ຄວາມເຄັ່ງຕຶງໃນແຫຼມເກົາຫຼີເພີ່ມຂຶ້ນ

(vovworld) ​​​ໃນ​ຂະ​ນະ​ທີ່ສະ​ພາບ​ການ​ເຄັ່ງ​ຕຶງ ແລະ ບັນ​ດາ​ຄຳ​ນາບ​ຂູ່ລະ​ຫວ່າງ ພຽງ​ຢາງ ແລະ ວໍ​ຊິງ​ຕັນ ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ສ​ປ​ປ.ເກົາຫຼີ ພັດ​ດຳ​ເນີນ​​ການຍິງ​ລູກ​ສອນ​ໄຟ​ໃນ​ວັນ​ທີ 16/04 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຜູ້ກໍ່​ຕັ້ງ​ປະ​ເທດ ກິມ​ອິນ​ຊຸງ. ​ສິ່ງທັງ​ໝົດນັ້ນ ​ພວມສ້າງ​ບັນ​ຍາ​ກາດ​ເຄັ່ງ​ຕຶງ ອັນ​ໄດ້​ພາ​ໃຫ້ຫລາຍ​ຄົນ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ອາດ​ຈະ​ເກີດ​ສົງ​ຄາມທຳ​ລາຍ​ລ້າງ​ຜານ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ແອ໋ງ​ຮວຽນ, VOV.

ຄວາມເຄັ່ງຕຶງໃນແຫຼມເກົາຫຼີເພີ່ມຂຶ້ນ - ảnh 1
ການ​ເດີນ​​ຂະ​ບວນສວນ​ສະ​ໜາມ​ສະ​ແດງ​ກຳ​ລັງ​ຂອງ ສ​ປ​ປ.ເກົາຫຼີ
(ພາບ:  EPA/ TTXVN)

ກໍ​ລະ​ນີຍິງ​ລູກ​ສອນ​ໄຟ​ໃນ​ວັນ​ທີ 16/04, ດຳ​ເນີນ​ໄປ​ກ່ອນ​ທີ່​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ Mike Pence ມາ ສ.ເກົາຫຼີ ເປັນ​ເວ​ລາ 2 - 3 ຊົ່ວ​ໂມງ ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ​ທີ່​ມີ​ຕໍ່​ປະ​ເທດ​ພັນ​ທະ​ມິດ​ຂອງ​ຕົນ ໃນ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ນັບ​ມື້ນ​ນັບ​ເພີ່ມ​ຂຶ້ນ ​ຍ້ອນ​ໂຄງ​ການ​ອາ​ວຸດ​ຂອງ ສ​ປ​ປ.ເກົາຫຼີ. ລູກ​ສອນ​ໄຟ ຖືກ​ຍິງ​ຈາກ​ທ່າ​ກ່ຳ​ປັ່ນ​ຢູ່​ຝັ່ງ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ, ເຖິງວ່າ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ກໍ່​ຕາມ, ແຕ່ພັດ​ເຮັດ​ໃຫ້ສະ​ພາບ​ການ​ໃນ​ແຫຼມ​ເກົາຫຼີ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ແລະ ເຫດ​ການ​ດັ່ງ​ກ່າວ ຖ້າ​ຫາກບໍ່​ມີ​ຄວາມ​ລະ​ງັບ​ໃຈ​ຂອງ​ບັນ​ດາ​ຝ່າຍ ອາດ​ຈະ​ພາ​ໃຫ້​​​​ເກີດຜົນ​ຮ້າຍ​ເປັນ​ໜ້າ​ເສຍ​ດາຍ.

