ຄະນະກຳມະການປົກປ້ອງນັກຂ່າວສາກົນ ເສກສັນປັ້ນແຕ່ງສະພາບການສື່ສານຢູ່ຫວຽດນາມຢ່າງບັງອາດ

ວັນ​ທີ 14/2/2013, ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​ ​ໄດ້ປະກາດອັນທີ່​ເອີ້ນ​ວ່າ: “ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ສະພາບ​ເສລີ​ດ້ານ​ການສື່ສານ​ທົ່ວ​ໂລກ“ ຊື່​ງ​ໃນ​ນັ້ນຖື​ວ່າ: ຫວຽດນາມ ​ນອນ​ໃນ​ຈຳນວນ 5 ປະ​ເທດ​ກັກ​ຂັງ​ນັກ​ຂ່າວ​ຫຼາຍ​ກ່ວາ​ໝູ່​ໃນ​ໂລກ. ການ​ຕີ​ລາຄາ​ດັ່ງ​ກ່າວ​ແມ່ນ​ຂາດ​ຄວາມ​ເປັນ​ຈິງ, ບໍ່​ຖືກ​ກັບ​ສະພາບ​ການ​ສື່ສານ​ຢູ່​ຫວຽດນາມ ​ແລະ ​ໄດ້​ເສກ​ສັນ​ປັ້ນ​ແຕ່ງກ່ຽວ​ກັບ​ສິດເສລີ​ດ້ານ​ການສື່ສານ​ຢູ່​ຫວຽດນາມ ຢ່າງ​ເປີດ​​ແປນ.

ຄະນະກຳມະການປົກປ້ອງນັກຂ່າວສາກົນ ເສກສັນປັ້ນແຕ່ງສະພາບການສື່ສານຢູ່ຫວຽດນາມຢ່າງບັງອາດ - ảnh 1

(ພາບປະກອບ:petrotimes.vn)

​  ໃນອັນທີ່​ເອີ້ນ​ວ່າ: “ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ສະພາບ​ເສລີ​ດ້ານ​ການສື່ສານ​ທົ່ວ​ໂລກ“ ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​ ຖື​ວ່າ: ປະຈຸ​ບັນ, ມີ Bloger ​ຈຳນວນໜຶ່ງ ແລະ ຜູ້​ຊົມ​ໃຊ້​ອິນ​ເຕີ​ແນັດຖືກ​ກັກ​ຂັງ​ຍ້ອນ​ໄດ້​ສະ​ແດງ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຕົນ​ຢ່າງ​ເສລີ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ. ບົດ​ລາຍ​ງານ​ຍັງ​ລະບຸວ່າ: “​ໄລ່​ສະ​ເພາະ​ໃນ​ສານ​ພິພາກສາ​ຄັ້ງໜຶ່ງ​ ເມື່ອ​ວັນ​ທີ 6/1/2013, ​ໄດ້​ມີຊາວ​ໜຸ່ມ 14 ຄົນ​ຖືກ​ຕັດສິນ​ລົງ​ໂທດ​ດ້ວຍ​ການຈຳ​ຄຸກທັງ​ໝົດ 100 ປີຍ້ອນ​ໄດ້​ວສຍ​ໃຊສິດ​​ເສລີ​ໃນ​ການປາກ​ເວົ້າ​“. ດ້ວຍ​ບັນດາ​ຂ່າວ​ຄາວ​ຄື​ດັ່ງກ່າວ, ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນໄດ້​ສະຫລຸບຢ່າງຜິດ​ເຂ​ວ​ວ່າ: ບັນດາ​ນັກ​ຂ່າວ​ຖືກ​ຈຳ​ຢູ່​ຫວຽດນາມ ສ່ວນ​ຫຼາຍ​ແມ່ນຍ້ອນ​ຖືກ​ກ່າວ​ຜູກ​ໂທດວ່າ​ຕ້ານ​ທຳລາຍ​ລັດ​ເປັນຕົ້ນ.

