ຄວາມຈົນຕາແຈໃນຄວາມມານະພະຍາຍາມຍົກລາຄານໍ້າມັນຂຶ້ນ

(vovworld) – ພາຍຫຼັງ​ດຳ​ເນີນ​ການ​ເຈລະຈາ​ຢູ່​ໂດ​ຮາ ປະ​ເທດ​ກວາ​ຕາ ມາ​ເປັນ​ເວລາ 6 ຊົ່ວ​ໂມງ, ວັນ​ທີ 17/4, ບັນດາ​ປະ​ເທດ​ຂຸດ​ຄົ້ນ​ນຳ້ມັນ​ໃຫຍ່​ສຸດ​ໃນ​ໂລກ​ຖືກ​ປະລາ​ໄຊ​ບໍ່​ບັນລຸ​​ໄດ້ຂໍ​້ຕົກລົງ​ ຈຳກັດ​ປະລິມານ​ນຳ້ມັນ​ດິບ, ຍູ້ລາຄາ​ນຳ້ມັນ​ຂຶ້ນ​ສູງ​ກ່ວາ. ໝາກຜົນ​ນີ້​ໄປ​ຝືນ​ກັບ​ບັນຍາກາດ​ປະ​ເອີ​ບ​ໃຈ​ກ່ອນ​ທີ່​ຈະດຳ​ເນີນ​ກອງ​ປະຊຸມ, ມັນສະ​​ແດງ​ໃຫ້​ເຫັນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​​ເລິກ​ເຊິ່ງກ່ຽວ​ກັບ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນ​ດາ​ປະ​ເທດ​ທີ່​ມີ​ບໍ່ນຳ້ມັນ​ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ການ​ຍົກ​ລາຄາ​ນຳ້ມັນ​​​ແມ່ນ​ບັນຫາ​ຍາກ​ທີ່​ຈະ​ແກ້​ໄຂ​ໄດ້.



ຄວາມຈົນຕາແຈໃນຄວາມມານະພະຍາຍາມຍົກລາຄານໍ້າມັນຂຶ້ນ - ảnh 1
(ພາບປະກອບ)

ທ່ານ Alexander Novak, ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ອາຣັບບີ ຊາ​ອູ​ດິ, ກວາຕາ, ​ເວ​ເນ​ຊູເອລາ ​ແລະ ລັດ​ເຊຍ ບັນລຸໄດ້​ຄວາ​ມຮັບ​ຮູ້​ລວມກ່ຽວ​ກັບ​ຮ່າງ​ຂໍ້​ຕົກລົງ​ ເພື່ອ​ແນ​ໃສ່ຈຳ​ກັດ​ປະລິມານ​ນຳ້ມັນ​ດິບ​ໃນ​ວັນ​ທີ 16/4, ​ແຕ່​ພາຍຫຼັງ​ນັ້ນໜຶ່ງ​ວັນ, ບາງ​ປະ​ເທດ​ໄດ້​ປ່ຽນ​ຫຼັກ​ໝັ້ນ​ກ່ອນ​ທີ່​ກອງ​ປະຊຸມ​ຈະໄດ້​ຮັບ​ກາ​ນດຳ​ເນີນ. ຕາມ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ລັດ​ເຊຍ ​ແລ້ວ, ອາ​ດ​ຮອດກາງ​ປີ 2017 ຕະຫຼາດ​ ນຳ້ມັນ​ໃນ​ທົ່ວ​​ໂລກ ຈຶ່ງ​ມີ​ກາລະ​ໂອກາດ​ດຸ່ນດ່ຽງ​ໄດ້, ຊ້າ​ກ່ວາ 6 ​ເດືອນ​ເມ​ື່ອທຽບ​ໃສ່​ກໍ​ລະ​ນີບັນລຸ​ໄດ້​ຂໍ້​ຕົກ​ລົງ​ຢູ່ Doha.

