ຄວາມ​ຮັກ​ແພງ ແລະ ຄວາມ​ຫວັງ

(VOVWORLD)-ບັນຍາກາດຄຶກຄື້ນມ່ວນຊື່ນຂອງລະດູບານໃຫມ່ພວມປົກຄຸມໄປທົ່ວທຸກຫົນແຫ່ງໃນທົ່ວປະເທດ ຫວຽດນາມ. ຈຸດເວລາປ່ຽນລະດູ ໄດ້ນຳເອົາຄວາມຮູ້ສຶກທີ່ແປກປະຫລາດມາໃຫ້ທຸກຄົນ..

ອີກປີຫນຶ່ງ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ 19ໄດ້ຜ່ານພົ້ນໄປ. ພວກເຮົາ ໄດ້ ແລະພວມພ້ອມກັນຜ່ານຜ່າໄລຍະຫຍຸ້ງຍາກທີ່ບໍ່ເຄີຍມີໃນປະຫວັດສາດ. ໃນຈຸດເວລາພິເສດນີ້, ພວກເຮົາແຕ່ລະຄົນຕ່າງກໍ່ຫວນຄືນສິ່ງທີ່ໄດ້ຜ່ານພົ້ນໄປ, ນັບທັງຄວາມເບີກບານມ່ວນຊື່ນ, ຄວາມໂສກເສົ້າຫງ່ວມເຫງົາ, ຄວາມຫຍຸ້ງຍາກ, ລຳບາກ ໃນ 365 ມື້ຂອງປີ 2021.

ຄວາມ​ຮັກ​ແພງ ແລະ ຄວາມ​ຫວັງ - ảnh 1ພະນັກງານການແພດຢູ່ ສູນແຍກຫ່າງ. ພາບ: TTXVN

ປີ 2021 ແມ່ນປີພິເສດສຳລັບທຸກຄົນ. ພວກເຮົາໄດ້ເຫັນປະຈັກຕາກ່ຽວກັບເລື່ອງລາວຫລາຍໆຢ່າງທີ່ເຕັມໄປດ້ວຍຄວາມຮັກແພງ ຈາກນັ້ນ ຍິ່ງມີຄວາມເຊື່ອໝັ້ນ ກ້າວເຂົ້າສູ່ປີໃຫມ່

“ໂດຍເປັນພະນັກງານຢູ່ເທິງຍົນ ວຽກງານຂອງຂ້າພະເຈົ້າໄດ້ຮັບຜົນສະທ້ອນຢ່າງຫນັກຫນ່ວງ ຍ້ອນໂລກລະບາດໂຄວິດ 19 ໃນຕະຫລອດ 2 ປີຜ່ານມາ.”

ໃນໄລຍະພັກການຍ້ອນໂລກລະບາດ, ພວກຂ້າພະເຈົ້າບໍ່ມີລາຍຮັບ. ເພາະ ອາຊີບຕົ້ນຕໍຂອງຂ້າພະເຈົ້າແມ່ນຄູສອນນັກຮຽນອະນຸບານ ສະນັ້ນ ເມື່ອວ່າງງານ ທຸກສິ່ງທຸກຢ່າງແມ່ນໄດ້ຢຸດຕິໝົດ.”

ສຳລັບບາງຄົນແລ້ວ, ເມື່ອໂລກລະບາດໂຄວິດເກີດຂຶ້ນຮອບໃຫມ່ທີ່ຮ້າຍແຮງໃນປີ 2021, ມັນປຽບເໝືອນຄືຄື້ນຟອງຍັກທຳລາຍທຸກສິ່ງທຸກຢ່າງຊື່ງເຂົາເຈົ້າໄດ້ພະຍາຍາມກໍ່ສ້າງຂຶ້ນໃນຫລາຍປີຜ່ານມາ. ເຂົາເຈົ້າຕ້ອງປະເຊີນຫນ້າກັບວິກິດການດ້ານການເງິນ, ການດຳເນີນອາຊີບພວມສະດວກຢູ່ ແຕ່ບັງເອີນໄດ້ປະສົບກັບຄວາມຫຍຸ້ງຍາກ ຄິດວ່າບໍ່ສາມາດຟື້ນຕົວໄດ້.

