ຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ ຕ້ອງການມີເວລາເພື່ອແກ້ໄຂ

(VOVWORLD) -ເກືອບ 3 ເດືອນທີ່ໄດ້ຜ່ານພົ້ນໄປ, ຄວາມເຄັ່ງຕຶງໃນການພົວພັນລະຫວ່າງບັນດາປະເທດເຂດອ່າວເປີເຊຍ ຍັງບໍ່ທັນມີສັນຍານຈະສິ້ນສຸດ

ເຖິງວ່າ ຄູເວດເປັນຄົນກາງໄກ່ເກ່ຍກໍຕາມ, ແຕ່ວິກິດການຍັງຄົງບໍ່ມີທາງອອກຍ້ອນທັດສະນະແຂງກະດ້າງຂອງບັນດາຝ່າຍທີ່ກ່ຽວຂ້ອງເຖິງບັນຫາຕ້ານກໍ່ການຮ້າຍ, ລົດທິຫົວຮຸນແຮງ, ນະໂຍບາຍການທູດ. ໃນຂະນະນັ້ນ, ການຕົກລົງຂອງກາຕາກ່ຽວກັບການຟື້ນຟູການພົວພັນທາງການທູດຢ່າງເຕັມສ່ວນກັບອີຣານ ພວມກໍ່ຄວາມວິຕົກກັງວົນຕໍ່ການເກີດບັນດາບັນຫາໃໝ່.

ຄວາມເຄັ່ງຕຶງຢູ່ເຂດອ່າວເປີເຊຍ ຕ້ອງການມີເວລາເພື່ອແກ້ໄຂ - ảnh 1ພາບປະກອບ 

     ວິກິດການໄດ້ເກີດຂຶ້ນເມື່ອທ້າຍເດືອນພຶດສະພາປີ 2017 ຂະນະທີ່ກະສັດ ກາຕາ Hamad Al-Thani ໄດ້ກ່າວສະແດງບັນດາທັດສະນະການເມືອງຢ່າງແຂງແຮງໂດຍໝູນອ້ອມບັນດາຫົວເລື່ອງສະດຸ້ງໄວໃນພາກພື້ນຄື : ອີຣານ, ອົງການສິດສະລາມ Hamas ຂອງປາແລັສຕິນ, ອິດສະຣາແອນ ແລະ ອາເມລິກາ. ການສະແດງທັດສະນະນີ້ ໄດ້ພາໃຫ້ບັນດາປະເທດໃນພາກພື້ນ ຊຶ່ງເລີ່ມຕົ້ນແມ່ນຊາອຸດິ ອາຣາເບຍ ໄດ້ພ້ອມກັນຕັດການພົວພັນທາງການທູດກັບກາຕາ, ພ້ອມກັນນັ້ນ ກໍກ່າວຫາ ໂດຮາ ມີການພົວພັນກັບອີຣານ, ສະໜັບສະໜູນບັນດາກຸ່ມອິດສະລາມນິກາຍຊັນນີຫົວຮຸນແຮງ ແລະ ປະຕິບັດບັນດານະໂຍບາຍທີ່ກໍ່ການຂາດສະຖຽນວະພາບໃນພາກພື້ນ.

