ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ເວເນຊູເອລາ ກັບ ອາເມລິກາ ແລະ ບາງປະເທດ ອາເມລິກາລາຕິນ

(VOVWORLD) - ໃນຊຸມວັນມໍ່ໆມານີ້, ການພົວພັນລະຫວ່າງ ເວເນຊູເອລາ ກັບ ອາເມລິກາ ແລະ ບາງປະເທດ ອາເມລິກາລາຕິນ, ເປັນຕົ້ນແມ່ນ ເປຣູ ພັດເຄັ່ງຕຶງຂຶ້ນ ຂະນະທີ່ບັນດາຝ່າຍມີບັນດາການກະທຳຕຳໜິຕິຕຽນເຊິ່ງກັນ ແລະ ກັນ ກໍ່ຄືມີຄຳນາບຂູ່ແຊກແຊງດ້ານການທະຫານ.
ຄວາມເຄັ່ງຕຶງໃນການພົວພັນລະຫວ່າງ ເວເນຊູເອລາ  ກັບ ອາເມລິກາ ແລະ ບາງປະເທດ ອາເມລິກາລາຕິນ - ảnh 1 ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ພາບ: EPA/TTXVN

ທຸກສິ່ງໄດ້ເກີດຂຶ້ນ ພາຍຫລັງຜູ້ມີສິດເລືອກຕັ້ງ ເວເນຊູເອລາ ໄດ້ເລືອກຕັ້ງສະພາແຫ່ງຊາດໃຕ້ລັດຖະທຳມະນູນ (ANC)ຊຶ່ງແມ່ນ ອົງການທີ່ມີໜ້າທີ່ປັບປຸງລັດຖະທຳມະນູນປີ 1999 ເພື່ອຊ່ວຍ ເວເນຊູເອລາ ຜ່ານຜ່າວິກິດການດ້ານການເມືອງຄືປະຈຸບັນ. ການຂັດແຍ້ງທີ່ຫາກໍ່ເກີດຂຶ້ນ ເຮັດໃຫ້ ເວເນຊູເອລາ ມີຄວາມຫຍຸ້ງຍາກຕື່ມອີກ ໃນການແກ້ໄຂວິກິດການດ້ານການເມືອງ ແລະ ເສດຖະກິດ. ເຖິງຢ່າງໃດກໍ່ຕາມ ຊາວເວເນຊູເອລາ ຫວັງວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Maduro ຈະແກ້ໄຂບັນດາຄວາມຫຍຸ້ງຍາກເທື່ອລະກ້າວ ເພື່ອໃຫ້ ເວເນຊູເອລາ ຟື້ນຟູທີ່ຕັ້ງບົດບາດຊຶ່ງ ແມ່ນໜຶ່ງໃນບັນດາປະເທດ ທີ່ມີຜົນສະທ້ອນດ້ານເສດຖະກິດ ແລະ ການເມືອງໃຫຍ່ກວ່າໝູ່ຢູ່ ອາເມລິກາໃຕ້.      

       ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງຝ່າຍຄ້ານຢູ່ເວເນຊູເອລານັ້ນ, ປະທານາທິບໍດີ Nicolas Maduro ຖະແຫຼງວ່າ ໄຊຊະນະພາຍຫຼັງທີ່ອົງການເລືອກຕັ້ງຂອງປະເທດນີ້ໄດ້ປະກາດຈຳນວນຜູ້ມີສິດໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດໃຕ້ລັດຖະທຳມະນູນໄດ້ຂຶ້ນເຖິງກວ່າ 8 ລ້ານຄົນແລ້ວ ເທົ່າກັບ 41,5%, ສູງກ່ວາລະດັບຕ່ຳສຸດຄື 15 % ຕາມການກຳນົດຂອງລັດຖະທຳມະນູນ. ປະທານາທິບໍດີ Nicolas Maduro ຖືວ່າ ການສ້າງຕັ້ງສະພາແຫ່ງຊາດໃຕ້ລັດຖະທຳມະນູນແມ່ນວິທີພຽງຢ່າງດຽວເທົ່ານັ້ນເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫຼັງເກີດການແຫ່ຂະບວນປະທ້ວງຂອງຝ່າຍຄ້ານເປັນເວລາຫຼາຍເດືອນ ອັນໄດ້ເຮັດໃຫ້ສະພາບການດ້ານການເມືອງຢູ່ເວເນຊູເອລາຕົກເຂົ້າສູ່ສະພາບບໍ່ມີທາງອອກ.

