ຄວາມວິຕົກກັງວົນຈາກເລື່ອງບັນດາປະເທດໃຫຍ່ເພີ່ມລາຍຈ່າຍດ້ານປ້ອງກັນຊາດ

(VOVWORLD) -ວັນທີ 18 ກັນຍາ, ສະພາສູງ ອາເມລິກາ ໄດ້ຮັບຮອງເອົາຮ່າງງົບປະມານປ້ອງກັນຊາດປີການເງິນ 2018, ລວມມູນຄ່າ 700 ຕື້ USD. ນີ້ແມ່ນລະດັບເພີ່ມຂຶ້ນຫລາຍພໍສົມຄວນເມື່ອທຽບໃສ່ລະດັບລາຍຈ່າຍຂອງປີ 2017 ແລະ ສູງກວ່າທົບເກືອບ 5% ເມື່ອທຽບໃສ່ລະດັບສະເຫນີຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ກ່ອນອາເມລິກາ, ຫລາຍປະເທດກໍ່ຖະແຫລງເພີ່ມລາຍຈ່າຍດ້ານປ້ອງກັນຊາດໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍຕາມ,  ເລື່ອງບັນດາປະເທດໃຫຍ່ເພີ່ມລາຍຈ່າຍດ້ານປ້ອງກັນຊາດກໍ່ຈະສົ່ງຜົນສະທ້ອນບໍ່ແມ່ນຫນ້ອຍເຖິງສັນຕິພາບ, ສະຖຽນລະພາບໃນໂລກ.

ຄວາມວິຕົກກັງວົນຈາກເລື່ອງບັນດາປະເທດໃຫຍ່ເພີ່ມລາຍຈ່າຍດ້ານປ້ອງກັນຊາດ - ảnh 1 ເຮືອບິນສູ້ຮົບ F-35 ຂອງອາເມລິກາ

ພາບ:Military

ຕາມວົງການນັກໄຈ້ແຍກແລ້ວ ເມື່ອເສດຖະກິດຄ່ອຍໆຟື້ນຕົວ, ບັນດາປະເທດໃນໂລກຍິ່ງລົງທຶນຫລາຍກວ່າໃຫ້ບັນດາຍຸດທະສາດດ້ານປ້ອງກັນຊາດ.

ຫລາຍປະເທດປະກາດເພີ່ມລາຍຈ່າຍດ້ານປ້ອງກັນຊາດ

        ກົດໝາຍອະນຸຍາດໃຫ້ດ້ານປ້ອງກັນຊາດແຫ່ງຊາດປີ 2018 ໄດ້ຮັບການຮັບຮອງເອົາ ດ້ວຍການສະຫນັບສະຫນູນຢ່າງຂາດຂັ້ນຢູ່ສະພາສູງ ອາເມລິກາ, ໂດຍແມ່ນພັກສາທາລະນະ ຄວບຄຸມ. ກົດໝາຍສະບັບນີ້ໄດ້ອະນຸຍາດໃຫ້ ອາເມລິກາ ເພີ່ມລາຍຈ່າຍເພື່ອຊື້ໃຫມ່ ບັນດາເຮືອບິນສູ້ຮົບ F-35, ກ່ຳປັນຮົບ ແລະ ລົດຖັງ M1 Abrams, ເພີ່ມລະດັບເງິນເດືອນໃຫ້ທະຫານຕື່ມອີກກວ່າ 2% ແລະ ສະຫນອງເກືອບ 5 ຕື້ USD ໃຫ້ແກ່ບັນດາກຳລັງຕັ້ງຖັບຢູ່ ອາບການິສະຖານ. ແລະກໍຕາມຮ່າງກົດໝາຍສະບັບນີ້, ຈຳນວນເງິນ 8,5 ຕື້ USD ຈະໄດ້ລົງທຶນເພື່ອຍົກລະດັບລະບົບປ້ອງກັນລູກສອນໄຟຂອງ ອາເມລິກາ- ແມ່ນລະດັບສູງກວ່າເມື່ອທຽບໃສ່ລະດັບ 630 ລ້ານ USD  ຊື່ງທ່ານປະທານາທິບໍດີ ອາເມລິກາ Donald Trums ໄດ້ສະເຫນີ ໃນສະພາບການຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ສປປ ເກົາຫລີ ພວມເພີ່ມຂຶ້ນໃນໄລຍະມໍ່ໆມານີ້ ທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ພຽງຢາງ. ບ້ວງເງິນດັ່ງກ່າວກໍ່ສະຫນອງ ຈຳນວນເງິນ 60 ຕື້ USD ໃຫ້ບັນດາບັ້ນໂຕ້ຕອບຢ່າງວ່ອງໄວ ຢູ່ ຕ່າງປະເທດ ແລະ ຫນູນຊ່ວຍດ້ານການເງິນໃຫ້ແກ່ໂຄງການປ້ອງກັນຄວາມສະຫງົບຈຳນວນຫນຶ່ງຂອງ ອາເມລິກາ ກັບບັນດາປະເທດພັນທະມິດເອີລົບ. ທ່ານ John Mc Cain, ສະມາຊິກສະພາສູງ ປະທານຄະນະກຳມະການກຳລັງທະຫານສະພາສູງ ຖືວ່າ ເພີ່ມລາຍຈ່າຍດ້ານປ້ອງກັນຊາດ ແມ່ນມີຄວາມຈຳເປັນເພື່ອຊ່ວຍຮັບປະກັນບັນດາບັ້ນຮົບການທະຫານຂອງ ອາເມລິກາ ມີແຫລ່ງງົບປະມານເພື່ອເຄື່ອນໄຫວຢ່າງສະດວກ.

