ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຍົກສູງພາບພົດ ຫວຽດນາມ ໃນເວທີສາກົນ

(VOVWORLD) - ບໍ່ພຽງແຕ່ຍາດແຍ່ງໄດ້ການຊ່ວຍເຫຼືອຂອງ UNESCO ໃນເລື່ອງສຳພັດກັບຄວາມຮູ້,    ບົດຮຽນ ແລະ ບັນດາແຫຼ່ງໜູນຊ່ວຍດ້ານການເງິນ, ເຕັກນິກທີ່ກ້າວໜ້າໃນໂລກ

ປີ 2017, ການທູດດ້ານວັດທະນະທຳໄດ້ປະກອບສ່ວນ ຈັດຕັ້ງບັນດາເຫດການສຳເລັດຜົນ, ໂຄສະນາເຜີຍແຜ່ເຖິງເພື່ອນມິດສາກົນກ່ຽວກັບພາບພົດປະເທດຊາດ, ຊາວ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ. ຮ່ວມເດີນທາງພ້ອມກັບບັນດາຄວາມມານະພະຍາຍາມນັ້ນ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໃນການໂຄສະນາເຜີຍແຜ່ພາບພົດພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳໃນເວທີສາກົນ.

        ອາດຈະຢັ້ງຢືນໄດ້ວ່າ ໃນຕະຫລອດກ່ວາ 40 ປີຜ່ານມາ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ສວມບົດບາດເປັນແກ່ນສານໃນວິວັດທະນາການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ກັບ UNESCO, ຊຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ໂດຍຜ່ານການຜັນຂະຫຍາຍບັນດາລາຍການຂອງ UNESCO ປະຈຳ ຫວຽດນາມ ທີ່ປະສົບຜົນສຳເລັດ .

        ບໍ່ພຽງແຕ່ຍາດແຍ່ງໄດ້ການຊ່ວຍເຫຼືອຂອງ UNESCO ໃນເລື່ອງສຳພັດກັບຄວາມຮູ້,    ບົດຮຽນ ແລະ ບັນດາແຫຼ່ງໜູນຊ່ວຍດ້ານການເງິນ, ເຕັກນິກທີ່ກ້າວໜ້າໃນໂລກ ເພື່ອຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຍັງປະກອບສ່ວນສຳຄັນເຂົ້າໃນເລື່ອງນຳການທູດວັດທະນະທຳ ກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງພື້ນຖານການຕ່າງປະເທດ ຫວຽດນາມ ທັນສະໄໝ.

ຂົວເຊື່ອມຈອດວັດທະນະທຳ

        ປີ 2017, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງ, ຜັນຂະຫຍາຍບັນດາເຫດການໃຫຍ່ຄື: ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ; ເປັນເຈົ້າການສະເໜີຈັດຕັ້ງບັນດາເຫດການ ທີ່ມີລັກສະນະສາກົນ ແນໃສ່ສະເຫຼີມສະຫຼອງ 30 ປີແຫ່ງວັນ UNESCO ອອກມະຕິເຊີດຊູປະທານ ໂຮ່ຈີມິນ; ເປັນເຈົ້າການຜັນຂະຫຍາຍແຜນຮ່າງຂົນຂວາຍຫາສຽງເລືອກຕັ້ງເປັນອຳນວຍການໃຫຍ່ UNESCO ອາຍຸການ 2017 – 2021.

ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຍົກສູງພາບພົດ ຫວຽດນາມ ໃນເວທີສາກົນ - ảnh 1 ທ່ານ ຮ່າເກ໋ຊານ ຮອງປະທານຄະນະກຳມະການປະຊາຊົນແຂວງ ຟູ໋ທໍ້ 

        ໂດຍຜ່ານການເຂົ້າຮ່ວມໃນບັນດາເວທີປາໄສຂອງ UNESCO ຢ່າງເລິກເຊິ່ງກ້ວາງຂວາງ, ຫວຽດນາມ ໄດ້ປ້ອງກັນເລື່ອງຮັບຮອງເອົາ 2 ມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນໃຫ້ມວນມະນຸດ ສຳເລັດຜົນ ນັ້ນແມ່ນ “ຂັບຊວານ ຟູ໋ທໍ້” ແລະ “ຂັບ ຈອຍ ພາກກາງ”. ພິເສດ ສຳລັບ “ຂັບຊວານ”, ແມ່ນກໍລະນີທຳອິດໄດ້ຮັບການພິຈາລະນາ, ຮັບຮອງເອົາ ແລະ ແມ່ນຄວາມເອກອ້າງທະນົງໃຈຂອງຊາດ ຫວຽດນາມ ຢ່າງແທ້ຈິງ ດ້ວຍຄວາມມານະພະຍາຍາມສຳເລັດໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກທີ່ມີໄພຈະສູນຫາຍໄປ. ທ່ານ ຮ່າເກ໋ຊານ ຮອງປະທານຄະນະກຳມະການປະຊາຊົນແຂວງ ຟູ໋ທໍ້ ຢັ້ງຢືນວ່າ:

