ງານມະຫາກຳກິລາລະດູຫນາວ PyeongChang ແລະ ກາລະໂອກາດປັບປຸງການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ

(VOVWORLD) -ວັນທີ 9 ກຸມພາ, ງານມະຫາກຳກິລາລະດູຫນາວ Pyeong Chang 2018 ໄດ້ຖືກໄຂຂຶ້ນຢ່າງເປັນທາງການຢູ່ ສເກົາຫລີ. ໂດຍດຳເນີນໄປໃນເວລາ 17 ວັນ, ງານມະຫາກຳກິລາລະດູຫນາວ Pyeong Chang 2018 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ບັນດານັກກິລາສະແດງໃຫ້ເຫັນຄວາມເກັ່ງກ້າສາມາດພິຊິດບັນດາສິ່ງທົດສອບຂອງກິລາເທົ່ານັ້ນ ຫາກຍັງເປັນຂົວຕໍ່ຊອກຫາສັນຕິພາບ, ແກ້ໄຂຄວາມຂັດແຍ້ງກັນອີກດ້ວຍ. ເລື່ອງ ສປປ ເກົາຫລີ ສົ່ງຄະນະນັກກິລາໄປເຂົ້າຮ່ວມງານມະຫາກຳກິລາລະດູຫນາວ Pyeong Chang 2018 , ໃນນັ້ນ ມີບັນດາເຈົ້າຫນ້າທີ່ຂັ້ນສູງ ມີຄວາມຫວັງຈະນຳມາເຊິ່ງສັນຍານຕັ້ງຫນ້າໃນການປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ.
ງານມະຫາກຳກິລາລະດູຫນາວ PyeongChang ແລະ ກາລະໂອກາດປັບປຸງການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ - ảnh 1

ວັນທີ 17 ມັງກອນຜ່ານມາ, ສເກົາຫລີ ແລະ ສປປ ເກົາຫລີ ໄດ້ເຫັນດີກ່ຽວກັບເລື່ອງ ສປປ ເກົາຫລີ ເຂົ້າຮ່ວມ ງານມະຫາກຳກິລາລະດູຫນາວ Pyeong Chang 2018. ສເກົາຫລີ ແລະ ສປປ ເກົາຫລີ ຈະພ້ອມກັນເດີນຂະບວນ ແລະ ສ້າງຕັ້ງທິມຮອັກກີນ້ຳແຂງຍິງຮ່ວມ. ນີ້ແມ່ນຄັ້ງທີ 2,  2 ຄະນະໄດ້ພ້ອມກັນເດີນຂະບວນຄືດັ່ງກ່າວຢູ່ບັນດາງານມະຫາກຳກິລາ. ກ່ອນນີ້ ສປປ ເກົາຫລີ ແລະ ສເກົາຫລີ ໄດ້ສ້າງຕັ້ງບັນດາທິມແຂ່ງຂັນຮ່ວມຢູ່ບັນດາການແຂ່ງຂັນປິ່ງປອ່ງ ແລະ ບານເຕະຫນຸ່ມໃນການແຂ່ງຂັນຊິງແຊມໂລກແຕ່ຍັງບໍ່ທັນມີ ທິມກິລາຮ່ວມບໍ່ວ່າໃນງານມະຫາກຳກິລາໃດ.

ປະຈຸບັນ ສເກົາຫລີ ແລະ ສປປ ເກົາຫລີ ຍັງຄົງຢູ່ໃນສະພາບສົງຄາມ ຍ້ອນສົງຄາມເກົາຫລີ (1950-1953) ພຽງຢຸດຕິດ້ວຍຄຳສັ່ງຢຸດຮົບ ຫາກບໍ່ແມ່ນສັນຍາສັນຕິພາບ.

ປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ

ສິ່ງທີ່ 2 ເດືອນກ່ອນນີ້, ຫາງສຽງຄິດວ່າບໍ່ອາດດຳເນີນໄດ້ ມາປະຈຸບັນພັດປະກົດຜົນເປັນຈິງ. ວັນທີ 7 ກຸມພາ, ຄະນະນັກກິລາ ສປປ ເກົາຫລີ ລວມມີສະມາຊິກ 280 ຄົນ ໂດຍທ່ານ Kim Il Guk ລັດຖະມົນຕີກະຊວງກິລາ ນຳຫນ້າໄດ້ເດີນທາງເຖິງ ສເກົາຫລີ ກ່ອນຈຸດເວລາໄຂ ງານມະຫາກຳກິລາລະດູຫນາວ ສອງມື້. ໃນຂະນະນັ້ນ ມີຄະນະຜູ້ແທນຂັ້ນສູງອື່ນຄະນະຫນຶ່ງໂດຍທ່ານປະທານສະພາແຫ່ງຊາດ Kim Yong nam ຊຶ່ງແມ່ນຫນຶ່ງໃນເຈົ້າຫນ້າທີ່ 3 ຄົນທີ່ມີສິດອຳນາດສູງກວ່າໝູ່ຢູ່ ສປປ ເກົາຫລີ ນຳຫນ້າ ຄາດວ່າ ຈະມີການຢ້ຽມຢາມ ສເກົາຫລີ ຢ່າງເປັນທາງການ ແຕ່ວັນທີ 9 ກຸມພາ ເພື່ອເຂົ້າຮ່ວມພິທີໄຂງານມະຫາກຳກິລາລະດູຫນາວ Pyeong Chang 2018. ເປັນອັນວ່າ ນັບແຕ່ກອ່ນມາຮອດປະຈຸບັນ ທ່ານ Kim Yong nam ແມ່ນເຈົ້າຫນ້າທີ່ຂັ້ນສູງສຸດຂອງ ສປປ ເກົາຫລີ ໄປຢ້ຽມຢາມ ສເກົາຫລີ. ໃນຄະນະຜູ້ແທນຂັ້ນສູງ ຍັງມີທ່ານນາງ Kim Yo jong ນ້ອງສາວຂອງການນຳ ສປປເກົາຫລີ Kim Jong un, ປະຈຸບັນ ແມ່ນຮອງຫົວຫນ້າຄະນະໂຄສະນາຂອງພັກແຮງງານ ສປປ ເກົາຫລີ.

        ການນຳ ສເກົາຫລີ ມີຄວາມປິຕິຊົມຊື່ນຕໍ່ການມີຫນ້າຂອງບັນດາເຈົ້າຫນ້າທີ່ຂັ້ນສູງ ສປປ ເກົາຫລີ ທີ່ງານມະຫາກຳກິລາຄັ້ງນີ້. ເລື່ອງເຂົ້າຮ່ວມຂອງເຂົາເຈົ້າສະແດງໃຫ້ເຫັນວ່າ ສປປ ເກົາຫລີ ມີຄວາມເຂັ້ມງວດໃນການຊອກຫາວິທີປັບປຸງການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ, ພ້ອມແລ້ວທີ່ຈະຫລຸດຜ່ອນຄວາມເຄັ່ງຕຶງໃນແຫລມເກົາຫລີກໍ່ຄືປະກອບສ່ວນປະຕິບັດວິໄສທັດກ່ຽວກັບ “ງານມະຫາກຳກິລາສັນຕິພາບ”.

        ບໍ່ພຽງແຕ່ແນວນັ້ນ ບັນດາສັນຍານການເຈລະຈາຄາດວ່າກໍ່ໄດ້ຮັບການເຕື້ອງເຖິງຈາກສອງຝ່າຍໃນໂອກາດນີ້. ວັນທີ 5 ກຸມພາ, ກະຊວງທ້ອນໂຮມຊາດຂອງ ສເກົາຫລີ ໃຫ້ຮູ້ວ່າ ພວມໃນວິວັດການກະກຽມໃຫ້ແກ່ບັນດາການເຈລະຈາລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ ອາດຈະຖືກຈັດຂຶ້ນໃນໄລຍະຄະນະຜູ້ແທນຂັ້ນສູງ ສປປ ເກົາຫລີ ຢູ່ ສເກົາຫລີ. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີ ສເກົາຫລີ Moon Jae in ພວມຄິດໄລ່ຊັ່ງຊາການພົບປະໂດຍກົງທ່ານ Kim Yong nam, ປະທານສະພາແຫ່ງຊາດ ສປປ ເກົາຫລີ.

        ໃນຂະນະນັ້ນ ອາເມລິກາ ຊື່ງແມ່ນປັດໄຈສຳຄັນໃນການແກ້ໄຂຄວາມເຄັ່ງຕຶງໃນແຫລມເກົາຫລີ ກໍ່ປະຫວ່າງຄວາມອາດສາມາດຈະພົບປະກັບວົງການເຈົ້າຫນ້າທີ່ ສປປ ເກົາຫລີ ຢູ່ ສເກົາຫລີ.

