ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງ ອາເມລິກາ ແລະ ສາທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫລີ

(vovworld)- ສອງ​ສາມມື້​ພາຍ​ຫລັງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ອອກ​ຄຳ​ສັ່ງ​ບຸກ​ໂຈມ​ຕີ​ສະ​ຫ​ນາມ​ບິນ​ການ​ທະ​ຫານ​ຢູ່ ຊີ​ຣີ ດ້ວຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ Tomahawh, ກອງ​ທັບ ອາ​ເມ​ລິ​ກາ ກໍ່​ເລີ່ມ​ຕົ້ນ​ການ​ກະ​ທຳ​ທາງ​ການ​ທະ​ຫານ​ຈຳ​ນວນ​ຫ​ນຶ່ງ ສົ່ງ​ເຖິງ ສ​ປ​ປ ເກົາ​ຫລີ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄຳ​ກ່າວ​ເຕືອນ​ຂອງ ວໍ​ຊິງ​ຕັນ ຕໍ່​ເລື່ອງ ພຽງ​ຢາງ ສືບ​ຕໍ່​ເລື່ອງ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ. ການ​ກະ​ທຳ​ຂອງ ອາ​ເມ​ລິ​ກາ ໄດ້​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ໃນ​ປະ​ຊາ​ຄົມ​ສາ​ກົນ​ກ່ຽວ​ກັບ​ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ບົນ​ທະ​ເລ​ຫລື​ທາງ​ອາ​ກາດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ສ​ປ​ປ​ເກົາ​ຫລີ.

ຄວາມເຄັ່ງຕຶງປີນຂັ້ນໄດໃນການພົວພັນລະຫວ່າງ ອາເມລິກາ ແລະ ສາທາລະນະລັດປະຊາຊົນປະຊາທິປະໄຕ ເກົາຫລີ - ảnh 1
ກຳ​ປັ່ນ​ສະ​ຫ​ນາມ​ບິນ​ຂອງ​ອາ​ເມ​ລິ​ກາ
ພາບ:TTXVN


        ສາຍ​ເຫດ​ທີ່​ອາ​ເມ​ລິ​ກາ ​ສົ່ງກຳ​ປັ່ນ​ຮົບ​ຂະ​ຫ​ນາດ​ໃຫ​ຍ່​ເຖິງ​ແຫລມ​ເກົາ​ຫລີ ຍ້ອນ​ພຽງ​ຢາງ ມີ​ການ​ກະ​ທຳຍິງ​ທົດ​ລອງ​ລູ​ກ​ສອນ​ໄຟ, ນິວ​ເຄຼຍ ໃນ​ໄລ​ຍະ​ມໍ່​ໆ​ມານີ້. ເມື່ອ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເມື່ອ​ວັນ​ທີ 12/2, ສ​ປ​ປ ເກົາ​ຫລີ ໄດ້​ຍິງ​ລູກ​ສອນ​ໄຟ​ຫລາຍ​ລູກ​ຕົກ​ໃສ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ຍີ່​ປຸ່ນ. ກ່ອນ​ທີ່​ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump, ສ​ປ​ປ ເກົາ​ຫລີ ກໍ່​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໃນ​ວັນ​ທີ 5/4. ສະ​ນັ້ນ ທ່ານ Donald Trump ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ຂະ​ຫ​ນາດ​ໃຫຍ່ຫລາຍ​ລຳ, ໃນນັ້ນ ມີ​ກຳ​ປັ່ນ​ສະ​ຫ​ນາມ​ບິນ ເຖິງ​ບໍ​ລິ​ເວນ​ແຫລມ​ເກົາ​ຫລີ.