​   ໃນ​ຫົວ​ຂໍ້​ທີ່​ວ່າ: “ບັນດາ Bloger ​ແລະ ຜູ້​ຊົມ​ໃຊ້​ອິນ​ເຕີ​ແນັດຖືກ​ກັກ​ຂັງ​ຢູ່​​ໃນຄຸກ“, ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​ ​ໄດ້​ຕີ​ລາຄາ​ບັນດາ​ນັກ​ຂ່າວ​ຊອບ​ທຳ, ຖື​ເອົາ​ການ​ເຄື່​ອນ​ໄຫວ​ສື່ສານ​ເປັນ​ອາຊີບ​ສັງຄົມ ຄື​ກັນ​ກັບ​ບັນດາ Bloger ທີ່ສວຍ​ໃຊ້ອິນ​ເຕີ​ແນັດ​ເພື່ອ​ປະຕິບັດ​ບັນດາ​ການ​ກະທຳ​ລະ​ເມີດ​ຂໍ້​ມາດຕາ​ທີ 88 ຂອງ​ປະມວນ​ກົດໝາຍ​ອາຍາ​ລັດ ສສ ຫວຽດນາມ. ​ໃນ​ຫົວ​ຂໍ້​ຂອງ​ອັນ​ທີ່​ເອີ້ນ​ວ່າ “ບົດ​ລາຍ​ງານ“, ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​​ໄດ້​ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ສະພາບ​ຕົ​ວຈິງ​ດ້ານ​ການ​ສື່ສານ​ຢູ່​ຫວຽດນາມ.

ຄະນະກຳມະການປົກປ້ອງນັກຂ່າວສາກົນ ເສກສັນປັ້ນແຕ່ງສະພາບການສື່ສານຢູ່ຫວຽດນາມຢ່າງບັງອາດ - ảnh 2

ແຂວງ​​ເຮົ້າຢາງ​ຈັດການ​ພົບ​ປະ​ສ້າງສັນ​ກັບ​ນັກ​ຂ່າວ​ໃນ​ໂອກາດ​ບຸນ​ເຕັດ

(ພາບ:tuyengiao.vn)

