ຄວາມສາມັກຄີທົ່ວປວງຊົນທັງຊາດ ມີບົດບາດຕັດສິນຊີ້ຂາດສຳລັບການພັດທະນາຂອງປະເທດຊາດ

(VOVWORLD) -ວັນທີ 18 ເມສາ,  ກົງກັບວັນທີ 10/3 ໄລ່ຕາມຈັນທະປະຕິທິນ ແມ່ນວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ຢູ່ ພາຍໃນ ແລະ ຕ່າງປະເທດ ເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນການສ້າງສາປະເທດຊາດຂອງບັນດາເຈົ້າຊີວິດຮຸ່ງ  ແລະ ກໍ່ແມ່ນໂອກາດເພື່ອປັບປຸງຈິດໃຈສາມັກຄີທົ່ວປວງຊົນທັງຊາດຂອງຊາວຫວຽດນາມ ເຊິ່ງມີກົກເຄົ້າເຫງົ້າກໍດຽວກັນ, ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ, ມີຈິດໃຈສາມັກຄີໂດຍເລີ່ມຈາກການໄຫວ້ບູຊາເຈົ້າຊີວິດຮຸ່ງ ຍາມໃດກໍ່ໄດ້ຮັບການເສີມຂະຫຍາຍທັງໃນອະດີດຕະການ ແລະ ປະຈຸບັນ, ສວມບົດບາດຕັດສິນຊີ້ຂາດສຳລັບການພັດທະນາຂອງປະເທດຊາດ.

ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນປະກົດການດ້ານວັດທະນະທຳທີ່ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ ແລະ ຍືນຍົງໃນປະຊາຄົມຊາວ ຫວຽດນາມ, ປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ເຕົ້າໂຮມປະຊາຊົນຫວຽດນາມ ທຸກຄົນ

ບໍ່ພຽງແຕ່ຢູ່ແຂວງ ຟູທໍ້, ວິຫານບັນດາເຈົ້າຊີວິດຮຸ່ງ ກໍ່ໄດ້ກໍ່ສ້າງຢູ່ຫລາຍແຂວງ, ນະຄອນ ຂອງ ຫວຽດນາມ. ຄາດວ່າ ໃນທົ່ວປະເທດ ມີກວ່າ 1.400 ປູຊະນີຍະສະຖານໄຫວ້ບູຊາເຈົ້າຊີວິດຮຸ່ງ ແລະ ກ່ຽວຂ້ອງເຖິງສະໄຫມເຈົ້າຊີວິດຮຸ່ງ.

ໂດຍແມ່ນຊາວຫວຽດນາມ ດຳລົງຊີວິດ ຢູ່ ນະຄອນ ດ່າລາດ, ທຸກປີ ຂ້າພະເຈົ້າ ລ້ວນແຕ່ພ້ອມກັບຄອບຄົວໄປເຂົ້າຮ່ວມພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ. ຂ້າພະເຈົ້າຢາກໃຫ້ລູກຂອງຕົນມີໂອກາດໄດ້ຊອກຮູ້ກ່ຽວກັບມູນເຊື້ອຂອງຊາດ ຫວຽດນາມ ພ້ອມກັນນັ້ນ ກໍ່ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າເຂົ້າຮ່ວມການເຄື່ອນໄຫວວັດທະນະທຳສັງຄົມ ປະກອບສ່ວນເຮັດໃຫ້ສີສັນວັດທະນະທຳຂອງຊາດ ຫວຽດນາມ ອຸດົມສົມບູນຂຶ້ນຕື່ມ”.

“ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ ສາລາບ້ານ ລາກຢາວ ນະຄອນ ບວນມາທວດ ບໍ່ພຽງແຕ່ແມ່ນການໄຫວ້ບູຊາຊື່ໆເທົ່ານັ້ນ ຫາກຍັງແມ່ນການເຄື່ອນໄຫວທີ່ສະຫນິດຕິດພັນຄວາມສາມັກຄີຂອງຊາວເຜົ່າກີງ ກັບຊາວເຜົ່າອື່ນອີກດ້ວຍ. ແຕ່ລະປີ ເມື່ອຮອດວັນໄຫວ້ບູຊາເຈົ້າຊີວິດຮຸ່ງ 10/3 ປະຊາຊົນລ້ວນແຕ່ມາພາວະນາຂໍໃຫ້ປະເທດຊາດສະຫງົບປອດໄພ, ປະຊາຊົນຢູ່ເຢັນເປັນສຸກ, ສຸຂະພາບເຂັ້ມແຂງ ແລະ ພ້ອມກັນມຸ່ງເຖິງຈິດໃຈສາມັກຄີ”.

          ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ບໍ່ພຽງແຕ່ດຳເນີນຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງໄດ້ຈັດຂຶ້ນຢູ່ຕ່າງປະເທດອີກດ້ວຍ. ເກືອບ 10 ປີມານີ້, ປະຊາຊົມຊາວ ຫວຽດນາມ ຢູ່ ຕ່າງປະເທດ ລ້ວນແຕ່ຈັດຕັ້ງວັນໄຫວ້ບູຊາເຈົ້າຊີວິດຮຸ່ງໃນທົ່ວໂລກ (ເລີ່ມແຕ່ປີ 2015). ເຫດການນີ້ແມ່ນເພື່ອແນໃສ່ສ້າງວັນວັດທະນະທຳລວມ, ເຊື່ອມຕໍ່ຊາວ ຫວຽດນາມໃນທົ່ວໂລກ ແລະ ເພື່ອນມິດສາກົນ, ສ້າງເປັນຂົວວັດທະນະທຳມິດຕະພາບ.

