ຄຳຖາມໃນການຕໍ່ສູ້ຕ້ານກໍ່ການຮ້າຍຂອງຝລັ່ງ

(vovworld) - ເວ​ລາບໍ່​ຮອ​ດ 1 ປີ​ນັບ​ແຕ່​ບັນ​ດາ​​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ເດືອນ 11/2015, ​ເຮັດ​ໃຫ້ 130 ຄົນ​ເສຍ​ຊີ​ວິດນັ້ນ, ໂລກ​ສືບ​ຕໍ່ມີ​ຄວາມ​ສະ​ເ​ທືອນ​ໃຈ​ ​ຕໍ່​ເຫດ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ສາ​ມັນ​ຊົ​ນ​ເປັນ​ຈຳ​ນ​ວນ​ຫຼວງ​ຫຼ​າຍ​ທີ່​ພວມ​ຊົມເບິ່ງ​ການຍ​ິງບັ້ງ​ໄພ​ດອກ​​ສະ​ເຫຼີມ​ສະ​ຫຼ​ອງ​ວັນ​ຊາດ​ຝ​ລັ່ງ ໃນ​ວັນ​ທີ 14/07, ຢູ່ Nice. ເຫດ​ການ​ດັ່ງ​ກ່າວບໍ່​ພຽງ​ແຕ່​ເຮັດ​ໃຫ້​ບັນ​ຊ​ີລາຍ​ຊື່​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຢູ່​ຝ​ລັ່ງ ນັບ​ແຕ່​ມີ 2012 ມາ​ຮອດ​ປະ​ຈຸ​ບັນ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​​ຊ່ອງວ່າງ​ໃນ​ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຂອງ​ຝ​ລັ່ງ ອີ​ກ​ດ້ວຍ, ຕັ້ງ​ຄຳ​ຖາມ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ຕ້ານ​ການກໍ່​ການ​ຮ້າຍ​ຂອງ​ຝ​ລັ່ງ ໃນ​ໄລ​ຍະ​ຜ່ານ​ມາ.


ຄຳຖາມໃນການຕໍ່ສູ້ຕ້ານກໍ່ການຮ້າຍຂອງຝລັ່ງ - ảnh 1
ເຫດບ​ຸກ​ໂຕມ​ຕີ​ດ້ວຍ​​​ລົດຂົງ​ສົ່ງໄດ້ເຮັດ​ໃຫ້​
ຢ່າງ​ໜ້ອຍ​ສຸດ​​ກໍ່ມີ 80 ຄົນ​ເສຍ​ຊີ​ວິດ
(ພາບ: DM)

     ເຫດບ​ຸກ​ໂ​ຈມ​ຕີ​ດ້ວຍ​​​ລົດຂົນສົ່ງ​ເກີດ​ຂຶ້ນ​ກົງ​ກັບ​ວັນ​ຊາດ​ຝ​ລັ່ງ ​ໄດ້ເຮັດ​ໃຫ້​ 100 ກວ່າ​ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິ​ດ, ໃນ​ນັ້ນ ຕາມ​ຕົວ​ເລກ​ສະ​ຖິ​ຕິ​ເບື້ອງ​ຕົ້ນ, ຢ່າງ​ໜ້ອຍ​ສຸດ​​ກໍ່ມີ 80 ຄົນ​ເສຍ​ຊີ​ວິດ. ໃນ​ລົດ​​ຂົນ​ສົ່ງ​ທ​ີ່​ໄດ້ກໍ່​ໃຫ້​ເກີດ​ເຫ​ດ​​ດັ່ງ​ກ່າວ, ກຳ​ລັງ​​ທີ່​ກ່ຽວ​ຂ້ອງ​ໄດ້​ຊອກ​ເຫັນ​ໜັງ​ສື​ສ່ວນ​ຕົວ​ຂອງ​ພົນ​ລະ​ເມືອງ​ຝ​ລັ່ງ ເຊື້ອ​ຊາດ Tunisia.