ບໍ່​ມີ​ສັນຍານ​ຈະ​ຫລຸດຜ່ອນ​ປະລິມານ​ຂຸດ​ຄົ້ນ​ນຳ້ມັນ

        ກອງ​ປະຊຸມ​ຢູ່ Doha ຖືກ​ຈັດ​ຕັ້ງ​ໃນ​ສະພາບ​ການທີ່​ບັນດາ​ປະ​ເທດ​ຜະລິດ​ນຳ້ມັນ​ຢູ່​ເຂດ​ອ່າວ ລ້ວນ​ແຕ່​ຕັ້ງໜ້າ​ ​ເພີ່ມ​ປະລິມານ​ການ​ຂຸດ​ຄົ້ນນໍ້າມັນໃນຊຸມ​ປີ​ມໍ່ໆ​ມາ​ນີ້. ຕາມ​ການ​ສະຖິຕິ​ຂອງ​ສື່​ເອ​ເລັກ​ໂຕ​ນິກ Oilprice.com ​ແລ້ວ, ຈຳນວນ​ຮ້ານ​ເຈາະ​ນຳ້ມັນ​ພາຍ​ໃນ​ປະ​ເທດ​ຂອງ ອາຣັບບີ ຊາ​ອູ​ດິດ ​ເລີ່​ມ​ເພີ່ມ​ຂຶ້ນ​ສູງນັບ​ແຕ່​ປີ 2014, ຈາກ 58 ຮ້ານ​​ໃນ​ໄລຍະ​ປະຈຸ​ບັນ​ແມ່ນຂຶ້ນ​ເຖິງ 67 ຮ້ານ. ​ ອາຣັບບີ ຊາ​ອູ​ດິດ ກໍ່​ພວ​ມຊຸກຍູ້​້​ເລື່ອງ​ເປີດ​ກ້ວາງ​ບໍ່​ນຳ້ມັນ Khurais ​ເພື່ອ​ສຳ​ເລັດ​ໃນ​ປີ 2018, ຊ່ວຍ​ເພີ່ມ​ປະລິມານ​ການ​ຂຸດ​ຄົ້ນ​ນຳ້ມັນ​ຕື່ມ​ອີກ 300.000 ຖັງ/ວັນ. ຊຳ້​ບໍ່​ໜຳ, ທ່ານ Amin Nasser, CEO ຂອງ Saudi Aramco, ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກັດ​ ໃຫຍ່​ກວ່າ​ໝູ່​ຂອງ ອາຣັບບີ ຊາ​ອູ​ດິດ, ຖະ​ແຫຼ​ງວ່າ: Saudi Aramco ຈະ​ບໍ່​ຍົກ​ເລີກ​ບໍ່​ວ່າ​ໂຄງການ​ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກັດ ຫຼື ກັ່ນ​ນຳ້ມັນ​ໃດໆ ​ແລະ ພວມ​ຄົ້ນ​ຄ້ວາ​ເປີດ​ກ້ວາງ​ໂຮງງານ​ກັ່ນ​ນຳ້ມັນ Ras Tanura, ຍົກ​ຄວາມ​ສາມາດກັ່ນ​ນຳ້ມັນ​ຂອງ​ໂຮງງານ​ນີ້​ຂຶ້ນ​ເຖິງລະດັບ 550.000 ​ຖັງ/ວັນ.