ສາມັກຄີກັນເພື່ອພ້ອມກັນສ້າງສາປະເທດຊາດ

ຊາວຫວຽດນາມ ເຖິງວ່າຈະຢູ່ໃສກໍ່ລ້ວນແຕ່ແມ່ນສະມາຊິກໃນມະຫາຄອບຄົວ ຫວຽດນາມ. ນັ້ນແມ່ນປັດໄຈເພື່ອສະຫນິດຕິດພັນວົງຄະນາຍາດ, ຈິດໃຈສາມັກຄີທົ່ວປວງຊົນທັງຊາດ, ບັນຫາທີ່ມີຄວາມໝາຍຍຸດທະສາດ, ລຸລ່ວງໃນວິວັດການສ້າງສາ, ປົກປັກຮັກສາປະເທດຊາດ, ວິວັດການຕໍ່ສູ້ປະຕິວັດ ແລະ ປະຕິບັດພາລະກິດແຫ່ງການປ່ຽນແປງໃຫມ່ປະເທດ ຫວຽດນາມ. ທ່ານ ຮວ່າງດິງທັງ, ປະທານສະຫະພັນຊາວ ຫວຽດນາມ ຢູ່ ເອີລົບ ໃຫ້ຮູ້ວ່າ:                           

“ວັນບຸນໄຫວ້ບູຊາເຈົ້າຊີວິດຮຸ່ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ພິເສດແມ່ນກັບປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ. ເຫດການນີ້ຍາມໃດກໍ່ຕັກເຕືອນໃຫ້ ຊາວ ຫວຽດນາມ ຈື່ຈຳວ່າ ຊາວ ຫວຽດນາມ ມີກົກເຄົ້າເຫງົ້າກໍດຽວກັນ, ຈາກນັ້ນ ພວກເຮົາກໍ່ສະແດງອອກລັກສະນະຂອງຄວາມສາມັກຄີ, ອຸຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ”.

ປະຈຸບັນ ເມືີ່ອປະເທດຊາດເພີ່ມທະວີການເຊື່ອມໂຍງ, ມີຫລາຍກາລະໂອກາດ ແລະ ກໍ່ມີສິ່ງທ້າທາຍຫລາຍຢ່າງເພື່ອນຳ ຫວຽດນາມ ໄປທັດທຽມກັບບັນດາປະເທດມະຫາອຳນາດຢູ່ 5 ທະວີ, ຄວາມເປັນຈິດຫນຶ່ງໃຈດຽວ, ສຸມກຳລັງເຫື່ອແຮງຂອງປະຊາຊົນໃນທົ່ວປະເທດ, ນັບທັງຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ, ແມ່ນປັດໄຈທີ່ບໍ່ອາດຂາດໄດ້. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ: “ຄວາມສາມັກຄີ ແມ່ນມູນເຊື້ອອັນລ້ຳຄ່າຂອງຊາດ, ແມ່ນກົກເຄົ້າຂອງກຳລັງແຮງເພື່ອໃຫ້ປະເທດຊາດຍືນຍົງຄົງຕົວຕະຫລອກການ ແລະ ພັດທະນາ, ແມ່ນແນວທາງຍຸດທະສາດ, ມີຄວາມໝາຍເປັນຕາຍຂອງການປະຕິວັດ ຫວຽດນາມ”.

ສະນັ້ນ ຫວຽດນາມ ສືບຕໍ່ປັບປຸງແຜນນະໂຍບາຍ, ນະໂຍບາຍກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດໃນໄລຍະໃຫມ່; ເສີມຂະຫຍາຍບົດບາດຂອງບັນດາຊົນຊັ້ນໃນສັງຄົມ, ປຸກລຸກທຸກກຳລັງຄວາມສາມາດ, ກຳລັງປະດິດຄິດສ້າງຂອງຊາວ ຫວຽດນາມ ແຕ່ລະຄົນ. ບັນດາຊົນເຜົ່າລ້ວນແຕ່ມີຄວາມສະເຫມີພາບ, ສາມັກຄີ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະກັນ,ເສີມຂະຫຍາຍກຳລັງແຮງພາຍໃນ, ບືນຕົວຂຶ້ນພ້ອມກັນພັດທະນາ. ພັກ ແລະ ລັດ ກໍ່ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານເຕົ້າໂຮມບັນດາອົງການສາສະຫນາ; ມີລະບອບ, ນະໂຍບາຍບຸລິມະສິດສອດຄ່ອງ, ດຶງດູດ, ສ້າງເງື່ອນໄຂສະດວກເພື່ອໃຫ້ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບຄືນເມືອລົງທຶນຢູ່ ຫວຽດນາມ, ສະຫລຸບສະພາບຕົວຈິງ, ສ້າງ, ຜັນຂະຫຍາຍຍຸດທະສາດມະຫາສາມັກຄີທົ່ວປວງຊົນທັງຊາດຮອດປີ 2030, ວິໄສທັດຮອດປີ 2045.

ປະຈຸບັນ ຊາວ ຫວຽດນາມ ແຕ່ລະຄົນ ຈະສືບຕໍ່ມູນເຊື້ອສາມັກຄີ, ເປັນຈິດຫນຶ່ງໃຈດຽວສ້າງສາປະເທດຫວຽດນາມ ໃຫ້ມີຄວາມສັນຕິພາບ, ເອກະລາດ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ນັບມື້ນັບຮັ່ງມີເຂັ້ມແຂງ,ຈະເລີນຮຸ່ງເຮືອງວັດທະນາຖາວອນ, ສີວິໄລ, ສັນຕິສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