        ຍັງມີສິ່ງທ້າທາຍຫລາຍຢ່າງ

ເຖິງວ່າໃນຊຸມມື້ຜ່ານມາ ໄດ້ມີບັນດາສັນຍານຕັ້ງຫນ້າກ່ຽວກັບຄວາມເຄັ່ງຕຶງຢູ່ແຫລມເກົາຫລີກໍຕາມ ແຕ່ຫາງສຽງບໍ່ມີຄວາມຫວັງວ່າສະພາບການຈະມີການຫັນປ່ຽນໃນໄລຍະສັ້ນໄດ້. ເຫດຜົນນັ້ນແມ່ນ ວັນທີ 7 ກຸມພາ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ເມື່ອພວມຢ້ຽມຢາມ ຍີ່ປຸ່ນ ໄດ້ຖະແຫລງວ່າ ອາເມລິກາ ຈະປະກາດບັນດາມາດຕະການລົງໂທດດ້ານເສດຖະກິດທີ່ແຂງກະດ້າງທີ່ສຸດ ແນໃສ່ ສປປ ເກົາຫລີ. ການກະທຳນີ້ແນໃສ່ເຮັດໃຫ້ ສປປ ເກົາຫລີ ມີບັນດາບາດກ້າວເດີນລະອຽດ ມຸ່ງໄປເຖິງເລື່ອງປອດນິວເຄຼຍ ຢ່າງສິ້ນເຊິງ, ອາດຈະກວດຫລັກຖານ ແລະ ບໍ່ສາມາດຕ່າວປີ້ນໄດ້.

        ໂຕ້ຕອບຄືນ, ໃນວັນດຽວກັນ ສປປ ເກົາຫລີ ໄດ້ຫ້າມເສັ້ນທາງຫລາຍສາຍຢູ່ ນະຄອນຫລວງ ພຽງຢາງ ເພື່ອກະກຽມໃຫ້ພິທີເດີນສວນສະຫນາມສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດ. ພຽງຢາງ ໄດ້ຕົກລົງປ່ຽນມື້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງກອງທັບ ໃນວັນທີ 25 ເມສາ ຄືທຸກປີ ມາເປັນວັນທີ 8 ກຸມພາ, ກ່ອນພິທີໄຂງານມະຫາກຳກິລາມື້ຫນຶ່ງ. ລາຍການເດີນສວນສະຫນາມແມ່ນໂອກາດເພື່ອສະແດງກຳລັງແຮງການທະຫານເມື່ອປະກາດລູກສອນໄຟໄລຍະໄກແລະ ເຮືອບິນການທະຫານຫລາຍປະເພດ. ໃນຂະນະນັ້ນ ກະຊວງການຕ່າງປະເທດ ສປປ ເກົາຫລີ ກໍ່ໄດ້ຊີ້ແຈ້ງວ່າ ຄະນະຜູ້ແທນຂັ້ນສູງປະເທດນີ້ ຍັງບໍ່ທັນເຫັນດີຈະພົບປະກັບຝ່າຍ ອາເມລິກາ ຢູ່ ສເກົາຫລີ.

        ການພົວພັນລະຫວ່າງ ສປປ ເກົາຫລີ ແລະ ສເກົາຫລີ ໄດ້ມີການປ່ຽນແປງຢ່າງຕັ້ງຫນ້າ ນັບແຕ່ເມື່ອການນຳ Kim Jong un ຖະແຫລງໃນສານຕົ້ນປີໃຫມ່ 2018 ກ່ຽວກັບເລື່ອງ ສປປ ເກົາຫລີ ແລະ ສເກົາຫລີ ຄວນປັບປຸງການພົວພັນ. ແລະ ການເຂົ້າຮ່ວມຂອງ ສປປ ເກົາຫລີ ທີ່ງານມະຫາກຳກິລາຄັ້ງນີ້ ແມ່ນການພິສູດໃຫ້ສານສະບັບດັ່ງກ່າວ. ເຖິງວ່າ ຍັງປະສົບກັບຄວາມສັບສົນບໍ່ແມ່ນຫນ້ອຍກໍ່ຕາມ ແຕ່ຫາງສຽງຫວັງວ່າ ງານມະຫາກຳກິລາຄັ້ງນີ້ ແມ່ນປັດໄຈຊຸກຍູ້ສັນຕິພາບໃນພາກພື້ນ, ເປີດຊ່ອງທາງເພື່ອໃຫ້ ສເກົາຫລີ ແລະ ສປປ ເກົາຫລີ ພ້ອມກັນຍືນຍົງຄົງຕົວຢູ່ໃນສັນຕິພາບແທນທີ່ຄວາມເຄັ່ງຕຶງ, ການສູ້ຢັນກັນດ້ານການທະຫານ. 

ຕອບກັບ

ຂ່າວ/ບົດ​ອື່ນ