ຄຳຕັດສິນຂອງPCAເປີດແງ່ຫວັງໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ

(vovworld) - ໝາກຜົນ​ຂອງ​ຄະດີ​ຮ້ອງ​ຟ້ອງ​ຂຶ້ນ​ສານ​ອະນຸຍາ​ໂຕ​ຕຸລາການ​ລະຫວ່າງ ຟີ​ລິ​ບປິນ ​ແລະ ຈີນ ​ແມ່ນ​ພື້ນຖານ​ສຳຄັນ ​ເພື່ອ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ກໍ່​ຄື​ປະຊາ​ຄົມ​ສາກົນ ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ຄວາມ​ເຂົ້າ​ໃຈຕໍ່​ບັນດາ​ມາດຕາ​ໃນ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ​ປີ 1982 (UNCLOS). ການ​ຕັດສິນ​ນີ້​ປະກອບສ່ວນ​ຢືນຢັນ​ນຳ້​ໃຈ​ເຄົາລົບ​ກົດໝາຍ, ທັງ​ແມ່ນ​ພື້ນຖານ​ນິຕິ​ກຳ​ສຳຄັນ, ​ເປີດ​ແງ່​ຫວັງ​ໃຫ້​ແກ່​ການ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.
ຄຳຕັດສິນຂອງPCAເປີດແງ່ຫວັງໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1
ສານ​ອະນຸຍາ​ໂຕ​ຕຸລາການ (PCA) ຢູ່ La Haye
(ພາບ: PCA )

        ສານ​ອະນຸຍາ​ໂຕ​ຕຸລາການ (PCA) ຢູ່ La Haye ​ໄດ້​ຕັດສິນ​ຫຼາຍ​ເນື້ອ​ໃນ​ສຳຄັນ. ​ໃນ​ນັ້ນ​ໜ້າ​ສົນ​ໃຈ​ແມ່ນ PCA ຢືນຢັນ​ບໍ່​ມີ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ບັນດາ​ຄຳ​ຖະ​ແຫຼ​ງອະ​ທິປະ​ໄຕ​ຂອງ​ຈີນ, ​ໃນ​ອັນ​ທີ່​ເອີ້ນ​ວ່າ “​ເສັ້ນ 9 ຕອນ“ ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ເຂດ​ທີ່​ຖືກ​ຈີນ​ຄວບ​ຄຸມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບໍ່​ໄດ້​ຖື​ວ່າ​ແມ່ນ​ເກາະ, ຕາມ​ຄວາມ​ສຳນຶກ “​ເກາະ“​ໃນ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ, ດັ່ງ​ນັ້ນ​ບໍ່​ມີ​ສິດ​ຮຽກຮ້ອງ​ເຂດ​ເສດຖະກິດ​ຈຳ​ເພາະ 200 ​ໄມ​ທະ​ເລ.

        ການ​ຕັດສິນ​ຂອງ PCA ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ດ້ວຍ​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ສູງ, ດັ່ງ​ນັ້ນ​ສາມາດ​​ໄດ້​ຮັບຖື​ວ່າ​ແມ່ນ​ການ​ອະທິບາຍ​ທີ່​ມີ​ລັກສະນະ​ຜູກ​ມັດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ສາກົນ.