    ສະພາບການພາຍໃນຂາດສະຖຽນລະພາບ

   ໃນຂະນະທີ່ປະທານາທິບໍດີ Nicolas Maduro ປະກາດໄດ້ຮັບໄຊຊະນະໃນການເລືອກຕັ້ງນັ້ນ, ຝ່າຍຄ້ານພັດບໍ່ຍອມຮັບຕໍ່ຜົນຂອງການເລືອກຕັ້ງນີ້ ເພາະຖືວ່າ ມີພຽງປະມານ 12% ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດ. ທ່ານ Henrique Capriles ຜູ້ວ່າການລັດ Miranda ຊຶ່ງແມ່ນການນຳຂອງຝ່າຍຄ້ານໄດ້ຮຽກຮ້ອງຜູ້ສະໜັບສະໜູນທ່ານ ຈົ່ງລົງຖະໜົນເດີນຂະບວນປະທ້ວງເພື່ອຄັດຄ້ານ. ກ່ອນໜ້ານັ້ນ, ຝ່າຍຄ້ານກໍໄດ້ປະຕິເສດເຫດການນີ້ດ້ວຍວິທີບໍ່ນຳສະເໜີບັນດາຜູ້ສະໝັກເລືອກຕັ້ງເຂົ້າຮ່ວມການຫາສຽງເລືອກຕັ້ງ.

    ໃນຕົວຈິງ, ວິກິດການເສດຖະກິດຢູ່ເວເນຊູເອລາ ໄດ້ເຮັດໃຫ້ເພີ່ມທະວີຄວາມເຄັ່ງຕຶງທາງດ້ານການເມືອງໃນປະຈຸບັນຢູ່ປະເທດນີ້. ແຕ່ປີ 2013 ຫາ 2017 ລະດັບຈີດີພີຂອງເວເນຊູເອລາໄດ້ຫຼຸດລົງເຖິງ 40%, ແຫຼ່ງລາຍຮັບແຫ່ງຊາດກໍໄດ້ຫຼຸດລົງເຖິງ 51%. ເພື່ອແກ້ໄຂໃຫ້ທັນກັບສະພາບເງິນເຟີ້ທີ່ຂຶ້ນເຖິງ 720%, ປະທານາທິບໍດີ Nicolas Maduro ໄດ້ເພີ່ມເງິນເດືອນພື້ນຖານຂຶ້ນທົບ 3 ເທົ່າໃນປີ 2017, ແຕ່ຍັງພາໃຫ້ສະກຸນເງິນ Bolivar ຂອງເວເນຊູເອລາຖືກຕົກລາຄາເຖິງ 1000%. ປະຈຸບັນ, ມີເຖິງ 82%ຈຳນວນພົນລະເມືອງຂອງເວເນຊູເອລາຖືກຕົກຢູ່ໃນສະພາບອຶດຫິວ ແລະ ທຸກຍາກ, ຂາດແຄນສະບຽງອາຫານ. ບັນດາຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດຂອງເວເນຊູເອລາພວມຕົກຢູ່ໃນສະພາບວິກິດການຢ່າງຮຸນແຮງ ແລະ ຍາກທີ່ຈະຟື້ນຕົວໄດ້ໃນໄລຍະອັນສັ້ນໆ.