        ເຫດ​ບຸກ​ໂຈມ​ຕີ​​ເກີດ​ຂຶ້ນ​ພາຍ​ຫຼັງ​ທີ່​ຝ​ລັ່ງ ຖະ​ແຫຼງ​ຈະ​ບໍ່​ຕໍ່​ກຳ​ນົດ​ເວ​ລາ​ສະ​ພາ​ວະ​ສຸກ​ເສີນ​ພາຍ​ຫຼັງ​ວັນ​ທີ 26/07 ພ​ຽງ 2 – 3 ຊົ່ວ​ໂມງ, ເຊິ່ງ​ໄດ້​ຮັບ​ການ​ປະ​ກາດ​ນັບ​ແຕ່​ພາຍ​ຫຼັງ​​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ເດືອນ 11/2015.

      ບໍ່​ມີ​ມາດ​ຕະ​ການ​ແກ້​ໄຂ​ໃໝ່​ຫຼາຍ​ຢ່າງ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ

        ພາຍ​ຫຼັງ​ເກີດ​ເຫດ​ການ, ນະຄອນ Nice, ທາງພາກໃຕ້ ຝຣັ່ງ ​ຖືກ​ຈັດ​ວາງ​ໃນ​ສະ​ພາບ​ເຕືອນ​ໄພ​ສ​ູງ​ສຸດ​ໃນ​ລະ​ບົບ​ກ່າວ​ເຕືອນ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ປະ​ເທດນີ້. ບັນ​ດາພົນ​​ທະ​ຫານ​ສຳ​ຮອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ. ໃນ​ຂະ​ນະ​ນັ້ນ, ກ່າວ​ຄຳ​ເຫັນ​​ທາງ​ໂທ​ລະ​ພາບ​ແຫ່ງ​ຊ​າດ ພາຍ​ຫຼັງ​ກອງ​ປະ​ຊຸມ​ດ່ວນ​ຂອງ​ລັດ​ຖະ​ບານ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francois Hollade ຢືນ​ຢັນ​ວ່າ ເຫດ​ການ​ບຸກ​ໂຈມ​ຕີ​ທີ່ຮ້າຍ​ແຮງ​ໃນ​ຄ່ຳ​ຄືນ​ວັນ​ທີ 14/07 ຢູ່ Nice, ພາກ​ໃຕ້​ຝ​ລັ່ງ ​ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍຢ່າງ​ຈະ​ແຈ້ງ. ຜູ້​ນຳ​​ປະ​ເທດ​ຝ​ລັ່ງ​ໄດ້​ກ່າວ​ເຕ​ືອນ “ທົ່ວ​ປະ​ເທດ​ຝ​ລັ່ງ ພວມ​ຖື​ກ​ຈັດ​ວາງ​​ໃນ​ສະ​ພາບ​ຄວາມ​ນາບ​ຂູ່​ຈາກ​ລັດທິກໍ່ການຮ້າຍ ອິດສະລາມ” ແລະ ຖະ​ແຫຼງວ່າ​ຈະ​ສືບ​ຕໍ່​ຮັກ​ສາ​ພົນ​ທະ​ຫານ 10.000 ຄົນ​ເຂົ້າ​ຮ່ວມ​ລາຍ​ການ​ຕ້ານ​ການກໍ່​ການ​ຮ້າຍ​ຂອງກອງ​ທັບ, ແທນ​ທີ່ຈະ​ຫຼຸດ​ລົງເຫຼືອ​ພຽງ 7.000 ​ຄົນ​ຄື​ໄດ້​ແຈ້ງ​ກ່​ອນນັ້ນ. ທ່ານ Francois Hollade ກໍ​ຢືນ​ຢັນ​ວ່າ, ຈະ​ຕໍ່​ກຳ​ນົດ​ເວ​ລາ​ປະ​ກາດ​ສະ​ພາບ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ​ຝ​ລັ່ງ ຕື່​ມ​ອີກ 3 ເດືອນ, ຍ​້ອນ​ສະ​ພາບ​ການ​ມີ​ການ​ປ່ຽນ​ແປງ. ໃນສະ​ພາບກຳ​ລັງ​ລັດ​ອິດ​ສະ​ລາມ (IS) ອ້​າງ​ຊື່​ເອງ ​ບໍ່​ທັນ​ກ່າວ​ຮັບ​ຜິດ​ຊອບ​ຕໍ່ເຫດ​​ການບຸກ​ໂຈມ​ຕີ​ຢູ່ Nice, ແຕ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francois Hollade ຍັງ​ຊີ້​ແຈ້ງວ່າ, ປະ​ເທດ​ຝ​ລັ່ງ ຈະ​ເພີ່ມ​ທະ​ວີ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ IS ຢູ່​ອີ​ຣັກ ແລະ ຊີ​ຣີ.

        ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຊິ່ງວົງ​ການ​ເຈົ້າ​ໜ້າ​ທີ່​ຝ​ລັ່ງ ​ຫາກໍ່​ຍົກ​ອອກ​ມາ ເບິ່ງ​ຄື​ວ່າ​ບໍ່​ມີ​ຈຸດ​ໃໝ່​ຫຼາຍ ຍ້ອນ​ວ່າ​ໃນ​ຕະ​ຫຼ​ອດ​ໄລ​ຍະ​ຜ່ານ​ມາ, ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ ຍາມ​ໃດ​ກໍ​ແມ່ນ​ບັນ​ຫາ​ເຊິ່ງ​ຝ​ລັ່ງ ເ​ອົາ​ໃຈ​ໃສ່. ກ່ອນນີ້, ພາຍ​ຫຼັງ​ເກີດ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ​້າຍ​ເມື່ອ​ເດືອນ 11/2015, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francois Hollade ກໍ່​ຖະ​ແຫຼງວ່າ ປະ​ເທດ​ຝ​ລັ່ງ ຈະ​ເດັດ​​ດ່ຽວ​ຕໍ່​ສູ້​​ຕ້ານ IS, ຝ​ລັ່ງ ກໍ​​ໄດ້​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ເພື່ອ​ສາ​ມາດ​ແກ່​ຍາວ​ເວ​ລາ​ຂອງ​ສະ​ພາ​ວະ​ສ​ຸກ​ເສີນ​ແຫ່ງ​ຊາດ ຕື່ມ​ອີກເປັ​ນ 3 ເດືອນ ເມື່ອ​ທຽບ​ໃສ່​ຂໍ້​ກຳ​ນົດ​ເກົ່າ​ແມ່ນ 12 ວັນ, ອະ​ນຸ​ຍາດ​ໃຫ້​ປົດ​​ສິດ​ເປັນ​ພົນ​ລະ​ເມືອງ​ຝ​ລັ່ງ ສຳ​ລັບ​ ຜູ້​​ມີ 2 ສັນ​ຊາດ ຖ້າ​ຫາກ​ຖືກ​ຕັດ​ສິນ​ລົງ​ໂທດກໍ່​ການ​ຮ້າຍ ແລະ ຈະ​ຖືກ​ຫ້າມ​ເຂົ້າ​ຝ​ລັ່ງ ຖ້າ​ມີ​ໄພ​ດຳ​ເນີນ​ການ​ກະ​ທຳ​ກໍ່​ການ​ຮ້າຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Francois Hollade ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ຈະເພີ່ມ​ງົ​ບ​ປະ​ມານ​ໃຫ້​ບັນ​ດ​າ​ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ ແລະ ກອງ​ທັບ​ປະ​ເທດນີ້. ການ​ຊອ​ກ​ຈັບບັນ​ດາ​ພາກ​ສ່ວນກໍ່​ການ​ຮ້າຍເຊິ່ງ​ກຳ​ລັງ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ຝ​ລັ່ງ ​ດຳ​ເນີນນັບ​ຮ້ອຍ​ຄັ້ງໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາດ້ວຍ​​ຈຸດ​ປະ​ສົງ​ກວາດ​ລ້າງ ແລະ ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ບ​ຸກ​ໂຈ​ມ​ຕີ​ປະ​ເທດ​ຝ​ລັ່ງ ບໍ່​ວ່າຂອງ​ຜູ້​ໃດ​ກໍ່​ໄ​ຮ້​ສັກ​ສິດ. ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຝ​ລັ່ງ ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການບ​ຸກ​ໂຈມ​ຕີ​ຢູ່​ຊີ​ຣີ, ເຊິ່ງ​ແມ່ນ​ແຫ່ງ​​ທີ່ບັນ​ດາ​ພາກ​ສ່ວນກໍ່​ການ​ຮ​້າຍ​ໄດ​້​​ກະ​ກຽມ​ແຜນ​ການ​​ດຳ​ເນີນ​ບັນ​ດາ​ການ​ຍິງປືນ ແລະ ວາງ​ລະ​ເບີດ​ສະ​ຫຼະ​ຊີບ​ຢູ່​ປາ​ຣີ ແລະ ຊານ​ນະ​ຄອນ​ໃນ​ວັນ​ທີ 13/11. ທ່ານ Hollade ກໍ​ຮ​ຽ​ກ​ຮ້ອງ​​ບັນ​ດາ​ປະ​ເທດ​ເອີ​ລົບ ​ຄວນ​ສົມ​ທົບ​ກັນ​ເຄື່ອນ​ໄຫວ ພ້ອມ​ກັບ​ຝ​ລັ່ງ ເພື່ອຍຸບ​ເລີກ​ບັນ​ດາ​ໄພ​ນາບ​ຂູ່​ກໍ່​ການ​ຮ້າຍ.