ທັດ​ສະ​ນາ​ແຂງ​ກະ​ດ້າງ​ຂອງ​ບັນ​ດາ​ຝ່າຍ

        ໃນ​ການ​ກະ​ທຳ​ດ້ວຍປະ​ຕິ​ກິ​ລິ​ຍາ​ໃນ​ທັນ​ທີ, ສ.ເກົາຫຼີ ຖະ​ແຫຼງວ່າ ກໍ​ລະ​ນີຍິງ​ລູກ​ສອນ​ໄຟ​ດຳ​ເນີນ​ໄປ​ພາຍ​ຫລັງ ສ​ປ​ປ.ເກົາຫຼີ ​ໄດ້​ສະ​ແດງ​ກຳ​ລັງ​ອາ​ວຸດ​ດ້ວຍ​ບັນ​ດາ​ລູ​ກ​ສອນ​ໄຟ​ບຸກ​ໂຈມ​ຕີ​ໃນ​ການ​ເດີນ​​ຂະ​ບວນສວນ​ສະ​ໜາມ​ສະ​ແດງ​ກຳ​ລັງ​ໃຫຍ່​ທີ່​ສຸດ ໃນ​ວັນ​ທີ 15/04 ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ກິມ​ອິນ​ຊຸງ ແມ່ນ​ການ​ກະ​ທຳໂອ້ອວດ​ກຳ​ລັງ​ແຮງ​ນາບ​ຂູ່​ຕໍ່​ໂລກ. ພ້ອ​ມ​ກັນ​ນັ້ນ ສ​ປ​ປ.ເກົາຫຼີ ກ່າວ​ເຕືອນ​ວ່າ ຈະ​ມີ​ມາດ​ຕະ​ການ​ລົງ​ໂທດ ຖ້າ​ຫາກ ພຽງ​ຢາງ ສືບ​ຕໍ່​ມ​ີ​ການ​ກະ​ທຳ​ເກາະ​ຜິດ.

        ໃນ​ຂະ​ນະ​ນັ້ນ ວັນ​ທີ 17/04, ເມື່ອ​ຢູ່​ຢ້ຽມ​ຢາມ ສ.ເກົາຫຼີ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ຖະ​ແຫຼງ “ໄລ​ຍະ​​ອົດ​ທົນ” ກັບ ສ​ປ​ປ.ເກົາ​ຫຼີ ໄດ້​ສິ້ນ​ສຸດ​ລົງ​ພາຍ​ຫລັງ​ກ່​ວາ 2 ທົດ​ສະ​ວັດ, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ພວມ​ປະ​ປ່ອຍ​ບັນ​ດາ​ວິ​ທີ​ການ​ເລືອກ​ເຟັ້ນ ໃນ​ການ​ສະ​ກັດ​ກັ້ນ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຂອງ ພຽງ​ຢາງ. ຊ້ຳ​ບໍ່​ໜຳ ທ່ານ Mike Pence ຍັງ​ກ່າວ​ເຕືອນ​ວ່າ ສ​ປ​ປ.ເກົາ​ຫຼີ ບໍ່​ຄວນ​ທ້າ​ທາຍ​ຕໍ່ຄວາມ​ຕັດ​ສິນ ຫຼື ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ ອາ​ເມ​ລິ​ກາ ໃນ​ຂະ​ນະ​ທີ່​ໂລກ​ໄດ້​ເຫັນ​ປະ​ຈັກ​ຕາ​ກຳ​ລັງ​ແຮງ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ ອາ​ເມ​ລິ​ກາ ໂດຍ​ຜ່ານ​ບັນ​ດາ​ການ​ກະ​ທຳ​ຢູ່ ຊີ​ຣີ ແລະ ອາບ​ກາ​ນິດ​ສະ​ຖານ ໃນ​ຊຸມ​ວັນ​ຜ່ານ​ມາ. ​ສະ​ແດງຄວາມ​ວິ​ຕົກ​ກັງ​ວົນ ຕໍ່ໜ້າ​ຄຳ​ຖະ​ແຫຼງ​ຂອງ ອາ​ເມ​ລິ​ກາ, ລັດ​ເຊຍ ກ່າວ​ເຕືອນ ອາ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ​ບຸກ​ໂຈມ​ຕີ​ພຽງ​ລຳ​ພັງ​ຝ່າຍ​ດຽວ​​ທີ່ແນ​ໃສ່ ສ​ປປ.ເກົາ​ຫຼີ ແມ່ນ​ເສັ້ນ​ທາງ​ເຕັມ​ໄປ​ດ້ວຍ​ຄວາມ​ສ່ຽງ ແລະ ຫວັງ​ວ່າ ອາ​ເມ​ລິ​ກາ ຈ​ະ​ບໍ່​​ມີ​ການ​ກະ​ທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຄື​ໄດ​້​ເກີດ​ຂຶ້ນຢູ່ ຊີ​ຣີ.

