ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ Gaza ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ

(VOVWORLD) - ບັນດາຄວາມມານະພະຍາຍາມສ້າງຕັ້ງຄຳສັ່ງຢຸດຍິງ, ຢຸດຕິການປະທະ ກັນຢູ່ເຂດ Gaza ສືບຕໍ່ຕົກເຂົ້າສູ່ສະພາບຈົນຕາແຈ ເມື່ອມີຫຼາຍການເຄື່ອນໄຫວການທູດຂັ້ນສູງທີ່ໄດ້ດຳເນີນໃນຊຸມວັນຜ່ານມາ ລ້ວນແຕ່ບໍ່ນຳມາເຊິ່ງໝາກຜົນໃດໆ. ຄວາມຈິງດັ່ງກ່າວ ໄດ້ຊີ້ໃຫ້ເຫັນການແບ່ງແຍກລະຫວ່າງບັນດາປະເທດຕາເວັນຕົກ ກັບໂລກ ອາຣັບ, ພ້ອມທັງບັງຄັໃຫ້ປະຊາຄົມສາກົນ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດຕໍ່ການສະກັດກັ້ນວິກິດການມະນຸດສະທຳຢູ່ເຂດດິນແດນດັ່ງກ່າວ.
ທ້າຍອາທິດຜ່ານມາ, ການພົບປະຂັ້ນສູງ 2 ຄັ້ງໄດ້ຈັດຂຶ້ນຢ່າງລຽນຕິດ ເພື່ອຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ເຂດ Gaza. ວັນທີ 21 ຕຸລາ, ຢູ່ນະຄອນຫຼວງ Cairo ຂອງ ອີຢິບ, ແມ່ນການພົບປະແບບເຊິ່ງໜ້າລະຫວ່າງການນຳບັນດາປະເທດ ອາຣັບ, ເອີຣົບ, ອາເມລິກາ ແລະ ຫຼາຍອົງການຈັດຕັ້ງສາກົນໃຫຍ່. ຫຼັງຈາກນັ້ນໜຶ່ງວັນ (ຄືວັນທີ 22 ຕຸລາ) ແມ່ນການປະຊຸມແບບທາງໄກລະຫວ່າງປະມຸກລັດບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ, ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລະ ການາດາ. ເຖິງຢ່າງໃດກໍຕາມ, ທັງສອງເຫດການທາງການທູດຂະໜາດໃຫຍ່ນີ້ ລ້ວນແຕ່ບໍ່ນຳມາເຊິ່ງມາດຕະການແກ້ໄຂໃດໆທີ່ມີຄວາມເປັນໄປໄດ້ເພື່ອຫຼຸດຜ່ອນຄວາມເຄັ່ງຂອງການປະທະກັນທີ່ພວມເກີດຂຶ້ນຢູ່ເຂດ Gaza.
ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ Gaza ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ - ảnh 1ທ່ານປະທານາທິບໍດີ ອີຢິບ Abdel Fattah el-Sisi, ກ່າວຄຳເຫັນໃນກອງປະຊຸມສຸດຍອດ ຢູ່ Cairo, (ພາບ: Khaled Desouki/AFP/Getty Images)

ການແບ່ງແຍກລະຫວ່າງຝ່າຍຕາເວັນຕົກ ແລະ ໂລກ ອາຣັບ

ໃນແຈ້ງການອັດກອງປະຊຸມສຸດຍອດສັນຕິພາບ  Cairo ໃນວັນທີ 21 ຕຸລາ, ໂຄສົກຂອງທ່ານປະທານາທິບໍດີ ອີຢິບ, ທ່ານ Ahmed Fahmy ໃຫ້ຮູ້ວ່າ ໝາກຜົນໃຫຍ່ສຸດທີ່ບັນລຸໄດ້ໃນກອງປະຊຸມຄັ້ງນີ້ ແມ່ນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນລະກັນລະຫວ່າງບັນດາປະເທດ. ເຖິງຢ່າງໃດກໍຕາມ, ວົງການນັກສັງເກດການຖືວ່າ ນັ້ນເປັນພຽງວິທີການເວົ້າ ເພື່ອຫຼີກລ້ຽງສະພາບຄວາມເປັນຈິງ ນັ້ນແມ່ນ ກອງປະຊຸມບໍ່ບັນລຸໄດ້ເປົ້າໝາຍສຳຄັນທີ່ສຸດ ເຊິ່ງແມ່ນການສ້າງຕັ້ງຄຳສັ່ງຢຸດຍິງຢູ່ເຂດ Gaza ໃນທັນທີ.

