ຄູເວດ ຖືກຫັນປ່ຽນຍ້ອນໄພສໍ້ລາດບັງຫຼວງ

   ຄູເວດ ຖືກຫັນປ່ຽນຍ້ອນໄພສໍ້ລາດບັງຫຼວງ - ảnh 1
  (ພາບ : AFP )

   ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດ​ສາດ, ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ໄດ້​ຖືກ​ດຳ​ເນີນ​ຢູ່ລາຊະ​ອານາຈັກ​ເຂດ​ອ່າວຄູ​ເວດ​ໃນ​ຕອນ​ຄ່ຳ​ວັນ​ທີ 28/11 ທີ່​ຜ່ານ​ມາ. ມີ​ປະມານ 9ໝື່ນ​ຄົນ​ໄດ້​ພາກັນ​ລົງ​ສູ່​ຖະໜົນ​ຫົນ​ທາງ ​ເນື່ອງ​ໃນ​ເຫດການ​ລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ການ​ແຫ່​ຂະ​ບວນປະ​ທ້ວງຖືກ​ດຳ​ເນີນ​ໄປ ຕາມ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ ດ້ວຍ​ບັນດາປ້າຍ​ຄຳ​ຂວັນ​ຮຽກຮ້ອງ​ໃຫ້​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ. ​ເປັນ​ອັນວ່າ ພາຍຸ​ລົມ​ແດງ​ພັດ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ໜຶ່ງອີກໃນພາກພື້ນຕາເວັນອອກ ກາງຊຶ່ງຖືກຖືວ່າແມ່ນຈຸດທີ່ຮ້ອນ​ເດືອດດ້ວຍ ບັນດາການ​ແຫ່​ຂະ​ບວນປະ​ທ້ວງ, ໂຄນລົ້ມລະບອບ ແລະ ການແຊກແຊງຈາກພາຍນອກ.          ຖ້າຫາກວ່າການປ່ຽນແປງອຳນາດການປົກຄອງຢູ່ ປະເທດອື່ນໆ ໃນພາກພື້ນ ​ແມ່ນເລີ່ມມາຈາກ ຫຼາຍສາຍເຫດ, ​ເຊັ່ນການຄັດຄ້ານຂອງປະຊາຊົນ ກ່ຽວກັບ ລະບອບການ​ເມືອງ​ທີ່​ແກ່ຍາວ​ດົນ​ເກີນ​ໄປ, ຜະ​ເດັດ​ການ ຈົນ​ເຖິງ​ການ​ແຊກ​ແຊງ​ຈາກ​ພາຍ​ນອກນັ້ນ  ​ຢູ່​ ຄູ​ເວດ ການ​ແຫ່​ຂະ​ບວນປະ​ທ້ວງ ພັດ​ເລີ່​ມມາ​ຈາກ​ການ​ກ່າວ​ຫາ​ສໍ້​ລາດ​ບັງ​ຫຼວງ ສຳລັບ​ລັດຖະບານ ​ແລ​ະ ນາຍົກລັດຖະມົນຕີ Nasser Mohammad-Ahmad Al-Sabah. ນາຍົກ ລັດຖະມົນຕີຄົນນີ້​ຂຶ້ນ​ກຳ​ອຳນາດ​ຍັງ​ບໍ່​ທັນ​ດົນ​ປານ​ໃດ ​ແລະ ລັດຖະບານ​ຂອງ​ທ່ານ​ກໍ່​ບໍ່​ໝັ້ນຄົ​ງ​ແຕ່​ຢ່າງ​ໃດ ຂະນະ​ທີ່​ໃນ​ອາຍຸ​ການ​ພຽງ 5 ປີຂອງ​ທ່ານ, ​ແມ່ນ​ຕ້ອງ​ປະ​ຕິ​ຮູບ​ເຖິງ 7 ຄັ້ງ. 
   ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ໃນ​ປະຫວັດສາດ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 28/11 ພາຍຫຼັງ​ທີ່​ຄະນະ​ລັດຖະບານ ​ແລະ ນາຍົກລັດຖະມົນຕີ  Nasser Al-Sabah ​ໄດ້​ຍືນ​ໜັງສື​ລາ​ອອກ​ຈາກ​ຕຳ​ແໜ່​ງຂຶ້ນ​ເຖິງ ກະສັດ Sabah Al-Ahmad Al-Saba ຍ້ອນ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ສໍ້​ລາດ​ບັງຫຼວງ. ​ແລະ ໜັງສື​ລາ​ອອກ​ຈາກ​ຕຳ​ແໜ່​ງນີ້​ກໍ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກກະສັດ Sabah Al-Saba. ​ແຕ່​ເຫດຜົນ​ເພື່ອ​ໃຫ້ ການ​ແຫ່​ຂະ​ບວນປະ​ທ້ວງຖືກ​ຈັດ​ຂຶ້ນ ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ໃນ​ປະຫວັດສາດ​ນັ້ນ ພັດ​ແມ່ນ​ຍ້ອນບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງຖື​ວ່າ​ເລື່ອງ​ລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແມ່ນ​ຍັງ​ບໍ່​ພໍ​ເທື່ອ, ສະພາ​ແຫ່ງ​ຊາດ​ກໍ່​ຕ້ອງ​ຍຸບ​ເລີກ ​ແລະ ຕ້ອງ​ນຳ​ຕົວ​ບັນດາ ສສຊ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ສໍ້​ລາດ​ບັງ​ຫຼວງ ຂຶ້ນ​ສານ​ດຳ​ເນີນ​ຄະດີ. ​ແລະ ບຸກຄົນ​ທີ່​ບັນດາສສຊ ແລະ ກຳລັງຝ່າ​ຍ ຄ້ານ​ເລັ່ງ​ໃສ່​ຄັດ​ຄ້ານ ​ແມ່ນ ນາຍົກລັດຖະມົນຕີ Nasser ດ້ວຍ​ການ​ກ່າວ​ຫາວ່າ ນາຍົກລັດຖະມົນຕີຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ບໍລິການ​ຖືກ​ຫຼຸດ​ລະດັບ ອັນ​ໄດ້​ເຮັດ​ໃຫ້​ປະ​ເທດ​ນີ້​ ຖືກ​ຕົກ​ເຂົ້າສູ່​ວິ​ກິດ​ການ​ການ​ເມືອງ. ການ​ຄັດຄ້ານ​ນີ້​ແມ່ນ​ມີ​ພື້ນຖານ​ຂະນະ​ທີ່​ສັງ​ເກດ​ຕໍ່​ການ​ຜັນ​ແປ​ໃນ​ເວທີ​ການ​ເມືອງ ຄູ​ເວດ ​ໃນ​ອາຍຸ​ການ​ກຳ​ອຳນາດ​ບໍ່​ດົນ​ຂອງ ນາຍົກລັດຖະມົນຕີ Nasser, ນາຍົກລັດຖະມົນຕີຄົນ​ນີ້​ຖືກ​ຝ່າ​ນຄ້ານ​ຕຳ​ນິຕິ​ຕຽນ​ຢ່າງ​ລຽນຕິດ ອັນ​ໄດ້​ເຮັດ​ໃຫ້​ທ່ານ ຕ້ອງ​ຍືນ​ໜັງສື​ລາ​ອອກ​ຈາກ​ຕຳ​ແໜ່​ງ​ເຖິງ 7 ຄັ້ງ ​ແລະ ຕ້ອງ​ຜ່ານ​ການ​ປ່ອນ​ບັດ​ບໍ່​ໄວ້​ວາງ​ໃຈ​ 3 ຄັ້ງ​ໃນ​ສະພາ​ແຫ່ງ​ຊາດ. ​ແຕ່​ສຸດ​ທ້າຍ, ທ່ານກໍ່​ຍັງ​ຄົງ​ສາມາດ​ຮັກສາ​ຕຳ​ແໜ່​ງ ນາຍົກລັດຖະມົນຕີຂອງ​ຕົນ ແລະ ​ສືບ​ຕໍ່​ບໍລິຫານ​ລັດຖະບານ. ​ໃນ​ຊຸ​ມອາທິດມໍ່ໆ​ມາ​ນີ້, ທ່ານ ນາຍົກລັດຖະມົນຕີ Nasser ​ໄດ້​ປະ​ເຊີນ​ໜ້າ​ຕໍ່​ການ​ກ່າວ​ຫາ​ສໍ້​ລາດ​ບັງ​ຫຼວງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຝ່າຍຄ້ານ​ໄດ້​ກ່າວ​ຫາ ທ່ານ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການ​ໃຫ້​ສິນ​ບົນ​ແກ່ ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ເພື່ອ​ສະໜັບສະໜູນ​ລັດຖະບານ ​ແລະ ຜູ້​ຄົນ​ເຫຼົ່າ​ນີ້​ອາດ​ຈະ​ໄດ້​​ໂອນເງິນ​ເຂົ້າ​ບັນຊີ​ເງິນ​ຝາກ​ຢູ່​ຕ່າງປະ​ເທດ​ແລ້ວ. ລັດຖະມົນຕີ​ການ​ຕ່າງປະ​ເທດ ຄູ​ເວດ ນີ້​ເອງ ຕ້ອງ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງຫວ່າງ​ເດືອນ​ຕຸລາ​ແລ້ວ​ນີ້, ພາຍຫຼັງ​ຖື​ກ່າວ​ຫາ ມີ​ການ​ໂອນ​ເງິນ​ຖືກ​ປະຕິບັດຫຼາຍ​ຄັ້ງຜ່ານ​ກະຊວງ​ຂອງ​ທ່ານ.