        ການ​ອະທິບາຍ​ຄວາມ​ສຳນຶກ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

        ມີ​ເນື້ອ​ໃນ​ສຳຄັນ​ໜຶ່ງ​​ໃນ​ການ​ຕັດສິນ​ຂອງ​ສານທີ່​ໄດ້​ຮັບ​ການຕີ​ລາຄາ​ສູງ​ທີ່​ສຸດ​ຈາກ​ຫາງ​ສຽງ, ນັ້ນ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ບັນດາ​ຄຳ​ນິຍາມ​ໄດ້​ຮັບ​ການ​ກວດກາ​ຢ່າງ​ລະອຽດ​ບົນ​ພື້ນຖານ​ສົນທິສັນຍາ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຕາມ​ນັ້ນ​ແລ້ວ, , ບັນດາ​ໂຄງ​ສ້າງ​ໃນ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ຂໍ້​ກຳນົດ​ຕ່າງ​ກັນ​​ແມ່ນ​ຂຶ້ນ​ກັບ​ເລື່ອງ, ນັ້ນ​ແມ່ນ​ເກາະ, ຫີນ ຫຼື​ ຫາດ. ຕາມ​ການ​ຕັດສິນ​ຂອງ​ສານ, ມີ​ຫຼາຍ​ຫາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຊິ່ງຈີນ​ໄດ້​ບູລະນະ​ປະຕິສັງຂອນ​ດ້ວຍ​ຂະໜາດ​ໃຫຍ່​ແລ້ວ, ​ແຕ່​ສົນ​ທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ພັດ​ແບ່ງ​ປະ​ເພດ​ບັນດາ​ໂຄງ​ສ້າງ​ແມ່ນ​ອີງ​ຕາມ​ເງື່ອນ​ໄຂ​ທຳ​ມະ​ຊາດ. ດັ່ງ​ນັ້ນ​ບໍ່​ມີ​ໂຄງ​ສ້າງ​ໃດ​ເຊິ່ງຈີນ​ຮຽກ​ສິດ​ບົນ​ທະ​ເລ​ແມ່ນ​ໄດ້​ຊົມ​ໃຊ້​ເຂດ​ເສດຖະກິດ​ຈຳ​ເພາະ 200 ​ໄມ​ທະ​ເລ. ການ​ຕັດສິນ​ນີ້​ໄດ້​​ເຮັດ​ແຈ້ງ​ຄວາມ​ຖືກຕ້ອງ, ຄວາມ​ຜິດ​ພາດ​ຂອງ​ການ​ຂັດ​ແຍ້​ງກັນ ຍ້ອນ​ການ​ອະທິບາຍ ​ແລະ ການ​ນຳ​ໃຊ້ UNCLOS 1982 ຢ່າງຜິດພາດ, ​ເພື່ອ​ຍົກ​ອອກ​ຄຳ​ຮຽກ​ສິດ​ຢ່າງ​ໄຮ້​ເຫດຜົນ, ລະ​ເມີດ​ເຖິງ​ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ປະລິຍາ​ເອກ ​ເຈິ່ນຫວຽດທ໋າຍ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ, ຖື​ວ່າ:

        “ນີ້​ແມ່ນ​ບາດກ້າວ​ໃຫຍ່​ທີ່​ສຸດ​ກ່ຽວ​ກັບ​ນິຕິ​ກຳ​ທະ​ເລ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໂລກ​ມີ​ຊຸດ​​ນິຍາມຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ເກາະ, ຫີນ, ຖືກນຳ​ໃຊ້ຢ່າງ​ລະອຽດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະຫຼຸບ​ຂອງ​ສານ​ກ່ຽວ​ກັບ​ບັນຫາ​ນີ້​ໄດ້​ປະກອບສ່ວນ​ຫຼຸດຜ່ອນ​ການ​ຂັດ​ແຍ້​ງກັນ​ພໍ​ສົມຄວນ. ຂ້າພະ​ເຈົ້າ​ຖື​ວ່າ, 4 ໝວດ​ຂັດ​ແຍ້​ງກັນຕົ້ນຕໍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ລວມມີ: ການ​ຂັດ​ແຍ້​ງທະ​ເລ, ​ເຊິ່ງຕົ້ນຕໍ​ໂດຍ​ເສັນ 9 ຕອນ​ກໍ່​ຂຶ້ນ, ການ​ຂັດ​ແຍ້​ງກ່ຽວ​ກັບ​ການ​ອະທິບາຍກົດໝາຍ​ວ່າ​ດ້ວຍ​ທະ​ເລ, ການ​ຂັດ​ແຍ້​ງກ່ຽວ​ກັບ​ໄຫຼ່​ທະວີບ​ແກ່ຍາວ, ​ແລະ ການ​ຂັດ​ແຍ້​ງກ່ຽວ​ກັບ​ສິດ​ຂຸດ​ຄົ້ນ​ຊັບພະຍາກອນ, ລ້ວນ​ແຕ່​ໄດ້​ຫຼຸດ​ລົງສົມຄວນ, ປະກອບສ່ວນ​ສຳ​ຄັນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ຕາມ ປະລິຍາ​ເອກ Gerhard Will , ນັກ​ຊ່ຽວຊານ​ຂັ້ນ​ສູງ​ດ້ານ​ການ​ເມືອງ​ສາກົນ ​ແລ້ວ,  ການ​ຕັດສິນ​ຂອງ PCA ມີ​ຄວາມ​ສຳຄັນ​ຢູ່​ບ່ອນ​ວ່າ​ສານ​ອະທິບາຍ​ກົດໝາຍ​ສາກົນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຄຳ​ຖະ​ແຫຼ​ງນີ້​ມີ​ການ​ກະທົບ​ບໍ່​ພຽງ​ແຕ່​ສຳລັບ ຟີ​ລິບປິນ ​ແລະ ຈີນ ​ເທົ່າ​ນັ້ນ, ຫາກ​ຍັງ​ທຸກໆ​ປະ​ເທດ​ທີ່​ປະຈຸ​ບັນ​ພວມ​ມີ​ຄຳ​ຮຽກ​ສິດ​ສຳລັບ​ເຈື່ອງ​ຊາ​ອີກ​ດ້ວຍ. ​ຍ້ອນ​ເຫດ​ນັ້ນ, ແຕ່ລະ​ປະ​ເທດຈະ​ຕີ​ລາຄາ​ການ​ກະທົບ​ຢ່າງ​ລະອຽດ​ຂອງ​ຄຳ​ຖະ​ແຫຼ​ງນີ້​ທີ່​ມີ​ຕໍ່​ນະ​ໂຍບາຍ​ຂອງ​ຕົນ​ໃນ​ທະ​ເລ​ຕາ​ເວັນ​ອອກ.

