ຄວາມຕັດສິນໃຈ, ມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້

(VOVWORLD) - ການສໍ້ລາດບັງຫລວງແມ່ນໄພອັນຕະລາຍທີ່ມີລັກສະນະທົ່ວໂລກ, ປະກົດຂຶ້ນ ແລະ ຄົງຕົວຢູ່ທຸກປະເທດໃນໂລກ. ສາຍເຫດທີ່ພາໄປເຖິງການສໍ້ລາດບັງຫລວງ ບໍ່ແມ່ນຍ້ອນລະບອບການເມືອງ ຫຼື ຍ້ອນພັກການເມືອງໃດທີ່ກຳອຳນາດນຳພາປະເທດ.

ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງພວມໄດ້ຮັບການຊີ້ນຳປະຕິບັດຢ່າງຂ້ຽວຂາດໃນໄລຍະມໍ່ໆມານີ້ຈາກພັກ, ລັດ ຫວຽດນາມ. ບັນດາໝາກຜົນຕັ້ງໜ້າຂອງວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໄດ້ພິສູດໃຫ້ເຫັນບັນດາ ຖ້ອຍທຳນອງເສກສັນປັ້ນແຕ່ງສຳລັບຄວາມຕັດສິນໃຈ, ຄວາມມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ຈາກບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການໃນໄລຍະຜ່ານມາ ທີ່ແນໃສ່ຈຸດປະສົງມ້າງເພທຳລາຍ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງນີ້ ບໍ່ໄດ້ເຮັດໃຫ້ຄວາມຕັດສິນໃຈ ປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ອ່ອນແອລົງ.

ຄວາມຕັດສິນໃຈ, ມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພາບ: VGP

 ການສໍ້ລາດບັງຫລວງແມ່ນໄພອັນຕະລາຍທີ່ມີລັກສະນະທົ່ວໂລກ, ປະກົດຂຶ້ນ ແລະ ຄົງຕົວຢູ່ທຸກປະເທດໃນໂລກ. ສາຍເຫດທີ່ພາໄປເຖິງການສໍ້ລາດບັງຫລວງ ບໍ່ແມ່ນຍ້ອນລະບອບການເມືອງ ຫຼື ຍ້ອນພັກການເມືອງໃດທີ່ກຳອຳນາດນຳພາປະເທດ. ດັ່ງນັ້ນ, ເລື່ອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການກ່າວວ່າ “ລະບອບພັກ ດຽງກຳອຳນາດແມ່ນສາຍເຫດກໍ່ໃຫ້ເກີດການສໍ້ລາດບັງຫລວງ”; “ຍ້ອນພັກກຳອຳນາດຕັດສິນຊີ້ຂາດປົກຄອງ ສະນັ້ນ ສະພາບການສໍ້ລາດບັງຫລວງຈຶ່ງເກີດຂຶ້ນ…”; “ການສໍ້ລາດບັງຫລວງແມ່ນຜະລິດຕະພັນຈຳເປັນ ຂອງລະບອບລັດຄຸ້ມຄອງພາຫະນະການຜະລິດ, ຜະເດັດການພັກໜຶ່ງດຽວ”…ຄວາມຈິງແມ່ນ ສວຍໃຊ້ການຕໍ່ສູ່, ຕ້ານການສໍ້ລາດບັງຫລວງເພື່ອເສກສັນປັັ້ນແຕ່ງ, ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ, ເຮັດໃຫ້ອິດທິພົນຊື່ສຽງຫລຸດໜ້ອຍຖອຍລົງ, ກ້າວໄປເຖິງເປົ້າໝາຍລົບລ້າງບົດບາດຊີ້ນຳນຳພາຂອງພັກກອມມູນິດ, ລົບລ້າງລະບອບສັງຄົມນິຍົມຢູ່ ຫວຽດນາມ.