  ອີກ​ຢ່າງ​ໜຶ່ງ, ​ໃນ​ຕົວ​ຈິງ, ຢູ່​ຫວຽດນາມ, ບໍ່​ມີ​ນັກ​ຂ່າວ​ຜູ້​ໃດ​ຖືກ​ກັກ​ຂັງ​ຍ້ອນ​ໂທດ “ຕ້ານ​ທຳລາຍ​ລັດ“, ພຽງ​ແຕ່​ມີ​ບັນດາ Bloger ຖືກ​ສານ​ຕັດສິນ​ລົງ​ໂທດ​ຕ້ອງຈຳ​ຄຸກຍ້ອນ​​ເຂົາ​ເຈົ້າ​ໄດ້​ລະ​ເມີດ​ກົດໝາຍ​ຫວຽດນາມ. ບັນດາ Bloger ຖືກ​ກັກ​ຂັງ ຫລື​ວ່າ​ບັນດາ​ຊາວ​ໜຸ່ມ​​ຖືກ​ສານ​ຕັດສິນ​ລົງ​ໂທດ​ຕ້ອງ​ຈຳ​ຄຸກ​ຫວ່າງ​​ແລ້ວນີ້ຍ້ອນ​ “ສວຍ​ໃຊ້ສິດ​​ເສລີ​ໃນ​ການ​ປາກ​ເວົ້າ“….. ຊື່​ງຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​​ໄດ້​ເຕື້ອງ​ເຖິງ​ໃນ “ບົດ​ລາຍ​ງານ“ ​ແມ່ນ​ບັນດາ​ເປົ້າໝາຍ​ລະ​ເມີດ​ກົດໝາຍ​ຫວຽດນາມ, ​ສານ​ຂັ້ນຕ່າງໆ​ຢູ່​ຫວຽດນາມ ​ໄດ້​ທຳ​ການ​ພິພາກສາ​ຢ່າງ​ເປີດ​ເຜີຍ, ຕາມ​ຈິດ​ໃຈ​​ເຄົາລົບລັດຖະທຳ​ມະນູນ ​ແລະ ກົດໝາຍ. ​ໃນ​ສານ, ​ເຂົາ​ເຈົ້າ​ໄດ້​ຍອມຮັບ​ໂທດ​ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ຢ່າງ​ຈະ​ແຈ້ງ ​ແລະ ຕ້ອງ​ປະຕິບັດຕາມ​ການ​ຕັດສິນ​ລົງ​ໂທດຂອງ​ສານ ​ແລະ ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ຫວຽດນາມ. ນັບ​ທັງບັນດາ​ທະນາຍຄວາມ​ແກ້ຄວາມ​ໃຫ້​ບັນດາ​ເປົ້າໝາຍ​ນີ້ກໍ່​ຍອມຮັບ​ວ່າ ສານ​ພິພາກສາ​ເທົ່າ​ນັ້ນ​ໄດ້​ທຳ​ການ​ພິພາກສາ​ຖືກ​ຄົນ, ຖືກ​ໂທດ, ຖືກຕ້ອງ​ຕາມ​ກົດໝາຍ. ​ເປັນ​ອັນວ່າ, ຫວຽ​ດນາມ ​​ປະ​ເທດ​ມີ​ລັດຖະທຳ​ມະນູນ, ກົດໝາຍ, ​ແມ່ນບໍ່​ສາມາດ​ກັກ​ຂັງ​​ຜູ້​ໃດ​​​ແບບໄຮ້​ເຫດຜົນ, ບໍ່​ສາມາດ​ຈັບ​ຕົວ​ຄຸມ​ຂັງ​ຜູ້​ບໍ່​ມີ​ໂທດ ​ແລະ ກໍ່ບໍ່​ສາມາດ​ກັກ​ຂັງ​ຜູ້​ໃດທີ່ໄດ້​ອອກສຽງ​ສະ​ແດງ​ຄຳ​ເຫັນ​ຂອງ​ຕົນ, ຄື​ດັ່ງຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​ ​ໄດ້​ຄັດ​ສະ​ເໜີ​ໃນ​ບົດ​ລາຍ​ງານ. ອີກ​ເທື່ອ​ໜຶ່ງ, ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​​​ໄດ້​ຕັ້ງ​ໃຈ​ຄັດ​ສະ​ເໜີ​ບັນດາ​ຂ່າວ​ຄາວ​ທີ່​ຜິດ​ເຂ​ວ ​ເພື່ອ​ຕູ່​ຫາ​ສິດ​ເສລີ​ດ້ານ​ສື່ສານ​ຢູ່​ຫວຽດນາມ.

