ຄາດໝາຍທີ່ເຕັມໄປດ້ວຍຄວາມຫວັງໃນຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ G 20


(vovworld) - ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (G20), ທີ່​ຍົກ​ອອກ​ມາ​ເມື່ອ​ທ້າ​ຍສັບປະດາ​ກ່ອນ​ຢູ່​ອົດ​ສະ​ຕາ​ລີ, ​ໄດ້​ວາງ​ຄາດໝາຍຍົກ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ກຸ່ມ​ໃຫ້​ເພີ່ມ​ຂຶ້ນ​ກວ່າ 2% ​ໃນ 5 ປີ​ຈະ​ມາ​ເຖິງ, ຜ່ານ​ນັ້ນ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ທົ່ວ​ໂລກ. ນີ້​ແມ່ນ​ຄາດໝາຍ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ໃນ​ສະພາບ​ເສດຖະກິດ​ໂລກ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ, ​ເພື່ອ​ບັນລຸ​ຄາດໝາຍ​ດັ່ງກ່າວ​ໃຫ້​ໄດ້​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ​    ສຳລັບ​ບັນດາ​ສະມາຊິກຂອງ​ກຸ່ມ G20.

ຄາດໝາຍທີ່ເຕັມໄປດ້ວຍຄວາມຫວັງໃນຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ G 20 - ảnh 1

ການນຳ  G20 ຢູ່ອົດສະຕາລີສຸມໃສ່ບັນຫາເຕີມໂຕເສດຖະກິດ ( ພາບ: Getty)

        ຖະ​ແຫຼ​ງການ​ຮ່ວມ​ຂອງ​ກຸ່ມ G20 ​ໄດ້​ຢືນຢັນ​ເຖິງ​ຄາດໝາຍກໍ່ສ້າງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ຢ່າງ​​​ແຮງ, ມີ​ກຳລັງ​ຮັບ​ມື​ໄດ້​ດີ ​ແລະ ຊຸກຍູ້​ ​ລະບອບອົງການ​ຕ່າງໆ​ໃນ​ທົ່ວ​ໂລກ. ບົນ​ພື້ນຖານ​ນັ້ນ, G20 ​ເຫັນ​ດີ​ເປັນ​ເອກະສັນ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມພື້ນຖານ​ໂຄງ​ລ່າງ​ທົ່ວ​ໂລກ, ວາງ​ຈຸດໝາຍ​ຫຼຸ​ດຜ່ອນ​ຄວາມ​ຜິດ​ໂຕນ​ຜູ້​ອອກ​ແຮງ​ງານ​ລະຫວ່າງ​ຍິງ - ຊາຍ​ ລົງ 25% ​ໃນ​ປີ 2025, ​ເຫັນ​ດີ​ຕໍ່​ແຜນການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄລຍະ 2015-2016; ​ເພີ່ມກຳລັງ​ແຮງ​ຂອງ​ບັນດາ​ອົງການ​ການ​ເງິນ​ທົ່ວ​ໂລກ, ​ໃນ​ນັ້ນ​ບຸລິມະສິດ​ວິວັດ​ການ​ປະຕິ​ຮູບ​ກອງ​ທຶນ​ເງິນຕາ​ສາກົນ (IMF)  ​ແລະ ຊຸກຍູ້​ອາ​ເມ​ລິ​ກາ ຮັບຮອງ​ເອົາ​ແຜນການ​ປະຕິ​ຮູບ​ເຊິ​ງບັນດາ​ປະ​ເທດ​ສະມາຊິກ IMF ​ເກືອບ​ທັງ​ໝົດ​ໄດ້​ຮັບຮອງ​ເອົາ​ໃນ​ປີ 2010. ວົງ​ການ​ນັກ​ໄຈ້​ແຍກ​ດ້ານ​ເສດຖະກິດ​ຖື​ວ່າ, ຖ້າ​ຫາກ​ຄຳ​ໝັ້ນ​ສັນຍາ​ຂອງ G20 ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ, GDP ຂອງ​ກຸ່ມ​ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ 2% ​ໃນ 5 ປີຈະ​ມາ​ເຖິງ, ຈາກ​ນັ້ນ​ຈະ​ສ້າງ​ງົບປະມານ​ຕື່ມ​ອີກ 2.000 ຕື້ USD ​ໃຫ້​ແກ່​ເສດຖະກິດ​ທົ່ວ​ໂລກ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຕື່ມ​ອີກ​ໃຫ້​ນັບ​ລ້ານ​ຄົນ.

