບວນຄັດຄ້ານ​​. ກົງກັນຂ້າມ​ຖ້າ​ຫາກ​ລັດຖະບານ​ແມ່ນ​ຂຶ້ນ​ກັບ​ກຳລັງ​ຄັດຄ້ານທ່ານ ທັກສິນ, ຝ່າຍ​ເສື້ອ​ແດງ​ກໍ່​ຈະ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ເຊັ່ນ​ດຽວ​ກັນ. ​ແຕ່​ຄວາມ​ຈິງ​ນັບ​ແຕ່​ປີ 2001 ມາ​ຮອດ​ປະຈຸ​ບັນ, ບັນດາ​ພັກ​ຝ່າຍ​ທີ່​ນິຍົມ​ທ່ານ ທັກສິນ​ຍາມ​ໃດ​ກໍ່​ໄດ້​ຮັບ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ຕ່າງໆ ​ແລະ​ ຝ່າຍ​ຄ້ານ​ພຽງ​ແຕ່​ໄດ້​ກຳ​ອຳນາດ​​​ເມື່ອອີງ​ໃສ່ການ​ລັດຖະປະຫານ, ໂຄ່ນ​ລົ້ມອຳນາດ​ການ​ປົກຄອງ​ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ, ຮ່າງ​ກົດໝາຍ​ອະ​ໄພ​ຍະ​ໂທດ ​ເຊິ່ງທ່ານ​ນາງ​ນາຍົກລັດຖະມົນຕີ ຍິງ​ຣັກ ຍົກ​ອອກ​ມາ ​ໄດ້​ກາຍ​ເປັນ​ເຫດຜົນ​ເພື່ອ​ໃຫ້​ຝ່າຍ​ເສື້ອ​ສື​ເຫຼືອງ​ສວຍໂອກາດ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ​ນາງ ຍິງຣັກ.

ຍຸດທະວິທີ​ໄກ່​ເກ່ຍປອງ​ດອງ​ຊາດຈະ​ໄດ້​ຮັບ​ຜົນ​ຫຼື​ບໍ

​ໂດຍ​ຈົ່ງ​ຮັກ​ພັກດີ​ກັບ​ແນວທາງ​ໄກ່​ເກ່ຍປອງ​ດອງ​ຊາດ, ດັ່ງ​ນັ້ນ​ຕໍ່ໜ້າ​ຄວາມດັນ​ຂອງ​ຝ່າຍ​ຄ້ານ​ໃນ​ຫຼາຍ​ມື້​ຜ່ານ​ມາ, ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ​ໄດ້​ປະກາດ​ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ ​ແລະ ຖື​ວ່າ, ຖ້າ​ຫາກ​ມີ​ບໍ່​ວ່າ​ມາດ​ຕະການ​ໃດ​ສາມາດ​ຟື້ນຟູ​ສັນຕິພາບ​ຄືນ​ໃໝ່​ໄດ້, ທ່ານ​ນາງ​ກໍ່ຈະ​ນຳ​ໃຊ້​ໃນ​ທັນທີ. ລັດຖະບານ​​ໃຫ້​ຄຳ​ໝັ້ນ​ສັນຍາ​ພຽງ​ແຕ່​ນຳ​ໃຊ້​ມາດ​ຕະການໄກ່​ເກ່ຍປອງ​ດອງ​ຊາດ​ເທົ່າ​ນັ້ນ ​ແລະ ປະຕິບັດ​​ຫຼັກການຕ່າງໆ​ຕາມ​ກົດໝາຍ​ເພື່ອ​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ. ທ່ານ​ນາງ ຍິງຣັກ ​ໄດ້​ປະກົດ​ທາງ​ໂທລະພາບ​ເປັນ​ປະຈຳ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງ​ຣັກ ອາດ​​ຖອດ​ຖອນ​ບົດຮຽນມາ​ໄດ້​ຈາກ​ວິ​ກິດ​ການ​ເມື່ອ​ປີ 2010 ​​​ຂະນະທີ່ນຳ​ໃຊ້​ວິທີການ​ປາບ​ປາມ​ເພື່ອຍຸບ​ເລີກ​ການ​ແຫ່​ຂະ​ບວນ. ​ແຕ່​ລັດຖະບານ​ໄທອາດ​ຈະ​ຖືກ​ຕົກ​ຢູ່​ໃນ​ສະພາບ​ທີ່​ເຄີຍ​ເກີດ​ຂຶ້ນ​​ໃນ​ປີ 2008 ​ເມື່ອ​ຜູ້​ແຫ່​ຂະ​ບວນຢືດຄອງ​ບັນດາ​ສຳນັກງານ, ​ເຮັດ​ໃຫ້​ລະບົບ​ບໍລິຫານ​ປະ​ເທດ​ຢືກຢຸດ​ສະ​ງັກ.

ປະຈຸ​ບັນ, ສະພາບ​​ເຄັ່ງ​ຕຶງ​ທາງ​ດ້ານການ​ເມືອງຢູ່​ໄທ ອາດ​ຈະ​ເຮັດ​ໃຫ້ ລັດຖະບານ​ບໍ່​ສາມາດ​ຄວບ​ຄຸມ​ວຽກ​ງານ​ທັງ​ໝົດ​ໄດ້ ​ແລະ ບາງ​ເທື່ອ​ຈະ​ເກີດ​ລັດຖະປະຫານ​ດ້ານ​ການ​ທະຫານ. ​ແຕ່​ເຫດການ​ທີ່​ໄດ້​ຮັບ​ຄວາມ​ຫວັງ​ຈະ​​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ນັ້ນ​ແມ່ນ​, ຍັງ​ມີ​ອີກ 2 ວັນ (5/12/2013) ​ກໍ່ຈະ​ຮອດ​ວັນ​ຄ້າຍ​ວັນ​ເກີດ​ຂອງພະ​ເຈົ້າ​ມະຫາ​ຊີວິດ​ແຫ່ງ​ລາຊະ​ອານາຈັກ​ໄທ, ນີ້​ແມ່ນ​ເຫດການ​ທີ່​​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ ປະຊາຊົນ​ທຸກ​ຄົນ ​ແລະ ພັກ​ຝ່າຍ​ຕ່າງໆ. ​ແຕ່​ນັ້ນ​ພຽງ​ແຕ່​ແມ່ນ​ສະພາບ​ຄວາມ​ສະຫງົບ​ຊົ່ວຄາວ​ເທົ່າ​ນັ້ນ, ​ເພາະວ່າ​ເພື່ອ​ແກ້​ໄຂ​ຄວາມ​ແບ່ງ​ແຍກກັນ​ຢ່າງ​ເລິກ​ເຊິ່ງ​ໃນ​ສັງຄົມ​ຢ່າງ​ເຖິງ​ຖອງ​ນັ້ນ ພັດບໍ່​ແມ່ນ​ເລື່ອງທີ່​ງາຍ​ດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