        ອີຣັກ, ​ເຊິ່ງ​ແມ່ນ​ປະ​ເທດ​​ໃຫຍ່​ອັນ​ດັບ 2 ​ໃນ OPEC, ກໍ່​​ເພີ່ມ​ ປະລິມານ​ຂຸດ​ຄົ້ນນຳ້ມັນ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ. ຕົວ​ເລກ​ຫຼ້າ​ສຸດ​ຂອງ​ບໍລິສັດ marketing ບໍ່ນຳ້ມັນ​ ອີ​ຣັກ (SOMO) ​ໄດ້​ສະ​ແດງ​ໃຫ​້​ເຫັນ​ວ່າ: ປະລິມານ​ການ​ຂຸດ​ຄົ້ນ​ນຳ້ມັນ​​ໃນ​ເດ​ືອນ 3 ຂອງ​ປະ​ເທດ​ນີ້​ໄດ້​ເພີ່ມ​ຂຶ້ນ 2%, ຂຶ້ນ​ລະດັບ​ສະຖິຕິ​ແມ່ນ 4,55 ລ້ານ​ຖັງ/ວັນ. ສະມາຊິກ​ ສຳຄັນອື່ນ​​ຂອງ OPEC ນັ້ນ​ແມ່ນ ຄູ​​​ແວດ ກໍ່​ພວມ​ຕັ້ງໜ້າ​ຊອກ​ຫາວິທີ​ຍົກ​ສູງ​ປະລິມານການ​ຂຸດ​ຄົ້ນ​ນໍ້າມັນ​ຂຶ້ນ​ຕື່ມ. ​ໃນ​ບົດ​ກ່າວ​ປາ​ໄສ​ມໍ່​ໆ​ມາ​ນີ້, ທ່ານ Jamal Jaafar, ປະທານ​ບໍລິຫານ​ບໍລິສັດ​ນຳ້ມັນ ຄູ​ແວດ ​ໃຫ້​ຮູ້​ວ່າ: ຄູ​ແວດ ຫວັງ​ວ່າ​ໃນ​ປີ​ນີ້ ​ຫຼື ຊ້າ​ສຸດ​ແມ່ນ​ໃນ​ປີ 2017 ຈະ​ຍົກ​ປະລິມານ​ການ​ຂຸດ​ຄົ້ນ​ນໍ້າມັນ 3 ລ້ານ​ຖັງ/ວັນ ຂຶ້ນ​ເຖິງ​ລະດັບ 3,165 ລ້ານ​ຖັງ/ວັນ.

        ​ໃນ​ຂະນະ​ນັ້ນ, ກະຊວງ​ນຳ້ມັນ​ບໍ່ ​ຂອງ​ອີຣານ ​ໄດ້​ຢັ້ງຢືນ​ວ່າ: ປະ​ເທດ​ນີ້​ບໍ່​​ເຂົ້າ​ຮ່ວມ​ແຜນການ​ຈຳກັດ​ປະລິມານ​ຂຸດ​ຄົ້ນ​ນຳ້ມັນ​ ຖ້າ​ຫາກ​ວ່າ ​ເຕ​ເຮຣານ ບໍ່​ຟື້ນ​ຟູ​ລະດັບຂຸດ​ຄົ້ນນໍ້າມັນ​ໄດ້​ຄື​ກ່ອນ​ ​ທີ່ຖືກ​ຂວຳ້​ບາດ.

        ​ສະພາບ​ກາ​ນຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ບັນດາ​ປະ​ເທດ ​ເຂດ​ອ່າວ​ເປີ​ເຊຍ ລ້ວນ​ແຕ່​ບໍ່​ມີ​ເຈດ​ຈຳນົງ​ຈະ​ຫລຸດຜ່ອນ​​ແຫຼ່ງສະໜອງນຳ້ມັນລົງ. ​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ OPEC ​ໄດ້ຄາ​​ດຄະ​ເນ​ວ່າ: ​ໃນ​ປີ 2016, ຄວາມ​ຕ້ອງການ​ນຳ້ມັນ​​ໃນ​ທົ່ວ​​ໂລກ​ບັນລຸ​ລະດັບ​ສະ​ເລ່ຍ 31,46 ລ້ານ​ຖັງ/ວັນ, ຫລຸດ​ລົງ 60.000 ຖັງ/ວັນ ​ເມື່ອ​ທຽບ​ໃສ່​ການ​ຄາ​ດຄະ​ເນ​ກ່ອນ​ນັ້ນ. ບັນດາ​ການ​ຜັນ​ແປ​ທັງ​ໝົດ​ເຫຼ່ົາ​ນັ້ນ​ຍິ່ງ​ເຮັດ​​ໃຫ້​ຄວາມ​ມານະ​ພະຍາຍາມ​ເພີ່ມ​ລາຄາ​ນຳ້ມັນ​ຍາກ​ທີ່​ຈະ​ບັນລຸ​ໄດ້.