  ສະມາຄົມນັກ​ຂ່າວ​ຫວຽດນາມ, ອົງການ​ອາຊີບ​ໄດ້​ຄຸ້ມ​ຄອງ​ສະມາຊິກ​ກ່ວາ 19.000 ຄົນ, ​ໃນ​ນັ້ນມີ​ນັກ​ຂ່າວ​ເກື​ອບ 17.000 ຄົນ​ໄດ້​ຮັບ​ບັດ​ນັກ​ຂ່າວ​ພວມ​ເຮັດ​ວຽກ​ຢູ່​ອົງການ​ສື່​ມວນ​ຊົນ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ນັບ​ຮ້ອຍ​ອົງການ, ຍາມ​ໃດ​ກໍ່​ສົ່ງ​ເສີມນັກ​ຂ່າ​ວ​ເຄື່ອ​ນໄຫວ​​ໂດຍເສລີ ​ແລະ ມີ​ຫົວຄິດປະດິດ​ສ້າງ​ໃນ​ຂອບ​ເຂດ​ກົດໝາຍ. ​ແຕ່​ກ່ອນ​ອື່ນ​ໝົດ, ​ນັກ​ຂ່າວ​ຕ້ອງແມ່ນ​ພົນລະ​ເມືອງ ​ແລະ ຕ້ອງ​ຮັບຜິດຊອບ​ຕໍ່ໜ້າ​ກົດໝາຍ​ກ່ຽວ​ກັບ​ຂໍ້​ມູນຂ່າວ​ຕ່າງໆ​ໃນ​ບົດ​ຂຽນ​ຂອງ​ຕົນ. ຖ້າ​ນັກ​ຂ່າ​ວລະ​ເມີດ​ກົດໝາຍ, ​ໃນ​ນັ້ນມີ​ກົດໝາຍ​ວ່າ​ດ້ວຍ​ສື່ສານ ​ລ້ວນ​ແຕ່ຖືກ​ລົງ​ໂທດ​ຕາມ​ກົດໝາຍ. ສຳລັບ​ບັນດາ​ກໍລະນີ​ບໍ່​ແມ່ນ​ນັກ​ຂ່າວ ​ແຕ່​ໄດ້​ອ້າງ​ວ່າ​ຕົນ​​ເອງ​​ແມ່ນ “ນັກ​ຂ່າວ​ເສລີ“, ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິ​ດເສລີ​ດ້ານ​ສື່​ສານ ​ເພື່ອ​ແຈກ​ຢາຍ​ເອກະສານ​ລະ​ເມິ​ດ​ເຖິງຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ,  ​ແລະ ຜົນ​ປະ​ໂຫຍ​ດຂອງ​ລັດ, ລວມໝູ່ ​ແລະ ພົນລະ​ເມືອງ, ​ໂດຍ​ອີງ​ໃສ່​ລັກສະນະ, ລະດັບ, ຜົນ​ຮ້າຍ​ທີ່​ໄດ້​ກໍ່​ຂຶ້ນ ​ເພື່ອ​ລົງ​ໂທດ​ຕາມ​ກົດໝາຍ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມສະ​ເໝີ​ພາບ ​ແລະ ຄວາມ​ເຂັ້ມງວດ​ຂອງ​ກົດໝາຍ​ເພື່ອ​ແນ​ໃສ່​ຈຸດປະສົງ​ປົກ​ປ້ອງ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິ​ດເສລີ​ດ້ານ​ການ​ສື່ສານ​ອັນ​ຊອບ​ທຳ​ຢູ່​ຫວຽດນາມ.

    ​ແນ່ນອນ​ວ່າ, ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ​ໄດ້​​ຮູ້ຈັກ​ສິ່ງ​ດັ່ງກ່າວ​ແລ້ວ ​ແຕ່​ໜ້າ​ເສຍດາຍ ​ໂດຍ​ບໍ່​ຫົວຊາຕໍ່​ສະພາບ​ຕົວ​ຈິງ, ອົງການ​ນີ້​​ໄດ້​ປະລະ​ເລື່ອງ​ບັນດາ​ອົ​ງການກົດໝາຍ​ຫວຽດນາມ ​ໄດ້ ​ແລະ ພວມ​ນຳ​ໃຊ້​ລະບົບກົດໝາຍ ຊື່​ງ​ໄດຮັບ​ການ​້ກໍ່ສ້າງ​​ບົນ​ພື້ນຖານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ຫວຽດນາມ ​​ແລະ ​ສອດຄ່ອງ​ກັບ​ທຳນຽມ​ສາກົນ ​ເພື່ອ​​ປົກ​ປ້ອງ​ສິ​​ດ​ເສລີດ້ານ​ການ​ສື່ສານ​ອັນ​ຊອບ​ທຳ​ຢູ່​ຫວຽດນາມ, ຫາກ​ໄດ້​ເສກ​ສັນ​ປັນ​ແຕ່ງ, ຕູ່​ຫາ​ຫວຽດນາມ ຂາດສິ​​ດ​ເສລີດ້ານ​ການ​ສື່ສານ. ດ້ວຍ​ບັນດາ​ວຽກ​ງານ​ຂາດລັກສະນະ​ພາວະ​ວິ​ໄສ​ນີ້,  ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ​ສາກົນ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ເຂົາ​ເຈົ້າບໍ່​ທຳ​ການ​ເຄື່ອນ​ໄຫວ​ເພື່ອ​ບັນດາ​ນັກ​ຂ່າວສັດຈະ​ທຳ​ຢູ່​ຫວຽດນາມ ​ເວົ້າສະ​ເພາະ ​ແລະ ບັນດາ​ນັກ​ຂ່າວສັດຈະ​ທຳ​ສາກົນ​ເວົ້າລວມ.



ຕອບກັບ

ຂ່າວ/ບົດ​ອື່ນ