ຄວາມຈິງແມ່ນສິ່ງບໍ່ອາດປະຕິເສດໄດ້

(VOVWORLD) - ວົງການຜູ້ຊ່ຽວຊານ ແລະ ສື່ມວນຊົນສາກົນ ພວມສືບຕໍ່ ສຸມໃສ່ “ຖອດລະຫັດ” ເລື່ອງຫວຽດນາມ ປ້ອງກັນ ແລະ ສະກັດກັ້ນ ໂລກລະບາດໂຄວິດ 19 ສຳເລັດຜົນ ເມື່ອ 70 ມື້ຜ່ານມາບໍ່ກວດພົບກໍລະນີໃດຕິດເຊື້ອຢູ່ພາຍໃນປະເທດ ແລະ ບັນດາຜູ້ຕິດເຊື້ອ ໄວຣັດ SARS Cov2 ຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີກໍລະນີໃດເສຍຊີວິດ. ູຄວາມຈິງກ່ຽວກັບບັນດາຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ ແລະສະກັດກັ້ນໂລກລະບາດ Covid 19 ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້.

ຄວາມຈິງແມ່ນສິ່ງບໍ່ອາດປະຕິເສດໄດ້ - ảnh 1 ຫວຽດນາມ ປະສົບຜົນສຳເລັດໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19

ພາບ:vietnam+

ບັນດາປະໂຫຍກຄື “ຫວຽດນາມ- ມະຫັດສະຈັນ”, “ຫວຽດນາມເປັນແບບຢ່າງ” ໂດຍສື່ມວນຊົນສາກົນເຄີຍເຕື້ອງເຖິງໃນໄລຍະຜ່ານມາເມື່ອພັນລະນາເຖິງຜົນສຳເລັດຂອງຫວຽດນາມໃນການຕໍ່ສູ້ຕ້ານພະຍາດ ໂຄວິດ 19. ແຕ່ຢູ່ບ່ອນໃດຫນຶ່ງ ພັດ ມີທັດສະນາບໍ່ຖືກຕ້ອງ, ໄປຝືນກັບຄວາມຮັບຮູ້ລວມຂອງປະຊາຄົມສາກົນຕໍ່ບັນດາຄວາມມານະພະຍາຍາມ ແລະໝາກຜົນຂອງຫວຽດນາມ ທີ່ບໍ່ອາດປະຕິເສດໄດ້. ຍົກຕົວຢ່າງຄື: ໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ Steven Hanke ສາດສະດາຈານຂະແຫນງເສດຖະສາດສັງກັດມະຫາວິທະຍາໄລ John Hopkins ອາເມລິກາ ໄດ້ນຳຫວຽດນາມເຂົ້າບັນຊີລາຍຊື່ “ບັນດາປະເທດປົກປິດໂລກລະບາດ” ໃນຂະນະທີ່ຕົວເລກສະຖິຕິໄດ້ອັບເດດໃນຫນ້າເວັບ worldometers.info ຫລາຍມື້ຕິດຕໍ່ກັນ ຫວຽດນາມບໍ່ກວດພົບກໍລະນີໃດຕິດເຊື້ອພາຍໃນປະເທດ. ສ່ວນ ທ່ານ Bill Hayton ອະດີດນັກຂ່າວ BBC ພັດຕຳຫນິຕິຕຽນວ່າ ຫວຽດນາມ ປະຕິບັດບັນດາມາດຕະການ “ຮັດກຸ່ມສິດທິມະນຸດ” ເພື່ອຄວບຄຸມໂລກລະບາດ”

