ຄວາມມືດມົວໃນສະພາບການໂລກປີ2016

(vovworld) – ປີ 2016, ເຖິງວ່າ​ມີຫຼາຍ​ມາດ​ຕະ​ການ​ເພື່ອ​ຮັບ​ມື​ກັບ​​ບັນ​ດາກະ​ແສ​ຊາວ​ອົບ​ພະ​ຍົບ​​ກໍ່​ຕາມແຕ່​ບັນ​ດາ​ປະ​ເທດ ເອີ​ລົບ ຍັງ​ບໍ່​ມີ​ຄຳ​ຕອບ​ລວມ​ເທື່ອ. ເຖິງວ່າ​ໃນ​ສະ​ພາບ​ການ​ຕົວ​ຈ​ິງ​ແລ້ວ, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ທີ່ຂ້າມ​ທະ​ເລ​ເຂົ້າສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໃນ​ປີ 2016 ໄດ້​ຫລຸດ​ລົງ​ເມື່ອ​ທຽບ​ໃສ່​ປີ 2015 ກໍ່​ຕາມ, ແຕ່​ການ​ຜັນ​ແປ​ຂອງ​ວິ​ກິດ​ການ​​ອົບ​ພະ​ຍົບເຂົ້າ ອີ​ຢູ​ພັດ​ປະ​ກົດຄວາມ​ອັນ​ຕະ​ລາຍ, ເປັນ​ໜ້າ​ວິ​ຕົກ​ວັງ​ວົນ​​ໃໝ່ຢູ່. ບົດ​ຂຽນ “ວິ​ກິດ​ການ​ອົບ​ພະ​ຍົບ: ​ຄວາມມືດ​ມົວໃນ​ສະ​ພາບ​ການ​ໂລກ​ປີ 2016” ຂອງ​ບັນ​ນາ​ທິ​ການ VOV ແອ໋ງ​ຮ່​ວຽນ.

 ຄວາມມືດມົວໃນສະພາບການໂລກປີ2016 - ảnh 1
ຊາວ​ອົບ​ພະ​ຍົບ​ຢູ່​ສະ​ຫະ​ພາບ​ເອີ​ລົບ
(ພາບ: AFP/TTXVN)


       
ເຖິງວ່າ​ໄດ້​ນຳ​ໃຊ້ຫຼາຍ​ມາດ​ຕະ​ການ​ຄື: ຮັດ​ແໜ້ນ​ການ​ຄວບ​ຄຸມ​​ຢູ່​ເຂດ​ຊາຍ​ແດນ, ສ້າງ​ຕັ້ງ​ບັນ​ດາ​ກອງ​ລາດ​ຕາ​ເວນ​ບົນ​ທະ​ເລ​ເພື່ອ​ຮັບ​ມື​​ກັບ​ພວກ​ຄ້າ​ຂາຍ​ມະ​ນຸດ, ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ກັບ​ ຕວກ​ກີ ເພື່ອ​ສະ​ກັດ​ກັ້ນ​ກະ​ແສ​ຊາວ ອົບ​ພະ​ຍົບ, ອັດ​ປະ​ຕູ​ເສັ້ນ​ທາງ Balkan, ​ເຊິ່ງ​ແມ່ນເສັ້ນ​ທາງ​ອົບ​ພະ​ຍົບ​ຕົ້ນ​ຕໍ​ເຂົ້າ​ເອີ​ລົບ, ຍູ້​​ໄວການເນ​ລະ​ເທດຜູ້​ຖືກ​ຍົບ​ເລີກ​ໃບ​ຮ້ອງຂໍ​ຫຼົບ​ໄພ… ກໍ່​ຕາມ ແຕ່​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ປີ 2016 ຍັງ​ຄົງ​ເຮັດ​ໃຫ້​ບັນ​ດາ​ການ​ນຳ ເອີ​ລົບ ຕ້ອງ​ເຈັບ​ຫົວ ແລະ ມາ​ຮອດ​ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ຊອ​ກ​ຫາ​ຄຳ​ຕອບ​​ໄດ້ເທື່ອ.