    ​ເຖິງ​ວ່າ ບໍ່​ມີ​ສັນຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ລະບົບ​ການ​ເມືອງ​ຢູ່ ຄູ​ເວດ, ​ແຫ່ງ​ທີ່ມີກະສັດ​ກຳ​ອຳນາດພ້ອມ​ກັບ​ສະພາ​ແຫ່ງ​ຊາດ​ມີ​ສິດ​ອຳນາດ​ສ່ວນຫຼາຍ​ເມື່ອ​ທຽບ​ໃສ່​ລະ ບອບ​ອື່ນໆ. ​ແຕ່​ການ​ຜັນ​ແປ​ເຫຼົ່າ​ນີ້​ພວມ​ເປັນ​​ໄພ​ກໍ່​ຄວາມ​ເຄັ່ງ​ຕຶງຂື້ນ​ຕື່ມ​ລະຫວ່າງ​ບັນດາ​ພັກ​ຝ່າຍຄ້ານ, ນັບ​ແຕ່​ບັນດາ​ຝ່າ​ຍອິດສະລາມຕະຫລອດ​ຮອດບັນດາ​ຜູ້​ຄົນ​ເສລີ ລ້ວນ​ແຕ່​ກໍ່​ກຳລັງ​ດັນ​ເພື່ອ​ປະຕິ​ຮູບ​ລັດຖະບານ. ພິ​ເສດ​ໃນ​ຈຸດ​ເລາ​ທີ່​ມີ​ຄວາມ​ສະດຸ້ງ​ໄວ​ສົມຄວນ​ໃນ​ປະຈຸ​ບັນ ຂະນະ​ທີ່ ອາ​ເມ​ລິ​ກາ ​ພວມພິຈາລະນາ​ຈັດ​ສົ່ງ​ພົນທະຫານ​ນັບ​ພັນ​ຄົນ​ມາ​ແຫ່ງ​ນີ້​ເພື່ອ​ເພີ່ມ​ເຕີມ​ໃຫ້​ແກ່​ກຳລັງ​ທະ​ຫານອາ​ເມ​ລິ​ກາ29.000ຄົນ​ຊຶ່ງ​ພວມ​ປະຈຳ​ການ​ຢູ່ ຄູ​ເວດ ພາຍ ຫຼັງ​ຖອນ​ທະຫານ​ອອກ​ຈາກ ອີຣັກ ​ໃນ​ທ້າຍ​ປີ​ນີ້. ​ເປັນ​ອັນ​ວ່າ ພາຍຫຼັງ​ທີ່​ໄດ້​ຍິນ​ຍອມເຫັນ​ດີ​ເພື​ອ່​ໃຫ້​ລັດຖະບານ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ກະສັດ ຄູ​ເວດ Sabah Al-Ahmad Al-Saba ຈະ​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ອີກ​ຢ່າງ​ໜຶ່ງ, ນັ້ນ​ແມ່ນ​ການ​ທ່ວງ​ໃຫ້​ຍຸບ​ເລີກ​ສະພາ​ແຫ່ງ​ຊາດຂອງ​ບັນດາ ຜູ້ແຫ່​ຂະ​ບວນປະ​ທ້ວງ​ ​ເພື່ອແນ່​ໃສ່​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃໝ່, ​​ນຳ​ສະຖຽນ​ລະ​ພາບ​ມາສູ່​ປະ​ເທດ​ຊາດໂດ​ຍໄວ .

ຕອບກັບ

ຂ່າວ/ບົດ​ອື່ນ