ຄວາມມັກໃຫຍ່ໄຝ່ສູງແບບໄຮ້ເຫດຜົນ, ກະມືງກະມັງຂອງຈີນ ຢູ່ ທະເລຕາເວັນອອກ

(VOVWORLD) -ໃນຊຸມມື້ຜ່ານມາ, ກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8(Haiyang Dizhi 8) ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວັນອອກ. ນີ້ແມ່ນເຂດທະເລຂອງຫວຽດນາມ ແລະ ໄດ້ຮັບການກຳນົດຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຊື່ງຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ. ການກະທຳດັ່ງກ່າວຂອງຈີນ ແມ່ນລະເມີດອຳນາດອະທິປະໄຕ ແລະ ອຳນາດສານຂອງຫວຽດນາມ, ໄປຝືນກັບກົດໝາຍສາກົນ.

ຄວາມມັກໃຫຍ່ໄຝ່ສູງແບບໄຮ້ເຫດຜົນ, ກະມືງກະມັງຂອງຈີນ ຢູ່ ທະເລຕາເວັນອອກ - ảnh 1ກຸ່ມກຳປັ່ນສຳຫລວດ ໄຮ່ຢາງ 8(Haiyang Dizhi 8) ຂອງຈີນ ໄດ້ມີການກະທຳລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ ຢູ່ບໍລິເວນທາງທິດໃຕ້ທະເລຕາເວັນອອກ (ພາບ: ANTD) 

ຕາມບັນດາຂໍ້ກຳນົດຂອງກົດໝາຍທະເລ ສາກົນ ກ່ຽວກັບເຂດເສດຖະກິດຈຳເພາະ, ການເຄື່ອນໄຫວສຳຫລວດທໍລະນີສາດຂອງ ກຳປັ່ນ ໄຮ່ຢາງ 8 ຂອງຈີນ ຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ ໄດ້ລະເມີດມາດຕາເກືອບທັງໝົດໃນສົນທິສັນຍາກ່ຽວກັບກົດໝາຍທະເລທີ່ໄດ້ກຳນົດກ່ຽວກັບສິດ ແລະ ພັນທະຂອງບັນດາຝ່າຍກ່ຽວຂ້ອງ.

ການເຄື່ອນໄຫວນີ້ ຖ້າຫາກແນໃສ່ຈຸດປະສົງສຳຫລວດປະລິມານນ້ຳມັນອາຍແກັດຢູ່ພື້ນເຂດເສດຖະກິດຈຳເພາະ ກໍ່ແມ່ນເຂດໄຫລ່ທະວີບຂອງຫວຽດນາມ, ແມ່ນການກະທຳລະເມີດອຳນາດອະທິປະໄຕຂອງຫວຽດນາມ ຢູ່ເຂດນີ້. ຖ້າຫາກການເຄື່ອນໄຫວສຳຫລວດທໍລະນີສາດ ເພື່ອແນໃສ່ຮັບໃຊ້ການເຄື່ອນໄຫວຄົ້ນຄ້ວາວິທະຍາສາດ, ເຖິງວ່າ ກໍ່ແມ່ນເພື່ອຈຸດປະສົງສັນຕິພາບ ຫລືບໍ່? ກໍ່ແມ່ນການກະທຳລະເມີດອຳນາດສານຂອງຫວຽດນາມຢູ່ເຂດເສດຖະກິດຈຳເພາະຂອງຕົນ.

ຈີນ ບໍ່ມີເຂດທະເລໃດຖືກຕາມກົດໝາຍທີ່ຊ້ຳກັນກັບຫາດດອນ ຕືຈີງ ຂອງຫວຽດນາມ

ເຂດເຮືອນຮ້ານຍາມ DK1, ໃນນັ້ນ ມີຫາດດອນ ຕືຈີງ ຕັ້ງຢູ່ໃນເຂດເສດຖະກິດຈຳເພາະ ໄຫລ່ທະວີບ 200 ໄມຈາກເສັ້ນແບ່ງກຳນົດຂອງຫວຽດນາມ ແລະ ແມ່ນໄຫລ່ທະວີບທາງທິດໃຕ້ຂອງຫວຽດນາມ. ນີ້ແມ່ນເຂດທະເລໄດ້ຮັບການກຳນົດຕາມສົນທິສັນຍາກົດໝາຍທະເລປີ 1982 ຂອງ ສປຊ. ເຂດທະເລນີ້ ບໍ່ມີການຂັດແຍ້ງກັບປະເທດໃດ ແລະ ຍິ່ງບໍ່ມີການຂັດແຍ້ງກັບຈີນເລີຍ.