ຄວາມຈິງໄດ້ພິສູດໃຫ້ເຫັນສິ່ງທີ່ກົງກັນຂ້າມ

ອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ປ້ອງກັນສະກັດກັ້ນໂລກລະບາດຂອງ ອາເມລິກາ (CDC) ຢືນຢັນວ່າ: ຫວຽດນາມ ຖະແຫລງຂ່າວຢ່າງເປີດເຜີຍ ແລະ ໂປ່ງໃສໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19. ທ່ານJohn MacArthur ຜູ້ອຳນວຍການຫ້ອງການ CDC ປະຈຳ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ຮູ້ວ່າ: “ບໍ່ມີສັນຍານໃດຊີ້ໃຫ້ເຫັນວ່າ ຈຳນວນຜູ້ຕິດເຊື້ອ ຢູ່ຫວຽດນາມ ແມ່ນຕົວເລກບໍ່ຊັດເຈນ”. ຕາມທ່ານແລ້ວ, ຄວາມໂປ່ງໃສ, ເປີດເຜີຍ ພ້ອມກັບຄວາມຕັດສິນໃຈດ້ານການເມືອງຢ່າງສະເຫມີຕົ້ນສະເຫມີປາຍ ໄດ້ຊ່ວຍໃຫ້ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງເປັນແບບຢ່າງສຳເລັດຜົນໃນການປ້ອງກັນ ສະກັດກັ້ນໂລກລະບາດຂອງໂລກ.  ສື່ເອເລັກໂຕນິກ Eastasiaforum.org ຖືວ່າ ຫວຽດນາມສະແດງໃຫ້ເຫັນຄວາມໂປ່ງໃສ,ເປີດເຜີຍຢ່າງສູງ ເມື່ອເອົາລົງຂໍ້ມູນຂ່າວສານກ່ຽວກັບໂລກລະບາດ ໂດຍຫວຽດນາມ ຜ່ານຊ່ອງໂທລະພາບຢ່າງລຽນຕິດ ແລະ ອັບເດດຂໍ້ມູນໃຫ້ປະຊາຊົນຮັບຊາບເປັນປະຈຳຜ່ານທາງຂໍ້ຄວາມໂທລະສັບມືຖື.     ຫນັງສືພິມ Spiegel ຂອງເຢຍລະມັນ ກໍ່ໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ໄດ້ປະຕິບັດນະໂຍບາຍແຈ້ງຂ່າວຢ່າງລຽນຕິດດ້ວຍເລື່ອງກະຊວງສາທາລະນະສຸກ ໄດ້ສົ່ງຂໍ້ຄວາມກ່ຽວກັບໂລກລະບາດຜ່ານໂທລະສັບມືຖືໃຫ້ປະຊາຊົນທຸກຄົນໃນທຸກມື້, ນຳໃຊ້ລະບົບໂທລະໂຄ່ງເພື່ອຮຽກຮ້ອງປະຊາຊົນປ້ອງກັນ ສະກັດກັ້ນໂລກລະບາດ ແລະ ດູແລຮັກສາສຸຂະພາບ..ນັກຂ່າວ David Hutt ຜູ້ຊ່ຽວຊານດ້ານການເມືອງ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ເນັ້ນຫນັກວ່າ “ພັກ ແລະລັດຫວຽດນາມ ມີຄວາມເປີດເຜີຍ, ໂປ່ງໃສ, ເປີດອົກເປີດໃຈໃນການແບ່ງປັນ, ອັບເດດຂໍ້ມູນກ່ຽວກັບສະພາບການໂລກລະບາດໂຄວິດ 19 ແລະ ການບໍລິຫານຢ່າງຍຸຕິທຳ, ການກະທຳແມ່ນມີຄວາມຮັບຜິດຊອບ, ຖືປະຊາຊົນແມ່ນສິ່ງຕ້ອງເອົາໃຈໃສ່ແຖວຫນ້າ. ໝາກຜົນແຫ່ງການສຳຫລວດທົ່ວໂລກ, ໂດຍອົງການຄົ້ນຄ້ວາສັງຄົມຂອງ ສິງກະໂປ Blackbox Research ໄດ້ປະຕິບັດໃນເດືອນພຶດສະພາຜ່ານມາ ສະແດງໃຫ້ເຫັນວ່າ 94% ຈຳນວນປະຊາຊົນຫວຽດນາມ ທີ່ຖືກຖາມນັ້ນ ເຂົາເຈົ້າລ້ວນແຕ່ຖືວ່າ ເລື່ອງຮັກສາການແຈ້ງຂ່າວຢ່າງເປີດເຜີຍໂປ່ງໃສກ່ຽວກັບໂລກລະບາດ ໄດ້ຊ່ວຍໃຫ້ປະຊາຊົນ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ລັດຖະບານ.