ສົ່ງ​ກຳ​ປັ່ນ​ຮົບ​ຂະ​ຫ​ນາດ​ໃຫຍ່​ເຖິງ​ບໍ​ລິ​ເວນ​ແຫລມ​ເກົາ​ຫລີ​ຢ່າງ​ລຽນ​ຕິດ

        ອາ​ເມ​ລິ​ກາ ພວມ​ສະ​ແດງ​ຄວາມ​ແຂງ​ກະ​ດ້າງ​ໃນ​ນະ​ໂຍ​ບາຍ​ສຳ​ລັບ ສ​ປ​ປ ເກົາ​ຫລີ, ວັນ​ທີ 8/4, ທະ​ຫານ​ເຮືອ ອາ​ເມ​ລິ​ກາ ໄດ້​ສົ່ງ​ກຳ​ປັ່ນ​ບຸກ​ໂຈມ​ຕີ ຫລາຍ​ລຳ ໂດຍ​ກຳ​ປັ່ນ​ສະ​ຫ​ນາມ​ບິນ​ນຳ​ຫ​ນ້າ ເຖິງ ແຫລມ​ເກົາ​ຫລີ. ໂຄ​ສົກ​ຂອງກອງ​ບັນ​ຊາ​ ປາ​ຊີ​ຟີກ ຂອງ ອາ​ເມ​ລ​ິ​ກາ (USPC), ພັນ​ໂທ Dave Benham ໃຫ້​ຮູ້​ວ່າ: ນີ້​ແມ່ນ​ມາດ​ຕະ​ການ​ລະ​ມັດ​ລະ​ວັງ ເພື່ອ​ແນ​ໃສ່​ຮັກ​ສາ​ການ​ມີ​ຫ​ນ້າ ແລະ ​ການ​ກຽມພ້ອມ​ຂອງ​ອາ​ເມ​ລິ​ກາ ຢູ່​ທາງ​ທິດ​ຕາ​ເວັນ​ຕົກ ປາ​ຊີ​ຟີກ ໃນ​ສະ​ພາ​ວະ​ທີ່ ສ​ປ​ປ ເກົາ​ຫລີ ສືບ​ຕໍ່​ແມ່ນ​ໄພ​ນາບ​ຂູ່​ໃນ​ພາກ​ພື້ນນີ້ ຍ້ອນ​ບັນ​ດາ​ເຫດ​ທົດ​ລອງ​ລູກ​ສອນ​ໄຟ​ໄດ້​ກໍ່​ຄວາມຂາດ​ ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດນີ້ ກໍ​ຄື ການ​ກະ​ທຳ​ສືບ​ຕໍ່​ສ​ືບ​ຕາມ​ກຳ​ລັງ​ຄວາມ​ສາ​ມາດ​ກ່ຽວ​ກັບ​ອາ​ວຸດ​ນິວ​ເຄຼຍ​ຂອງ​ພຽງ​ຢາງ. ຕໍ່​ຫ​ນ້າ​ຄວາມ​ສາ​ມາດ​ຂອງ ສ​ປ​ປ ເກົາ​ຫລີ ອາ​ດ​ຈະ​ດຳ​ເນີນ​ເຫດ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ ໃນ​ວັນ​ທີ 15/4 (ແມ່ນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 105 ປີ​ແຫ່ງວັນ​ຄ​້າຍ​ວັນ​ເກີດ​ຂອງ​ອະ​ດີດ​ການ​ນຳ ສ​ປ​ປ ເກົາ​ຫລີ …), ກອງ​ທັບ ອາ​ກາດ​ຂອງ​ອາ​ເມ​ລິ​ກາ ໄດ້​ສົ່ງ “​ເຮືອ​ບິນ​ລ່າ​ນິວ​ເຄຼຍ” WC-135 Constant Phoenix ເຖິງ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ Kadena (ແຂວງ Okinawa).

        ພ້ອມ​ກັບ​ບັນ​ດາ​ການ​ກະ​ທຳ​ສົ່ງ​ກຳ​ປັ່ນ​ສະ​ຫ​ນາມ​ບິນ, ກຳ​ປັ່ນ​ບຸກ​ໂຈມ​ຕີ ສົ່ງ​ເຖິງ​ແຫລມ​ເກົາ​ຫລີ, ຫລັກ​ໝັ້ນ​ຂອງ ວໍ​ຊິ​ງ​ຕັນ ໂດຍ​ແມ່ນ​ທ່ານ Donald Trump ຖະ​ແຫລງ​ຢ່າງ​ແຈ້ງ​ໃນ​ຫ​ນ້າ​ເວັບ Twitter ໃນ​ວັນ​ທີ 11/4 ດ້ວຍ​ຄຳ​ຢືນ​ຢັນ​ວ່າ ວໍ​ຊິ​ງ​ຕັນ ພ້ອມ​ແລ້ວ​ທີ່​ຈະການ​ແກ້​ໄຂ​ບັນ​ຫາ ສ​ປ​ປ ເກົາ​ຫລີ ດ້ວຍ​ຕົນ​ເອງ. ທ່ານ Sean Spicer, ເລ​ຂາ​ການ​ຂ່າວ​ຂອງ ທຳ​ນຽບ​ຂາວ ໃຫ້​ຮູ້​ວ່າ: ບັນ​ດາ​ມາດ​ຕະ​ການ​ການ​ທະ​ຫານອາດ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍນັ້​ນ​ຄື​ເປັນ​ການ​ນາບ​ຂູ່ຕໍ່​ການ​ກະ​ທຳ​ຂອງ ພຽງ​ຢາງ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຍິງ​ລູກ​ສອນ​ໄຟ​ຫລື​ການ​ຍິ​ງ​ທົດ​ລອງ​ລູກ​ສອນ​ໄຟ.