        ເລື່ອງສະພາສູງ ອາເມລິກາ ເພີ່ມລາຍຈ່າຍໃຫ້ດ້ານປ້ອງກັນຊາດປີ 2018 ແມ່ນລື່ນກາຍລະດັບສະເຫນີໃນເບື້ອງຕົ້ນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ອາເມລິກາ ໃນການປັບປຸງທີ່ຕັ້ງບົດບາດ ແລະ ເພີ່ມລະດັບຜົນສະທ້ອນໃນຂົງເຂດປ້ອງກັນຊາດ.  ທັດສະນະຂອງທ່ານDonald Trump  ແມ່ນນຳໃຊ້ລາຍຈ່າຍດ້ານປ້ອງກັນຊາດເພື່ອກະຕຸກຊຸກຍູ້ພື້ນຖານເສດຖະກິດ. ໃນສະພາບການປະຈຸບັນ, ວົງການນັກໄຈ້ແຍກຄາດຄະເນວ່າ ລາຍຈ່າຍດ້ານການທະຫານຂອງ ອາເມລິກາ ອາດຈະເພີ່ມຂຶ້ນເຖິງລະດັບສູງສຸດ ແມ່ນ 1000 ຕື້ USD ໃນສະໄຫມປະທານາທິບໍດີ Donald Trump .

        ກ່ອນຫນ້ານັ້ນ ຕົ້ນເດືອນກັນຍາ, ທ່ານນາຍົກລັດຖະມົນຕີ ຝລັ່ງ Edouard Philippe ໄດ້ຢືນຢັນ ເລື່ອງເພີ່ມລາຍຈ່າຍດ້ານປ້ອງກັນຊາດ ຈະສືບຕໍ່ດຳເນີນໃນປີ 2019 ແລະ 2020. ສາຍເຫດ ນັ້ນແມ່ນສະພາບການຂອງໂລກປະຈຸບັນ ພວມຜັນແປໄປຢ່າງອັນຕະລາຍ. ໃນຂະນະນັ້ນ, ຢູ່ ອາຊີ ທ້າຍເດືອນສິງຫາຜ່ານມາ, ກະຊວງປອ້ງກັນປະເທດ ຍີ່ປຸ່ນ ໄດ້ສະເຫນີງົບປະມານປ້ອງກັນຊາດ ເກືອບ 48 ຕື້ USD ໃຫ້ແກ່ປີການເງິນ 2018 (ແຕ່ເດືອນເມສາປີ 2018)- ຊື່ງແມ່ນລະດັບງົບປະມານຫລາຍສຸດນັບແຕ່ກອ່ນມາຮອດປະຈຸບັນ. ຄຳສະເຫນີຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນຊີ້ແຈ້ງຈຸດປະສົງເພີ່ມທະວີກຳລັງຄວາມສາມາດປ້ອງກັນລູກສອນໄຟຂອງປະເທດນີ້. ສເກົາຫລີ ຊື່ງແມ່ນປະເທດບ້ານໃກ້ເຮືອນຄຽງກັບຍີ່ປຸ່ນ ກໍ່ໃຫ້ຄຳໝັ້ນສັນຍາ ເພີ່ມງົບປະມານດ້ານປ້ອງກັນຊາດ ແຕ່ລະດັບ 2,4% GDP ປະຈຸບັນ ໃຫ້ຂຶ້ນເຖິງ 2,9% ໃນຮອບເວລາ 5 ປີຈະມາເຖິງ.