ຜົນສະທ້ອນ​ທີ່​ຍໍ້​ທໍ້​​ເຖິງຕະຫຼາດ​ນຳ້ມັນ​ບໍ່ແລະ​ພື້ນຖານ​ເສດຖະກິດ

​ເລ່ືອງ​ບັນດາ​ປະ​ເທດ​ຖືກ​ປະລາ​ໄຊ​ເມື່ອ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ປະລິມານການ​ຂຸດ​ຄົ້ນ​ນຳ້ມັນ​ຢູ່ Doha ນັ້ນ, ​ ໄດ້​ເຮັດ​ໃຫ້​ລາຄາ​ນຳ້ມັນ​ໂລກ​ໃນ​ຕົ້ນ​ອາທິດ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ. ຢູ່​ຕະຫຼາດ ອາຊີ, ລາຄາ​ນຳ້ມັນ​ດິບ​ຂອງ​ ອາ​ເມ​ລິ​ກາ (WTI) ໃນເດືອນ 5/2016 ຖືກຫລຸດ 2,2 USD ລົງເຫຼືອພຽງ 36,16 USD/ຖັງ. ໃນຂະນະນັ້ນ, ລາຄານຳ້ມັນ Brent ທະເລເໜືອ ໃນເດືອນ 6 ກໍ່ຖືກຫລຸດ2,23 USD (ເທົ່າກັບ 5,17%) ລົງເຫຼືອພຽງ 40,87 USD/ຖັງ.

        ລາຄານຳ້ມັນຫລຸດລົງເຮັດໃຫ້ລັດຖະບານຫຼາຍປະເທດປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ພິເສດແມ່ນສຳລັບບັນດາ ປະເທດທີ່ງົບປະມານ​ການ​ເງິນສ່ວນ​ໃຫຍ່​ແມ່ນ​ຂຶ້ນ​ກັບແຫຼ່ງລາຍ​ຮັບຈາກ​ນຳ້ມັນ​ບໍ່ຄື: ເວ​ເນ​ຊູເອລາ, ລັດ​ເຊຍ ຫຼື ສະມາຊິກ​ຂອງ OPEC. ບັນດາ​ປະ​ເທດ​ຜະລິດ​ນຳ້ມັນ​ຈະ​ສືບ​ຕໍ່​​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ນັບ​ຮ້ອຍ​ຕື້ USD ທີ່​ຜ່ານ​ມາ. ສິ່ງ​ດັ່ງກ່າວ​ກໍ່ມີ​ຄວາມ​ໝາຍ​ດຽວ​ກັບ​ເລື່ອງ ​ສະພາບ​ຂາດ​ດຸ່ນງົບປະມານ​​ຍັງ​ຄົງ​ສືບ​ຕໍ່.