        “ສຳລັບມໍລະດົກຂັບຊວານ, ເລື່ອງການລົງທະບຽນ UNESCO ສຳລັບມໍລະດົກວັດທະນະທຳບໍ່ມີຮູບຮ່າງ ໄດ້ສ້າງກຳລັງໜູນຍິ່ງໃຫຍ່ ຊຸກຍູ້ວົງຄະນະຍາດປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງມໍລະດົກອັນດີງາມກ່ວາ. ພວກຂ້າພະເຈົ້າ ພວມມານະພະຍາຍາມພ້ອມກັບວົງຄະນະຍາດຢູ່ບັນດາໝູ່ບ້ານ ຊວານ ເດີມ ນຳມໍລະດົກໄດ້ຮັບການຟື້ນຟູຄືນໃໝ່ແບບຍືນຍົງ, ເປັນເຈົ້າການສ້າງເງື່ອນໄຂສົ່ງເສີມ ເພື່ອໃຫ້ບັນດາສິລະປິນຂັບ ຊວານ ປະຕິບັດການຖ່າຍທອດ, ບຳລຸງສ້າງສິລະປິນໜຸ່ມລຸ້ນຕ່າງໆ. ” 

ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຍົກສູງພາບພົດ ຫວຽດນາມ ໃນເວທີສາກົນ - ảnh 2 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ 

        ບັນດາໝາກຜົນບັນລຸໄດ້ທັງໝົດນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງການທູດວັດທະນະທຳ ຫວຽດນາມ 2017. ຕີລາຄາກ່ຽວກັບບັນດາຄວາມມານະພະຍາຍາມນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຢັ້ງຢືນວ່າ:

        “ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນຂົວຕໍ່ປະຫວັດສາດ, ວັດທະນະທຳປະເທດຊາດ ແລະ ຊາວ ຫວຽດນາມ ກັບໂລກເປັນຢ່າງດີ, ຜ່ານນັ້ນ ຍົກສູງບົດບາດ, ທີ່ຕັ້ງ ແລະ ກຳລັງແຮງຂອງ ຫວຽດນາມ ໃນເວທີສາກົນ. ບັນດາຄວາມມານະພະຍາຍາມນັ້ນ ກໍ່ໄດ້ຊ່ວຍປຸກລຸກ, ລະດົມຄວາມເອກອ້າງທະນົງໃຈກ່ຽວກັບປະເທດຊາດ, ຄວາມຄາດຫວັງບືນຕົວຂຶ້ນ, ພັດທະນາເສດຖະກິດ, ສັງຄົມ, ວິທະຍາສາດ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ; ພ້ອມທັງເຮັດໃຫ້ຮູບພາບປະເທດຊາດ, ຊາວ ຫວຽດນາມ ຕໍ່ກັບເພື່ອນມິດສາກົນມີຄວາມອຸດົມສົມບູນ.

ບັນດາຄຸນຄ່າຄວາມເປັນຈິງ - ເຈດຕະນາດີ - ຄວາມງາມຂອງຊາດ ຫວຽດນາມ

        ມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກເປົ້າໝາຍ “ກໍ່ສ້າງພື້ນຖານວັດທະນະທຳ ແລະ ຊາວ ຫວຽດນາມ ພັດທະນາຢ່າງຮອບດ້ານ, ມຸ່ງໄປເຖິງ ຄວາມເປັນຈິງ - ເຈດຕະນາດີ - ຄວາມສວຍງາມ, ເຊື່ອມຊຶມນ້ຳໃຈຊົນຊາດ, ວັດທະນະທຳມະນຸດ, ປະຊາທິປະໄຕ ແລະ ວິທະຍາສາດ.

        ເພື່ອປະຕິບັດບັດດາເປົ້າໝາຍນັ້ນ, ພິເສດແມ່ນເພື່ອແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມນັ້ນ ຕະຫລອດຮອດເລື່ອງສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າ, ແນວຄິດ, ແຫຼ່ງກຳລັງຂອງ UNESCO ໂດຍຜ່ານເລື່ອງຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ ແລະ UNESCO ເລິກເຊິ່ງກ່ວາອີກ ສວມບົດບາດສຳຄັນທີ່ສຸດ. ບົນພື້ນຖານນັ້ນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ມານະພະຍາຍາມປະກອບສ່ວນ, ເຮັດໃຫ້ບັນດາຄຸນຄ່າແນວຄິດ, ການສຶກສາ, ພື້ນຖານວັດທະນະທຳມີຮູບຮ່າງ ແລະ ບໍ່ມີຮູບຮ່າງຂອງມວນມະນຸດອຸດົມສົມບູນຕື່ມອີກ; ພ້ອມກັນຮ່ວມເດີນທາງກັບ UNESCO ໃນວິວັດທະນາການປະຕິບັດພາລະກຳອັນສູງສົ່ງຂອງຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