ເລື່ອງຈີນ ຂີດເສັ້ນລີ້ນງົວໄປຜ່ານ 60% ເຂດທະເລຫວຽດນາມ, ເຮັດໃຫ້ເຂດທະເລບໍ່ມີການຂັດແຍ້ງຂອງຫວຽດນາມ ກາຍເປັນເຂດທະເລເກີດຄວາມຂັດແຍ້ງ ແມ່ນໄຮ້ເຫດຜົນຢ່າງສິ້ນເຊິງ, ບໍ່ໄດ້ຮັບຮອງຈາກກົດໝາຍສາກົນ. ຄຳຕັດສິນຂອງສານສາກົນ ໃນກໍລະນີ ຟີລິບປີນ ຮ້ອງຟ້ອງຈີນ, ມີເອກະສານດ້ານກົດໝາຍສາກົນ ແນະນຳ, ອະທິບາຍ ສົນທິສັນຍາ 1982 ໄດ້ປະຕິເສດຄຳຮຽກສິດເສັ້ນລີ້ນງົວຂອງຈີນ. ເຖິງວ່າ ຈີນ ບໍ່ເຂົ້າຮ່ວມກໍລະນີຮ້ອງຟ້ອງ ແລະ ຖະແຫລງບໍ່ຍອມຮັບຄຳຕັດສິນຂອງສານສາກົນກໍຕາມ ແຕ່ເອກະສານດ້ານນິຕິກຳນີ້ ຍັງຄົງມີຄຸນຄ່າເໝືອນເດີມ. ແລະ ຄຳຕັດສິນຂອງສານໄດ້ຢັ້ງຢືນວ່າ ເສັ້ນລີ້ນງົວແມ່ນບໍ່ມີພື້ນຖານດ້ານນິຕິກຳ, ບໍ່ມີຄຸນຄ່າຫຍັງເພື່ອໃຫ້ຈີນ ຮຽກສິດຂຸດຄົ້ນຊັບພະຍາກອນຢູ່ເສັ້ນລິີ້ນງົວ. ສະນັ້ນ ຈີນ ບໍ່ມີເຂດທະເລໃດຖືກຕາມກົດໝາຍທີ່ມາຂັດແຍ້ງກັບຫວຽດນາມ ຢູ່ເຂດເຮືອນຮ້ານຍາມ DK1, ໃນນັ້ນ ມີຫາດດອນ ຕືຈິງ. ສານສາກົນ ໄດ້ສະຫລຸບວ່າ ບໍ່ມີພະຍານຫລັກຖານໃດ ເພື່ອໃຫ້ຈີນ ຮຽກສິດບັນດາສິດປະຫວັດສາດສຳລັບຊັບພະຍາກອນ, ຢູ່ນອກບັນດາສິດທີ່ໄດ້ກຳນົດໃນສົນທິສັນຍາ ຢູ່ບັນດາເຂດທະເລນອນໃນ “ເສັ້ນ 9 ຕອນ”.