ຄວາມຊົງຈຳທີ່ບໍ່ອາດຫລົງລືມໄດ້

ຄວາມຊົງຈຳໃນຊຸມມື້ຮັບຫນ້າທີ່ເວນຍາມຢູ່ເຂດແຍກຫ່າງໃນຄ້າຍ ເມື່ອໂຄວິດ 19 ເກີດຂຶ້ນ ຮອບທີ 4 ຂອງເອື້ອຍ ຫງວຽນທິຖວາ, ກຳມະກອນສະຖານີຈ່າຍໄຟຟ້າ ດົງແອງ, ຮ່າໂນ້ຍ ມາຮອດປະຈຸບັນ ກໍ່ບໍ່ອາດຫລົງລືມໄດ້. ນັ້ນແມ່ນ ຄວາມຮູ້ສຶກຄິດຮອດຄິດເຖິງ, ອີ່ດູຕົນລູກນ້ອຍຂອງຕົນ ເປັນທັງຄວາມໂສກເສົ້າ ແລະ ກັງວົນນຳອີກ.

ຄວາມ​ຮັກ​ແພງ ແລະ ຄວາມ​ຫວັງ - ảnh 2ຄາບເຂົ້າຫນູນຊ່ວຍປະຊາຊົນຖືກຜົນສະທ້ອນຍ້ອນໂຄວິດ 19. ພາບ: TTXVN

ສຳລັບເອື້ອຍ ຫງວຽນລານເຟືອງ ຊື່ງແມ່ນນາງພະຍາບານ ແລະ ກໍ່ເປັນແມ່ລ້ຽງດຽວ ກໍ່ມີຄວາມຄິດຮອດຄິດເຖິງລູກຂອງຕົນຄືກັນກັບເອື້ອຍ ຫງວຽນທິຖວາ. ເອື້ອຍ ຫງວຽນລານເຟືອງ ແບ່ງປັນວ່າ: ເອື້ອຍ ພ້ອມກັບຜູ້ຮ່ວມງານ ຕ້ອງເຂົ້າໄປຮັບຫນ້າທີ່ຢູ່ບ່ອນເກີດໂລກລະບາດ ເພືື່ອຫນູນຊ່ວຍເບິ່ງແຍງຄົນເຈັບ. ຢູ່ ເຮືອນ ລູກນ້ອຍຂອງເອື້ອຍ ມີອາຍຸ 4 ປີ ຕ້ອງອາໄສຢູ່ນຳພີ່ນ້ອງ. ຮອດມື້ສິ້ນສຸດຫນ້າທີ່ການງານຢູ່ສູນແຍກຫ່າງກັບຄືນເມືອເຮືອນ ກໍ່ແມ່ນຈຸດເວລາທີ່ເອື້ອຍໄດ້ຮູ້ວ່າ ຕົນເອງຕິດໂຄວິດ.

ເວລາທີ່ຂ້າພະເຈົ້າຮູ້ວ່າ ຕົນເອງຕິດໂຄວິດ,ຂ້າພະເຈົ້າຄິດວ່າ ໂດຍເປັນພະຍາບານ ສະນັ້ນ ຂ້າພະເຈົ້າຂໍຢູ່ຄືນ ເພື່ອເປັນອາສາສະໝັກຢູ່ເຂດແຍກຫ່າງ. ຜູ້ເຮັດວຽກໃນຂະແຫນງການແພດກໍ່ແມ່ນຫນຶ່ງໃນຈຳນວນອາຊີບຫຍຸ້ງຍາກລຳບາກ ເມື່ອໄປເຮັດວຽກຢູ່ທາງໄກ, ລູກຢູ່ເຮືອນຕ້ອງດູແລຕົນເອງ, ສະນັ້ນ ຂ້າພະເຈົ້າຄິດຮອດ ແລະ ອີຕົນລູກຫລາຍ”