        ປະ​ຕິ​ກິ​ລິ​ຍາ​ຕໍ່​ບັນ​ດາ​ການ​ກະ​ທຳ​ຈາກ ອາ​ເມ​ລິ​ກາ, ພຽງ​ຢາງ ຖະ​ແຫລງ​​ວ່າ​ໄດ້ກຽມ​ພ້ອມ​ສະ​ພາບ​​ການເກີດ​ສົງ​ຄາມ. ສ​ປ​ປ ເກົາ​ຫລີ ເອີ້ນ​ການ​ກະ​ທຳ​ສົ່ງ​ກຳ​ປັ່ນ​ສະ​ຫ​ນາມ​ຮົບ​ຂອງ ອາ​ເມ​ລິ​ກາ ແມ່ນ “ການ​ກະ​ທຳ​ເກາະ​ຜິດ” ແລະ ກ່າວ​ເຕື​ອນ​ວ່າ ຈະ “ນຳ​ໃຊ້​ບັນ​ດາອ​າ​ວຸດ​ຫ​ນັກ” ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຊ້ຳ​ບໍ່​ໜຳ ວັນ​ທີ 11/4 ສື່ມວນ​ຊົນ ສ​ປ​ປ ເກົາ​ຫລີ, ຍັງ​ຖະ​ແຫລງວ່າ ປະ​ເທດນີ້ ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ນິວ​ເຄຼຍ


ເພື່ອ​ແນ​ໃສ່ ອາ​ເມ​ລິ​ກາ ຖ້າ​ຫາກມີ​ບໍ່​ວ່າສັນ​ຍານ​ໃດ ກ່ຽວ​ກັບ​ການ​ກະ​ທຳ​ເກາະ​ຜິດ; ກອງ​ທັບ ສປປ ເກົາຫຼີ ພວມ​ຕິດ​ຕາມກວດ​ກາ​ທຸ​ກໆ​ການ​ກະ​ທຳ​ຈາກຝ່າຍ​ກົງ​ກັນ​ຂ້າມຢ່າງ​ແໜ້ນ​ແຟ້ນ ແລະ ກຳ​ລັງ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ ​ແມ່ນສຸ​ມ​ໃສ່​ເຂົ້າ​ບັນ​ດາ​ຖານ​ທີ່​ໝັ້ນ ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ຢູ່ ສ. ເກົາຫຼີ ແລະ ປາ​ຊີ​ຟິກ​ ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ທັງ​ທະ​ວີບ ອາ​ເມ​ລິ​ກາ ອີກ​ດ້ວຍ.

ການ​ປະ​ທະ​ກັ​ນ​ອາດຈະ​ເກີດ​ຂຶ້ນຫຼ​ືບໍ່?