        ທີ່ກອງ​ປະ​ຊຸມ​ສຸດຍອ​ດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ຊາວ​ອົບ​ພະ​ຍົບ​ຖືກ​ດຳ​ເນີນ​ໃນ​ເດືອນ 9, ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ໄດ້​​ຍອມຮັບ​​ວ່າ: ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ທົ່ວ​ໂລກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ “​ສິ່ງ​ທ້າ​ທາຍຮີບ​ດ່ວນ​ທີ່​ສຸດ​ໃນ​ປະ​ຈຸ​ບັນ”. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຊິ່ງ​ການ​ນຳ​ປະ​ເທດ​ຕ່າງໆຍົກ​ອອກ​ມານັ້ນ​ບໍ່​ທັນ​ເໝາ​ະ​ສົມ​ກັບ​ສິ່ງ​ທ້າ​ທາຍ​ນ​ີ້ເທື່ອ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ໄພ​ລີ້​ຊ້ອນ​ໃນ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບນີ້​ນັບ​ມື້​ຍູ້ ເອີ​ລົບ ​ຕົກ​ເຂົ້າ​ສູ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ, ຍາກ​ທີ່​​​ຈະຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.

ບັນດາ​ການ​ຜັນ​ແປ​ທີ່​ອັນຕະລາຍ​ຈາກ​ວິ​ກິດ​ການ​ຊາວ​ອົບ​ພະຍົບ

  ຕາມ​ການ​ສະຖິຕິ, ຈຳນວນ​ຜູ້​ອົບ​ພະຍົບ​ເຂົ້າ​ເອີ​ລົບ​ທາງ​ທະ​ເລ​ໃນ​ປີ 2016 ​ໄດ້​ຫຼຸດ​ລົງ​ກວ່າ​ເມື່ອ​ທຽບ​ໃສ່​ປີ 2015, ​ແຕ່​ຈຳນວນ​ຜູູ້​ເສຍ​ຊີວິດ​ຢູ່​ທະ​ເລ​ ແມ​ດີ​ເຕີຣານຽມ​ ໃນ​ປີ 2016​ ຍັງ​ເພີ່ມ​ຂຶ້ນ​ເຖິງ​ລະດັບ​ສະຖິຕິ​ແມ່ນ 5.000 ຄົນ, ​ເພີ່ມ​ຂຶ້ນ​ເກືອບ 25% ​ເມື່ອ​ທຽບ​ໃສ່​ປີ 2015. ຍ້ອນ​ການ​ກວາດ​ລ້າງ ​ແລະ ທຳລາຍ​ກຳ່​ປັ່ນ​ຂອງ​ບັນດາ​ອົງການ​ຄ້າ​ຂາຍມະນຸດ ກໍ່​ຄື​​ການ​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ບັນດາເສັ້ນທາງ​ບົນ​ທະ​ເລ​ຂອງ​ເອີ​ລົບ, ດັ່ງ​ນັ້ນ​ບັນດາ​ຜູ້​ອົບ​ພະຍົບ​ເຂົ້າ​ເອີ​ລົບ​ທາງ​ທະ​ເລ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ກວ່າ. ຄຽງ​ຂ້າງ​ນັ້ນ, ອັດຕາ​ສ່ວນ​ເດັກນ້ອຍ​ໄປ​ອົບ​ພະຍົບ​ແຕ່​ຜູ້​ດຽວກໍ່​​ເພີ່ມ​ຂຶ້ນ, ພາ​ໄປ​ເຖິງ​ສະພາບ​ມີເດັກນ້ອຍ​ຫຼາຍ​ຄົນ​ຖືກ​ຕົກ​ຢູ່​ໃນ​ກຳມື​ຂອງພວກ​ຄ້າຂາຍເດັກນ້ອຍ.

  ວິ​ກິດ​ການ​ຍັງ​ຄົງ​ສືບ​ຕໍ່​ຢູ່​ບັນດາ​ເຂ​ດອ້ອມ​ຂ້າງ​ເອີ​ລົບດ້ວຍ​ຈຳນວນຊາວ​ອົບ​ພະຍົບທີ່​ມາ​ຈາກ ຊີຣີ, ອາບ​ກາ​ນິສຖານ ​ແລະ ອີຣັກ ກວມ​ເກືອບ 90%. ​ໃນ​ຂະນະ​ທີ່ ຊີຣີ ຍັງ​​ປະ​ເຊີນ​ໜ້າ​ກັບ​ການ​ປະ​ທະ​ກັນ​ໃນ​ບໍລິ​ເວນ​ອັນກວ້າງຂວາງ​ນັ້ນ, ການ​ປະ​ທະ​ກັນ​ຢູ່ ອາບ​ກາ​ນິສະຖານ ​ແລະ ອີຣັກ ກໍ່​ມີ​ໄພ​ລະ​ເບີດ​ຂຶ້ນ​ໃນ​ບໍ່​ວ່າ​ເວລາ​ໃດ. ສິ່ງ​ດັ່ງກ່າວ​ໄດ້​​ເປັນ​ການນາບ​ຂູ່​ຂະ​ບວນຄົນ​ອົບ​ພະຍົບ​ເຂົ້າ​ເອີ​ລົບ​ໃນ​ໄລຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ບໍ່​ທັນ​ເວົ້າ​ເຖິງ​​ເລື່ອງ ພວກ​ກໍ່​ການ​ຮ້າຍ​ທີ່​ລີ້​ຊ້ອນໃນ​ຈຳນວນຊາວ​ອົບ​ພະຍົບ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ບັນດາ​ປະ​ເທດສະມາຊິກ ອີ​ຢູ​ໃນ​ປີ 2016.