ທັດສະນະຂອງບັນດາປະເທດ ອາຣັບ ແລະ ບັນດາປະເທດຝ່າຍຕາເວັນຕົກກ່ຽວກັບບັນດາການຜັນແປໃນປັດຈຸບັນຢູ່ເຂດ Gaza ຍັງມີຄວາມແຕກຕ່າງກັນ. ບັນດາປະເທດຕາເວັນຕົກຢາກນຳເອົາເນື້ອໃນກ່າວປະນາມຢ່າງແຮງທີ່ສຸດຕໍ່ການບຸກໂຈມຕີຂອງກຳລັງ Hamas ເຂົ້າດິນແດນ ອິດສະຣາແອັນ ເມື່ອວັນທີ 7 ຕຸລາ ແລະ ການຮອງຮັບສິດປ້ອງກັນຕົວຂອງ ອິດສະຣາແອັນ ເຂົ້າໃນຖະແຫຼງການຮ່ວມ. ໃນຂະນະນັ້ນ, ບັນດາປະເທດ ອາຣັບ ກໍ່ຢາກໃຫ້ຝ່າຍຕາເວັນຕົກ ຕ້ອງກ່າວປະນາມການເສຍຊີວິດຢ່າງຮ້າຍແຮງຂອງສາມັນຊົນ ປາແລັດສະຕິນ ຢູ່ເຂດ Gaza ກໍຄືການປິດລ້ອມທົ່ວເຂດ Gaza ເຊັ່ນດຽວກັນ. ສອງຝ່າຍບໍ່ສາມາດຊອກຫາໄດ້ທັດສະນະລວມ ພາຍຫຼັງປຶກສາຫາລືມາເປັນເວລາຫຼາຍຊົ່ວໂມງ, ເຮັດໃຫ້ກອງປະຊຸມສິ້ນສຸດລົງ ໂດຍບໍ່ບັນລຸໄດ້ໝາກຜົນໃດໆ.

ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ວິທີສຳຜັດດັ່ງກ່າວຂອງຝ່າຍຕາເວັນຕົກ ອາດຈະເຮັດໃຫ້ເພີ່ມຄວາມແບ່ງແຍກ, ຄວາມບໍ່ລົງລອຍກັນກັບບັນດາປະເທດ ອາຣັບ. ປັດຈຸບັນ, ບັນດາປະເທດ ອາຣັບ ພວມນັບມື້ນັບມີຄວາມວິຕົກກັງວົນເຖິງ ບັນດາຜົນກະທົບຂອງການປະທະກັນຢູ່ເຂດ Gaza ແລະ ບໍ່ຍອມເສຍສະຫຼະຜົນປະໂຫຍດຂອງຕົນ ຖ້າຫາກວ່າ ຝ່າຍຕາເວັນຕົກ ບໍ່ຕົກລົງເຫັນດີຕໍ່ມາດຕະການລວມ. ໃນກອງປະຊຸມ ຢູ່ Cairo, ທ່ານປະທານາທິບໍດີ ອີຢິບ, Abdel Fattah Al-Sisi, ຖະແຫຼງວ່າ ຈະບໍ່ຍອມຮັບໃນກໍລະນີທີ່ຕ້ອງຮັບຊາວ ປາແລັດສະຕິນ ນັບແສນຄົນຢູ່ເຂດ Gaza ທີ່ຖືກບັງຄັບໃຫ້ໄປລີ້ໄພຢູ່ແຫຼມ Sinai ຂອງ ອີຢິບ. ທ່ານກ່າວວ່າ:

ຂ້າພະເຈົ້າສາມາດຮັບປະກັນຢ່າງຈະແຈ້ງ ແລະ ເວົ້າຊື່ສັດກັບໂລກກ່ຽວກັບຄວາມປາດຖະໜາຂອງປະຊາຊົນ ອີຢິບ, ນັ້ນແມ່ນ ບໍ່ວ່າຈະຢູ່ໃນກໍລະນີໃດ, ອີຢິບກໍ່ບໍ່ສາມາດປະຕິບັດມາດຕະການສຳລັບບັນຫາຊາວ ປາແລັດສະຕິນ ຖ້າຫາກວ່າມັນແຕະຕ້ອງຖິງຜົນປະໂຫຍດຂອງ ອີຢີບ.”

ການຊ່ວຍເຫຼືອມະນຸດສະທຳ ແມ່ນບັນຫາສຳຄັນທີ່ສຸດ

ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ Gaza ຕົກ​ເຂົ້າ​ສູ່​ສະ​ພາບ​ຈົນ​ຕາ​ແຈ - ảnh 2ທ່ານ Josep Borrell ຜູ້ແທນຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ອີຢູ (ພາບ:  Julien Warnand/EPA)

ໃນສະພາບການຈົນຕາແຈຄືໃນປັດຈຸບັນ, ເມື່ອການຊອກຫາຄຳສັ່ງຢຸດຍິງໃນທັນທີ ຍັງບໍ່ມີຄວາມເປັນໄປໄດ້ນັ້ນ, ປະຊາຄົມສາກົນ ຕ້ອງມຸ່ງໄປເຖິງການຫັນບັນດາຄວາມມານະພະຍາຍາມທາງການທູດ ມາປະຕິບັດຄວາມານະພະຍາຍາມສະກັດກັ້ນວິກິດການມະນຸດສະທຳຢູ່ເຂດ Gaza.