        ຕາມ​ການ​ຕີ​ລາຄາ​ຂອງ​ສູນ​ການ​ເງິນ ຄູ​ແວດ (Markaz) ​ແລ້ວ, ຄາ​ດວ່າ, ບັນດາ​ປະ​ເທດ ​ເຂດ​ອ່າວ​ເປີເຊຍ ຈະ​ຕ້ອງ​ກູ້​ຢືມ​ຈຳນວນ​ເງິນ​ແຕ່ 285 ຫາ 390 ຕື້ USD ​ໃຫ້​ໄລຍະ​ແຕ່​ນີ້​ຮອດ​ປີ 2020 ​ເພື່ອ​ຊົດ​ເຊີຍ​ເຂົ້າ​ບ້ວງ​ເງິນ​ຂາດ​ດຸ່ນງົບປະມານ ຍ້ອນ​ລາຄາ​ນ້ຳມັນ​ຖືກ​ຫລຸ​ດລົງ. ຫຼາ​ຍປະ​ເທດ​ຈະ ຕ້ອງ​​ ນຳ​ໃຊ້​ບັນດາ​ມາດ​ຕະການ​ຮັດ​​ເຂັມຄັດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ເຂ​ດອ່າວ. ​ໃນ​ສະພາບ​ການ​ລາຄາ​ນຳ້ມັນ​ຖືກ​ຫລຸ​ດລົງ​ຢ່າງ​ແຮງ, ກຳມະກອນ​ຂະ​ແໜ​ງນຳ້ມັນ​ຂອງ ຄູ​ແວດ ນັບ​ພັນໆ​ຄົນ ​ເລີ່​ມດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ແຜນການ​ຫລຸດຜ່ອນ​ເງິນ​ເດ​ືອນ ​- ​ເງິນລາງວັນຂອງ​ລັດ​ຖະບານ. ທ່ານ Saif al – Qahtani ປະທານ​ສະຫະພັນ​ກຳມະການ​ນໍ້າມັນ​ບໍ່, ຖະ​ແຫຼ​ງວ່າ: ການ​ກະທຳ​ຄັດຄ້ານ​ຈະ​ຖືກ​ແກ່ຍາວຈົນຮອດ​ຍາມ​ໃດ ວົງ​ການ​ເຈົ້າ​ຂອງ​ຮັບ​ຮູ້​ທີ່ບັນດາ​ຄຳ​ຮຽກຮ້ອງ​ຂອງ​ກຳມະກອນ​. ​ໃນ​ຂະນະນັ້ນ ລັດຖະບານ ຄູ​ແວ​ດ ​ໄດ້ຕຳ​ນິຕິ​ຕຽນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ແຮງ, ຮຽກຮ້ອງ​ໃຫ້​ກຸ່ມບໍລິສັດ​ນຳ້ມັນບໍ່​ ຄູ​ແວດ (KPC) ​ລະດົມ​ແຫຼ່ງກຳລັງ​ທີ່​ຈຳ​ເປັນ​ເພື່ອ​ຮັບປະກັນ​ການ​ຜະລິດ.

        ຄວາມຫວັງ​ຈຳກັດ​ປະລິມານຂຸດ​ຄົ້ນ​ນຳ້ມັນ​ດິບບໍ່​​ປະກົດ​ຜົນ​ເປັນ​ຈິງ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍວ່າ: ສະພາບ​ ແຫຼ່ງສະໜອງ​ເຫຼືອໃນ​ຕະຫຼາດ​ນຳ້ມັນ​ໂລກ​ສືບ​ຕໍ່​ຢູ່​ໃນ​ລະດັບ​ຮ້າຍ​ແຮງ, ຄາດ​ວ່າ​ປະມານ 1,5 ລ້ານ​ຖັງ/ວັນ. ​ໃນ​ສະພາບ​ທີ່ລາຄາ​ນຳ້ມັນ​ດິບ​ຖືກ​ຫລຸດ​ລົງ​ປະມານ 60% ​ເມື່ອ​ທຽບ​ໃສ່​ຈຸດ​ເວລາ​ກາງ​ປີ 2014, ຖ້າ​ຫາກ​ບັນດາ​ປະ​ເທດ​ບໍ່​ມີ​ເຈດຕະນາ​ດີ​ໃນ​ການ​ເຈລະຈາ​ຫລຸດຜ່ອນ​ປະລິມານ​ການ​ຂຸດຄົ້ນນັ້ນ, ​ເລື່ອງ​ຟື້ນ​ຟູ​ລາຄາ​ນຳ້ມັນຍາກ​ທີ່​ຈະ​ປະຕິບັດ​ໄດ້.

ຂ່າວ/ບົດ​ອື່ນ