    ການພົວພັນລະຫວ່າງເວເນຊູເອລາ ແລະ ບາງປະເທດອາເມລິກາລາຕິນພວມເພີ່ມຄວາມເຄັງຕຶງຫຼາຍຂຶ້ນ

    ການຂັດແຍ້ງກັນທາງດ້ານການເມືອງຢູ່ເວເນຊູເອລາໄດ້ເກີນຂອບເຂດຜືນແຜ່ນດິນຂອງປະເທດນີ້ແລ້ວ, ຂະນະທີ່ໃນວັນທີ 8 ສິງຫາຢູ່ທີ່ກອງປະຊຸມວິສາມັນໂດຍລັດຖະບານເປຮູຮຽກໂຮມເພື່ອປຶກສາຫາລືກ່ຽວກັບວິກິດການຢູ່ເວເນຊູເອລາໃນປະຈຸບັນ. ບັນດາລັດຖະມົນຕີການຕ່າງປະເທດຂອງ 17 ປະເທດອາເມລິກາລາຕິນໄດ້ອອກຖະແຫຼງການ Lima ໂດຍບໍ່ຍອມຮັບສະພາແຫ່ງຊາດໃຕ້ລັດຖະທຳມະນູນຂອງເວເນຊູເອລາ. ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເປຣູ ໄດ້ປະຕິເສດຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດປະຊາຄົມບັນດາປະເທດອາເມລິກາ ລາຕິນ ແລະ ເຂດ ກາຣີເບ. ໂດຍປະທານາທິບໍດີ Nicolas Maduro ນຳສະເໜີເມື່ອບໍ່ດົນມານີ້.

     ຄັດຄ້ານການນາບຂູ່ແຊກແຊງຈາກອາເມລິກາ

   ໃນສະພາບຂາດສະຖຽນລະພາບຢູ່ພາຍໃນ, ຄວາມເຄັ່ງຕຶ່ງລະຫວ່າງເວເນຊູເອລາກັບ ບາງປະເທດອາເມລິກາລາຕິນ ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອນັ້ນ, ເວເນຊູເອລາ ພັດຕ້ອງປະເຊີນໜ້າກັບອາເມລິກາ ພາຍຫຼັງທີ່ໃນວັນທີ 11 ສິງຫາ, ປະທານາທິບໍດີ ອາເມລິກາ Donal Trump ໄດ້ຖະແຫຼງໂດຍບັງເອີນວ່າ : ອາເມລິກາມີການເລືອກເຟັ້ນຫຼາຍຢ່າງສຳລັບ ເວເນຊູເອລາ, ໃນນັ້ນ ລວມທັງການກະທຳທາງທະຫານຖ້າຫາກມີຄວາມຈຳເປັນ. ວິຈານກ່ຽວກັບຄຳຖະແຫຼງຂອງຜູ້ນຳທຳນຽບຂາວ, ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Arreaza ຖືວ່າ ຄຳນາບຂູ່ແບບໂສຕາຍຂອງ ປະທານາທິບໍດີ ອາເມລິກາ Donal Trump ແມ່ນເພື່ອແກ່ດຶງອາເມລິກາລາຕິນ ແລະ ເຂດ ກາຣີເບ ຕົກເຂົ້າສູ່ການປະທະກັນ ທີ່ກໍ່ໃຫ້ເກີດສະພາບຂາດສະຖຽນລະພາບ, ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ຄຳຖະແຫຼງຂອງປະທານາທິບໍດີ ອາເມລິກາ Donal Trump ແມ່ນການນາບຂູ່ໂດຍກົງຕໍ່ສະຖຽນລະພາບ, ສັນຕິພາບ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນກໍຄືສິດຕັດສິນໂດຍຕົນເອງຂອງເວເນຊູເອລາ.

   ປະຈຸບັນ, ເວເນຊູເອລາພວມຊອກຫາທຸກໆວິທີເພື່ອຜ່ານຜ່າວິກິດການເສດຖະກິດ, ການເມືອງໃນປະຈຸບັນ. ບັນດາການຂັດແຍ້ງກັນຢູ່ພາຍໃນປະເທດນີ້ເອງ ແລະ ການຂັດແຍ້ງກັບບັນດາປະເທດເພື່ອນບ້ານໃກ້ຄຽງພວມກາຍເປັນສິ່ງກີດຂວາງຕໍໍ່ຂະບວນວິວັດຜ່ານຜ່າວິກິດການ. ຊາວເວເນຊູເອລາປາດຖະໜາວ່າ ອຳນາດການປົກຄອງຂອງ ປະທານາທິບໍດີ Nicolas Maduro ຈະແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວເພື່ອໃຫ້ ເວເນຊູເອລາຟື້ນຟູທີ່ຕັ້ງບົດບາດຄືກ່ອນນີ້ຂອງຕົນ, ນັ້ນແມ່ນໜຶ່ງໃນບັນດາປະເທດທີ່ມີຜົນສະທ້ອນທາງດ້ານເສດຖະກິດ ແລະ ການເມືອງໃຫຍ່ກ່ວາໝູ່ຢູ່ອາເມລິກາໃຕ້./. 

ຕອບກັບ

ຂ່າວ/ບົດ​ອື່ນ