        ບັນດາ​ຄວາມ​ສະດວກ

        ກ່ອນ​ອື່ນ​ໝົດ​ເລື່ອງ​ບັນດາ​ປະ​ເທດ​ສະມາ​ຊິກ​ເກືອບ​ທັງ​ໝົດ​ຂອງG20

ເຫັນ​ດີ​ກັບ​ຂໍ້​ລິ​ເລີ່​ມທີ່​ຍົກ​ອອກ​ມາ​ແມ່ນຄວາມ​ສະດວກ​ທີ່​ສຸດ​ ​ເພື່ອບັນລຸຄາດ

ໝາຍ​ເຕີບ​ໂຕກ​ວ່າ 2% ຂອງ​ກຸ່ມ​ແລ້ວ, ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ​ຂອງ​ກອງ​ປະຊຸມ, ທ່ານ Tony Abbott, ຍັງ​ຕີ​ລາຄາ​ສູງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ປະ​ເທດ​ຕ່າງໆ​ທີ່​ມີ​ຕໍ່​ແຜນການ​​ເຄື່ອນ​ໄຫວ​ລວມ. ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ຢືນຢັນວ່າ​: ຂໍ້​ຕົກລົງ​ຊຸກຍູ້​ການ​ຄ້າ​ເສລີ​ທີ່​ບໍ່​ມີ​ທາງ​ອອກ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ ​ໄດ້​ຮັບ​ການ​ແກ້​ໄຂ, ຖື​ວ່າ​ນີ້​ແມ່ນ​ບາດກ້າວ​ບຸກທະລຸ​ໃຫ້​ແກ່​ບັນດາ​ປະ​ເທດ G20. ​ໃນ​ຂະນະ​ນັ້ນ, ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ Christine Lagarde ​ໄດ້​ຕີ​ລາຄາ​ວ່າ, ກອງ​ປະຊຸມ G20 ​ແມ່ນ​ມີ​ປະ​ໂຫຍ​ດ. ຄວາມ​ເຫັນ​ດີເຫັນ​ພ້ອມ​ລວມ​ໃນ​ນະ​ໂຍບາຍ​ເຄື່ອນ​ໄຫວ ​ແມ່ນ​ລູກ​ກະ​ແຈ​ເພື່ອ​ສ້າງ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ.

        ປັດ​ໃຈ​ສະດວກ​ໜຶ່ງ​ອີກ​ນັ້ນ​ແມ່ນ, ​ໃນ​ຈຸດ​ເວລາ​ນີ້, ມີ​ຫຼາຍ​ສຳພັນ​ທະ​ມິດ​ເສດຖະກິດ​ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ໃນ​ນັ້ນ​ມີ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟິກ (TPP), ບັນດາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ (FTA)… ສິ່ງ​ດັ່ງກ່າວ​ຊ່ວຍ​ຊຸກຍູ້​ແຕ່​ລະ​ພື້ນຖານ​ເສດຖະກິດ​ສະມາ​ຊິກ ກໍ່​ຄື​ສ້າງ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ດ້ານ​ເສດຖະກິດ.

        ​ໃນ​ຂະນະ​ນັ້ນ​ເສດຖະກິດ​ຂອງ​ບາງ​ປະ​ເທດ​ສະມາຊິກ G20 ກໍ່​​ເລີ່​ມມີ​ສັນຍານ​ທີ່​ຕັ້ງໜ້າ. ສອງ​ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ເອີ​ລົບ​ແມ່ນ​ເຢຍລະ​ມັນ ​ແລະ ຝລັ່ງ ​ໄດ້​ພົ້ນ​ອອກ​ຈາກ​ສະພາບ​ຊຸດ​ໂຊມ​ໃນ​ງວດ​ທີ 3.

        ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ

        ​ເຖິງ​ວ່າ​ມີ​ຫຼາຍ​ປັດ​ໃຈ​ທີ່​ສະດວກ​ກໍ່ຕາມ, ​ແຕ່​ການ​ປະຕິບັດ​ຄາດໝາຍ​ທີ່​ໄດ້​ວາງ​ອອກພັດ​ບໍ່​ແມ່ນ​ເລື່ອງ​ງ່າຍດາຍ​ສຳລັບ 20 ພື້ນຖານ​ເສດຖະກິດ​ແຮງ​ທີ່​ສຸດ ​ແລະ ກວມ​ເຖິງ 85% ຍອດ​ມູນ​ຄ່າ​ເສດຖະກິດ​ຂອງ​ໂລກ. ຜູ້ອຳນວຍການ​ໃຫຍ່​ກອງ​ທຶນ​ເງິນຕາ​ສາກົນ Christine Lagarde ​ໄດ້​ກ່າວ​ເຕືອນ​ວ່າ, ​ເລື່ອງ​ປະຕິບັດ​ແຜນການຕ່າງໆ​ຈຶ່ງ​ມີ​ຄວາມ​ສຳຄັນ​ຢ່າງ​ແທ້​ຈິງ ​ແລະ​ຈຳ​ເປັນ​ຕ້ອງ​ມີ​ການ​ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນ. ​ໃນ​ຂະນະ​ນັ້ນ​ນັກ​ໄຈ້​ແຍກ​ບາງ​ທ່ານ​ຍັງ​ຖື​ວ່າ, ຄາດໝາຍ​ເພີ່ມ​ກວ່າ 2% GDP ​ແມ່ນ​ບໍ່​ສາມາດ​ປະຕິບັດ​ໄດ້ ຍ້ອນ​ເສດຖະກິດ​ທົ່ວ​ໂລກ​ພວມ​ໄດ້​ຮັບ​ການ​ຟື້ນ​ຕົວຢ່າງ​ຊັກ​ຊ້າ ​ແລະ ບໍ່​ໝັ້ນຄົງ. ບາງ​ພື້ນຖານ​ເສດຖະກິດ​ພວມ​ມີ​ສັນຍານ​ຫຼຸດ​ລະດັບ​ເຕີບ​ໂຕ​ລົງ, ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ​ການ​ເມືອງ​ສືບ​ຕໍ່​ເພີ່ມ​ຂຶ້ນ;​ໄພ​ສໍ້​ລາດ​ບັງ​ຫຼວງ​ນັບ​ມື້​ນັບ​ລະອຽດ​ແຍບຍົນ. ຄວາມ​ວິຕົກ​ກັງວົນ​ດັ່ງກ່າວ​ໄດ້​ປະກົດ​ຜົນ​ເປັນ​ຈິງ, ​ເມື່ອ​ພາຍຫຼັງ​ອັດ​ກອງ​ປະຊຸມສຸດ​ຍອດ G20 ພຽງ 1 ວັນ, ຍີ່ປຸ່ນ, ​ເຊິ່ງ​ແມ່ນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ຊຸດ​ໂຊມ​ຢ່າງ​ເປັນ​ທາງ​ການ. ກ່ອນ​ທີ່​ຈະ​ປະກາດ​ເສດຖະກິດ​ຍີ່ປຸ່ນ​ຖືກ​ຊຸດ​ໂຊມ 1 ວັນ, ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron ກໍ່​ໄດ້​ກ່າວ​ເຕືອນ​ວ່າ, ການ​ຟື້ນ​ຕົວ​ເສດຖະກິດ​ຂອງ​ອັງກິດ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ ຍ້ອນ​ສະພາບ​ພັດທະນາ​ບໍ່​ໝັ້ນຄົງ​ຂອງ​ພື້ນຖານ​ເສດຖະກິດ​ໂລກ. ທ່ານ David Cameron ​ໃຫ້​ຮູ້​ວ່າ​: ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ​ອັງກິດ​ໄດ້​ຫຼຸດ​ລົງ​ໃນ​ງວດ​ທີ 3 ປີ​ນີ້. ນອກ​ນັ້ນ​ບັນດາ​ຄຳ​ສັ່ງ​ລົງ​ໂທ​ດ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ ລັດ​ເຊຍ ​ແລະ ສະຫະພາບ​ເອີ​ລົບ ກໍ່​ເຮັດ​ໃຫ້​ລະດັບ​ເຕີບ​ໂຕ​ເສດຖະກິດ​ຂອງ ລັດ​ເຊຍ ​ແລະ ສະຫະພາບ​ເອີ​ລົບຫຼຸດ​ລົງ​ພໍ​ສົມຄວນ, ສ່ວນ​ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ແມ່ນ​ອາ​ເມ​ລິ​ກາ​ພວມ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ ​​ແລະ ບໍ່​ສະໝຳ່ສະ​ເໝີ.

        ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ ເລື່ອງການ​ປະຕິບັດ​ບັນດາ​ແຜນການ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ G20ຈະ​ສ້າງ​ກຳລັງ​ດັນ​ໃຫ້​ແກ່​ປະ​ເທດ​ຕ່າງໆ ​​ເມື່ອ​ຕ້ອງ​ປະຕິບັດ​ປະມານ 800 ມາດ​ຕະການ​ປະຕິ​ຮູບ​ເສດຖະກິດ. ນີ້​ແມ່ນ​ວຽກ​ງານ​ໜັກໜ່ວງ​ໃນ​ສອງ​ສາມ​ປີ​ຈະ​ມາ​ເຖິງ ​ແລະ ບໍ່​ແມ່ນ​ເລື່ອງ​ງ່າຍດາຍ​ສຳລັບ​ບັນດາ​ປະ​ເທດ​ສະມາຊິກ G20. ທັງ 20 ປະ​ເທດ​ຈະ​ຕ້ອງ​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ປະຕິ​ຮູບ​ໂຄງ​ປະກອບ, ສິ່ງ​ດັ່ງກ່າວ​ອາດ​ຈະ​ກໍ່​ໃຫ້​ເກີດ​ທ່າ​ອ່ຽງ​ແບ່ງ​ແຍກ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ.

        ບໍ່​ອາດ​ປະຕິ​ເສດ​​ໄດ້​ວ່າ, ຄາດໝາຍຍົກ​ລະດັບ​ເຕີບ​ໂຕຂຶ້ນ 2% ​ເມື່ອ​ທຽບ​ໃສ່​ປະຈຸ​ບັນຂອງ​ກຸ່ມ G20 ​​ໃນ 5 ປີ​ຈະ​ມາ​ເຖິງ ​ແມ່ນບາດກ້າວ​ພັດທະນາ​ທີ່​ສຳຄັນ. ​ແຕ່​ບັນດາ​ການ​ທ້າ​ທາຍ​ໃນ​ປະຈຸ​ບັນຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ໜ້ອຍ​ເຖິງ​ແຜນການ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ນີ້ຂອງ G20 ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