    ກາຕາໄດ້ປະຕິເສດທຸກຂໍ້ກ່າວກາ ແລະ ເນັ້ນໜັກວ່າ ກະສັດກາຕາ Hamad Al-Thani ບໍ່ກ່າວສະແດງທັດທະນະເຊັ່ນນັ້ນ ແລະ ຍ້ອນພວກຮັກເກີໄດ້ບຸກຕີເວບໄຊຂອງສຳນັກຂ່າວສານ QNA , ພ້ອມທັງຮຽກຮ້ອງກົມສືບສວນສະຫະລັດ ອາເມລິກາ FBI ໃຫ້ການໜູນຊ່ວຍແກ່ການສືບສວນ. ຄວາມໂກດແຄ້ນຂອງບັນດາປະເທດໃນພາກພື້ນຍິ່ງເພີ່ມຂຶ້ນສູງຂະນະທີ່ກຸ່ມ 4 ປະເທດອາຣັບຄື ຊາອຸດິ ອາຣາເບຍ, ບາແຣັນ ໄດ້ຍົກອອກຄຳຂາດລວມມີ 13 ຂໍ້, ໃນນັ້ນໄດ້ຮຽກຮ້ອງກາຕາປິດປະຕູຊອງໂທລະພາບ Al-Jazeera , ຢຸດຕິການໜູນຊ່ວຍບັນດາກຸ່ມກໍ່ການຮ້າຍ ແລະ ຫົວຮຸນແຮງ, ຫຼຸດລະດັບການພົວພັນກັບອີຣານ ແລະ ຢຸດຕິການປະກົດຕົວຂອງທະຫານຕວກກີຢູ່ດິນແດນ ກາຕາ. ແຕ່ສຳລັບ ກາຕາກໍໄດ້ປະຕິເສດຕໍ່ການປະຕິບັດ ແລະ ຖືວ່າ ການກະທຳດັ່ງກ່າວຂອງບັນດາປະເທດອາຣັບ ແມ່ນໄດ້ລະເມີດອະທິປະໄຕ.

      ສາຍເຫດຕົ້ນຕໍແມ່ນຫຍັງ ?

   ບໍ່ມີຍາມໃດທີ່ເຂດອ່າວເປີເຊຍ ພັດເກີດວິກິດການຢ່າງຮ້າຍແຮງຄືໃນປະຈຸບັນ, ຢູ່ເບື້ອງຫຼັງການກ່າວຫາທີ່ບັນດາປະເທດອາຣັບຍົກອອກມານັ້ນ ແມ່ນອາດຈະເຫັນສາຍເຫດທີ່ເລິກເຊິ່ງພັດແມ່ນມາຈາກການແກ່ງແຍ້ງລະຫວ່າງບັນດາອິດທິກຳລັງໃນພາກພື້ນ. ໃນຂະນະທີ່ ຊາອຸດິ ອາຣາເບຍຢາກສ້າງຕັ້ງສະຫະພາບບັນດາປະເທດອິດສະລາມນິກາຍຊັນນີເພື່ອສູ້ຢັນກັບອີຣານ, ກາຕາພັດຮຽກຮ້ອງໃຫ້ປົວແປງການພົວພັນກັບອີຣານ. ເຫດຜົນທັງໝົດເຫຼ່ົ່ານັ້ນ ແມ່ນສາຍເຫດເພື່ອໃຫ້ ຊາອຸດິ ອາຣາເບຍ ແລະ ບັນດາປະເທດໃນພາກພື້ນ ປຸກລະດົມການຕໍ່ສູ້ປັດເຂ່ຍກາຕາ ດ້ວຍຂໍ້ອ້າງຈາກການກ່າວສະແດງທັດສະນະການເມືອງຂອງການນຳປະເທດນີ້.

    ຕົ້ນເດືອນນີ້, ກາຕາໄດ້ຍື່ນໃບຮ້ອງຟ້ອງຕໍ່ອົງການ WTO ເພື່ອຮ້ອງຟ້ອງປະເທດເພື່ອນບ້ານໃກ້ຄຽງຈັດວາງຄຳສັ່ງຂວ້ຳບາດດ້ານການຄ້າຕໍ່ປະເທດນີ້. ພ້ອມກັນນັ້ນ, ໃນວັນທີ 26 ສິງຫາ, ກາຕາໄດ້ຖະແຫຼງຟຶື້ນຟູການພົວພັນທາງການທູດກັບອີຣານ. ນີ້ແມ່ນການກະທຳເຮັດໃຫ້ວິກິດການທາງດ້ານການທູດເພີ່ມຄວາມສັບສົນຫຼາຍຂຶ້ນ, ເພາະໜຶ່ງຈຳນວນຂໍ້ສະເໜີ 13 ຂໍ້ຂອງບັນດາປະເທດອາຣັບທີ່ມີຕໍ່ໂດຮາ ແມ່ນຕ້ອງຫຼຸດລະດັບການພົວພັນກັບອີຣານ.

     ບັນດາຄວາມແຕກແຫງຍາກທີ່ຈະແກ້ໄຂໄດ້

  ການປະຕິເສດຕໍ່ການປະຕິບັດຕາມຂໍ້ສະເໜີຂອງບັນດາປະເທດ, ນະໂຍບາຍສຳລັບອີຣານ, ເປັນຕົ້ນແມ່ນການກະທຳຟຶື້ນຟູການພົວພັນທາງການທູດກັບອີຣານນັ້ນ ໄດ້ກາຍເປັນສາຍເຫດທີ່ກໍ່ໃຫ້ເກີດຄວາມແຕກແຫງ ຍາກທີ່ຈະແກ້ໄຂໄດ້ລະຫວ່າງກາຕາ ແລະ ບັນດາປະເທດອາຣັບຢູ່ເຂດອ່າວເປີເຊຍ. ຜົນປະໂຫຍດຕົ້ນຕໍຂອງເຕເຮຣານຢູ່ເຂດອ່າວເປີເຊຍ ແມ່ນລ້ວນແຕ່ຢູ່ໃນບັນດາບໍ່ອາຍແກັສທຳມະຊາດຂອງກາຕາ, ຄວາມສະໜິດຕິດພັນກັບອີຣານ ກໍສາມາດທົດແທນຄວາມເສຍຫາຍທາງດ້ານເສດຖະກິດໃຫ້ແກ່ກາຕາ ພາຍຫຼັງທີ່ຖືກບັນດາປະເທດໃນພາກພື້ນປິດລ້ອມໃຫ້ຕົກຢູ່ໂດດດ່ຽວ ແລະ ຈັດວາງມາດຕະການລົງໂທດ. ດັ່ງນັ້ນ ເລື່ອງກາຕານັບມື້ນັບຫ່າງໄກຈາກບັນດາປະເທດອາຣັບໃນຂອບເຂດສະພາຮ່ວມມືເຂດອ່າວເປີເຊຍ ແລະ ຫຍັບເຂົ້າໃກ້ກັບອີຣານຍ້ອນບັນດາຜົນປະໂຫຍດນີ້ ກໍແມ່ນສິ່ງທີ່ສາມາດເຂົ້າໃຈໄດ້ຢ່າງງ່າຍດາຍ.

    ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ຄວາມເຄັ່ງຕຶງທາງດ້ານການທູດຢູ່ເຂດອ່າວເປີເຊຍ ພວມເຮັດໃຫ້ການພົວພັນໃນພາກພື້ນປ່ຽນແປງໄປ ແລະ ມາຮອດປະຈຸບັນ, ຫາງສຽງພວມສົນໃຈຕໍ່ຄວາມມານະພະຍາຍາມທາງການທູດຂອງບັນດາຝ່າຍທັງຢູ່ພາຍໃນ ແລະ ນອກພາກພື້ນ ເພື່ອແນໃສ່ສົ່ງຜົນກະທົບເຖິງວິກິດການຕາມແນວໂນ້ມອັນຕັ້ງໜ້າທີ່ສຸດ. ການຢ້ຽມຢາມກັນຕາມພິທີທາງການທູດລະຫວ່າງ ອີຣານ ແລະ ຊາອຸດິ ອາຣາເບຍ ຊຶ່ງແມ່ນ 2 ປະເທດໄດ້ຮັບຖືວ່າ ມີການແກ່ງແຍ້ງທາງດ້ານການສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດໃນພາກພື້ນນັ້ນ ຄາດວ່າ ຈະດຳເນີນໃນເດືອນກັນຍາໜ້ານີ້ ຊຶ່ງໄດ້ຮັບຄວາມຄອງຄອຍ ແມ່ນຈະນຳມາເຊິ່ງບັນດາສັນຍານທີ່ດີງາມ. ແຕ່ສິ່ງທີ່ສຳຄັນກວ່າໝູ່ ຍັງຄົງແມ່ນເຈດຕະນາດີໃນການຜ່ອນສັ້ນຜ່ອນຍາວຂອງຝ່າຍຕ່າງໆໃນວິກິດການທາງດ້ານການທູດປະຈຸບັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