ກ່ອນນີ້ 1 ປີ, ແທງຮັ່ງ ຊື່ງແມ່ນນັກສຶກສາຫວຽດນາມ ໄປຮຽນຢູ່ ອາເມລິກາ ຖືກເຊີນໃຫ້ເຂົ້າຮ່ວມລາຍການແລກປ່ຽນວິຊາສະເພາະ ຢູ່ ແດນມາກ ໃນເວລາ 4 ເດືອນ. ນາງມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈ ດ້ວຍການຄາດຄະເນ ກໍ່ຄືວາງແຜນຕ່າງໆໃຫ້ແກ່ຊີວິດໃຫມ່ຢູ່ ຕ່າງປະເທດ, ແຕ່ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ເຮັດໃຫ້ແຜນການຂອງນາງປ່ຽນແປງໄປໝົດ.

 “ໃນຄືນໜຶ່ງກາງເດືອນມິນາ ໃນຂະນະທີ່ກຳລັງກະກຽມເຂົ້ານອນ,ຂ້າພະເຈົ້າໄດ້ຮັບ ອີແມວ ຈາກລາຍການແລກປ່ຽນດັ່ງກ່າວ ດ້ວຍເນື້ອໃນດ່ວນວ່າ ຮຽກຮ້ອງໃຫ້ນັກສຶກສາໝົດທຸກຄົນຕ້ອງກຽມເຄື່ອງຂອງເພື່ອກັບຄືນເມືອປະເທດຍິ່ງໄວກໍ່ຍິ່ງດີ ເພາະ ແດນມາກ ໃກ້ຈະປິດຊາຍແດນໃນ 2 ມື້ຂ້າງໜ້າ”

ເມື່ອກັບຄືນເມືອຮອດ ສະຫນາມບິນສາກົນໂນ້ຍບາຍ, ນ້ຳຕາຂອງນາງ ຮັ່ງ ໄດ້ໄຫລອອກ ຍ້ອນຮູ້ສຶກຕຶ້ນຕັນໃຈ. ນາງຄິດວ່າ ມີພຽງແຕ່ປະເທດຊາດ, ບ້ານເກີດເມືອງນອນທີ່ເປັນຄອບຄົວຂອງຕົນຢ່າງແທ້ຈິງ. ເວລາ ຢູ່ສູນແຍກຫ່າງ, ຕ້ອງປະເຊີນຫນ້າກັບຄວາມວິຕົກກັງວົນຢ້ານຕິດໂຄວິດ ແຕ່ໃນຈຸດເວລານັ້ນເອງ ນາງຮູ້ສຶກວ່າ ຕົນເອງມີຄວາມໂຊກດີ ເມື່ອໄດ້ເຫັນຊີວິດຂອງຕົນເປັນໄປຕາມແງ່ມູມພິເສດ ຫລັງຈາກນັ້ນ ນາງຮັ່ງ ໄດ້ກາຍເປັນອາສາສະໝັກທີ່ຕັ້ງຫນ້າ, ຫ້າວຫັນທີ່ສຸດຢູ່ໃນສູນແຍກຫ່າງ.

ໂລກລະບາດ ໂຄວິດ 19 ເກີດຂຶ້ນ ແລະ ຍັງຄົງຈະສືບຕໍ່ແມ່ນສິ່ງທ້າທາຍ, ພວກເຮົາບໍ່ສາມາດປ່ຽນແປງສິ່ງນັ້ນໄດ້. ແທນທີ່ນັ້ນ ພວກເຮົາເກືອບຄືວ່າໄດ້ປ່ຽນແປງທ່າທີ່ຂອງຕົນຕໍ່ໂຄວິດ. ນັ້ນແມ່ນ ຍາມໃດກໍ່ຮັກສາຄວາມປະເອີບໃຈ ແລະ ຈິດໃຈໝັ້ນແກ່ນ, ຮຽນວິທີເຕີບໃຫຍ່ຂຶ້ນ ຈາກການໄດ້ຮັບຜົນສະທ້ອນຍ້ອນໂລກລະບາດ.