ບໍ່ສາມາດປະຕິເສດໄດ້ໝາກຜົນໃນການຕ້ານໂລກລະບາດຂອງຫວຽດນາມ

        ທ່ານ ປອ Mark Ashwill ນັກຊ່ຽວຊານການສຶກສາສາກົນຊາວອາເມລິກາ ທີ່ໄດ້ເຮັດວຽກຢູ່ຫວຽດນາມມາເປັນເວລາ 15 ປີ ເມື່ອຂຽນບົດເອົາລົງໃນເວັບໄຊ Counter Punch ໄດ້ຕ່ຳໜິຕິຕຽນວິທີການສັງເກດຂອງທ່ານ Bill Hayton ກ່ຽວກັບບັນດາມາດຕະການ ເຊິ່ງຫວຽດນາມປະຕິບັດ ແມ່ນ “ການ ເສກສັນປັ້ນແຕ່ງ ຂອງບັນດາຜູ້ທີ່ບໍ່ຮູ້ຫຍັງກ່ຽວກັບຫວຽດນາມໃນປີ 2020”. ຕາມທ່ານແລ້ວ, ອັນທີ່ຈິງ ກ່ອນທີ່ຈະອອກສຽງຕີລາຄາການປ້ອງກັນ, ສະກັດກັ້ນໂລກລະບາດຂອງ ຫວຽດນາມ, ທ່ານ ອະດີດນັກຂ່າວ Bill Hayton ຄວນອ່ານບົດຂຽນຢູ່ໃນວາລະສານ The Diplomat (ມີສຳນັກງານຕັ້ງຢູ່ອາເມລິກາ)ສາກ່ອນ, ໃນນັ້ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ຫວຽດນາມ ສາມາດຄວບຄຸມໂລກລະບາດໄດ້ສຳເລັດຜົນ ຍ້ອນມີຍຸດທະສາດລະດົມການເຂົ້າຮ່ວມຂອງ ທົ່ວປວງຊົນ ແລະ ສັງຄົມ. ຫຼືວາລະສານແຖວໜ້າຂອງອາເມລິກາ The Nation ກໍ່ຖືວ່າ ຫວຽດນາມແມ່ນປະເທດຮັບມືກັບໂລກລະບາດ Covid – 19 ຢູ່າງມີປະສິດທິຜົນທີ່ສຸດໃນໂລກ ຍ້ອນມີຄວາມສາມາດ ລະດົມລະບົບສາທາລະນະສຸກ, ລັດຖະກອນ ກໍ່ຄືບັນດາກຳລັງປ້ອງກັນຄວາມສະຫງົບໃນຂອບຂະໜາດໃຫຍ່ ສົມທົບກັບຍຸດທະສາດໂຄສະນາສຶກສາໃຫ້ແກ່ປະຊົນຊາຢ່າງມີປະສິດທິຜົນ ແລະ ປະດິດສ້າງ. ໃນເວັບໄຊ Eastasiaforum.org ໄດ້ຂຽນວ່າ ຢູ່ຫວຽດນາມ “ກຳລັງກອງທັບ ແລະ ຕຳຫຼວດລ້ວນແຕ່ໄດ້ຮັບອາລົມຈິດຄວາມຮັບແພງຈາກປະຊາຊົນ ເມື່ອໄດ້ຍາມໃດກໍ່ຄຽງບ່າຄຽງໄຫລ່ກັບເຂົາເຈົ້າໃນການຕໍ່ສູ້ກັບໂລກລະບາດ ແລະ ອິດທິພົນຊື່ສຽງຂອງ ສອງກຳລັງດັ່ງກ່າວ ໄດ້ເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ”. ບັນດາການຕີລາຄານີ້ໄດ້ພິສູດດ້ວຍຕົວເລກຂອງການລົງສຳຫຼວດໂດຍເວັບໄຊ Daliaresearch.com ຂອງອົງການຈັດຕັ້ງ Dalia ( ມີສຳນັກງານຕັ້ງຢູ່ Berlin, ເຢຍລະມັນ) ທີ່ສະແດງໃຫ້ເຫັນວ່າ ອັດຕາປະຊາຊົນຫວຽດນາມມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາມາດຕະການຂອງລັດຖະບານໃນການຮັບມືກັບໂລກລະບາດ Covid – 19 ແມ່ນສູງທີ່ສຸດໃນໂລກ. ຫຼືໝາກຜົນຂອງການສຳຫຼວດທົ່ວໂລກ ໂດຍບໍລິສັດໄຈ້ແຍກວິເຄາະຂໍ້ມູນ ແລະ ຄົ້ນຄ້ວາການຕະຫຼາດ YouGov (ອັງກິດ) ທີ່ໄດ້ປະກາດໃນວັນທີ 10 ມິຖຸນາກໍ່ຖືວ່າ ຫວຽດນາມແມ່ນປະເທດທີ່ມີການມີມາດຕະການຮັບມືດີທີ່ສຸດຕໍ່ໂລກລະບາດ ແລະ ລະດັບຄວາມພໍໃຈຂອງປະຊາຊົນສຳລັບບັນດາມາດຕະການປ້ອງກັນໂລກລະບາດ ຂອງລັດຖະບານແມ່ນຂຶ້ນເຖິງ 95%.

        ບັນດາຄວາມຈິງໂດຍສື່ມວນຊົນໄດ້ ເອົາລົງໃນສື່ຕ່າງໆ ແລະ ບັນດາອົງການຈັດຕັ້ງທີ່ມີອິດທິພົນຊື່ສຽງໃນໂລກປະກາດໃນຊຸມວັນທີ່ຜ່ານມານັ້ນ ແມ່ນຄຳຕອບທີ່ຈະແຈ້ງ ທີ່ສຸດ ຕໍ່ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ບໍ່ມີເຈດຕະນາດີຂອງ ທ່ານອະດີດນັກຂ່າວ Bill Hayton ຫຼືສາດສະດາຈານມະຫາວິທະຍາໄລ John Hopkins ກ່ຽວກັບບັນດາໝາກຜົນທີ່ບໍ່ອາດປະຕິເສດໄດ້ຂອງຫວຽດນາມ ໃນການຕໍ່ສູ້ກັບໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