ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ

(VOVWORLD) -  ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ: ທ່ານໄດ້ອອກຄຳສັ່ງໃຫ້ຜູ້ຕາງໜ້າການຄ້າ ອາເມລິກາ ກຳນົດບັນດາປະເພດສິນຄ້າ ຊຶ່ງ ຈີນ ຕ້ອງເສຍອັດຕາພາສີໃໝ່. ຕາມທ່ານ Trump ແລ້ວ: ນີ້ແມ່ນການກະທຳໂຕ້ຕອບເລື່ອງ ຈີນ ຂຶ້ນອັດຕາພາສີສຳລັບປະລິມານສິນຄ້າ ອາເມລິກາ ລວມມູນຄ່າ 50 ຕື້ USD.

ໃນການກະທຳທີ່ແນໃສ່ເພີ່ມກຳລັງດັນຕໍ່ ຈີນ, ວັນທີ 18 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ປະກາດບັນດາແຜນການຈັດວາງອັດຕາພາສີ 10% ສຳລັບຜະລິດຕະພັນສິນຄ້າທີ່ນຳເຂົ້າຈາກ ຈີນ, ມີມູນຄ່າເຖິງ 200 ຕື້ USD, ແນໃສ່ໂຕ້ຕອບການກະທຳຂຶ້ນພາສີສຳລັບສິນຄ້າ ອາເມລິກາ ຂອງ ປັກກິງ. ການຜັນແປ່ໃໝ່ນີ້ ສະແດງໃຫ້ເຫັນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນີ້ ບໍ່ສາມາດແກ້ໄຂຢ່າງງ່າຍດາຍເຖິງວ່າກ່ອນນີ້ ການນຳ 2 ຝ່າຍ ໄດ້ມີຄວາມເພິ່ງພໍໃຈ ຍ້ອນວ່າ ຫຼີກລ້ຽງສົງຄາມການຄ້າໄດ້.

ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ - ảnh 1 (ພາບປະກອບ / AFP)

 ຄຳຖະແຫຼງໃນຕອນເຊົ້າວັນທີ 19 ມິຖຸນາ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ: ຕ້ອງມີການກະທຳຕໍ່ໄປ ເພື່ອສົ່ງເສີມ ຈີນ ປ່ຽນແປງບັນດາຂໍ້ກຳນົດທີ່ບໍ່ຍຸຕິທຳ, ເປີດປະຕູການຕະຫລາດສຳລັບສິນຄ້າ ອາເມລິກາ ແລະ ຍອມຮັບການພົວພັນດ້ານການຄ້າດຸນດ່ຽງກ່ວາ ສຳລັບ ອາເມລິກາ. ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ: ທ່ານໄດ້ອອກຄຳສັ່ງໃຫ້ຜູ້ຕາງໜ້າການຄ້າ ອາເມລິກາ ກຳນົດບັນດາປະເພດສິນຄ້າ ຊຶ່ງ ຈີນ ຕ້ອງເສຍອັດຕາພາສີໃໝ່. ຕາມທ່ານ Trump ແລ້ວ: ນີ້ແມ່ນການກະທຳໂຕ້ຕອບເລື່ອງ ຈີນ ຂຶ້ນອັດຕາພາສີສຳລັບປະລິມານສິນຄ້າ ອາເມລິກາ ລວມມູນຄ່າ 50 ຕື້ USD.

ບັນດາການກະທຳກົງກັນຂ້າມ

        ກ່ອນນີ້ເກືອບ 1 ເດືອນ, ເຈົ້າໜ້າທີ່ດ້ານການຄ້າ 2 ປະເທດ ພາຍຫລັງການເຈລະຈາທີ່ເຄັ່ງຕຶງເປັນຫລາຍຄັ້ງ ທັງ ປັກກິງ ແລະ ວໍຊິງຕັນ ໄດ້ອອກຖະແຫຼງການຮ່ວມຢືນຢັນວ່າ 2 ຝ່າຍເຫັນດີເປັນເອກະພາບຄວາມຈຳເປັນປະຕິບັດບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອຫລຸດການຂາດດຸນການຄ້າປະຈຳປີກ່ວາ 300 ຕື້ USD ຂອງ ອາເມລິກາ ກັບ ຈີນ ລົງຢູ່ໃນລະດັບພໍສົມຄວນ. 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນັ້ນ ຈະຊອກຫາວິທີແກ້ໄຂຄວາມວິຕົກກັງວົນກ່ຽວກັບເສດຖະກິດ ແລະ ການຄ້າຕາມວິທີເປັນເຈົ້າການ. ວົງການເຈົ້າໜ້າທີ່ 2 ປະເທດເວົ້າສະເພາະ ແລະ ໂລກເວົ້າລວມ ໄດ້ມີຄວາມເພິງພໍໃຈ ພາຍຫລັງມີຖະແຫຼງການດັ່ງກ່າວ ແຕ່ສະພາບການໃນປັດຈຸບັນ ພັດບໍ່ຄືຄວາມຫວັງ.