        ເຖິງວ່າ​ກາ​ນ​ບຸກ​ໂຈມ​ຕີ​ຢູ່ ຊີ​ຣີ ແມ່ນ​ຄຳ​ກ່າວ​ເຕືອນ​​ທາງ​ອ້ອມ​ສຳ​ລັບ ພຽງ​ຢາງ ບໍ່​ຄວນ​ລື່ນ​ກາຍ​ການ​ກຳ​ນົດ ແຕ່​ໃນ​ສະ​ພາບ​ການ​ຕົວ​ຈິງ​ ​ຍາກທີ່​ຈະ​ມີ​ເລື່ອງ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ ສ​ປ​ປ ເກົາຫຼີ ຄື​ບຸກ​ໂຈມ​ຕີ ຊ​ີ​ຣີ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ສ​ປ​ປ ເກົາຫຼີ ບໍ່​ແມ່ນ​ປະ​ເທດ ອີ​ຣັກ ໃນປີ 2003 ແລະ ກໍ່​ບໍ່​ແມ່ນ ຊີ​ຣີ ໃນ​ປະ​ຈຸ​ບັນ. ຖ້າ​ຫາກ​ບັນ​ດາ​ການ​ນຳ​ຂອງ​ທຳ​ນຽບ​ຂາວ ແລະ ທຳ​ນ​ຽບ 5 ແຈ​ເປີດ​ໄພ​ຂ​ຽວ​ໃຫ້​ແກ່​ການ​ປະ​ທະ​ກັນ, ​ຍູ້​ອຳ​ນາດ​ການ​ປົກ​ຄອງ ພຽງ​ຢາງ ​ໃຫ້ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ, ທ່ານ Kim Jong un ອາດ​ຈະ​ນຳ​ໃຊ້​ອາ​ວຸດ​ນິວ​ເຄຼຍ. ດັ່ງ​ນັ້ນ, ແນ່ນອນ​ວ່າວົງ​ການ​ເຈົ້າ​ໜ້າ​ທ່​ີ ອາ​ເມ​ລິ​ກາ ​ຈະ​ຕ້ອງ​ຄິດ​ໄລ່​​ຊັ່ງ​ຊາ​ເພື່ອຫຼີກ​ລ້ຽງ​ການ​ປະ​ທະ​ກັ​ນ.

        ນອກ​ຈາກນັ້ນ​ແລ້ວ, ອາ​ເມ​ລິ​ກາ ຕ້ອງ​ຄິດ​ໄລ່​ເຖິງ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫາງ​ສຽງ​ໂລກ. ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ສ​ປ​ປ ເກົາຫຼີ ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາເມ​ລິ​ກາ Donald Trump ໃນ​ວັນ​ທີ 12/4, ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ໄດ້​ຊີ້​ແຈ້ງວ່າ: ຈີນ ຢຶດ​ໝັ້ນ​ເດີນ​ຕາມ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ແຫຼມ ເກົາຫຼີ, ຕາມນັ້ນ​ແລ້ວ, ​ໄດ້ເນັ້ນ​ໜັກ​ວ່າ: ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ດັ່ງ​ກ່າວ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ. ​ໃນ​ຂະ​ນະ​ນັ້ນ, ໃນ​ວັນ​ທີ 9/4, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ເມ​ລິ​ກາ Rex Tillerson ໄດ້​ຖະ​ແຫຼງວ່າ: ປະ​ເທດນີ້ ອາດ​ຈະ​ຄິດ​ເຖິງ​ເລື່ອງ​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່ ຖ້າ​ຫາກ ພຽງ​ຢາງ ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ທົດ​ລອງ​ລູກ​ສອນ​ໄຟ ແລະ ນິວ​ເຄຼຍ. ​ເປົ້າ​ໝາຍ​ຂອງ ອາ​ເມ​ລິ​ກາ ແມ່ນ​ປອດ​ນິວ​ເຄຼຍໃນ​ແຫຼມ ເກົາຫຼີ ຫາກບໍ່​ແມ່ນ​ວ່າ​ປ່ຽນ​ແປງອ​ຳ​ນາດ​ການ​ປົກ​ຄອງ ພຽງ​ຢາງ.

        ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ສ​ປ​ປ ເກົາຫຼີ ນັບ​ມື້​ນັບ​ເຄັ່ງ​ຕຶງ ພາຍຫຼັງ​ທີ່ 2 ຝ່າຍ​ມີ​ບັນ​ດາ​ການ​ກະ​ທຳ​ເພີ່ມ​ທະ​ວີ​ອາດ​ຈະ​ເກີດ​ການ​ປະ​ທະ​ກັນ​ບົນ​ທະ​ເລ ຫຼື ທາ​ງ​ອາ​ກາດ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫາງ​ສຽງ​ຍັງ​ມີ​ຄວາມ​ຫວັງ ວ່າ ອາ​ເມ​ລິ​ກາ ແລະ ສ​ປ​ປ ເກົາຫຼີ ບໍ່​ລື່ນ​ກາຍ​ການ​ກຳ​ນົດ, ຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ​​ທີ່ມີ​ປ​ັດ​ໄຈ​ນິ​ວ​ເຄຼຍ.


ຕອບກັບ

ຂ່າວ/ບົດ​ອື່ນ