ຄວາມປອດໄພໃນການເດີນທະເລແມ່ນບັນຫາ“ເຄັ່ງຮ້ອນ“ໃນກອງປະຊຸມ G7


(vovworld) - ພາຍຫຼັງ​ເຮັດ​ວຽກ​ມາເປັນ​ເວລາ 2 ວັນຢູ່​ຫໍ​ປະສາດ Elmau, ທາງ​ພາກ​ໃຕ້​ປະ​ເທດ​ເຢັຍລະ​ມັນ, ວັນ​ທີ 8/6, ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ພື້ນຖານ​ອຸດສາຫະກຳ​ພັດທະນາ (G7) ​ໄດ້​ອັດ​ລົງ, ດ້ວຍ​ຖະ​ແຫຼ​ງການ​ຮ່ວມ​ທີ່​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ໃນ​ພາກ​ພື້ນ ​ແລະ ​ໂລກ. ອີກ​ເທື່ອ​ໜຶ່ງ​ບັນຫາ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​​ໄດ້້ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບັນຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ການ​ນຳ G7, ​ໃນ​ສະພາບ​ທີ່​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ເພື່ອ​ຫວັງ​ປ່ຽນ​ແປງ​ສະພາບ​ການ​ເດີມ​ຢູ່​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລຕາ​ເວັນ​ອອກນັບ​ມື້​ນັບ​ກາຍ​ເປັນຄວາມ​ວິຕົກ​ກັງວົນ​ລວມຂອງ​ປະຊາ​ຄົມ​ສາກົນ.

ຄວາມປອດໄພໃນການເດີນທະເລແມ່ນບັນຫາ“ເຄັ່ງຮ້ອນ“ໃນກອງປະຊຸມ G7 - ảnh 1

ຜູ້ນຳບັນດາພື້ນຖານ​ອຸດສາຫະກຳ​ພັດທະນາ (G7)

        ​ເຖິງ​ວ່າ​ແມ່ນ​ຫົວ​ຂໍ້​ໜຶ່ງ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G7​ ປີ​ນີ້​ກໍ່ຕາມ, ​ແຕ່ບັນຫາ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ​ໄດ້​ເຮັດ​ໃຫ້​ເວທີ​ປາ​ໄສ​ “​ເຄັ່ງຮ້ອນຂຶ້ນ“.

        ​ທັດສະນະ​ລວມກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ

        ບັນດາ​ການ​ນຳ G7 ​ໄດ້​ສະ​ແດງ​ທັດສະນະ​ລວມ​ໃນ​ບັນຫາ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ຍົກ​ອອກ​ມາ​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ, G7 ​ເນັ້ນ​ໜັກ​ວ່າຕ້ອງ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເດີນ​ທະ​ເລ​ຕາມ​ກົດໝາຍ​ສາກົນ ກໍ່​ຄື​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ສາກົນ. ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ບັນດາ​ການ​ນຳ G7 ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ສັນຕິ​ວິທີ ກໍ່​ຄື​ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ຂຸດ​ຄົ້ນ​ເສດຖະກິດ​ທະ​ເລ​ຢ່າງ​ເໝາະ​ສົມ​ກັບ​ກົດໝາຍ. ພ້ອມ​ທັງ​ເດັດ​ດຽວ​ຄັດຄ້ານ​ການ​ນຳ​ໃຊ້​ກຳລັງ​ອາວຸດ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທະ​ເລ, ຄື​ການ​ເປີດ​ກວ້າງ​ບັນດາ​ເກາະ​ທຽມ​ດ້ວຍ​ຂະໜາດ​ໃຫຍ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ຄຽງ​ຂ້າງ​ນັ້ນ, ບັນດາ​ການ​ນຳ G7 ຍັງ​ຢັ້ງຢືນ​ວ່າ, ປັກ​ກິ​ງ ຄວນ​ເຮັດ​ແຈ້ງ​ຖະ​ແຫຼງການ​ອະທິປະ​ໄຕ​ ແມ່ນຕ້ອງ​ອີງ​ໃສ່​ກົດໝາຍ​ສາກົນ, ຫາກ​ບໍ່​ແມ່ນ​ອີງ​ໃສ່​ມາດ​ຕະການ​ນາບ​ຂູ່ ຫຼື​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ການ​ບັງຄັບ. ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່ G7 ສະ​ແດງ​ທ່າ​ທີ​ຕໍ່​ບັນຫາ​ນີ້. ​​ໃນ​ໂອກາດ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຢູ່ Brussels, ​ປະ​ເທດແບນ​ຊິກ, ບັນດາ​ການ​ນຳ G7 ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ​ບໍ່​ວ່າການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ໃດໆ ​ເພື່ອ​ທວງ​ເອົາ​ອະທິປະ​ໄຕ​ ຜ່ານ​ການ​ກະທຳ​ເກາະ​ຜິດ, ຂົ່ມຂູ່ ​ແລະ ນຳ​ໃຊ້​ກຳລັງ​ອາວຸດ.

        ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລຍາມ​ໃດ​ກໍ່​ແມ່ນ​ຄວາມ​ສົນ​ໃຈ​ຂອງ G7

        ການ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຮວາ​ຕຸ​ງ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ຍາມ​ໃດ​ກໍ່​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຂອງ G7. ກ່ອນ​ອື່ນ​ໝົດ​ແມ່ນ​ຍ້ອນ​ຈີນ​ ມີ​ການ​ຂັດ​ແຍ້​ງອະທິປະ​ໄຕ​ກັບ​ຍີ່ປຸ່ນ, ​ເຊິ່ງ​ແມ່ນ​ສະມາຊິກ​ໜຶ່ງ​ຂອງ G7, ຢູ່​ເໝູ​່ເກາະ Senkaku/ຕ່ຽວອີ ​ໃນ​ທະ​ເລ​ຮວາ​ຕຸ​ງ. ປັກ​ກິ​ງ​ໄດ້​ຈັດ​ໃຫ້​ກຳ່​ປັ່ນ​ໄປ​ຍັງ​ເຂດ​ທະ​ເລ​ຢູ່​ອ້ອມເໝູ​່ເກາະ Senkaku/ຕ້ຽວອີ , ​ເຊິ່ງປະຈຸ​ບັນ​ໂຕ​ກຽວ ພວມ​ຄຸ້ມ​ຄອງ, ສິ່ງ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ ກ່ຽວ​ກັບ​ໄພ​ຈະ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍ. ​ແຕ່​ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ມັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ທາງ​ເດີນ​ທະ​ເລ​ທີ່ສຳຄັນ​ກວ່າ​ໝູ່​ຂອງ​ໂລກ, ຜ່ານ​ທະ​ເລ​ຕາ​ເວັນ​ອອກ​, ບ່ອນ​ທີ່​ຈີນ​ພວມ​ທວງ​ເອົາ​ອະທິປະ​ໄຕ​ ເກືອບ​ທັງ​ໝົດຢູ່​ເຂດ​ນີ້​. ສິ່ງ​ດັ່ງກ່າວ​ໄດ້​ເປັນ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​ເຖິງ​ທຸກ​ປະ​ເທດ G7, ​ເຮັດ​ໃຫ້​ກຸ່ມ​ນີ້​ຕ້ອງ​ສະ​ແດງ​ ​ທ່າ​ທີ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ. ນັບ​ແຕ່​ກ່ອນ​ມາ​ນີ້, ຍາມ​ໃດ​ຈີນ ​ກໍ່​ຄັດຄ້ານ​ເລື່ອງ​ຫັນ​ການ​ຂັດ​ແຍ້​ງກັນ​ເປັນ​ບັນຫາ​ສາກົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, ຈີນ​ພວມ​ປະສົບ​ກັບ​ຄວາມດັນ​ບໍ່​ແມ່ນ​ໜ້ອຍ ​ຕໍ່​ເລື່ອງ​ບັນດາ​ປະ​ເທດ G7 ອອກສຽງ​ຄັດຄ້ານ​ຢ່າງ​ແຮງ, ຍ້ອນ​ຈີນ ມີ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ກັບ​ທຸກ​ປະ​ເທດ​ໃນ​ກຸ່ມ.

        ບໍ່​ພຽງ​ແຕ່​ຄວາມດັນ​ທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ບັນດາ​ປະ​ເທດ G7 ຍັງ​ມີ​ການ​ກະທຳ​ອື່ນໆ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຜົນ​ສະທ້ອນ​ຂອງ​ຕົນ. ​ສຳລັບ​ບັນດາ​ປະ​ເທດ G7, ​ໃນ​ໄລຍະ​ຜ່ານ​ມາ, ​ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ສອງ​ປະ​ເທດ​ ທີ່ມີ​ການ​ກະທຳ​ແຮງ​ທີ່​ສຸດ​ໃນ​ການຮັກສາ​ຄວມປອດ​ໄພ​ໃນ​ການ​ເດີນ​ທະ​ເລ. ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ຫຼາຍ​ເທື່ອ​ວ່າ ຈີນ ​ແມ່ນ​ປະ​ເທດ​ທີ່​ກີດຂວາງ​ເຖິງ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການປະຕິບັດ​ກົດໝາຍ​ສາກົນ​ຢູ່​ທະ​ເລ​ຮວາ​ຕຸ​ງ ກໍ່​ຄື​ທະ​ເລ​ຕາ​ເວັນ​ອອກ. ນອກຈາກ​ອາ​ເມ​ລິ​ກາ, ຍີ່​ປູ່​ນ ກໍ່​ແມ່ນ​ປະ​ເທດ​ຄັດຄ້ານ​ຢ່າງ​ແຮງ​ຕໍ່ການ​ເຄື່ອນ​ໄຫວ​ຕ່າງໆທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ບໍ່​ພຽງ​ແຕ່​ນຳ​ໃຊ້​ເວທີ​ປາ​ໄສ​ສາກົນ​ເພື່ອ​ກ່າວ​ເຕືອນ​ປັກ​ກິ​ງ ທຳລາຍ​ສະພາບ​ການ​ເດີມ​ໃນ​ເຂດ​ທະ​ເລ​ຢູ່​ພາກ​ພື້ນ​​ເທົ່າ​ນັ້ນ, ຫາກ​ໂຕ​ກຽວ ຍັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ອີກ​ດ້ວຍ. ຄາດ​ວ່າ​ວັນ​ທີ 23 ​ແລະ 24/5, ກຳລັງ​ປ້ອງ​ກັນ​ບົນ​ທະ​ເລ​ຂອງ​ຍີ່ປຸ່ນ​ ຈະ​ຊ້ອມ​ຮົບ​ຮ່ວມ​ກັບ​ທະຫານ​​ເຮືອ​ຟີ​ລິບ​ປິນ ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ພາຍຫຼັງ​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ອາຊີ (Shangri – La), ຜູ້ນຳ​ບັນດາ​ປະ​ເທດ​ພັດທະນາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ໄດ້​ຢັ້ງຢືນອີກ​ເທື່ອ​ໜຶ່ງເຖິງບັນຫາ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ . ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ນັບ​ມື້​ນັບ​ຫຼາຍ​ຂອງ​ບັນດາ​ປະ​ເທດ​ນອກ​ພາກ​ພື້ນ, ​ເພື່ອ​ແນ​ໃສ່​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທາງ​ເດີນ​ທະ​ເລ​ສຳຄັນ​ຂອງ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