        ​ສາຍເຫນ​​ເ​ລີກ​ເຊິ່ງ

        ​ເປັນ​ຫຍັງ​ແມ່ນ​ຝ​ລັ່ງ, ຫາກບໍ່​ແມ່ນ​ປະ​ເທດ​ອື່ນ​ຢູ່​ເອີ​ລົບ ແມ່ນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ຄວາມຕັ້ງ​ໃຈ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ສາຍ​ເຫດ​ແມ່ນ​ຍ້ອນ​ຝລັ່ງ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ “ມີ​ບົດ​ບາດ​ສຳ​ຄັນ” ໃນ​ການ​ແກ້​ໄ​ຂ​ບັນ​ດາ “ຈຸດ​ຮ້ອນ​” ຢູ່​ບັນ​ດາ​ປະ​ເທດ​ອາ​ຟະ​ລິ​ກາ, ​ເຊິ່ງ​ແມ່ນໜຶ່​ງ​ໃນ​ບັນ​ດາ​ເຂດ​ທີ່​ມີ​​ພົນ​ລະ​ເມືອງ​ຖື​ສາ​ສະ​ໜາ​ອິດ​ສະ​ລາມ ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ໂດຍ​ສະ​ເພາະ​ແມ່ນ​ເຂດອາ​ຟະ​ລິ​ຫາ​ເໜືອ, ຕິດ​ກັບຕາ​ເວັນ​ອອກ​ກາງ. ຍັງ​ມີ​ເຫດ​ການ​ໜຶ່ງ​ອີກນັ້​ນ​ແມ່ນ, ນັບ​ແຕ່​ປີ 2014, ຝ​ລັ່ງ ໄດ້​ຕັ້ງ​ໜ້າ​​ເຂົ້າ​ຮ່ວມໃນ​ສຳ​ພັນທະ​ມິດ​​ສາ​ກົນ​ຕ້ານ IS ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທ​ດ​ທຳ​ອິດ​ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ​ບັນ​ດາບັ້ນ​​ຮົບ​ທາງ​ອາ​ກາດ​ເລັ່ງ​ໃສ່ IS.