ການເຄື່ອນໄຫວຢ່າງຜິດກົດໝາຍຂອງບັນດາກຳປັ່ນຈີນ ຢູ່ບໍລິເວນຫາດດອນ ຕືຈິງ ຂອງຫວຽດນາມ ກ່ອນອື່ນໝົດແມ່ນເພື່ອແນໃສ່ກີດກັ້ນບັນດາການເຄື່ອນໄຫວສຳຫລວດ, ຂຸດຄົ້ນນ້ຳມັນອາຍແກສຂອງຫວຽດນາມ ຢູ່ເຂດທີ່ມີຄວາມສາມາດບົ່ມຊ້ອນດ້ານນ້ຳມັນອາຍແກສນີ້. ເລື່ອງຈີນ ນາບຂູ່, ກີດກັ້ນ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຕ່າງປະເທດ ສຳຫລວດ ແລະ ຂຸດຄົ້ນນ້ຳມັນອາຍແກສ ຢູ່ ເຂດນີ້ ແມ່ນການກະທຳໄຮ້ເຫດຜົນ ແລະ ກະມືງກະມັງ. ການກະທຳນີ້ແມ່ນນອນໃນຍຸດທະສາດຂອງຈີນ ບັງຄັບໃຫ້ຮັບຮອງເສັ້ນລີ້ນງົວຢ່າງຜິດກົດໝາຍຢູ່ເຂດທະເລນີ້ ເພື່ອກີດກັ້ນທຸກຄູ່ຮ່ວມມືສາກົນໃດຢາກຮ່ວມມືດ້ານນ້ຳມັນອາຍແກສກັບຫວຽດນາມ. ບັນດາບາດກ້າວນີ້ແມ່ນນອນໃນຍຸດທະສາດຍາວນານຂອງຈີນ ແມ່ນເພື່ອແນໃສ່ຢຶດເອົາທະເລຕາເວັນອອກ, ຄວມຄຸມຊັບພະຍາກອນໃນເສັ້ນລີ້ນງົວ, ກວມເອົາ 80% ເນື້ອທີ່ທະເລຕາເວັນອອກ.

ຫວຽດນາມ ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາອຳນາດອະທິປະໄຕ, ອຳນາດສານຂອງຕົນ ຢູ່ເຂດເສດຖະກິດຈຳເພາະ

ວັນນທີ 19 ກໍລະກົດ, ຫວຽດນາມ ໄດ້ອອກສຽງຮຽກຮ້ອງຈີນ ຖອນກຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ. ຫວຽດນາມ ໄດ້ມີການພົບປະສົນທະນາ ກັບຝ່າຍຈີນ ຫລາຍຄັ້ງ ຜ່ານຊ່ອງທາງແຕກຕ່າງກັນເພື່ອແກ້ໄຂເຫດດັ່ງກ່າວ. ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ໄດ້ອອກສຽງສະເຫນີຈີນກ່ຽວກັບບັນຫານີ້. ກ່ອນຫນ້ານັ້ນ ວັນທີ 16 ກໍລະກົດ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນ ຫວຽດນາມ ມີອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານ ສຳລັບບັນດາເຂດທະເລຢູ່ ທະເລຕາເວັນອອກ ຊື່ງໄດ້ກຳນົດຈະແຈ້ງໃນບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 ຊື່ງຫວຽດນາມ ແລະ ບັນດາປະເທດຢູ່ທະເລຕາເວັນອອກລ້ວນແຕ່ແມ່ນສະມາຊິກ. ສະນັ້ນ ທຸກການເຄື່ອນໄຫວຂອງຕ່າງປະເທດ ຢູ່ ບັນດາເຂດທະເລຫວຽດນາມ ຕ້ອງປະຕິບັດຕາມບັນດາຂໍ້ກົດນົດທີ່ກ່ຽວຂ້ອງຂອງສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍທະເລ ປີ 1982 ແລະ ກົດໝາຍຂອງຫວຽດນາມ.

ຄວາມຈິງແລ້ວ, ໄລຍະຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການໂດຍສັນຕິຢ່າງຄົບຊຸດເພື່ອແກ້ໄຂບັນຫາ, ຕໍ່ສູ້ຮຽກຮ້ອງຄວາມເຄົາລົບເຂດທະເລຂອງ ຫວຽດນາມ, ບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍໃນເຂດທະເລຂອງຕົນ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ບັນດາກຳລັງເຈົ້າໜ້າທີ່ໃນທະເລຂອງ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍເພື່ອແນໃສ່ປົກປັກຮັກສາເຂດທະເລ ຫວຽດນາມ. ຊຸມມືຜ່ານມາ, ປະຊາຊົນ ຫວຽດນາມ, ຫາງສຽງບັນດາປະເທດໃນພາກພື້ນ ແລະ ໂລກໄດ້ ຄັດຄ້ານຕໍ່ບັນດາການກະທຳທີ່ຜິດກົດໝາຍຂອງຈີນຢູ່ທະເລຂອງ ຫວຽດນາມ ຢ່າງແຮງ, ສະໜັບສະໜູນບັນດາກຳລັງປະຕິບັດກົດໝາຍ ຫວຽດນາມ ເຮັດຫຼ້ອນໜ້າທີ່ອັນສູງສົ່ງ ຂອງຕົນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