       ການສ້າງສັນຕິພາບແມ່ນມີຄວາມຈຳເປັນກວ່າເລື່ອງເພີ່ມລາຍຈ່າຍດ້ານປ້ອງກັນຊາດ

        ສາຍເຫດຂອງເລື່ອງລາຍຈ່າຍດ້ານການທະຫານຂອງໂລກເພີ່ມຂຶ້ນຄືນໃຫມ່ ນັ້ນແມ່ນ ຄວາມເຄັ່ງຕຶງພວມເພີ່ມຂຶ້ນຢູ່ຫລາຍພາກພື້ນໃນໂລກ, ຕົ້ນຕໍແມ່ນເພີ່ມທະວີການຕໍ່ສູ້ຕ້ານລັດທິກໍ່ການຮ້າຍສາກົນ, ເພີ່ມທະວີກຳລັງແກ້ງແຍ້ງໃນທົ່ວໂລກ ແລະ ບັນດາຄວາມຂັດແຍ້ງໃນການພົວພັນສາກົນ ຍ້ອນບັນດາບັນຫາຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ. ເຖິງຢ່າງໃດກໍຕາມ ນັກຊ່ຽວຊານຫລາຍທ່ານຖືວ່າ ເລື່ອງເພີ່ມລາຍຈ່າຍດ້ານປ້ອງກັນຊາດ ພຽງແຕ່ແມ່ນສ່ວນຫນຶ່ງໃນການປ້ອງກັນຄວາມສະຫງົບແຫ່ງຊາດ.  ກ່ຽວກັບບັນຫານີ້, ວັນທີ 16 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຖະແຫລງວ່າ ເພ່ືອສາມາດຮັບມືກັບບັນດາໄພນາບຂູ່ຈາກການກໍ່ການຮ້າຍແມ່ນມີຄວາມຈຳເປັນຫລາຍກວ່າເມື່ອທຽບໃສ່ກັບການເພີ່ມລາຍຈ່າຍດ້ານການທະຫານ. ຕາມທ່ານ Antonio Guterres  ແລ້ວສິ່ງສຳຄັນຫນຶ່ງອີກ ນັ້ນແມ່ນ “ຕ້ອງແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດລັດທິກໍ່ການຮ້າຍທົ່ວໂລກໃຫ້ເຖິງຖອງ”. ໃນຂະນະນັ້ນ ໂຄສົກຂອງ ສປຊ Stephane Dujarric ເນັ້ນຫນັກວ່າ: ແທນໃຫ້ຊື້ລູກສອນໄຟ, ອາວຸດນິວເຄຼຍ, ເຮືອບິນສູ້ຮົບ, ເຮືອບິນກອບແຕ ແລະ ກຳປັ່ນເດີ່ນບິນຕື່ມອີກ, ບັນດາປະເທດຄວນລົງທຶນເຂົ້າເລື່ອງສະກັດກັ້ນການປະທະກັນອາດຈະເກີດຂຶ້ນ, ຊອກຫາມາດຕະການແກ່ໄຂບັນດາການປະທະກັນ, ການຕ້ານການໃຊ້ຄວາມຮຸນແຮງ ຫົວຮຸນແຮງ, ເຂົ້າຮ່ວມການຮັກສາ ແລະ ສ້າງສາສັນຕິພາບ, ຊຸກຍູ້ການພັດທະນາຮອບດ້ານ ແລະ ໝັ້ນຄົງ, ເຄົາລົບສິດທິມະນຸດ ແລະ ແກ້ໄຂບັນດາວິກິດການມະນຸດສະທຳຢ່າງທັນການ.

        ໂລກພວມເຫັນປະຈັກຕາການເພີ່ມຂຶ້ນຢ່າງແຮງກ່ຽວກັບງົບປະມານດ້ານປ້ອງກັນຊາດຂອງຫລາຍປະເທດທີ່ມີກຳລັງຄວາມສາມາດດ້ານເສດຖະກິດ. ຢູ່ແຕ່ລະປະເທດລ້ວນແຕ່ມີເຫດຜົນສະເພາະໃຫ້ແກ່ການຫັນການທະຫານຂອງຕົນເປັນທັນສະໄຫມ ແຕ່ໝາກຜົນຂອງວຽກງານນີ້ ແມ່ນກໍ່ຄວາມສົງໃສ ແລະ ສ້າງຄວາມລະວັງຕົວເຊິ່ງກັນແລະກັນ, ຍູ້ບັນດາປະເທດເຂົ້າສູ່ການແກ້ງແຍ້ງກ່ຽວກັບກຳລັງແຮງດ້ານການທະຫານ. ສິ່ງນີ້ກໍ່ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