ປີຜ່ານມາ, ມີຫລາຍລາຍການກຸສົນ ໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫລືອກັນຜ່ານຜ່າໂລກລະບາດ. ແລະ ນັ້ນແມ່ນມູນເຊື້ອຂອງຊາວຫວຽດນາມ ເມື່ອປະສົບກັບເຄາະຮ້າຍ, ຈິດໃຈເອື້ອເຟື້ອເພື່ອແຜ່, ການແບ່ງປັນ ຍາມໃດກໍ່ໄດ້ແຜ່ກະຈາຍ ແລະ ໄດ້ຮັບການເສີມຂະຫຍາຍ.

ຄວາມ​ຮັກ​ແພງ ແລະ ຄວາມ​ຫວັງ - ảnh 3ຫນ່ວຍອາສາສະໝັກ "ຊາວຫວຽດນາມ ຮັກແພງກັນ" ລົງມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຖືກປະສົບກັບຄວາມຫຍຸ້ງຍາກຍ້ອນໂຄວິດ 19. ພາບ:baodansinh.vn

ໃນລາຍການ ພາກນີ້ ຂໍເຊີນທ່ານ ພົບປະກັບນັກຮ້ອງ ທາຍຖູ່ຍລີງ ຊື່ງແມ່ນຜູ້ລິເລີ່ມບັ້ນ “ຊາວຫວຽດນາມຮັກແພງກັນ” ດ້ວຍເປົ້າໝາຍແມ່ນກູ້ຊ່ວຍສະບຽງອາຫານທີ່ຈຳເປັນໂດຍດ່ວນ ລວມມີ 5 ໝວດພື້ນຖານຊ່ວຍຜູ້ທຸກຍາກມີແນວຢູ່ແນວກິນໃນອາທິດ. ມາດຕະການແກ້ໄຂຂອງນັກຮ້ອງ ທາຍຖູ່ຍລີງ ໄດ້ຮັບການຕີລາຄາສູງຈາກ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວຫນ້າ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ໃນເວລານັ້ນ.

“ສະບາຍດີ  ຖູ່ຍລີງ ໂດຍໄດ້ຮູ້ວ່າ ບັ້ນ “ຊາວຫວຽດນາມ ຮັກແພງກັນ” ໂດຍ ຖູ່ຍລີງ ເປັນຜູ້ລິເລີ່ມ ໄດ້ຮັບການສະຫນັບສະຫນູນ ແລະ ແຜ່ກະຈາຍຈິດໃຈຮັກແພງໄປໃຫ້ຫລາຍໆຄົນ. ຂອງຂວັນ, ເຄື່ອງຂອງໃຊ້ ຊື່ງຖູ່ຍລີງ ພ້ອມກັບອາສາສະໝັກຫນູນຊ່ວຍຜູ້ທຸກຍາກໃນບັ້ນ “ຊາວຫວຽດນາມຮັກແພງກັນ” ມີຊື່ເອີ້ນວ່າ ຊຸດ (Set) ຂອງຂວັນ 5  ຮັກແພງ. ຖຸ່ຍລີງ ແບ່ງປັນກັບຜູ້ຟັງກ່ຽວກັບຄວາມໝາຍຂອງຊື່ນີ້ໄດ້ບໍ່?

ທຳອິດ ຂ້າພະເຈົ້າຍັງບໍ່ທັນຄິດເຖິງ ຊື່ 5 ຮັກແພງເທື່ອດອກ ພຽງແຕ່ຄິດວ່າ ຄວນມີຖົງສະບຽງອາຫານແຫ້ງ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈຢູ່ເຮືອນເພື່ອປ້ອງກັນຕ້ານໂລກລະບາດ. ໃນຊຸດຂອງຂວັນທີ່ສົ່ງເຖິງພໍ່ແມ່ປະຊາຊົນ ມີເຂົ້າສານ, ໝີ່ສຳເລັດຮູບ, ຜັກໝາກໄມ້, ຊີ້ນ, ປາ ແລະ ຜ້າອັດປາກດັງ, ນ້ຳຢາລ້າງມື.