ຄວາມເຄັ່ງຕຶງໃນແຫຼມເກົາຫຼີເພີ່ມຂຶ້ນ - ảnh 2
ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence
(ພາບ: Reuters)

ແຫຼມ​ເກົາຫຼີ​ພວມ​ເຄັ່ງ​ຕຶງ​ຂຶ້ນ​ໃນ​ແຕ່​ລະ​ຊົ່ວ​ໂມງ

  ນີ້ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ພຽງ​ຢາງ​ດຳ​ເນີນ​ການ​ຍິງ​ລູກ​ສອນ​ໄຟ, ແຫຼມ​ເກົາຫຼີໄດ້​ເກີດ​ການ​ຂັດ​ແຍ້ງ​ກັນ​ເຖິງ​ຂັ້ນ​ສູງ​ສຸດ​ເປັນຫຼາຍ​ຄັ້ງ​ມາ​ແລ້ວ. ແຕ່​ໃນ​ຄັ້ງ​ນີ້, ຂ່າວ​ລື​ກ່ຽວ​ກັບ​ການ​ເກີດ​ການ​ປະ​ທະ​ກັນ​ທາງ​ທະ​ຫານ​ໄດ້​ຖືກ​ແຜ່​ລາມ​ອອກ​ສູ່​ວົງ​ກ້​ວາງ. ຄວາມ​ວິ​ຕົກ​ກັງ​ວົນ​ນີ້ ແມ່ນ​ມີ​ພື້ນ​ຖານ ເພາະ​ການ​ປ່ຽນ​ແປງອຳ​ນາດ​ການ​ປົກ​ຄອງ​ໃໝ່ຢູ່​ອາ​ເມ​ລິ​ກາ. ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trumph ເບິ່ງ​ຄື​ວ່າ ນັບ​ມື້​ນັບ​ມີ​ການ​ກະ​ທຳ​ຢ່າງ​ແຂງແຮງ. ວັນ​ທີ 7/4, ອາ​ເມ​ລິ​ກາ​ໄດ້​ຍິງ​ລູກ​ສອນ​ໄຟ Tomahawk 59 ລູກ​ໃສ່​ຖານ​ທີ່​ໝັ້ນ​ກອງ​ທັບ​ຂອງ​ຊີ​ຣີ. ຕໍ່​ຈາກນັ້ນ, ໃນ​ວັນ​ທີ 13/4, ອາ​ເມ​ລິ​ກາ​ໄດ້​ຖິ້ມ​ລະ​ເບີດ​ລົງ​ໃສ່​ບໍ​ລິ​ເວນ​ທີ່​ມີ​ລະ​ບົບ​ທາງ​ໃຕ້​ດິນ​ຂອງ​ລັດ​ອິດ​ສະ​ລາມ IS ຢູ່​ອາບ​ກາ​ນິ​ສ​ຖານ ແລະ ອາ​ເມ​ລິ​ກາ​ກໍ​ໄດ້​ຈັດ​ສົ່ງ​ເຮືອ​ບິນ​ສອດ​ແນມ​ນິວ​ເຄຼຍ, ກຳ​ປັ່ນ​ສະ​ໜາມ​ບິນ​ໄປ​ຍັງ​ບໍ​ລິ​ເວນ​ໃກ້​ກັບ ສ.ປ.ປ​ເກົາຫຼີ. ເພື່ອເປັນ​ການ​ໂຕ້​ຕອບ, ສ.ປ.ປ​ເກົາຫຼີໄດ້​ດຳ​ເນີນ​ການສວນ​ສະ​ໜາມ​ສະ​ແດງ​ກຳ​ລັງ, ນາມ​ຂູ່​ຈະ​ບຸກ​ໂຈມ​ຕີ​ອາ​ເມ​ລິ​ກາ​ເສຍ​ກ່ອນ ພ້ອມ​ທັງ​ໄດ້​ກຽມ​ພ້ອມ​ແກ່​ການ​ດຳ​ເນີນ​ສົງ​ຄາມ​ຂະ​ໜາດ​ໃຫຍ່ກັບ​ອາ​ເມ​ລິ​ກາ.