        ໝາກຜົນຕັ້ງໜ້າຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ

        ບັນດາການຖ້ອຍທຳນອງເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງນັ້ນ ບໍ່ປະຕິເສດໄດ້ຄວາມຕັດສິນໃຈດ້ານການເມືອງ ແລະ ບັນດາຜົນງານໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ໃນ 5 ປີມານີ້, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງໄດ້ຮັບການປະຕິບັດຢ່າງຂ້ຽວຂາດຈາກ ພັກ, ລັດ ຫວຽດນາມ, ສ້າງບາດກ້າວເດີນຢ່າງແຮງ, ບັນລຸໄດ້ໝາກຜົນສຳຄັນຫລາຍຢ່າງ, ສົ່ງຜົນກະທົບອັນຕັ້ງໜ້າ, ແຜ່ຂະຫຍາຍຢ່າງແຮງໃນທົ່ວສັງຄົມ. ຫລາຍຄະດີສໍ້ລາດບັງຫລວງ, ຄະດີເສດຖະກິດຮ້າຍແຮງເປັນພິເສດ, ສັບສົນ ຫາງສຽງສັງຄົມມີຄວາມສົນໃຈ ໄດ້ຄົ້ນພົບ, ສືບສວນ, ນຳຂຶ້ນສານ, ພິພາກສາຢ່າງເຂັ້ມງວດ, ຖືກຕ້ອງຕາມກົດໝາຍ, ບໍ່ມີເຂດຫ້າມ ບໍ່ມີກໍລະນີຮັບບຸລິມະສິດ, ບໍ່ມີກໍລະນີສະເພາະ. ນັບແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກມາຮອດປະຈຸບັນ, ມີສະມາຊິກພັກເກືອບ 1.300 ຄົນຖືກປະຕິບັດວິໄນຍ້ອນສໍ້ລາດບັງຫລວງ ແລະ ຕັ້ງໃຈເຮັດຜິດລະບຽບ. ສານປະຊາຊົນທຸກຂັ້ນກໍ່ໄດ້ພິພາກສາຂັ້ນຕົ້ນ 436 ກໍລະນີ, ດ້ວຍຈຳເລີຍ 1.118 ຄົນທີ່ກ່ຽວຂ້ອງການກະທຳສໍ້ລາດບັງຫລວງ. ບັນດາຂົງເຂດທີ່ເຄີຍເກີດໄພຫຍໍ້ທໍ້, ສໍ້ລາດບັງຫລວງ ໄດ້ຢ່າງງ່າຍດາຍນັ້ນ ອົງການກວດກາລັດຖະບານສຸມໃສ່ກວດກາ. ອົງການກວດສອບແຫ່ງລັດກໍ່ໄດ້ດຳເນີນການກວດສອບຫົວໜ່ວຍຮັບຜິດຊອບ 434 ແຫ່ງ, ສະເໜີການຖອນຄືນເງິນກ່ວາ 65.000 ຕື້ດົ່ງເຂົ້າງົບປະມານແຫ່ງລັດ.

        ສິ່ງທີ່ເປັນໜ້າໃສ່ໃຈນັ້ນແມ່ນ ບັນດາອົງການທີ່ກ່ຽວຂ້ອງໄດ້ເປັນເຈົ້າການ, ເຜີຍໃຫ້ຮູ້, ສະໜອງຂໍ້ມູນຂ່າວ, ກຳນົດທິດຫາງສຽງໃນການເຄື່ອນໄຫວປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ເສີມຂະຫຍາຍບົດບາດຕັ້ງໜ້າຂອງບັນດາອົງການສື່ມວນຊົນໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການຜູ້ແທນປະຊາຊົນ, ແນວໂຮມປະເທດຊາດ, ບັນດາອົງການການເມືອງ - ສັງຄົມ, ບັນດາອົງການສັງຄົມ ແລະ ປະຊາຊົນໃນການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ນັບມື້ນັບໄດ້ຮັບການເສີມຂະຫຍາຍດີກ່ວາ…ການເຄື່ອນໄຫວຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງໄດ້ຮັບການເປີດກ້ວາງ. ໝາກຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້ ໄດ້ຮັບການຮັບຮູ້ວ່າ ມີການຜັນແປຕັ້ງໜ້າຫລາຍຢ່າງຈາກບັນດາອົງການອົງການຈັດຕັ້ງສາກົນ. ຕາມການຕີລາຄາຂອງອົງການຄວາມໂປ່ງໃສສາກົນແລ້ວ, ດັດຊະນີຮູ້ສຶກການສໍ້ລາດບັງຫລວງຂອງ ຫວຽດນາມ ໄດ້ເພີ່ມຂຶ້ນໃນ 2 ປີຢ່າງລຽນຕິດ ພາຍຫລັງຮັກສາທີ່ຕັ້ງເດີມເປັນຫລາຍປີ, ແຕ່ 31 ຄະແນນໃນປີ 2015 ຂຶ້ນ 35 ຄະແນນໃນປີ 2017.

        ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ - ສ້າງເຈດຈຳນົງຄວາມຕັດສິນໃຈຕ້ານການສໍ້ລາດບັງຫລວງຕື່ມອີກ.

        ນອກຈາກການປະກອບສ່ວນ ສ້າງບາດກ້າວພັດທະນາກ່ຽວກັບເສດຖະກິດ - ສັງຄົມ, ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງແລ້ວ ຍັງປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຕໍ່ພັກ, ຕໍ່ລະບອບສັງຄົມນິຍົມ. ໝາກຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງໄດ້ຢືນຢັນຈະແຈ້ງຄວາມຕັດສິນໃຈດ້ານການເມືອງຂອງພັກ, ລັດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ນັ້ນກໍ່ແມ່ນພະຍານຫຼັກຖານເພື່ອຢືນຢັນຈະແຈ້ງ ເລື່ອງຍູ້ແຮງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແມ່ນເພື່ອພາລະກິດປ່ຽນແປງໃໝ່ຂອງພັກ, ດ້ວຍຈຸດປະສົງທີ່ໂປ່ງໃສ, ສົດໃສ, ບໍ່ “ເຮັດໃຫ້ຊ້າ” ການພັດທະນາ, ຊຶ່ງກົງກັນຂ້າມເຮັດໃຫ້ປອດໃສ, ສ້າງກຳລັງແຮງແທ້ຈິງຂອງກົງຈັກ ແລະ ຖັນແຖວພະນັກງານ, ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ສ້າງກຳລັງໜູນໃໝ່, ບັນຍາກາດໃໝ່ເພື່ອປະຕິບັດທຸກໜ້າທີ່ການງານຢ່າງມີໄຊ, ປະຕິບັດພາລະກິດປ່ຽນແປງໃໝ່ປະເທດຊາດປະສົບຜົນສຳເລັດ.

ຄວາມຈິງກໍ່ຢືນຢັນວ່າ ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແມ່ນປອດໃສ, ເປີດເຜີຍ, ພາວະວິໄສ, ເຄົາລົບປະຊາຊົນ ແລະ ຖືຫາງສຽງເປັນສຳຄັນ ທັງໝົດນັ້ນ ແມ່ນເພື່ອການພັດທະນາຂອງປະເທດຊາດ, ຂອງຊົນຊາດ. ໝາກຜົນຂອງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນມະຫາຊົນ ແລະ ທົ່ວສັງຄົມ ໄດ້ມີຄວາມໄວ້ເນື້ອເຊື່ອໃຈ, ຕັ້ງໜ້າສະໜັບສະໜູນເຈດຈຳນົງຕັດສິນໃຈ, ມານະພະຍາຍາມຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງພັກ. ດັ່ງນັ້ນ, ຖ້ອຍທຳນອງທຸກຢ່າງແນໃສ່ຫວັງມ້າງເພທຳລາຍ, ເຮັດໃຫ້ການພັດທະນາຂອງ ຫວຽດນາມ ຫລຸດໜ້ອຍລົງລ້ວນແຕ່ຖືກປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