        ພາຍຫລັງຖະແຫຼງການໄດ້ຮັບຮອງເອົາເປັນເວລາພຽງ 1 ອາທິດເທົ່ານັ້ນ, ວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donad Trump ພັດອອກຖະແຫຼງການຈະຈັດວາງພາສີອາກອນປັບໄໝ 50 ຕື້ USD ສຳລັບສິນຄ້ານຳເຂົ້າຈາກ ຈີນ ແລະ ຈຳກັດການລົງທຶນຂອງ ຈີນ ເຂົ້າໃນຂົງເຂດອຸດສາຫະກຳເຕັກໂນໂລຢີສູງຂອງ ອາເມລິກາ, ລວມມີ ບັນດາເຕັກໂນໂລຢີທີ່ກ່ຽວຂ້ອງເຖິງຍຸດທະສາດ “Made in China 2025”, ແມ່ນນະໂຍບາຍຂອງລັດຖະບານ ຈີນ ແນໃສ່ໜູນຊ່ວຍການພັດທະນາບັນດາເຕັກໂນໂລຢີຍຸດທະສາດພາຍໃນປະເທດ.

ຕໍ່ຈາກນັ້ນ, ກະຊວງການຄ້າ ອາເມລິກາ ໄດ້ເລີ່ມດຳເນີນການສືບສວນສອບສວນສຳລັບສິນຄ້ານຳເຂົ້າຈາກຈີນ, ດ້ວຍຄຳກ່າວຫາວ່າບັນດານັກຜະລິດອ່າງບັນຈຸ propan ດ້ວຍເຫຼັກກ້າໄດ້ຂາຍບຸບລາຄາ ແລະ ໄດ້ຮັບເງິນອຸດໜູນແມ່ນບໍ່ມີຄວາມຍຸຕິທຳ. ວໍຊິງຕັນໄດ້ຢັ້ງຢືນວ່າ ບັນດາການກະທຳດັ່ງກ່າວແມ່ນສ່ວນໜຶ່ງຂອງບັນດາບາດກ້າວເດີນເພື່ອປົກປ້ອງເຕັກໂນໂລຊີພາຍໃນປະເທດ ແລະ ຊັບສິນທາງປັນຍາຈາກບາງການກະທຳຈຳແນກປະພຶດຕໍ່ ແລະ ກໍ່ແບກຫາບດ້ານການຄ້າໃດໜຶ່ງສຳລັບຈີນ.

        ເຖິງຢ່າງໃດກໍ່ຕາມ, ຈີນ ບໍ່ສາມາດມິດງຽບຕໍ່ໜ້າບັນດາການກະທຳຂອງ ອາເມລິກາ ແລະ ກໍ່ໄດ້ຍົກອອກຖະແຫຼງການຈັດວາງອັດຕາພາສີດ້ວຍຍອດມູນຄ່າ 50 ຕື້ USD    , ໃນນັ້ນ, ເປັນຕົ້ນແມ່ນຜະລິດຕະພັນກະເສດ, ປາ ແລະ ພາຫະນະຄົມມະນາຄົມຂອງ ອາເມລິກາ.

        ເມື່ອຕີລາຄາສັງລວມແລ້ວ,ເລື່ອງວົງການເຈົ້າໜ້າທີ່ ອາເມລິກາ ໄດ້ຍົກເລີກຄວາມເຫັນດີເຫັນພ້ອມເຊິ່ງທັງ 2 ຝ່າຍບັນລຸໄດ້ຢູ່ ວໍຊິງຕັນ ໃນທ້າຍເດືອນພຶດສະພາຜ່ານມາ ໄດ້ກໍ່ຄວາມຕົກສະເງີ້ສຳລັບ ຈີນ ກໍ່ຄືວົງການນັກລົງທຶນສາກົນ. ຈີນ ບໍ່ຮູ້ວ່ານະໂຍບາຍຂອງ ອາເມລິກາ ແມ່ນຄືແນວໃດ. ສ່ວນວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ຍັງຄົງຕົວການຂັດແຍ້ງກັນໃນເວທີການເມືອງ ອາເມລິກາ ກ່ຽວກັບວິທີການ “ປະພຶດ” ສຳລັບ ຈີນ ໃນບັນຫາການຄ້າ.