     ບັນ​ຍາ​ກາດ​ໃນ ແຫຼມ​ເກົາຫຼີ​ຍິ່ງ​ເຄັ່ງ​ຕຶງ​ຂຶ້ນ ຂະ​ນະ​ທີ່​ຈີນ​ໄດ້​ຜັນ​ຂະ​ຫຍາຍ​ພົນ​ທະ​ຫານ 150.000 ຄົນ​ໄປ​ຍັງ​ເຂດ​ຊາຍ​ແດນ​ເກົາຫຼີ ເພື່ອ​ກະ​ກຽມ​ຮັບ​ມື​ຕໍ່​ກໍ​ລະ​ນີ​ພຽງ​ຢາງ​ຖືກວໍຊິງ​ຕັນ​ບຸກ​ໂຈມ​ຕີ​ເສຍ​ກ່ອນ. ຍີ​ປຸ່ນ​ກໍ​ພວມ​ຂຸ້ນ​ຂ້ຽວ​ຂຶ້ນ​ແຜນ​ການ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ຍີ​ປຸ່ນ 57.000 ຄົນ​ຢູ່ ສ.ເກົາຫຼີ ກໍ​ຄື​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ຕໍ່​ກະ​ແສ​ຟອງ​ຊາວ​ອົບ​ພະ​ຍົ​ບ​ຈາກ ສ.ປ.ປ​ເກົາຫຼີ ເຂົ້າ​ມາ​ຍີ​ປຸ່ນ​ໃນ​ກໍ​ລະ​ນີ​ເກີດ​ວິ​ກິດ​ການ. ລັດ​ເຊຍ ແລະ ຈີນ​ກໍ​ໄດ້​ຈັດ​ສົ່ງ​ກຳ​ປັ່ນ​ຮົບ​ໄປ​ຍັງ​ທະ​ເລ​ຮ​ວາ​ຕຸງ​ເພື່ອ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ປັ່ນ​ອາ​ເມ​ລິ​ກາ.

     ວົງ​ການ​ນັກ​ໄຈ້​ແຍກ​ສາ​ກົນ​ໃຫ້​ຂໍ້​ສັງ​ເກດ​ວ່າ : ບັນ​ດາ​ການ​ຜັນ​ແປ​ໃນ​ເວ​ລາ​ທີ່​ຜ່ານ​ມາ, ອາດ​ຈະ​ແມ່ນ​ວິ​ທີ​ເຊິ່ງ​ອາ​ເມ​ລິ​ກາ​ນຳ​ໃຊ້​ເພື່ອ​ທົດ​ລອງ​ປະ​ຕິ​ກິ​ລີຍ​າ​ຂອງ​ພຽງ​ຢາງ, ຈາກນັ້ນ ຈະ​ກຳ​ນົດ​ວິ​ທີ​ຮັບ​ມື​ກັບ ສ.ປ.ປ​ເກົາຫຼີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ເລື່ອງ ສ.ປ.ປ​ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼາຍ​ລູກ​ໃນ​ພາບ​ດຽວ ໄດ້​ເປັນ​ການຢັ້ງ​ຢືນ​ວ່າ ໂຄງ​ການ​ຂະ​ຫຍາຍ​ລູກ​ສອນ​ໄຟຂອງ​ປະ​ເທດນີ້ ພວມ​ນັບ​ມື້​ນັບ​ກ້າວ​ໜ້າ. ຍິ່ງ​ໄປ​ກ່​ວານັ້ນ, ຍັງ​ມີ​ແຫຼ່ງ​ຂ່າວ​ວ່າ ປະ​ເທດນີ້ ຍັງ​ມີ​ອາ​ວຸດ​ເຄ​ມີ​ເປັນ​ຈຳ​ນວນຫຼາຍ ແລະ ບັນ​ດາ​ຝ່າຍ​ຄວນ​ລະ​ມັດ​ລະ​ວັງ​ຊັງ​ຊາ​ຕໍ່​ບັນ​ດາ​ມາດ​ຕະ​ການ​ທີ່​ນຳ​ໃຊ້​ກັບ​ພຽງ​ຢາງ. ປະ​ຈຸ​ບັນ, ຍາກ​ທີ່​ຈະ​ຕີ​ລາ​ຄາ​ຢ່​າງ​ຖືກ​ຕ້ອງ​ກ່ຽວ​ກັບ​ສະ​ພາບ​ການ​ໃນແຫຼມ​ເກົາຫຼີ ແລະ ທຸກ​ຝ່າຍ​ຄວນ​ລະ​ງັບ​ໃຈ​ເພື່ອຫຼີກ​ເວັ້ນ​ການເກີດ​ການ​ປະ​ທະ​ກັນ​ທາງ​ທະ​ຫານ​​ໂດຍບໍ່​ຈຳ​ເປັນ./. 

ຕອບກັບ

ຂ່າວ/ບົດ​ອື່ນ