        ດ້ານ​ອື່ນ, ດ້ວຍ​ບົດ​ບາດ​ສຳ​ຄັນ​ຢູ່​ເອີ​ລົບ ແລະ ໃນ​ໂລກ, ຜົນ​ສະ​ທ​້​ອນ​ຈາກ​ຜົນ​ສຳ​ເລັດ​​ຂອງ​ບັນ​ດາ​ການ​ບ​ຸກ​ໂຈມ​ຕີ​ຢູ່​ຝ​ລັ່ງ ຈະ​ມີ​​ຜົນ​ປະ​ໂຫຍດ “​​ຂະ​ຫຍາຍ​ອິດ​ທິ​ພົນ”. ວິ​ທີ​ບຸກ​ໂຈມ​ຕີ​ໃສ່​ບັນ​ດາ​ເປົ້າ​ໝາຍ​ພົນ​ລະ​ເມືອງກໍ່​ເຮັດ​ໃຫ້​ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບ ແລະ ອົງ​ການປ້ອງ​ກັນ​ຄວາມ​ສະ​ຫງົບ​ຝ​ລັ່ງ ບໍ່​ສາ​ມາດ​ຄິດ​ໄລ່​ ແລະ ຄາດ​ຄະ​ເນ​ໝົດໄດ້​. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ເລື່ອງ​ຢູ່​ຝ​ລັ່ງ, ຊາວ​ອິດ​ສະ​ລາມ ​ທີ່ມ​ີ​ແນວ​ຄວາມ​ຄິດ “ຫົວ​​​ຮຸນ​ແຮງ” ຫຼາຍ​ພໍ​ສົມ​ຄວນ. ​ເຂົ້າ​ເຈ​ົ້າສ່ວນ​ຫຼາຍ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊານ​ນະ​ຄອນ. ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ໃນ​ຫຼາຍ​ປີມໍ່ໆ​ມານີ້​ໄດ້​ເຮັດ​ໃຫ້​ໄວ​ໜຸ່ມ​ອິດ​ສະ​ລາມ​ສ່ວນ​ໜຶ່ງ ຍາກ​ທີ່​ຈະ​ຮັບ​ມື​ກັບ​ຊີ​ວິດ​ທຸກ​ຍາກ ຖື​ກ​ແກ່ດຶງ​ເຂົ້າ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຫົວ​ຮຸນ​ແຮງ​ຢ່າງ​ງ່າຍ​ດ່າຍ.

        ບັນດາເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າ​ຍ​ຊີ້​ໃຫ້​ເຫັນ​ວ່າ, ຄ​ວາມ​ສາ​ມາດ​ຄາດ​ຄະ​ເນ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຝ​ລັ່ງ ​ແມ່ນມີ​ບັນ​ຫາ. ນັ້ນ​ກໍ່​ແມ່ນ​ສາຍ​ເຫດ ​ພາ​ໃຫ້​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສັງ​ກັດລັດ​ຖະ​ສະ​ພາ​ຝ​ລັ່ງ ຫາກໍ່​ສະ​ເໜີ​​ໂຮມລະ​ບົບ​ສືບ​ລາ​ຊະ​ການ​ລັບ​ຝ​ລັ່ງ ​ເຂົ້າ​ອົງ​ການ​ໜຶ່ງ​ດຽວ, ສຸດ​ທ້າຍ​​ແມ່ນນະ​ໂຍ​ບາຍ​ເຂົ້າ​ເມືອງ ແລະ ນະ​ໂຍ​ບາຍ​ໄປ​ມາ​ຢ່າງ​ເສ​ລີ​ຂອງ​ເອີ​ລົບ (ໃນ​ເຂດ Schenghen) ໄດ້​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້ແກ່​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ພາຍ​ໃນ​ປະ​ເທດ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມບໍ່​ແມ່ນ​ນ້ອຍ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ຝ​ລັ່ງ, ເຫດ​ບຸກ​ໂຈມ​ຕີ​​​ດ້ວຍ​ຄວາມຕັ້ງ​ໃຈ ໃນ​ວັນ​ທີ 14/07, ໄດ້​ເຮັດ​ໃຫ້​ຝລັ່ງ ແລະ ໂລກ​ສະ​ເ​ທືອ​ນ​ໃຈອີກ​ຄັ້ງ​ໜຶ່ງ​. ສິ່ງ​ດັ່ງ​ກ່າວ​ຮຽ​ກ​ຮ້ອງ​ໃຫ້​ຝ​ລັ່ງ ເວົ້າ​ສະ​ເພາ​ະ ແລະ ຫຼາຍ​ປະ​ເທດ​ອື່ນ​ຕ້ອງ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ສິ້ນ​ເຊິງ​ບັນ​ດາ​ສາຍ​ເຫດ​ທີ່ກໍ່​ໃຫ້​ເກີດ​ບັນ​ດາ​ເຫດ​ບຸກ​ໂຕມ​ຕີ ຖ້າ​ຫາກ​ຢາກ​ສະ​ກັດ​ກັ້ນ​ບັນ​ດາ​ໄພ​ນາບ​ຂູ່​ູ​ບຸກ​ໂຈມ​ຕີ​ຄັ້ງ​ຕ​ໍ່​ໄປ.

ຂ່າວ/ບົດ​ອື່ນ