ວົງການນັກລົງທຶນ 2 ປະເທດມີຄວາມວິຕົກວັງວົນ

        ໃນຕົວຈິງແລ້ວ, ຍ້ອນທາດແທ້ 2 ພື້ນຖານເສດຖະກິດ ອາເມລິກາ ແລະ ຈີນ ໄດ້ເອື່ອຍອີງເຊິ່ງກັນ ແລະ ກັນ ດັ່ງນັ້ນບໍ່ມີຫຼາຍວິທີການເພື່ອໃຫ້ ອາເມລິກາ ກີດຂວາງຈີນ ເຊິ່ງບໍ່ກໍ່ຄວາມເສຍຫາຍໃຫ້ ອາເມລິກາ ເອງ. ກຸ່ມບໍລິສັດ Cargill, ເຊິ່ງແມ່ນບໍລິສັດເອກະຊົນໃຫຍ່ສຸດຂອງ ອາເມລິກາ ເຄື່ອນໄຫວສະເພາະໃນຂົງເຂດກະສິກຳ, ໄດ້ຮຽກຮ້ອງໃຫ້ ວໍຊິງຕັນ ແລະ ປັກກິ່ງ ເຈລະຈາເພື່ອໃຫ້ບັນດາວິສາຫະກິດ, ຊາວກະສິກອນ ແລະ ຜູ້ໃຊ້ສອຍຈະບໍ່ຖືກຜົນສະທ້ອນຈາກສົງຄາມການຄ້ານີ້. ໂຄສົກຂອງກຸ່ມບໍລິສັດ Archer Daniels Midland - ດຳເນີນທຸລະກິດດ້ານກະສິກຳ ກໍ່ໄດ້ສະແດງຄຳເຫັນວ່າ: 2 ປະເທດຄວນເດີນຕາມການເຈລະຈາ 2 ຝ່າຍ ແລະ ເນັ້ນໜັກວ່າ ຈີນ ຍັງຄົງ “ສືບຕໍ່ແມ່ນຕະຫຼາດສົ່ງອອກສຳຄັນຂອງຜະລິດຕະພັນກະເສດຂອງ ອາເມລິກາ”

ໃນຄະນະນັ້ນ, ມີບາງບໍລິສັດໃຫຍ່ຂອງອາເມລິກາຄື Boeing ເລີ່ມຕີລາຄາບັນດາການກະທົບຈາກບັນດາມາດຕະການຈັດວາງພາສີຂອງຈີນ. Boeing ໄດ້ຮັບປະມານ 12,8% ໃນຈຳນວນລາຍຮັບປີ 2017 ຈາກຈີນ ແລະ ແມ່ນຕະຫຼາດບໍລິສັດນາໆຊາດອາເມລິກາ ຖືກຄວາມສ່ຽງສູງທີ່ສຸດ ໃນສົງຄາມການຄ້າ “ທັງໝົດ”. ສະຫະສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງອາເມລິກາ (AAFA) ກໍ່ກ່າວເຕືອນບັນດາມາດຕະການໂຕ້ຕອບຂອງຈີນ ອາດຈະນາບຂູ່ເຖິງຊາວກະສິກອນອາເມລິກາ ແລະ ບັນດານັກຜະລິດເຄື່ອງຕ່ຳແຜ່ນຕັດຫຍິບ ກໍຄືເພີ່ມລາຍຈ່າຍໃຫ້ລະບົບສະໜອງຂອງຂະແໜງອຸດສາຫະກຳດັ່ງກ່າວ. ທ່ານ Rick Helfenbein, ປະທານ AAFA ຖືວ່າ, ສະພາແຫ່ງຊາດຄວນເຂົ້າຮ່ວມເພື່ອຢຸດຕິ “ຄວາມສ່ຽງທີ່ອັນຕະລາຍດັ່ງກ່າວ”.

        ນັບແຕ່ເວລາຂຶ້ນກຳອຳນາດ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຕັດສິນໃຈສ້າງຕັ້ງການພົວພັນດ້ານການຄ້າກັບຈີນ ຄືນໃໝ່, ເຮັດແນວໃດເພື່ອໃຫ້ມີການພົວພັນສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ມາດຕະການເຊິ່ງທ່ານ Donald Trump ນຳໃຊ້ນັ້ນແມ່ນນະໂຍບາຍພາສີ. ເຖິງຢ່າງໃດກໍ່ຕາມ, ມາດຕະການດັ່ງກ່າວຍັງບໍ່ທັນໄດ້ຮັບການຫັນປ່ຽນຈາກຈີນ ເທື່ອ. ຍ້ອນເຫດນັ້ນ, ນີ້ເບິ່ງຄືວ່າບໍ່ແມ່ນວິທີສຳພັດຢ່າງມີປະສິດທິຜົນທີ່ສຸດໃຫ້ແກ່ຂົງເຂດຂາດດຸນການຄ້າກັບຈີນ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ທັງອາເມລິກາ ແລະ ຈີນ ຄວນສ້າງໂອກາດໃຫ້ແກ່ບັນດາການເຈລະຈາດ້ານການຄ້າ ເພື່ອຊອກຫາມາດຕະການແກ້ໄຂ ເພື່ອສາມາດໜູນຊ່ວຍໃຫ້ເປົ້າໝາຍຂອງແຕ່ລະຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