ຄຳຕັດສິນຂອງPCAເປີດແງ່ຫວັງໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 2
ປະລິຍາ​ເອກ ​ເຈິ່ນຫວຽດທ໋າຍ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ
ຍຸ​ດທະ​ສາດ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ
(ພາບ: VTC)

        ລະບຽບ​ການ​ຕັດສິນ​ຄະດີ​ທີ່​ສຳຄັນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ

        ຕາມທ່ານ Greg Polin ​ຜູ້ອຳນວຍການ​ໂຄງການກະຈາ​ງ​ແຈ້ງ​ວ່າ​ດ້ວຍ​ການ​​ເດີນ​ທະ​ເລ​ອາຊີທີ່​ຂຶ້ນ​ກັບ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS), ທີ່​ມີ​ສຳ​ນັກ​ງານ​ຢູ່ ວໍ​ຊິງ​ຕັນ​ແລ້ວ, ການ​ຕັດສິນ​ຂອງ PCA ​ໄດ້​ສ້າງ​ຄວາມ​ສົ່ງ​ເສີມ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ຍັງ​ແມ່ນ​ກຳລັງ​ໜູນ​ສຳລັບ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ໃນ​ການ​ເດີນ​ທະ​ເລ ດ້ວຍ​ສັນຕິ​ວິທີ ​ແລະ ຜ່ານ​ບັນດາ​ກົນ​ໄກ​ຂອງ​ສານ PCA. ຕາມ​ທ່ານ​ແລ້ວ, ການ​ຕັດສິນ​ນີ້​ຂອງ PCA, ປະຈຸ​ບັນ​ໄດ້​ມີ​ກອບ​ກົດໝາຍ​ລວມ​ເພື່ອ​ໃຫ້​ຝ່າຍ​ຕ່າງໆ​ອີງ​ໃສ່​ເມື່ອ​ຍົກ​ອອກ​ຄຳ​ຮຽກຮ້ອງ​ຂອງ​ຕົນ. ປະລິຍາ​ເອກ ​ເຈິ່ນກົງ​ຈຸກ, ອະດີດ​ຫົວໜ້າ​ຄະນະ​ຊາຍ​ແດນ​ຂອງ​ລັດຖະບານ ຫວຽດນາມ, ຖື​ວ່າ ຄຳ​ຕັດສິນ​ຂອງ​ PCA ປະ​ກອບ​ສ່ວນ​ຮັດ​ແຄບ​ບັນ​ດາ​ການ​ຂັດ​ແຍ້ງ​​ສັບ​ສົນ​ທີ່​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສ້າງນິ​ຕິ​ກຳ, ຢືນ​ຢັນ​ລັກ​ສະ​ນະ​​​ນິ​ຕິ​ກຳ​ສຳ​ລັບ​ບັນ​ດາ​ຝ່າຍ​ທີ່​ຂັດ​ແຍ່ງ​ກັນ​ຢູ່​ພາກ​ພື້ນ ເພື່ອ​ໝູນ​ໃຊ້​ຮັບ​ໃຊ້​ໃຫ້​ແກ່​ມາດ​ຕະ​ການ​ແກ້​ໄຂ​ສັນ​ຕິ​ພາບ​ຂອງບັນ​ດາ​ການ​ຂັດ​ແຍ້ງ​​ກັນສາ​ກົນ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ.

        ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ສາ​ກົນ​ເວົ້າ​ລວມ, ຄຳ​ຕັດ​ສິນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ລະ​ບຽບ​ການ​ຕັດ​ສິນ​ຄະ​ດີສຳ​ຄັນ​ທີ່​ສຸດ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຄຳ​ຕັດ​ສິນ​ຂອງ​ສານ ​ສາ​ກົນ​ໄດ້ໄຈ້​ແຍກ ແລະ ເຮັດ​ແຈ້ງ​ບັນ​ດາ​ຂໍ້​, ມາດ​ຕາ​ສຳ​ຄັນ​ຂອງ UNCLOS. ເພາະ​ສະ​ນັ້ນ, ​ຜົນ​ກະ​ທົບ​ຂອງ​ຄຳ​ຕັດ​ສິນ​ແມ່ນ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກ​​ຄົ້​ນ​ຄວ້າ​ໃນ​ວິ​ວັດ​ການ​ນຳ​ໃຊ້ UNCLOS ແລະ ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ເວົ້າ​ລວມ. ປອ.ເຈີ່ນ​ຫວຽດ​ທ໋າຍ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໃຫ້​ຮູ້​ວ່າ:

        “ຄຳ​ຕັດ​ສິນ​ຂອງ​ສານ​ໄດ້​ປະ​ກອບ​ສ່ວນເຄົາ​ລົບກົດ​ໝາຍ, ເຮັດ​​ລະ​ບຽບ​ການ​ຕັດ​ສິນ​ຄະ​ດີ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ​ ໃນ​ວິ​ວັດ​ການ​ພິ​ພາກ​ສາ​ຕົວ​ຈິງ​ຂອງ​ສານ PCA ສາ​ກົນ, ແມ່ນ​ບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ຂອງ​ກົດ​ໝາຍ​ ສາ​ກົນ. ທີ​ສ​ອງ, ຄຳ​ຕັດ​ສິນ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ຫຼຸດ​ຜ່ອນ​ບັນ​ດາ​​ຮູບການ​ຂັດ​ແຍ້ງ​ກັນ, ພິ​ເສດ​ແມ່ນ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ​ສາມ, ຄຳ​ຕັດ​ສິນ​ໄດ້​​ເປັນ​ການປະ​ກອບ​​ບັນ​ດາ​ຂໍ້​ອ້າງ​ເຫດ​ຜົນອັນ​ແຫຼມ​ຄົມ, ນັບ​ທັງ​​ປະ​ຫວັດ​ສາດ, ນິ​ຕິ​ກຳ​​ໃຫ້ບັນ​ດາ​ປະ​ເທດ​ຢູ່​ພ​າກພື້​ນ​ໃນ​ວິ​ວັດ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ພ້ອມ​ທັງ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້​ລວມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້​ນກໍ່​ຄື​ຢູ່​ໃນ​ໂລກ​ກ່ຽວ​ກັບ​ວິ​ທີ​​ການອະ​ທິ​ບາຍ, ​ການນຳ​ໃຊ້​ສຳ​ລັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ. ສຸດ​ທ້າຍ, ນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ,  ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ​ຢູ່ໃນ​ໂລກ .”.

        ຫາງ​ສຽງ​ໄດ້​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຄຳ​ຕັດ​ສິນ​ຂອງ​ສານ PCA ບໍ່​ແມ່ນ​ວ່າ​: ຍ້ອນ​ຄຳ​ຕັດ​ສິນນີ້​ມີ​ຜົນ​ປະ​ໂຫຍດ​ສະ​ເພາະ​ໃຫ້​ແກ່​ປະ​ເທດ​ໃດ​ໜຶ່ງ ​ຫາກນີ້​ແມ່ນ​ການ​ຍົກ​ສູງ​ກົດ​ໝາຍ​ສາ​ກົນ. ບັນ​ດາ​ປະ​ເທດ​ຕ່າງໆ​ມີ​ຄວາມ​ຮັບ​ຜິດ​ຊອບ​ນຳ​ໃຊ້​ມັນ​ປຽບ​ເໝືອນ​ເຄື່ອງ​ມື​ທີ່​ມີ​ປະ​ໂຫຍດ​ອັນ​ໜຶ່ງ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ.


      

ຕອບກັບ

ຂ່າວ/ບົດ​ອື່ນ