ກ່າວຄຳເຫັນຢູ່ ລຸກຊຳບວກ ໃນວັນທີ 23 ຕຸລາ, ພາຍຫຼັງໂຮມປະຊຸມກັບທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ສະຫະພາບເອີຣົບ (EU), ທ່ານ Josep Borrell ຜູ້ແທນຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ອີຢູ ຖະແຫຼງວ່າ ສິ່ງສຳຄັນທີ່ສຸດໃນປັດຈຸບັນ ແມ່ນຕ້ອງຮັກສາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢູ່ເຂດ Gaza.

ສິ່ງສຳຄັນທີ່ສຸດໃນປັດຈຸບັນ ແມ່ນຮຽກຮ້ອງໃຫ້ບັນດາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳໄດ້ດຳເນີນຢູ່ເຂດ Gaza. ຂ້າພະເຈົ້າຄິດວ່າ ຈຳເປັນຕ້ອງຢຸດຕິການປະທະກັນໄວ້ຊົ່ວຄາວ ເພື່ອສ້າງເງື່ອນໄຂໃຫ້ລົດຂົນສົ່ງເຄື່ອງຊ່ວຍເຫຼືອໄດ້ເຂົ້າເຂດ Gaza ແລະ ແຈກຢາຍໃຫ້ປະຊາຊົນ. ຈົ່ງຄິດເຖິງເລື່ອງ ປະຊາກອນເຄິ່ງໜຶ່ງ ຢູ່ເຂດ Gaza ຕ້ອງປະລະເຮືອນຊານຂອງຕົນ.”

ການຊ່ວຍເຫຼືອມະນຸດສະທຳແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມຂອງການໂອ້ລົມທາງໂທລະສັບລະຫວ່າງ ທ່ານປະທານາທິບໍດີ ອາເມລິກາ Joe Biden ກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໃນວັນທີ 22 ຕຸລາ. ພາຍຫຼັງການໂອ້ລົມທາງໂທລະສັບ, ທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ  ແລະ ອິດສະຣາແອັນ ໄດ້ເຫັນດີ ຮັບປະກັນໃຫ້ບັນດາລົດຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳ ສືບຕໍ່ເຂົ້າເຂດ Gaza. ແຕ່ເຖິງຢ່າງໃດກໍຕາມ, ບັນດາອົງການຊ່ວຍເຫຼືອມະນຸດສະທຳຂອງ ສປຊ ຖືວ່າ ຈຳນວນສິນຄ້າທີ່ໄດ້ສົ່ງເຂົ້າ ເຂດ Gaza ໃນປັດຈຸບັນ, ພຽງແຕ່ຕອບສະໜອງຄວາມຕ້ອງການຂອງປະຊາຊົນຢູ່ທີ່ນີ້ໄດ້ແຕ່ 4% ເທົ່ານັ້ນ. ນອກຈາກນັ້ນແລ້ວ, ສປຊ ກໍຮຽກຮ້ອງໃຫ້ຝ່າຍ ອິດສະຣາແອັນ ອະນຸຍາດໃຫ້ຂົນສົ່ງເຊື້ອເພີງເຂົ້າເຂດ Gaza ເພື່ອແນໃສ່ຮັບໃຊ້ວຽກງານປິ່ນປົວໃຫ້ຄົນເຈັບ ແລະ ຮັກສາການເຄື່ອນໄຫວຂອງບັນດາຮາກຖານສາທາລະນະສຸກ.

ໃນອາທິດນີ້, ຄາດວ່າ ສະພາຄວາມໝັ້ນຄົງ ສປຊ ຈະສືບຕໍ່ໂຮມປະຊຸມເພື່ອປຶກສາຫາລືກ່ຽວກັບຄຳຮຽກຮ້ອງຢຸດຕິການປະທະກັນຊົ່ວຄາວ ຍ້ອນສາຍເຫດມະນຸດສະທຳ, ໂດຍທ່ານເລຂາທິການໃຫຍ່ ສປຊ Antonio Guterrres ໄດ້ຍົກອອກມາໃນຫວ່າງມໍ່ໆມານີ້. ມາຮອດປັດຈຸບັນ, ພາຍຫຼັງການປະທະກັນເກີດຂຶ້ນຢູ່ເຂດ Gaza ໄດ້ 2 ອາທິດ, ບັນດາຮ່າງມະຕິຂອງ ສປຊ ກ່ຽວກັບການປະທະກັນນີ້ ລ້ວນແຕ່ກໍ່ໃຫ້ເກີດການໂຕ້ຖຽງກັນ ແລະ ການແບ່ງແຍກລະຫວ່າງບັນດາສະມາຊິກຫຼັກແຫຼ່ງຂອງ ສະພາຄວາມໝັ້ນຄົງ./.

ຕອບກັບ

ຂ່າວ/ບົດ​ອື່ນ