 “ສຳລັບ ຂ້າພະເຈົ້າແລ້ວ ຕົນເອງຊ່ວຍຜູ້ດ້ອຍໂອກາດ ແມ່ນພັນທະຂອງຕົນຢ່າງແທ້ຈິງ, ແມ່ນຄວາມຮັບຜິດຊອບ. ຂ້າພະເຈົ້າປາດຖະຫນາວ່າ ພວກເພື່ອນຈະພ້ອມກັບຂ້າພະເຈົ້າແບ່ງປັນຄວາມທຸກນຳພໍ່ແມ່ປະຊາຊົນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ.” ຄຳເວົ້ານີ້ຂອງ ຖູ່ຍ ລີງ ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ແລະນີ້ກໍ່ແມ່ນຄຳຮຽກຮ້ອງຊື່ງ ຖູ່ຍລີງ ໄດ້ເອົາລົງໃນເຟດບຸກສ່ວນຕົວ. ສະນັ້ນ ສານທີ່ຖູ່ຍລີງ ຢາກຝາກຝັງຜ່ານການເຄື່ອນໄຫວກຸສົນຕ່າງໆແມ່ນຫຍັງ?

ຄວາມ​ຮັກ​ແພງ ແລະ ຄວາມ​ຫວັງ - ảnh 4ທາຍຖູ່ຍລີງ ໃນການເດີນທາງໄປມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຢູ່ເຂດປິດລ້ອມ. ພາບ: baodansinh.vn

ຖູ່ຍລີງເອງ ບໍ່ແມ່ນຜູ້ຮັ່ງມີ. ຖູ່ຍລີງ ປາດຖະຫນາວ່າ ຊາວຫວຽດນາມ ໝົດທຸກຄົນ ຕ່າງກໍ່ມີຈິດໃຈຊ່ວຍເຫລືອ, ແບ່ງປັນຜູ້ດ້ອຍໂອກາດ,ບໍ່ພຽງແຕ່ຊ່ວຍຄາບເຂົ້າໃຫ້ເຂົາເຈົ້າເທົ່ານັ້ນ ຫາກຍິ່ງກວ່າ ແມ່ນຈິດໃຈ, ຄວາມເຫັນອົກເຫັນໃຈ.

ຜູ້ໃດກໍ່ສາມາດເຮັດວຽກງານການກຸສົນໄດ້ຕາມຄວາມສາມາດ ແລະ ເງື່ອນໄຂຂອງຕົນ. ພຽງແຕ່ ເພື່ອນມີໃຈ ແລະ ກຽມພ້ອມທີ່ຈະເຮັດວຽກນັ້ນ ຕາມຄວາມສາມາດຂອງຕົນ, ແນ່ນອນວ່າ ຈະຄິດອອກ ແລະ ຊອກໄດ້ວຽກງານຕ່າງໆເພື່ອຮ່ວມແຮງຮ່ວມໃຈຊ່ວຍເຫລືອຜູ້ດອ້ຍໂອກາດ. ຖູ່ຍລີງ ໄດ້ ແລະ ພວມເດີນຕາມເສັ້ນທາງ ທີ່ຕົນເອງໄດ້ເຮັດມາໃນຫລາຍປີນີ້. ແຕ່ລະລາຍການໂດຍຖູ່ຍລີງ ປະຕິບັດ ລ້ວນແຕ່ມີຫລາຍຄົນເຂົ້າຮ່ວມນຳ, ແບ່ງປັນຄວາມເບີກບານມ່ວນຊື່ນກັບຫລາຍໆຄົນ.

 ໂດຍໄດ້ຮູ້ວ່າ ພາຍຫລັງສິ້ນສຸດວຽກງານການກຸສົນ ຢູ່ ນະຄອນໂຮ່ຈີມິນ ແລ້ວ, ຖູ່ຍລີງກັບຄືນມາ ຮ່າໂນ້ຍ ເພື່ອສືບຕໍ່ບັນດາໂຄງການຂອງຕົນທີ່ພວມໂຈະໄວ້ ແຕ່ຢູ່ຮ່າໂນ້ຍ ພະຍາດໂຄວິດໄດ້ແຜ່ລະບາດອີກຮອບໃຫມ່ ແລະ ບັ້ນ “ຊາວຫວຽດນາມຮັກແພງກັນ” ພວມສືບຕໍ່ຜັນຂະຫຍາຍ ຢູ່ ຮ່າໂນ້ຍ ເມື່ອບັນດາ Fo (ຜູ້ຕິດໂຄວິດ) ພວມເພີ່ມຂຶ້ນຢ່າງວ່ອງໄວ. ສະນັ້ນ  ບຸນເຕັດປີນີ້ ຖູ່ຍລີງ ມີແຜນເຮັດຫຍັງແດ່”