        ບໍ່​ທັນ​ເປັນ​ເອກະ​ພາບ​ໃນ​ການ​ກະທຳ

  ​ໃນ​ຂະນະ​ທີ່​ວິ​ກິດ​ການ​ຊາວ​ອົບ​ພະຍົບພວມ​ນາບ​ຂູ່​ເຖິງ​ສະຖຽນ​ລະ​ພາບ​ຂອງ​ ເອິລົບ ນັ້ນ, ບັນດາ​ການ​ນຳຍັງ​ຄົງ​ສືບ​ຕໍ່​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຈະ​ກຽມພ້ອມ ຫຼື​ເຮັດ​ແນວ​ໃດ​ເພື່ອ​​ແບ່ງປັນຄວາມ​ໜັກໜ່ວງ​​ກັບຊາວ​ອົບ​ພະຍົບ. ທີ່​ກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ເອີ​ລົບ ເຊິ່ງດຳ​ເນີນ​ເມື່ອ​ທ້າຍ​ເດືອນ 11 ຜ່ານ​ມາ ຢູ່​ ແບນ​ຊິກ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ ເຢັຍລະ​ມັນ Thomas de Maiziere ຍອມຮັບ​ວ່າ, ອີ​ຢູ ພວມ​ຖືກ​ແບ່ງ​ແຍກ​ຢ່າງ​ຮ້າຍ​ແຮງ ​ແລະ ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງ​ໃນ​ບັນຫາ​ນີ້. ນັບ​ແຕ່​ປີ 2015, ບັນດາ​ປະ​ເທດ ​ອີ​ຢູ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ​ແຕ່ລະ​ປະ​ເທດ​ສະມາ​ຊິດ​ຕ້ອງ​ຮັບ​ເອົາ​ຊາວ​ອົບ​ພະຍົບ​ຈຳນວນໃດ​ໜຶ່ງ​ຢ່າງ​ແນ່ນອນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ມາ​ຮອດ​ປະຈຸ​ບັນ, ​ເຖິງ​ວ່າ​ໄດ້​ຜ່ານ​ການ​ເຈລະຈາ​ຫຼາຍ​ຄັ້ງ​ແລ້ວກໍ່ຕາມ, ​ແຕ່ບັນ​ດາ​ຝ່າຍ​ຍັງ​ບໍ່​ທັນ​ຊອກ​ຫາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລວມ​ໄດ້. ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ເອີ​ລົບຕາ​ເວັນ​ຕົກ ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ກ່ຽວ​ກັບ “ຄວາມ​ເປັນ​ເອ​ກະ​ພາບ​ຢ່າງ​ມີ​ໄຫວ​ພິບ”, ກຽມ​ພ້ອມ​ເປີດ​ປະ​ຕູ​ເພື່ອ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ, ບັນ​ດາ​ປະ​ເທດ​ ເອີ​ລົບ​ຕາ​ເວັນ​ອອກ ​ພັດ​ຄັດ​ຄ້ານ​ເລື່ອງ​ຕ້ອນ​ຮັບ​​ຈຳ​ນວນຊາວ​ອົບ​ພະ​ຍົບ​. ແທນ​ທີນັ້ນ, ເຂົາ​ເຈົ້າ​ ພຽງ​​​ແຕ່ຮັບ​ຮູ້ການ​ປະ​ກອບ​ສ່ວນ​​ດ້ານ​ການ​ເງິນ ຫຼື ບັນ​ດາ​ຮູບ​ການ​ໜູນ​ຊ່ວຍ​ອື່ນໆ​​ເທົ່າ​ນັ້ນ. ສອງ​ປະ​ເທດ ເອີ​ລົບ​ກາງ ​ແມ່ນ ຮູງ​ກາ​ຣີ ແລະ ສະ​ໂລ​ວາ​ເກຍ ຍັງ​ສົ່ງ​ໃບ​ຟ້ອງ​ຮ້ອງ​ຂຶ້ນ​ສານຍຸ​ຕິ​ທຳ​ເອີ​ລົບ ເພື່ອ​ຄັດ​ຄ​້ານ​ແຜນ​ການ​ແບ່ງ​ປັນ​ການ​ຕ້ອນ​ຮັບ​ຊາວ​ອົບ​ພະ​ຍົບ​ຂອງ ອີ​ຢູ. ມາ​ຮອດ​ປະ​ຈຸ​ບັນ, ອີ​ຢູ ຍັງ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຈັດ​ແບ່ງ​ຊາວ​ອົບ​ພະ​ຍົບ 160.000 ຄົນ​ເຖິງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ເປັນ​ຕົ້ນ​ແມ່ນ​ ຊີ​ຣີ, ອີ​ຣານ ແລະ ອີ​ຣີ​ເຕ​ຣຍ, ອາ​ໄສ​ຊົ່ວ​ຄາວ​ຢູ່ ອີ​ຕາ​ລີ ແລະ ເກຼັກ. ໃນ​ບົດ​ລາຍ​ງານ​ຫວ່າງມໍ່ໆ​ມານີ້, ອົງ​ການອ​ະ​ໄພ​ຍະ​ໂທດ​ສາ​ກົນ​ຄາດ​ວ່າ, ມີ​ພຽງ 6% ໃນ​ຈຳ​ນວນ​ຊາວ​ອົບ​​ພະ​ຍົບ​ 66.000 ຄົນໄປ​ເຖິງ ເກຼັກ​ໃນ​ປີ 2015 ໄດ້​ຢູ່​ອາ​ໄສ​ໃນ​ບັນ​ດາ​ປະ​ເທດສະ​ມາ​ຊິກ ອີ​ຢູ. ຈຳ​ນວນ​​ຊາວ​ອົບ​ພະ​ຍົບ​ທີ່ຍັງ​ເຫຼືອ​ຕ້ອງ​ອາ​ໄສ​​ຢູ່​ສູນ​ຕ້ອນ​ຮັບ ແລະ ລໍ​ຖ້າ​ຄຳ​ຕັດ​ສິນ​ທາງ​ການ​ສ​ຳ​ລັບ​ໃບ​ຂໍຫຼົບ​ໄພ. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີ​ຢູ ເກືອບ​ຄື​ວ່າບໍ່​ມີ​ການ​ກະ​ທຳ​ໃດໆ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະ​ພາບ​ການ​ດັ່ງ​ກ່າວ. ​ທ່າ​ທີ​ເມີນ​ເສີຍ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີ​ຢູ ໄດ້​​ພາ​ໃຫ້​ການ​ແກ້​ໄຂວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​​ຕົກ​ເຂົ້າ​ສ​ູ່​ສະ​ພາບບໍ່​ມີ​ທາງ​ອອກ.

        ຍັງ​ມີ​ເວ​ລາ​ພຽງອີກ 2 ວັນ​ເທົ່າ​ນັ້ນ, ໂລກ​ຈະ​ກ້າວ​ເຂົ້າ​ສູ່​ປີ​ໃໝ່ 2017. ເອີ​ລົບ​ຕ້ອນ​ຮັບ​ປີ​ໃໝ່​ໃນ​ຄວາມ​ວິ​ຕົກ​ວັງ​ວົນຫຼາຍ​ຢ່າງ. ເອີ​ລົບ ນ​ັບ​ມື້ນ​ັບ​ຖືກ​ແບ່ງ​ແຍກ, ​ການໃຊ້​ຄວາມ​ຮຸນ​ແຮງ ແລະ ຂາດ​ສະ​ຖຽນ​ລະ​ພາບ. ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ໄດ້ ແລະ ຈະ​ສືບ​ຕໍ່​ສ້າງ​ຮູບ​ພາບ​ທີ່​ມືດ​ມົວ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ.


ຂ່າວ/ບົດ​ອື່ນ