ໃນຊຸມມື້ນີ້ ຢູ່ນຳ ຖຸ່ຍລີງ ບໍ່ແມ່ນ ກີຕາ ແລະອຸປະກອນອັດສຽງອີກແລ້ວ ສິ່ງເຫຼົ່ານັ້ນລ້ວນແຕ່ໄດ້ເກັບມ້ຽນໄວ້ ເພື່ອເຂົ້າຮ່ວມບັ້ນຮົບໃຫມ່, ສຸມໃສ່ຊ່ວຍຜູ້ຕິດໂຄວິດທີ່ປິ່ນປົວຢູ່ເຮືອນ. ອາສາສະໝັກພວກຂ້າພະເຈົ້າໄດ້ກຳນົດວ່າ ບຸນເຕັດປີນີ້ ຈະແມ່ນບຸນເຕັດເພື່ອພໍ່ແມ່ປະຊາຊົນ. ຫວັງວ່າ ທຸກຄວາມມານະພະຍາຍາມ, ຈິດໃຈຮັກແພງຊ່ວຍເຫລືອເຊິ່ງກັນ ແລະກັນ ຈະສ້າງກຳລັງແຮງເພື່ອຊ່ວຍພໍ່ແມ່ປະຊາຊົນຕ້ອນຮັບບຸນເຕັດຢ່າງປອດໄພທີ່ສຸດ, ມີຄວາມອຸ່ນອ່ຽນໃຈທີ່ສຸດ ແລະ ພວກຂ້າພະເຈົ້າຍາມໃດກໍ່ພະຍາຍາມປະຕິບັດສິ່ງທີ່ພວກເຮົາເຄີຍຄິດວ່າ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.                                              

ຂໍຂອບໃຈ ຖູ່ຍລີງ ແລະ ຂໍອວຍພອນໃຫ້ຖູ່ຍລີງ ມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ບັນດາໂຄງການດົນຕີ ແລະ ການເຄື່ອນໄຫວກຸສົນທີ່ເຕັມໄປດ້ວຍຄວາມໝາຍຂອງຕົນໃນໄລຍະຈະມາເຖິງ.

ບຸນເຕັດປີນີ້ ຍັງມີຫລາຍຄອບຄົວຄິດຮອດຄິດເຖິງຍາດຕິພີ່ນ້ອງ, ມີນ້ອງນ້ອຍຫລາຍຄົນຄິດເຖິງພໍ່ແມ່, ມີໝູ່ເພື່ອນຫລາຍໆຄົນຄິດເຖິງຜູ້ຮ່ວມງານຂອງຕົນ.

ເຖິງແນວໃດກໍຕາມພວກເຮົາ ກໍ່ມີຄວາມເອກອ້າງທະນົງໃຈ ເພາະວ່າ ພວກເຮົາໄດ້ຫັນຄວາມເຈັບປວດເປັນການກະທຳ ເພື່ອໃຫ້ການດຳລົງຊີວິດໃນມື້ນີ້ ຄ່ອຍໆກັບຄືນສູ່ສະພາບປົກກະຕິ. ພວກເຮົາຫວັງວ່າ ເຖິງວ່າໂລກລະບາດໂຄວິດ ຍັງຈະແກ່ຍາວ ແຕ່ພວກເຮົາຈະນັບມື້ນັບເຂັ້ມແຂງ ແລະ ເອົາຊະນະໃຫ້ໄດ້.

ຂໍອວຍພອນໃຫ້ທຸກໆທ່ານ ປີໃຫມ່, ລະດູບານໃຫມ່, ຈົ່ງມີສຸຂະພາບເຂັ້ມແຂງ, ມີໂຊກລາບ ແລະ ເຕັມໄປດ້ວຍຄວາມຮັກແພງ.

ຕອບກັບ

ຂ່າວ/ບົດ​ອື່ນ